ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສົ່ງອອກ​​ແຮ່​ທາດຂອງລາວ ​ໃນ​ປີ 2010-2011 ຈະຂະຫຍາຍຕົວ ເກີນ 60%


ຄໍາແທ່ງ ຈາກບໍ່ຄໍາພູເບ້ຍ ໃນແຂວງວຽງຈັນ, ປະເທດລາວ
ຄໍາແທ່ງ ຈາກບໍ່ຄໍາພູເບ້ຍ ໃນແຂວງວຽງຈັນ, ປະເທດລາວ

ທາງ​ການ​ລາວ​ຄາດໝາຍ​ວ່າການ​ສົ່ງ​ອອກ​ແຮ່​ທາດ​ໄປ​ຕ່າງປະ​ເທດ​ໃນ​ໄລຍະ​ແຜນການ​ ປີ 2010-2011 ນີ້ ຈະຂະຫຍາຍຕົວ​ເພີ່ມ​ຂຶ້ນ ​ເກີນ​ກວ່າ 60% ​ເມື່ອ​ທຽບ​ໃສ່​ກັບ​ແຜນການ​ປີ 2009-2010 ທີ່​ຜ່ານ​ມາ.

ທາງ​ການ​ກະຊວງ​ພະລັງງານ
ແລະ​ບໍ່​ແຮ່​ຂອງ​ລາວ​ໄດ້​ສະ​ເໜີ
ລາຍ​ງານ​ ຄາດໝາຍ​ວ່າການ​
ສົ່ງ​ອອກ​ແຮ່​ທາດ​ຈາກລາວ​ໄປ
ຕ່າງປະ​ເທດ​ໃນ​ຕະຫລອດ​ໄລຍະ
ແຜນການ​ປະ​ຈໍາປີ 2010-2011
ນີ້​ຈະ​ຂະ​ຫຍາ​ຍຕົວ​ເພີ່ມ​ຂຶ້ນ​ເຖິງ
61% ​ເມື່ອ​ທຽບ​ໃສ່​ກັບ​ແຜນການ
ປະ​ຈໍາປີ 2009-2010 ທີ່​ຜ່ານ​
ມາ ຊຶ່ງ​ກໍ​ຈະເຮັດ​ໃຫ້ການ​ສົ່ງ​
ອອກ​ແຮ່​ທາດ​ມີ​ມູນຄ່າ​ລວມທັງ​
ໝົດ​ເຖິງ 778 ລ້ານ​ໂດ​ລາ. ທັງ​
ນີ້​ກໍ​ເນື່ອງ​ຈາກ​ວ່າ​ ໄດ້​ຮັບ​ຜົນ​ດີ​ຈາກ​ສອງ​ເງື່ອນ​ໄຂ​ທີ່​ສໍາຄັນ​ດ້ວຍ​ກັນ ກໍ​ຄື​ການ​ເພີ່ມ​ຂຶ້ນຂອງ​
ລາຄາ​ແຮ່​ຄໍາ​ແລະ​ແຮ່​ທອງ​ແດງ​ໃນ​ຕະຫລາດ​ໂລກ ​ແລະ​ການ​ທີ່​ບັນດາ​ບໍລິສັດ​ຜູ້​ລົງທຶນ​ໃນ
ການ​ຂຸດ​ຄົ້ນ​ບໍ່​ແຮ່​ຢູ່​ໃນ​ລາວ​ ຕ່າງ​ກໍ​ໄດ້​ພາກັນ​ວາງ​ເປົ້າໝາຍ​ທີ່​ຈະ​ເພີ່ມ​ຜົນ​ຜະລິດການ​ຂຸດ​
ຄົ້ນ​ບໍ່​ແຮ່​ໃຫ້​ຫລາຍ​ຂຶ້ນ ກວ່າ​ປີ​ກາຍ​ນີ້.

ພ້ອມ​ກັນ​ນີ້​ ເພື່ອ​ເປັນ​ການ​ແກ້​ໄຂ​ບັນຫາ​ຄວາມ​ຍາກຈົນ​ຂອງ​ປະຊາຊົນ​ລາວ​ໃຫ້​ໄດ້​ຢ່າງ​ມີ​ປະ
ສິດທິ​ຜົນ​ຫລາຍ​ຂຶ້ນດ້ວຍ​ນັ້ນ ລັດຖະບານ​ລາວ​ກໍ​ຍັງ​ໄດ້​ໃຫ້​ຄວາມ​ສໍາຄັນ​ເປັນ​ພິ​ເສດ​ກັບ​ການ
ສົ່ງ​ເສີມ​ໃຫ້​ບໍລິສັດ​ຕ່າງ​ຊາດ​ເຂົ້າມາ ລົງທຶນ​ຂຸດ​ຄົ້ນ​ບໍ່​ແຮ່​ໃນ​ລາວ​ໃຫ້​ຫລາຍ​ຂຶ້ນນັບ​ມື້​ອີກ​ດ້ວຍ.

