ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ລາວ ຍອມຮັບວ່າ ອັດຕາ ການເສຍຊີວິດ ຂອງແມ່ຍິງ ຂະນະຖືພາ ຫຼືຄອດລູກ ຍັງສູງຢູ່


ອັດຕາການເສຍຊີວິດ ຂອງແມ່ຍິງລາວ ໃນຂະນະຖືພາ ຫຼືຄອດລູກ ຍັງຖືເປັນອັດຕາສະເລ່ຍ ທີ່ສູງທີ່ສຸດ.
ລັດຖະມົນຕີລາວ ຍອມຮັບວ່າອັດຕາການເສຍຊີວິດ ຂອງແມ່
ຍິງລາວຂະນະຖືພາ ຫຼືຄອດລູກຍັງສູງຫຼາຍ ໂດຍມີສາເຫດມາ
ຈາກການທີ່ບໍ່ສາມາດໃຫ້ການເບິ່ງແຍງແມ່ຍິງໄດ້ຢ່າງທົ່ວເຖິງ.

ທ່ານເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງ ສາທາລະນະສຸກຖະແຫລງ
ຍອມຮັບວ່າ ອັດຕາການເສຍຊີວິດ ຂອງແມ່ຍິງລາວ ໃນຂະນະຖືພາ ຫຼືຄອດລູກ ຍັງຖື
ເປັນອັດຕາສະເລ່ຍ ທີ່ສູງທີ່ສຸດເມື່ອທຽບກັບປະເທດ ສະມາຊິກ ໃນກຸ່ມອາຊ່ຽນດ້ວຍກັນ
ເຖິງແມ່ນວ່າ ອັດຕາການເສຍຊີວິດ ຈະຫລຸດລົງຈາກ 650 ຄົນ ໃນປີ 1995 ມາເປັນ 339
ຄົນຕໍ່ 1 ແສນຄົນ ໃນປັດຈຸບັນນີ້ກໍຕາມ ແຕ່ວ່າການທີ່ຈະບັນລຸໃຫ້ໄດ້ເຖິງ 260 ຄົນຕໍ່ 1
ແສນຄົນໃນປີ 2015 ນັ້ນ ກໍຍັງເປັນບັນຫາ ທີ່ຍາກຢ່າງສູງ.

ທັງນີ້ກໍເພາະວ່າການຂາດແຄນດ້ານງົບປະມານ ໄດ້ເຮັດໃຫ້ບໍ່ສາມາດ ຂະຫຍາຍລະບົບ
ການໃຫ້ ບໍລິການ ດ້ານສຸຂະພາບອະນາໄມ ແກ່ແມ່ຍິງລາວທີ່ຖືພາໄດ້ຢ່າງທົ່ວເຖິງ ຈຶ່ງເຮັດ
ໃຫ້ແມ່ຍິງລາວ ມີຄວາມສ່ຽງສູງ ທີ່ຈະເສຍຊີວິດໃນຂະນະຖືພາ ຫຼື​ຄອດລູກນັ້ນເອງດັ່ງທີ່ ທ່ານເອກສະຫວ່າງ ໄດ້ໃຫ້ການຢືນຢັນວ່າ:

“​ໃນ​ທົ່ວ​ປະ​ເທດ​ເຮົາ​ນີ້ ​ແຕ່​ລະ​ມື້​ແມ່ນ​ມີ​ແມ່ຍິງ ຫຼາຍກວ່າ​ໜຶ່ງ​ຄົນ​ເສຍ​ຊີວິດ ​ເນື່ອງ
​ມາ​ຈາກ​ການ​ຖືພາ ​ແລະ ​ການ​ເກີດ​ລູກ ການ​ເສຍ​ຊີວິດ​ຂອງ​ແມ່​ນີ້​ ຍັງ​ເປັນ​ສັນ​ຍານ​
ອັນ​ໜຶ່ງ​ ທີ່​ບົ່ງ​ບອກ​ວ່າ​ສັງຄົມ ​ບໍ່​ສາມາດ​ປົກ​ປ້ອງ​ ຜູ້​ທີ່​ມີ​ຄວາມ​ສ່ຽງ​ທີ່​ສຸດ​ນັ້ນ​ໄດ້ ​ເພາະວ່າ​ການ​ເສ​ຍຊີວິດ​ຂອງ​ແມ່ ​ແລະ ​ເດັກ​ ແມ່ນ​ສິ່ງ​ທີ່​ສາມາດ​ຫລີກ​ລ້ຽງ​ໄດ້
ຖ້າວ່າ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່.”

