ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຕ້ອງການທຶນ ເພື່ອປັບປຸງ ລະບົບພະຍາກອນອາກາດ


ເຂດນຶ່ງຂອງແຂວງວຽງຈັນ ທີ່ຖືກນໍ້າຖ້ວມ ຍ້ອນພາຍຸນົກເຕັນ ໃນປີ 2011
ເຂດນຶ່ງຂອງແຂວງວຽງຈັນ ທີ່ຖືກນໍ້າຖ້ວມ ຍ້ອນພາຍຸນົກເຕັນ ໃນປີ 2011
ກົມອຸຕຸນິຍົມວິທະຍາ ແລະອຸທົກກະສາດຂອງລາວ ຕ້ອງການ
ງົບປະມານຫຼາຍຂຶ້ນສໍາລັບການພັດທະນາລະບົບເທັກໂນໂລຈີ
ດ້ານຂໍ້ມູນ-ຂ່າວສານ ໃນການພະຍາກອນອາກາດໃຫ້ທັນກັບ ສະຖານະການທີ່ເປັນຈິງ.

ທ່ານວັນດີ ດວງມາລາ ຫົວໜ້າຝ່າຍພະຍາກອນສະພາບອາກາດ
ກົມອຸຕຸນິຍົມ ວິທະຍາ ແລະອຸທົກກະສາດ ໄດ້ໃຫ້ການຍອມຮັບ
ວ່າ ສະພາວະການຂາດແຄນທາງ ດ້ານງົບປະມານໄດ້ເປັນຜົນ ເຮັດໃຫ້ການແຈ້ງເຕືອນປະຊາຊົນກ່ຽວກັບສະພາບອາກາດໃນ
ລາວ ສາມາດປະຕິບັດໄດ້ຢ່າງຈໍາກັດ ແລະຜົນທີ່ຕິດຕາມມານັ້ນ
ກໍຄືປະຊາຊົນໃນຫຼາຍໆພື້ນທີ່ໃນລາວບໍ່ໄດ້ຮັບຂໍ້ມູນຂ່າວສານ
ກ່ຽວກັບການພະຍາກອນ ສະພາບອາກາດເປັນການລ່ວງໜ້າ ຈຶ່ງບໍ່ມີການຕຽມພ້ອມໃນທຸກໆດ້ານເພື່ອຮັບມື ກັບສະພາບອາກາດທີ່ເກີດຂຶ້ນ.

ໂດຍສະເພາະແມ່ນສະພາບອາກາດທີ່ປັ່ນປ່ວນ ເຊັ່ນ ພາຍຸໂຊນຮ້ອນ ໄພໜາວ ແລະໄພ
ແຫ້ງແລ້ງນັ້ນໄດ້ກໍ່ໃຫ້ເກີດຄວາມເສຍຫາຍໃນລາວຢ່າງກວ້າງຂວາງ ແລະໜັກໜ່ວງໃນ
ຕະຫຼອດຊ່ວງ 5 ປີມານີ້ ຊຶ່ງກໍເປັນຍ້ອນສາເຫດທີ່ສໍາຄັນປະການນຶ່ງ ຈາກການທີ່ໜ່ວຍ
ງານທີ່ຮັບຜິດຊອບດ້ານພະຍາກອນອາກາດໃນທົ່ວປະເທດລາວ ຍັງຂາດລະບົບເທັກໂນ
ໂລຈີໃນການເຜີຍແຜ່ຂໍ້ມູນ-ຂ່າວສານທີ່ທັນສະໄໝ.

ການສ້ອມແປງລະບົບຊົນລະປະທານຄືນ ລຸນຫລັງທີ່ຖືກນໍ້າຖ້ວມແລ້ວ
ການສ້ອມແປງລະບົບຊົນລະປະທານຄືນ ລຸນຫລັງທີ່ຖືກນໍ້າຖ້ວມແລ້ວ

ຍິ່ງໄປກວ່ານັ້ນ ການແຈ້ງການເຕືອນກ່ຽວກັບການພະຍາ
ກອນອາກາດຂອງລາວທີ່ ເປັນຢູ່ໃນທຸກມື້ນີ້ ຍັງບໍ່ເປັນລະບົບ
ອັດຕະໂນມັດອີກດ້ວຍ ຫາກແຕ່ຍັງເປັນການຂຽນລາຍງານ
ການພະຍາກອນອາກາດແລ້ວຈຶ່ງມີການຈັດສົ່ງເປັນໂທລະ
ພິມໄປ ຕາມໜ່ວຍງານຕ່າງໆ ທີ່ກ່ຽວຂ້ອງໃນທົ່ວປະເທດ ຊຶ່ງກໍຈໍາກັດຢູ່ສະເພາະພາຍໃນ ຕົວເມືອງເທົ່ານັ້ນ ແລະຖ້າ
ຫາກເປັນວັນຢຸດລັດຖະການດ້ວຍແລ້ວ ກໍໝາຍຄວາມວ່າ
ການພະຍາກອນອາກາດດັ່ງກ່າວກໍຈະໄປບໍ່ເຖິງການຮັບຮູ້
ຂອງປະຊາຊົນລາວອີກດ້ວຍ ເພາະສະນັ້ນ ຈຶ່ງມີຄວາມ
ຈໍາເປັນຢ່າງຍິ່ງທີ່ຈະຕ້ອງມີການນໍາໃຊ້ເທັກໂນໂລຈີດ້ານຂໍ້ມູນ-ຂ່າວສານທີ່ທັນສະໄໝ ທັງລະບົບ ຫາກບໍ່ສະນັ້ນແລ້ວລາວກໍຍັງຈະຕ້ອງປະເຊີນກັບຄວາມສ່ຽງຈາກໄພພິບັດທໍາ ມະຊາດຕໍ່ໄປ ດັ່ງທີ່ທ່ານວັນດີ ໄດ້ ໃຫ້ການຢືນຢັນວ່າ:

ໃນໄລຍະ 5 ປີຜ່ານມາ ສປປ.ລາວແມ່ນໄດ້ຮັບຜົນກະທົບຄືໃນປີ 2008 ສະ
ພາບນໍ້າຖ້ວມໃຫຍ່ແຕ່ເຂດພາກກາງລົງຫາພາກໃຕ້ ໃນປີ 2009 ພາຍຸເຂດ
ຮ້ອນເກດສະໜາ ໃນປີ 2011 ສປປ.ລາວໄດ້ຮັບຜົນກະທົບຈາກພາຍຸເຂດ
ຮ້ອນຈໍານວນ 5 ຫົວແລະໃນນີ້ຜົນກະທົບໜັກໜ່ວງກວ່າໝູ່ແມ່ນພາຍຸໄຫໝາ
ແລະ ພາຍຸນົກເຕັນ.”


ການບໍລິຈາກເຂົ້າຂອງສະຫະລັດແກ່ລາວເພື່ອບັນເທົາທຸກຈາກໄພນໍ້າຖ້ວມ ໃນປີ 2011
ການບໍລິຈາກເຂົ້າຂອງສະຫະລັດແກ່ລາວເພື່ອບັນເທົາທຸກຈາກໄພນໍ້າຖ້ວມ ໃນປີ 2011

ປະຊາຊົນລາວໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພພິບັດ
ທໍາມະຊາດນັບຈາກປີ 2008 ເປັນຕົ້ນມາ ໂດຍສະເພາະແມ່ນ
ໄພນໍ້າຖ້ວມຄັ້ງໃຫຍ່ໃນເຂດແຂວງພາກໃຕ້ ທີ່ເກີດຈາກພາຍຸ
ໂຊນຮ້ອນເກດສະໜາໃນປີ 2010 ຕິດຕາມດ້ວຍພາຍຸໂຊນຮ້ອນ
ໄຫໝາ ແລະພາຍຸນົກເຕັນໃນປີ 2011 ລວມເຖິງປະລິມານນໍ້າ
ຝົນທີ່ຕົກລົງມາ ຢ່າງຫຼວງຫຼາຍໃນທ້າຍປີ 2012 ກໍໄດ້ເຮັດໃຫ້
ພື້ນທີ່ປູກເຂົ້າຂອງກະເສດຕະກອນລາວ ເສຍຫາຍໄປຄິດເປັນ
ພື້ນທີ່ລວມກັນຫຼາຍແສນເຮັກຕ້າ ໂດຍຖ້າຫາກຄິດໄລ່ ຕາມລະ
ດັບປະສິດທິພາບໃນການຜະລິດໂດຍສະເລ່ຍຂອງກະເສດຕະ
ກອນລາວກໍ ຈະໄດ້ວ່າຜົນຜະລິດເຂົ້າທີ່ເສຍຫາຍໄປເພາະໄພ
ນໍ້າຖ້ວມທີ່ເກີດຂຶ້ນນັ້ນ ມີປະລິມານລວມກັນຫຼາຍກວ່າ 7 ແສນໂຕນນັ້ນເອງ.

ຍິ່ງໄປກວ່ານັ້ນ ເມື່ອປະກອບກັບໄພນໍ້າຖ້ວມຄັ້ງໃຫຍ່ກໍຍັງໄດ້ເຮັດໃຫ້ຄອງຊົນລະປະທານ
ໃນພື້ນທີ່ 12 ແຂວງຈາກທັງໝົດ 17 ແຂວງຂອງລາວຕ້ອງເສຍຫາຍໄປຫຼາຍກວ່າ 500 ໂຄງ
ການ ແລະການສ້ອມແປງໃຫ້ກັບຄືນມາໃຊ້ການໄດ້ ຕາມປົກກະຕິກໍຈະຕ້ອງໃຊ້ງົບປະມານ
ບໍ່ໜ້ອຍກວ່າ 170 ຕື້ກີບ ໃນຂະນະທີ່ລັດຖະບານລາວກໍສາມາດຕອບສະໜອງໃຫ້ໄດ້
ພຽງແຕ່ 30 ຕື້ກີບເທົ່ານັ້ນດ້ວຍແລ້ວ ກໍໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຮັດໃຫ້ການຜະລິດເຂົ້າ
ໃນລາວບໍ່ໄດ້ຕາມເປົ້າໝາຍແຜນການທີ່ວາງໄວ້ເລື້ອຍມາອີກດ້ວຍ.

ນອກຈາກນັ້ນ ຖ້າຫາກວ່າລາວຍັງບໍ່ສາມາດທີ່ຈະຕຽມພ້ອມຮັບມືກັບໄພພິບັດທໍາມະຊາດ
ໄດ້ຄືກັບໃນໄລຍະທີ່ຜ່ານມາ ກໍຍັງຈະສົ່ງຜົນກະທົບຕໍ່ເປົ້າໝາຍສະຫັດສະວັດການພັດ
ທະນາຂອງລັດຖະບານລາວທີ່ ຈະຮັບປະກັນການຜະລິດສະບຽງອາຫານໃຫ້ໄດ້ ພຽງພໍ
ກັບຄວາມຕ້ອງການພາຍໃນປະເທດ ແລະເພີ່ມການສົ່ງອອກສິນຄ້າໄປຕ່າງປະເທດໃຫ້
ຫຼາຍຂຶ້ນ ໂດຍສະເພາະແມ່ນການເພີ່ມຜົນຜະລິດເຂົ້າໃຫ້ບັນລຸເຖິງ 4.2 ລ້ານໂຕນ
ໃນປີ 2015 ອີກດ້ວຍ.
XS
SM
MD
LG