ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວວ່າ ການເກັບກູ້ ລະເບີດບໍ່ທັນແຕກ ອາດບໍ່ບັນລຸ ຕາມແຜນການ


 ບັ້ງລະເບີດເກົ່າ
ບັ້ງລະເບີດເກົ່າ
ທາງການລາວຍອມຮັບວ່າອາດຈະບໍ່ສາມາດບັນລຸເປົ້າໝາຍ
ສະຫັດສະວັດ ກ່ຽວກັບການເກັບກູ້ບະເບີດບໍ່ທັນແຕກ (UXO)
ທີ່ຕົກຄ້າງຢູ່ໃນລາວ ໄດ້ຕາມແຜນການ ຖ້າຫາກວ່າບໍ່ໄດ້ຮັບການ
ຊ່ວຍເຫຼືອເພີ່ມຂຶ້ນ.

ທ່ານພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການວ່າການຄະນະກໍາ
ມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນ
ແຕກ UXOທີ່ຕົກຄ້າງຢູ່ໃນລາວ ຖະແຫຼງຍອມຮັບວ່າທາງການ ລາວອາດບໍ່ສາມາດບັນລຸເປົ້າໝາຍສະຫັດສະວັດການພັດທະນາ ກ່ຽວກັບການເກັບກູ້ລະເບີດ UXO ໄດ້ຕາມແຜນການທີ່ວາງໄວ້
ໃນປີ 2015 ກໍຄືການເກັບກູ້ລະເບີດ UXO ອອກຈາກເຂດທີ່ຢູ່ ອາໃສແລະທີ່ດິນທໍາກິນຂອງປະຊາຊົນໃຫ້ໄດ້ ບໍ່ໜ້ອຍກວ່າ
20,000 ເຮັກຕ້າ ໃນແຕ່ລະປີ.

ທັງນີ້ກໍເນື່ອງຈາກວ່າການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈໍາ ເປັນທີ່ຈະຕ້ອງໄດ້ຮັບການຊ່ວຍເຫຼືອດ້ານງົບປະມານໃນມູນຄ່າສະເລ່ຍບໍ່ໜ້ອຍກວ່າ 50 ລ້ານໂດລາຕໍ່ປີ ຫາກແຕ່ວ່າໃນໄລຍະທີ່ຜ່ານ ມານີ້ ກັບປາກົດວ່າທາງການລາວໄດ້ຮັບ ການຊ່ວຍເຫຼືອຈາກຕ່າງປະເທດ ເພື່ອການເກັບກູ້ລະເບີດ UXO ຄິດເປັນມູນຄ່າສະເລ່ຍ ພຽງແຕ່ 20 ກວ່າ ລ້ານໂດລາຕໍ່ປີເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ທາງການລາວກໍໄດ້ຕັ້ງຄວາມຫວັງໄວ້ວ່າຈະໄດ້ຮັບການຊ່ວຍເຫຼືອ ຈາກຕ່າງປະເທດຫຼາຍຂຶ້ນ ຊຶ່ງກໍຈະເຮັດໃຫ້ການເກັບກູ້ລະເບີດ UXO ມີປະສິດທິພາບ ສູງຂຶ້ນກວ່າທີ່ເປັນຢູ່ໃນທຸກມື້ນີ້ ຫາກບໍ່ສະນັ້ນແລ້ວ ລະເບີດ UXO ກໍຍັງຈະຕົກຄ້າງຢູ່ໃນ ດິນລາວຢ່າງຫຼວງຫຼາຍຕໍ່ໄປີອີກຢ່າງ ຍາວນານ ດັ່ງທີ່ທ່ານພູຂຽວ ໄດ້ຖະແຫຼງຊີ້ແຈງວ່າ:
ລົດທີ່ຄວບຄຸມດ້ວຍລະບົບຄອມພິວເຕີ້ ທີ່ຍີ່ປຸ່ນມອບໃຫ້ລາວ ເພື່ອໃຊ້ເກັບກູ້ UXO ຢູ່ໃນລາວ.
ລົດທີ່ຄວບຄຸມດ້ວຍລະບົບຄອມພິວເຕີ້ ທີ່ຍີ່ປຸ່ນມອບໃຫ້ລາວ ເພື່ອໃຊ້ເກັບກູ້ UXO ຢູ່ໃນລາວ.

“ນັບແຕ່ພວກເຮົາໄດ້ປະຕິບັດວຽກງານເກັບກູ້ລະເບີດ
ມາເຖິງປັດຈຸບັນນີ້ເປັນທາງການນັ້ນ ປະມານ 16 ປີ ແລະກໍດ້ວຍການທໍາລາຍຂອງບຸກຄົນດ້ວຍເຫດຜົນຕ່າງໆ ລະເບີດຖືກທໍາລາຍຈາກການຫາເຫຼັກເສດ ຫຼືບັນຫາຕ່າງໆ ພວກເຮົາຄິດວ່າລວມໆແລ້ວປະມານ 5 ລ້ານລູກທີ່ວ່າ
ຖືກແກ້ໄຂໄປແລ້ວ ແຕ່ລະເບີດລູກຫວ່ານຊື່ໆ ກະໝາຍ
ຄວາມວ່າຍັງປະມານ 70 ກວ່າລ້ານລູກ.”


ຫລ້າສຸດອົງການເກັບກູ້ລະເບີດແຫ່ງປະເທດຍີ່ປຸ່ນ (JMAS)
ກໍໄດ້ໃຫ້ ການຊ່ວຍເຫຼືອແກ່ລັດຖະບານດ້ວຍການນໍາໃຊ້ເທັກ
ໂນໂລຈີໃໝ່ເຂົ້າໃນການເກັບກູ້ລະເບີດ UXO ທີ່ຕົກຄ້າງຢູ່ໃນແຂວງຊຽງຂວາງຫາກແຕ່ JMAS ກໍຍັງບໍ່ສາມາດທີ່ຈະຄາດການໄດ້ວ່າເທກໂນໂລຢີ່ໃໝ່ທີ່ເປັນລົດບັນທຸກຂະໜາດ ໃຫຍ່ ທີ່ຄວບຄຸມດ້ວຍລະບົບຄອມພິວເຕີແລະບໍ່ມີຄົນຂັບນັ້ນ ຈະສາມາດເກັບກູ້ UXO ໃນລາວໄດ້ຢ່າງເຕັມປະສິດທິພາບຫຼືບໍ່ ເພາະເປັນອຸບປະສັກທີ່ຖືກອອກແບບມາ ເພື່ອເກັບ ກູ້ລະເບີດທີ່ຄົນນໍາໄປຝັງດິນໄວ້ ເປັນດ້ານຫຼັກ ໃນຂະນະທີ່ UXO ໃນລາວນັ້ນ ເປັນລະ
ເບີດຖືກຖິ້ມລົງມາ ໂດຍເຮືອບິນລົບຈຶ່ງເຮັດໃຫ້ມີການແຕກກະຈັດກະຈາຍຢ່າງບໍ່ມີທິດ
ທາງ ແລະເຮັດໃຫ້ຍາກຕໍ່ການເກັບກູ້ອີກດ້ວຍ.
ທ່ານນາງ Karen Stewart ເອກອັກຄະລັດຖະທູດສະຫະລັດ ປະຈໍາລາວ ຢ້ຽມຢາມ ບ່ອນເຮັດວຽກແຫ່ງນຶ່ງຂອງອົງການ ເກັບກູ້ລະເບີດແຫ່ງຊາດລາວ (Lao UXO).
ທ່ານນາງ Karen Stewart ເອກອັກຄະລັດຖະທູດສະຫະລັດ ປະຈໍາລາວ ຢ້ຽມຢາມ ບ່ອນເຮັດວຽກແຫ່ງນຶ່ງຂອງອົງການ ເກັບກູ້ລະເບີດແຫ່ງຊາດລາວ (Lao UXO).

ນັບຈາກປີ 1996 ເປັນຕົ້ນມາ ອົງການເກັບກູ້ລະເບີດແຫ່ງຊາດ
ລາວ (Lao UXO) ສາມາດເກັບກູ້ ແລະທໍາລາຍ UXO ໄປ
ຫຼາຍກວ່າ 1ລ້ານໜ່ວຍ ໂດຍເປັນການເກັບກູ້ UXO ອອກຈາກ
ພື້ນທີ່ກວ້າງກວ່າ28,000 ເຮັກຕ້າ ຫຼືບໍ່ເຖິງ 1% ຂອງພື້ນທີ່ທີ່ມີ
UXO ຕົກຄ້າງຢູ່ໃນລາວ ເທົ່ານັ້ນ ໃນຂະນະດຽວກັນກໍມີປະຊາ
ຊົນລາວ 300 ກວ່າຄົນທີ່ໄດ້ຮັບເຄາະຈາກ UXO ໃນແຕ່ລະປີ
ນັບຕັ້ງແຕ່ປີ 1975 ເປັນຕົ້ນມາ.

ດ້ວຍເຫດນີ້ຈຶ່ງເຮັດໃຫ້ທາງການລາວຕ້ອງການທີ່ຈະໄດ້ຮັບການ ຊ່ວຍເຫຼືອຈາກຕ່າງປະເທດໃນມູນຄ່າສະເລ່ຍບໍ່ໜ້ອຍກວ່າ 50 ລ້ານໂດລາໃນ ແຕ່ລະປີ ແຕ່ໃນໄລຍະ 5 ປີທີ່ຜ່ານມານີ້ ກໍປາກົດວ່າທາງການລາວໄດ້ຮັບ
ການຊ່ວຍເຫຼືອຈາກຕ່າງ ປະເທດໂດຍສະເລ່ຍພຽງ 19 ລ້ານໂດລາ ເທົ່ານັ້ນ.
XS
SM
MD
LG