ບັນຫາ​ການ​ຂາດ​ສານ​ອາຫານ​ ຂອງ​ເດັກ​ນ້ອຍ​ອາຍຸຕ່ຳ​ກວ່າ 5 ປີ ກໍ​ເຮັດ​ໃຫ້​ເດັກນ້ອຍ​ລາວ​ ທີ່​ຕົວ​ເຕ້ຍ​ນັ້ນຍັງ​ມີ​ອັດຕາ​ສະ​ເລ່ຍທີ່​ສູງ​.
ບັນຫາ​ການ​ຂາດ​ສານ​ອາຫານ​ ຂອງ​ເດັກ​ນ້ອຍ​ອາຍຸຕ່ຳ​ກວ່າ 5 ປີ ກໍ​ເຮັດ​ໃຫ້​ເດັກນ້ອຍ​ລາວ​ ທີ່​ຕົວ​ເຕ້ຍ​ນັ້ນຍັງ​ມີ​ອັດຕາ​ສະ​ເລ່ຍທີ່​ສູງ​.

ຍິ່ງໄປ​ກວ່າ​ນັ້ນ ການ​ທີ່​ແມ່ຍິງ​ລາວ​ທີ່​ຖືພາ ບໍ່​ໄດ້​ຮັບ​ການ​ເບິ່ງ
​ແຍງ​ຢ່າງ​ທົ່ວ​ເຖິງ​ດັ່ງກ່າວ​ນີ້ ກໍ​ຍັງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ເຖິງ​
ຜູ້​ເປັນ​ລູກ​ອີກ​ດ້ວຍ ຕົວຢ່າງ​ກໍ​ຄື​ ບັນຫາ​ການ​ຂາດ​ສານ​ອາຫານ
​ຂອງ​ເດັກ​ນ້ອຍ​ອາຍຸຕ່ຳ​ກວ່າ 5 ປີ ກໍ​ເຮັດ​ໃຫ້​ເດັກນ້ອຍ​ລາວ​ ທີ່
​ຕົວ​ເຕ້ຍ​ນັ້ນຍັງ​ມີ​ອັດຕາ​ສະ​ເລ່ຍທີ່​ສູງ​ເຖິງ 38 ​ເປີ​ເຊັນ ​ໃນ​ປັດຈຸ​
ບັນ​ນີ້ ​ໂດຍ​ລົດ​ລົງ​ພຽງ​ແຕ່ 2 ​ເປີ​ເຊັນເທົ່າ​ນັ້ນ ​ເມື່ອທຽບກັບ​ປີ
2006 ທີ່​ຜ່ານ​ມາ.

ສ່ວ​ນ​ເດັກນ້ອຍ​ອາຍຸ​ຕ່ຳ​ກວ່າ 5 ປີ ທີ່​ມີ​ນ້ຳໜັກ​ຕ່ຳ​ກວ່າ​ເກນ​ນັ້ນ
ກໍ​ຍັງ​ຄິດ​ເປັນ​ສັດສ່ວນເຖິງ 32 ​ເປີ​ເຊັນ ​ໃນ​ຂະນະ​ທີ່​ເປົ້າໝາຍ​
ສະຫັດ​ສະ​ວັດ ກໍ​ໄດ້​ວາງ​ເອົາ​ໄວ້​ທີ່​ລະດັບ​ບໍ່​ເກີນ 22 ​ເປີ​ເຊັນ ຂອງ​ຈຳນວນ​ເດັກນ້ອຍ​ທີ່​ມີ​ອາຍຸ​ຕ່ຳ​ກວ່າ 5 ປີ ​ໃນ​ທົ່ວ​ປະ​ເທດ ຈຶ່ງ​ນັບ​ເປັນ​ບັນຫາ​ທ້າ​ທາຍ​ອີ​ກດ້ານ​ໜຶ່ງ ​ທີ່​ເປັນ​ການ​ຍາກ​ທີ່​ຈະ​ດຳ​ເນີນ​ການຈັດຕັ້ງປະຕິບັດ​ ໃຫ້​ບັນລຸ​ເປົ້າໝາຍ​ສະຫັດ​ສະ​ວັດ​ໄດ້ ​ໃນ​ປີ 2005 ​ເພາະວ່ານັບ​ແຕ່​ປີ 2006 ​ເປັນຕົ້ນມາ ທາງ​ການ​ລາວ​ລົດ​ຈຳນວນ​ເດັກນ້ອຍ​ທີ່​ນ້ຳໜັກ​ຕ່ຳ​ກວ່າ​ເກນ​ໄດ້​ພຽງ 5 ​ເປີ​ເຊັນ​ເທົ່າ​ນັ້ນ.