ລາຍ​ງານ​ຫລ້າ​ສຸດ​ຂອງ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່​ຂອງ​ລາວ​ໄດ້​ລະບຸ​ວ່າ ​ຈົນ​ເຖິງ​ປັດຈຸບັນ​
ນີ້ ທາງການ​ລາວ​ໄດ້​ອະນຸມັດ​ສໍາ​ປະ​ທານ​ການ​ຂຸດ​ຄົ້ນ​ແຮ່​ທາດ​ໃຫ້​ກັບ​ພາກ​ເອກະ​ຊົນ​ໄປ​ແລ້ວ
154 ລາຍ ຊຶ່ງ​ເປັນ​ການ​ອະນຸມັດ​ສໍາ​ປະທານ​ໃນ 269 ​ໂຄງການ ຄິດ​ເປັນ​ມູນ​ຄ່າ​ການ​ລົງ
ທຶນ ​ລວມ​ຫລາຍ​ກວ່າ 3,000 ລ້ານ​ໂດ​ລາ ​ແລະ​ໃນ​ນີ້​ເປັນ​ການ​ລົງທຶນ​ຂອງ​ຕ່າງ​ຊາດ 186
ໂຄງການ ​ໂດຍ 118 ບໍລິສັດ​. ສ່ວນ​ທີ່​ເຫລືອ​ນັ້ນ ​ເປັນ​ບໍລິສັດ​ໃນ​ປະ​ເທດລາວ​ເອງ.

ສໍາລັບ​ການ​ລົງທຶນ​ຂອງ​ຕ່າງ​ຊາດ​ທີ່​ຖື​ວ່າ​ມີ​ຂະໜາດ​ໃຫຍ່​ທີ່​ສຸດ ​ແລະ​ກໍ​ໄດ້​ສົ່ງ​ອອກ​ແຮ່​ທາດ​
ຈາກ​ລາວ​ໄປ​ຕ່າງປະ​ເທດ​ແລ້ວນັ້ນ ກໍ​ຄື​ຢູ່​ທີ່​ເມືອງ​ວີລະ​ບູລີ ​ແຂວງ​ສະ​ຫວັນນະ​ເຂດ ສ່ວນ​ອີກ
ໂຄງ​ການ​ນຶ່ງ​ທີ່​ໄດ້​ເລີ່​ມສົ່ງ​ອອກ​ແຮ່​ຄໍາແລະ​ທອງ​ແດງ​ໄປ​ຕ່າງປະ​ເທດ ​ນັບ​ແຕ່​ປີ​ກາຍ​ມາແລ້ວ​
ນັ້ນ ກໍ​ຄື​ຢູ່​ທີ່​ເຂດ​ພູ​ເບ້ຍ​ໃນ​ແຂວງ​ວຽງ​ຈັນ​ແລະ​ແຂວງ​ຊຽງຂວາງ ​ແລະ​ຄາດໝາຍ​ວ່າການ​ສົ່ງ​
ອອກ​ແຮ່​ຄໍາ​ແລະ​ທອງ​ແດງ​ຂອງ​ທັງ​ສອງໂຄງການ​ໃນ​ແຜນການ​ປີ​ນີ້ ​ຈະ​ກວມ​ເອົາ​ເຖິງ 97% ຂອງ​ມູນ​ຄ່າ​ການ​ສົ່ງ​ອອກ​ແຮ່​ທາດ​ທັງ​ໝົດ.

ບ່ອນຂຸດຄົ້ນຖ່ານລິກໃນເພື່ອສົ່ງອອກ ຢູ່ພາກເໜືອ ຂອງລາວທີ່ມີສ່ວນພາໃຫ້ເກີດ​ບັນຫາ​ມົນ​ລະ​ພິດຕໍ່ ​ແຫ​ລ່ງນໍ້າ​ແລະ​ສະພາບ​ແວດ​ລ້ອມ
ບ່ອນຂຸດຄົ້ນຖ່ານລິກໃນເພື່ອສົ່ງອອກ ຢູ່ພາກເໜືອ ຂອງລາວທີ່ມີສ່ວນພາໃຫ້ເກີດ​ບັນຫາ​ມົນ​ລະ​ພິດຕໍ່ ​ແຫ​ລ່ງນໍ້າ​ແລະ​ສະພາບ​ແວດ​ລ້ອມ

ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ​
ລາວ​ກໍ​ຍອມຮັບ​ວ່າການ​ຂຸດ​ຄົ້ນ
ບໍ່​ແຮ່​ໃນ​ຫລາຍໆ​ພື້ນ​ທີ່ ​ກໍ​ນັບ​
ເປັນສາ​ເຫດ​ສໍາຄັນ​ທີ່​ເຮັດ​ໃຫ້​
ເກີດ​ບັນຫາ​ມົນ​ລະ​ພິດ​ຕໍ່​ແຫ​ລ່ງ
ນໍ້າ​ແລະ​ສະພາບ​ແວດ​ລ້ອມ​ທໍາ
ມະ​ຊາດ​ຢ່າງ​ກວ້າງຂວາງ ດັ່ງ​ທີ່
ທ່ານ​ຄໍາ​ພັນ ພົມ​ມະ​ທັດ ​ເຈົ້າ​
ແຂວງ​ອັດ​ຕະປື ​ໄດ້​ຊີ້​ແຈງ​ເຖິງ​
ສະພາບ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ ​ແຂວງ​ວ່າ:

“​ໃນ​ນັ້ນ​ ມັນ​ກໍ​ມີ​ບັນດາ​ໂຄງ
ການ​ແນວ​ນີ້ ​ໂຄງການ​ສ້າງ​
ເຂຶ່ອນ​ໄຟຟ້າ​ເຊ​ກະ​ໝານ 3
ຢູ່​ເມືອງ​ດາກ​ຈຶງ ກັບ​ໂຄງການ​ສ້າງ​ເຂື່ອນເຊ​ກະ​ໝານ 1 ຢູ່​ທີ່​ແຂວງ​ອັດ​ຕະປືອີກ​
ກໍ​ມີ​ການ​ເຄື່ອນ​ໄຫວ ຂອງ​ວ່າ​ເຮັດ​ໃສ່​ນໍ້າເດ ມັນ​ຕ້ອງໄດ້​ເຈາະທາງ​ລະບາຍ​ນໍ້າ
ມັນ​ຕ້ອງ​ໄດ້​ເຈາະ​ໄດ້​ຈົກ​ລະ​ເບີດ​ອີ່ຫຍັງ​ຕ່າງໆ ​ແລ້ວ​ທັງ​ໝົດ​ນີ້​ມັນ​ກໍ​ໄດ້​ເປັນ​ຜົນ​
ສະທ້ອນ ທີ່​ຕົກ​ໃສ່​ນໍ້າ ພ້ອມ​ກັນ​ນັ້ນ ການ​ເຮັດ​ທາງ​ມັນ​ກໍ​ຕ້ອງ​ມີ​ການ​ຈົກ​ການລ​ະ​
ເບີດ ຕ້ອງ​ໄດ້​ຂຸດ​ດິນ​ອອກ ທັງ​ໝົດນີ້​ກໍເຮັດ​ໃຫ້​ດິນ​ປີ້ນ​ຂຶ້ນມາ ນອກຈາກ​ນີ້​ທາງ
ລັດຖະບານ​ກໍ​ໄດ້​ອະນຸຍາດ​ໃຫ້​ມີ​ການ​ຂຸດ​ຄົ້ນ​ຄໍາ ກໍ​ເຮັດໃສ່​ນໍ້າ​ນັ້ນ​ແຫລະ.”

ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ​ບັນດາ​ນາຍທຶນ​ລາວ​ແລະ​ຫວຽດນາມ​ທີ່​ໄດ້​ດໍາ​ເນີນ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ນັ້ນ​ຕ່າງ​ກໍ​ໄດ້​ພາກັນ​ປ່ອຍ​ສານ​ເຄມີ​ຈາກ​ເໝືອງ​ແຮ່​ລົງ​ສູ່​ແຫ​ລ່ງນໍ້າ​ທໍາມະ​ຊາດ ​ໂດຍ​ສະ​ເພາະແມ່ນ​ນໍ້າ​ເຊ​ກະ​ໝານ ອັນ​ເປັນ​ທັງ​ແຫ​ລ່ງນໍ້າ​ກິນ​ແລະ​ແຫ​ລ່ງນໍ້າ​ໃຊ້​ຂອງ​ປະຊາຊົນ​ສ່ວນ​ໃຫຍ່​ ໃນ​ແຂວງ​ອັດ​ຕະປື ຈຶ່ງໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ປະຊາຊົນ​ລາວໃນພື້ນ​ທີ່​ຢ່າງ​ກວ້າງຂວາງ​ ນັບ​ເປັນ​ລະຍະ​ເວລາ​ກວ່າ 2 ປີ​ມາ​ແລ້ວ.

XS
SM
MD
LG