ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວອະນຸຍາດໃຫ້ສຶກສາສໍາຫລວດ ໂຄງການສ້າງເຂື່ອນອີກ 7 ແຫ່ງ


ຈຸດບ່ອນສ້າງເຂື່ອນຢູ່ຕາມລໍາແມ່ນໍ້າຂອງ
ຈຸດບ່ອນສ້າງເຂື່ອນຢູ່ຕາມລໍາແມ່ນໍ້າຂອງ

ເຈົ້າໜ້າ​ທີ່ຂັ້ນ​ສູງ​ຂອງ​ລາວ​ຢືນຢັນ​ວ່າ ທາງ​ການ​ລາວ​ໄດ້​ອະນຸຍາດ ​ໃຫ້​ບໍ​ລິ​ສັດ​ຕ່າງ​ຊາດທໍາ​ການ​ ສຶກສາ​ຄວາມ​ເປັນ​ໄປ​ໄດ້​​ ໃນການ​ກໍ່ສ້າງ​ເຂື່ອນ​ເທິງ​ແມ່​ນໍ້າຂອງ​ໃນ​ເຂດ​ປະ​ເທດ​ລາວ​ ແລ້ວເຖິງ 7 ​ໂຄງການ​ ​ແຕ່​ວ່າການ​ອະນຸຍາດດັ່ງກ່າວ​ຍັງ​ບໍ່​ແມ່ນການອະນຸມັດ ໃຫ້​ທໍາ​ການ ​ກໍ່ສ້າງ​ເຂື່ອນ​ແຕ່​ຢ່າງ​ໃດ.

ທ່ານ​ໄຊ​ປະ​ເສີດ ພົມ​ສຸພາ ຫົວໜ້າ​ກົມ​ສົ່ງ​ເສີມ​ແລະ​ພັດທະນາ​ພະລັງງານ​ ຂອງ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່​ຂອງລາວ​ ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ຈົນ​ເຖິງ​ປັດຈຸບັນ​ນີ້ ທາງ​ການ​ລາວ​ໄດ້​ອະນຸຍາດ​ໃຫ້​ບໍລິສັດ​ຈາກ​ຕ່າງປະ​ເທດ ທໍາ​ການ​ສຶກສາ​ສໍາຫລວດ​ຄວາມ​ເປັນ​ໄປ​ໄດ້ ​ຂອງ​ໂຄງການ​ກໍ່ສ້າງ​ເຂື່ອນ​ເທິງ​ແນວ​ແມ່​ນໍ້າຂອງ​ ສະ​ເພາະ​ໃນ​ເຂດ​ປະ​ເທດ​ລາວ​ໄປ​ແລ້ວ​ ​ເຖິງ 7 ​ໂຄງການ ຊຶ່ງ​ປະກອບ​ດ້ວຍ​ໂຄງການ​ເຂື່ອນປາກ​ແບ່ງ ​ເຂື່ອນຫລວງ​ພະ​ບາງ ​ເຂື່ອນດອນ​ໂຂງ ​ແລະ​ເຂື່ອນທ່າ​ຄໍ້ ​ໂດຍ 5 ​ໂຄງການມີ​ເປົ້າໝາຍທີ່​ຈະ​ສົ່ງ​ກະ​ແສ​ໄຟຟ້າ​ໄປ​ຂາຍ​ໃຫ້​ກັບ​ໄທ. ສ່ວນ​ອີກ 2 ​ໂຄງການ​ທີ່​ເຫລືອ ​ກໍ​ຈະ​ສົ່ງ​ກະ​ແສ​ໄຟຟ້າ​ຂາຍ​ໃຫ້​ຫວຽດນາມ 1 ​ໂຄງ ການ ​ແລະ​ຕອບສະໜອງ​ການ​ຊົມ​ໃຊ້​ໄຟຟ້າພາຍ​ໃນ​ປະ​ເທດ 1 ​ໂຄງການ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານໄຊ​ປະ​ເສີດ ກໍ​ໄດ້​ໃຫ້ການ​ເນັ້ນ​ຍໍ້າວ່າ ການ​ອະນຸຍາດ​ດັ່ງກ່າວ​ນີ້​ບໍ່​ ໄດ້​ໝາຍ​ເຖິງ​ການ​ອະນຸຍາດ​ໃຫ້​ບໍລິສັດ​ຕ່າງ​ຊາດ​ທໍາ​ການ​ກໍ່ສ້າງ​ເຂື່ອນ​ແຕ່​ຢ່າງ​ໃດ ​ເພາະວ່າ​ການ​ທີ່​ຈະ​ອະນຸມັດ​ໃຫ້​ບໍລິສັດ​ຕ່າງ​ຊາດ​ສາມາດ​ລົງມື​ດໍ​າ​ເນີນ​ການ​ກໍ່ສ້າງ​ເຂື່ອນ​ໄດ້​ນັ້ນ ​ກໍ​ຈະ​ຂຶ້ນຢູ່​ກັບ​ຜົນ​ທີ່​ໄດ້​ຮັບ​ຈາກ​ການ​ສຶກສາ​ສໍາຫລວດ​ຄວາມ​ເປັນ​ໄປ​ໄດ້​ ຂອງ​ແຕ່ລະ​ໂຄງການ​ເປັນ​ສໍາຄັນ.

ຍິ່ງ​ໄປ​ກວ່າ​ນັ້ນ ສໍາລັບ​ໂຄງການ​ທີ່​ໄດ້​ທຳ​ການ​ສຶກສາ​ສຳ​ຫລວດ ແລ້ວ​ພົບ​ວ່າ​ມີ​ຄວາມ​ເປັນໄປ​ໄດ້​ແລະ​ຄຸ້ມ​ຄ່າ​ທີ່​ຈະ​ ລົງທຶນ​ກໍ່ສ້າງ​ຕໍ່​ໄປ​ນັ້ນ ທາງ​ການ​ລາວ​ກໍ​ຍັງ​ຈະ​ສ​ະ​ເໜີ​ແຜນການ​ກໍ່ສ້າງ​ຕໍ່​ຄະນະ​ກໍາມາ​ທິການ​ແມ່​ນໍ້າຂອງ ຫລື MRC ​ແລະ​ປະ​ເທດ​ສະມາຊິກ​ໃນ MRC ດ້ວຍ​ກັນ ​ເພື່ອ​ໃຫ້ການ​ຮັບຮອງແຜນການ ​ທີ່​ຈະ​ດໍາ​ເນີນ​ການ​ກໍ່ສ້າງ​ເຂື່ອນດັ່ງກ່າວ​ດ້ວຍ ດັ່ງ​ທີ່​ທ່ານ​ໄຊ​ປະ​ເສີດ ​ໄດ້​ຖະ​ແຫລ​ງຊີ້​ແຈງ​ໃນ​ຕອນ​ນຶ່ງ​ວ່າ:

“MOU ໝາ​ຍຄວາມ​ວ່າ​ອະນຸຍາດ​ໃຫ້​ສຶກສາ​ ຍັງ​ບໍ່​ແມ່ນ​ການ​ໃຫ້​ສິດທິ​ສໍາ​ປະທານ ຄື​ສຶກສາ​ໃຫ້​ຮູ້​ວ່າ​ ມັນ​ມີ​ຄວາມ​ເປັນ​ໄປ​ໄດ້​ທາງ​ດ້ານ​ເທ​ກນິກ ທາງ​ດ້ານ​ການ​ເງິນ ທາງ​ດ້ານ​ສິ່ງ​ແວດ​ລ້ອມ ທາງ​ດ້ານ​ສັງຄົມ ​ແລະ​ເປັນ​ທີ່​ຍອມຮັບ​ໄດ້​ ຂອງ​ຜູ້​ມີ​ສ່ວນ​ຮ່ວມ​ຫລື​ຜູ້​ບໍ່​ມີ​ສ່ວນ​ຮ່ວມ ກໍ​ຄື​ປະ​ເທດ​ພາຄີ​ແມ່​ນໍ້າຂອງ​. ຢູ່​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກໍ​ໄດ້ເວົ້າ​ແຈ້ງວ່າ ຖ້າວ່າ​ສຶກສາ​ອອກ​ມາ​ແລ້ວ ຖ້າວ່າ​ໂຄງການ​ເປັນ​ໄປ​ບໍ່​ໄດ້ ​ແລະ​ໄດ້​ຖືກ​ຍົກ​ເລີກ​ໄປ​ ກໍ​ແມ່ນ​ເປັນ ຄວາມ​ຮັບຜິດຊອບ​ຂອງ​ຜູ້​ພັດທະນາ ​ໂດຍ​ທີ່​ຜ່ານ​ມາ​ ກໍ​ມີ​ຫລາຍ​ໂຄງການ​ທີ່​ມັນ​ເປັນ​ໄປ​ບໍ່​ໄດ້​ ກໍໄດ້​ຖືກ​ຍົກ​ເລີກ.”

ກ່ອນ​ໜ້າ​ນີ້ ທາງ​ການ​ລາວ​ກໍ​ຍັງ​ໄດ້​ອະນຸຍາດ​ໃຫ້​ບໍ​ລິ​ສັດ​ເອກ​ກະ​ຊົນ​ໄທ ​ດໍາ​ເນີ​ນການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງໂຄງການ​ກໍ່ສ້າງ​ເຂື່ອນ​ເທິງ​ແນວ​ແມ່​ນໍ້າຂອງ​ໄປ​ແລ້ວ 2 ​ໂຄງການ ຊຶ່ງ​ມີ​ທີ່​ຕັ້ງ​ຢູ່​ເຂດ​ຕິດ​ຕໍ່​ຊາຍ​ແດນ​ໃນ​ແນວ​ແມ່ນໍ້າຂອງ​ລະຫວ່າງ​ລາວ​ກັບ​ໄທ ກໍ​ຄື​ເຂື່ອນ​ໄຊ​ຍະ​ບູລີ ກັບ​ໂຄງການ​ເຂື່ອນບ້ານ​ກຸ່ມ ​ທີ່​ມີ​ເປົ້າໝາຍ​ຈະ​ຜະລິດ​ກະ​ແສ​ໄຟຟ້າ ​ສົ່ງ​ຂາຍ​ໃຫ້​ກັບ​ໄທເຊັ່ນ ​ດຽວ​ກັນ.

ແຕ່​ຢ່າງ​ໃດ​ກໍ​ຕາມ ​ແຜນການ​ດັ່ງກ່າວ​ນີ້ກໍ​ຖືກ​ບັນດາ​ນັກ​ອະນຸລັກ​ຊັບພະຍາກອນ​ທໍາ​ມະ​ຊາດ ​ທັ​ງໃນ​ພູ​ມີ​ພາກ​ເອ​ເຊຍຕາ​ເວັນ​ອອກ​ສຽງ​ໃຕ້ ​ແລະ​ລະດັບ​ສາກົນ ​ເຄື່ອນ​ໄຫວ​ຄັດຄ້ານ​ຢ່າງ​ກວ້າງຂວາງ ​ເນຶ່ອງຈາກ​ເຊື່ອ​ວ່າກາ​ນກໍ່ສ້າງ​ເຂື່ອນ​ເທິງ​ແນວ​ແມ່​ນໍ້າຂອງ​ ຈະ​ສົ່ງ​ຜົນ​ກະທົບ​ຕໍ່ ​ສະພາບ​ແວດ​ລ້ອມ​ທໍ​າມະ​ຊາດ​ແລະ​ສັດ​ນໍ້າ ​ທີ່​ຈະ​ຜົນ​ກ​ະທົບຕໍ່ເນຶ່ອງ​ໄປ​ເຖິງຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ຂອງ​ປະຊາຊົນ​ຫລາຍ​ກວ່າ 60 ລ້ານ​ຄົນ​ ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງຢ່າງ ​ຫລີກ​ລ່ຽງບໍ່​ໄດ້.

ທັງ​ນີ້​ໂດຍ​ສະ​ເພາະ​ແມ່ນ​ໂຄງການເຂື່ອນບ້ານ​ກຸ່ມ​ນັ້ນ ​ເນຶ່ອງຈາກ​ວ່າ​ເປັງ​ໂຄງການ​ທີ່​ຈະ​ກວມ​ເອົາ​ພື້ນ​ທີ່ ​ທີ່​ຍາວ​ໄປ​ຕາມ​ແນວ​ແມ່​ນໍ້າຂອງ​ ຫລາຍ​ກວ່າ 100 ກິ​ໂລແມດນັ້ນ ​ກໍ​ຍັງ​ເຮັດ​ໃຫ້​ຕ້ອງ​ມີ​ການ​ຍົກ​ຍ້າຍ​ປະຊາຊົນ​ລາວ​ແລະ​ໄທ ​ຫລາຍ​ພັນ​ຄອບຄົວ​ອອກ​ໄປ​ຈາກ​ພື້ນ​ທີ່​ສອງ​ຝັ່ງ​ແມ່​ນໍ້າຂອງ. ສ່ວນ​ຕົວ​ເຂື່ອນນັ້ນ ​ກໍ​ຍັງ​ຈະ​ຂວາງ​ກັ້ນ​ເສັ້ນທາງ​ສັນຈອນ​ຂອງ​ສັດ​ນໍ້າ ຊຶ່ງ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເນຶ່ອງໄປເຖິງ​ການ​ຜະສົມ​ພັນ​ຂອງ​ສັດ​ນໍ້າ ອັນ​ຈະ​ສົ່ງ​ຜົນ​ໂດຍ​ກົງ​ເຮັດໃຫ້​ປະລິ ມານ​ສັດ​ນໍ້າ​ລົດ​ຈໍາ​ນວນ​ລົງ​ໄປ​ເລື້ອຍໆ ຈົນ​ເຖິງ​ການ​ສູນພັນ​ໄປ​ໃນ​ທີ່​ສຸດ. ​ດ້ວຍ​ສະ​ພາບ​ການ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ບັນດາ​ອົງການ​ອະນຸລັກ​ຊັບພະຍາກອນ​ທໍາ​ມະ​ຊາດ ​ທັງ​ໃນ​ລະດັບ​ພູມິ​ພາກ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ​ລະດັບ​ສາກົນ ​ໄດ້​ຮ່ວມ​ກັນ​ຈັດ​ຕັ້ງ​ເປັນ​ເຄືອ​ຂ່າຍ​ເພື່ອ​ການ​ອະນຸລັກ​ແມ່​ນໍ້າຂອງ​ຂຶ້ນມາ​ເມື່ອ​ບໍ່ນານ​ມາ​ນີ້ ​ໂດຍ​ມີ​ເປົ້າໝາຍ​ເພື່ອ​ທໍາ​ການ​ເຄຶ່ອນ​ໄຫວ​ຄັດຄ້ານ​ທຸກ​ໂຄງການ​ເຂື່ອນ ທີ່​ຈະ​ກໍ່ສ້າງ​ເທິງ​ແນວ​ແມ່​ນໍ້າຂອງ ​ແລະ​ໃນ​ແມ່​ນໍ້າ​ສາຂາ​ຂອງ​ແມ່​ນໍ້າຂອງ​ດ້ວຍ ​ແລະ​ການ​ເຄຶ່ອນ​ໄຫວ​ດັ່ງກ່າວ​ນີ້ ກໍ​ຍ່ອມ​ຈະ​ສົ່ງ​ຜົນ​ກະທົບ ຕໍ່​ແຜນການ​ພັດທະ ນາ​ລາວ​ໃຫ້​ເປັນ​ໝໍ້​ໄຟ ຫລື​ຜູ້​ສົ່ງ​ອອກ​ພະລັງງານ​ໄຟຟ້າ​ລາຍ​ໃຫຍ່​ໃນ​ເອ​ເຊຍ​ ຢ່າງ​ຫລີກລ່ຽງ ບໍ່ໄດ້​ເຊັ່ນ​ດຽວ​ກັນ.

XS
SM
MD
LG