ທາ​ງດ້ານ​ທ່ານ​ນາງ​ອິນ​ລາ​ວັນ ​ແກ້ວ​ບຸນ​ພັນ ລັດຖະມົນຕີ​ຊ່ວຍ​ວ່າການ ​ກະຊວງສາທາລະ
ນະ​ສຸກ ​ໄດ້​ຊີ້​ແຈງ​ວ່າ​ສາ​ເຫດ​ສຳຄັນ​ ທີ່​ເຮັດ​ໃຫ້​ເກີດ​ສະພາບ​ດັ່ງ​ກ່າວ​ໃນ​ລາວ ກໍ​ຄື​ການ​ຂາດ
​ແຄນແພດ ​ແລະ ຜະ​ດຸ​ງຄັນ ທີ່​ຄອຍ​ໃຫ້ການ​ຊ່ວຍ​ເຫຼືອ​ແມ່ຍິງ​ໃນ​ຂະນະຄອດ​ລູກ.

ດ້ວຍ​ເຫດ​ນີ້ ການ​ທີ່​ຈະ​ຈັດຕັ້ງປະຕິບັດ​ ໃຫ້​ສາມາດ​ບັນ​ລຸ​ເປົ້າໝາຍ​ ສະຫັດ​ສະ​ວັດ​ ພັດທະນາ​
ດ້ານ​ສາທາລະນະ​ສຸກ​ດັ່ງກ່າວ​ນີ້ ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳນັ້ນ ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ສູງ​
ທີ່​ຈະ​ຕ້ອງ​ດຳ​ເນີນ​ການ ​ພັດທະນາ​ຊັບພະຍາ​ກອນ​ມະນຸດ ​ແລະ ​ເພີ້ມບຸກຄະ​ລາກອນດ້ານ​
ສາ​ທາ​ລະນະ​ສຸກ​ໃຫ້​ໄດ້​ຢ່າງ​ພຽງພໍ​ ທັງ​ໃນ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບນັ້ນ​ເອງ.

​ໂດຍ​ອັດຕາ​ການ​ມີ​ແພດ ຫຼື​ຜະດຸງຄັນ ທີ່​ຄອຍ​ໃຫ້ການ​ຊ່ວຍ​ເຫຼືອຂະນະ​ຄອດ​ລູກ​ຢູ່​ລາວ​ໃນ​ປັດຈຸບັນ​ນີ້ ຄິດ​ເປັນ​ພຽງ 41 ​ເປີ​ເຊັນ​ ຂອງ​ການ​ເກີດ​ລູກ​ທັງ​ໝົດ​ເທົ່າ​ນັ້ນ ຊຶ່ງ​ຖື​ວ່າ​ເປັນ​ອັດຕາ​ສະ​ເລ່ຍທີ່​ຕ່ຳ​ສຸດ​ ໃນ​ອາ​ຊ່ຽນດ້ວຍ​ກັນ ກໍ​ຄື​ໃນ​ມຽນມາ​ຢູ່​ທີ່​ລະດັບ 64 ​ເປີ​ເຊັນ ກຳປູ​ເຈຍ 71 ​
ເປີ​ເຊັນ ຫວຽດນາມ 88 ​ເປີ​ເຊັນ ​ແລະ ​ໄທ 99 ​ເປີ​ເຊັນ ຕາມ​ລຳດັບ.

ສ່ວນ​ທີ່​ຖື​ວ່າການເສຍຊີວິດ​ ຂອງ​ແມ່​ຍິງ​ລາວ​ຂະນະ​ຖືພາ ຫຼື​ຄອດລູກ​ຍັງ​ຖື​ເປັນ​ອັດຕາ​ສູງ​ທີ່​ສຸດ​ໃນ 10 ປະ​ເທດ​ສະມາ​ຊິກ​ໃນ​ກຸ່ມອ​າຊ່ຽນດ້ວຍ​ກັນນັ້ນ ກໍ​ຄື​ໃນ​ຂະນະ​ທີ່​ອັດຕາ​ການ​ເສ​ຍຊີວິດ​ ຂອງ​ແມ່ຍິງ​ລາວ ຂະນະ​ຖືພາ ຫຼື​ຄອດລູກ​ໃນ​ປັດຈຸ​ບັນ​ນີ້ ຢູ່​ລະດັບ 339 ຄົນ​ຕໍ່ 1 ​ແສນ​ຄົນ​ນັ້ນ ກໍ​ປະກົດ​ວ່າ​ ໃນມຽນມາ​ຢູ່​ລະ​ດັບ 250 ຄົນ ກຳປູ​ເຈຍ 206 ຄົນ ຫວຽດນາມ 56 ຄົນ ​ແລະ ​ໄທ 48 ຄົນ​ຕໍ່ 1 ​ແສນ​ຄົນ​ ຕາມ​ລຳດັບ​ນັ້ນ​ເອງ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG