ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫລວງພະບາງ ຄົບຮອບ 15 ປີ ໃນການເປັນເມືອງ ມໍລະດົກໂລກ


ແຜນທີ່ນະຄອນຫລວງພະບາງ, ເມືອງມູນມໍລະດົກໂລກ.
ແຜນທີ່ນະຄອນຫລວງພະບາງ, ເມືອງມູນມໍລະດົກໂລກ.

ທາງ​ການ​ແຂວງ​ຫລວງ​ພະ​ບາງ​ຈະ​ຈັດ​ງານ​ສະ​ເຫລີ​ມສະຫລອງ​ ການ​ໄດ້​ຮັບ​ສະຖານະ​ພາບ​ເປັນ​ເມືອງ​ມໍລະດົກ​ໂລກ​ຂອງ​ຫລວງ​ພະ​ບາງ ​ຄົບຮອບ 15 ປີ ​ໃນ​ກາງ​ເດືອນ​ທັນວາ​ນີ້​ຢ່າງ​ຍິ່ງ​ໃຫຍ່.

ທ່ານ​ບຸນ​ຄົງ ຄຸດ​ທ້າວ ຮອງ​ຫົວໜ້າ​ພະ​ແນ​ກຄຸ້ມ​ຄອງ​ເມືອງ​
ມໍລະດົກ​ໂລກ​ຫລວງ​ພະ​ບາງ​ຖະ​ແຫລ​ງຢືນຢັນ​ວ່າ ການຈັດ​
ງານ​ສະ​ເຫລີ​ມສະຫລອງ ​ການ​ໄດ້​ຮັບ​ສະຖານະ​ພາບເປັນ
ເມືອງ​ມໍລະດົກ​ໂລກ​ຂອງ​ເມືອງ​ຫລວງພະ​ບາງ​ ຄົບຮອບ 15
ປີ ຈະ​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ່ 16-17
ເດືອນ​ທັນວານີ້ ​ໂດຍ​ຈະ​ມີ​ການຈັດ​ງານ​ສະ​ເຫລີ​ມສະຫລອງ​
ໃນ​ຫລາຍ​ຮູບ​ແບບ​ດ້ວຍ​ກັນ ດັ່ງ​ທີ່​ທ່ານບຸນ​ຄົງ ​ໄດ້​ຊີ້​ແຈງ​
ເຖິງລາຍລະອຽດ​ຂອງ​ການຈັດ​ງານ​ໃນ​ຮູບ​ແບບ​ຕ່າງໆ ​ໃນ​ຕອນ​ນຶ່ງວ່າ:

ຂະບວນແຫ່ ປູເຍີຍ່າເຍີ ທີ່ເປັນປະເພນຶ່ງໂດຍສະ ເພາະຂອງແຂວງຫລວງ ພະບາງ.
ຂະບວນແຫ່ ປູເຍີຍ່າເຍີ ທີ່ເປັນປະເພນຶ່ງໂດຍສະ ເພາະຂອງແຂວງຫລວງ ພະບາງ.

“ພວກ​ເຮົາ​ຈະ​ໄດ້​ຈັດ​ງານ​ວາງສະ​ແດງ​ຕະຫລາດນັດ​ສິນຄ້າ​ທີ່ເປັນ​ຜະລິດ​ຕະພັນ​ ທັງ​ພາຍ​ໃນ​ແລະ​ຈາກ​ຕ່າງປະ​ເທດ​ຢູ່​ທີ່ເດີ່ນ​ທາດຫລວງ ​ແລ້ວ​ໃນ​ວັນ​ທີ່ 16 ຕອນ​ເຊົ້າ ພວກ​ເຮົາ​ກໍ​ຈະ​ຈັດ​ກອງ​ປະຊຸມ​ສໍາ​ມະ​ນາ​ຜູ້​ໃຫ້ທຶນ ​ໂດຍ ໃນ​ນັ້ນ​ກໍ​ຈະ​ຍົກ​ເຫດຜົນ​ໃຫ້​ເຫັນ​ຜົນງານ​ໃນ​ການ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ປົກ​ປັກ​ຮັກສາ​ມໍລະດົກ​ໂລກ​ຫລວງ​ພະບາງ​. ອັນ​ນັ້ນ​ແມ່ນ​ອັນ​ນຶ່ງ. ສອງ​ເຮົາ​ກໍ​ຈະ​ໃຫ້​ອົງການ​ສາກົນ​ໄດ້​ພິດ​ຈາລະ​ນາ​ເບິ່ງ​ວ່າ​ຜົນງານ​ການ​ອະນຸລັກ​ເມືອງມໍລະດົກ​ໂລກ​ຂອງ​ເຮົາ​ນີ້​ແມ່ນ​ເຮັດ​ໄດ້​ດີ​ສໍ່າ​ໃດ ຫລັງ​ຈາກ​ນັ້ນ ວັນ​ທີ 17 ​ເວລາ 16 ​ໂມງ ກໍ​ຈະ​ມີ​ຂະ​ບວນ​ແຫ່ ກິດຈະ​ກໍາ​ວັດ​ທະ​ນະ​ທໍາ​ຕ່າງໆ​ທີ່​ເປັນ​ສີສັນ​ວັດ​ທະ​ນະ​ທໍາ​ຂອງ​ຫລວງ​ພະ​ບາງ”

ນອກຈາກ​ການຈັດ​ງານ​ສະ​ເຫລີ​ມສະຫລອງ​ດັ່ງກ່າວ​ແລ້ວ ທາງ​ການ​ແຂວງ​ຫລວງ​ພະ​ບາງ​ກໍ​ຍັງ​ໄດ້​ຮັບຜິ​ດຊອບ ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ງານ​ເທດສະການ​ຮູບ​ເງົາ​ອາ​ຊ່ຽນ ​ໃນ​ລະຫວ່າງ​ວັນ​ທີ່ 4-11 ທັນວາ​ນີ້​ອີກ​ດ້ວຍ ຊຶ່ງ​ກໍ​ນັບເປັນ​ການສະ​ເຫລີ​ມສະຫລອງ​ເມືອງ​ມໍລະດົກ​ໂລກ​ຫລວງ​ພະ​ບາງ ​ຄົບ​ຮອບ 15 ປີ​ເຊັ່ນ​ດຽວ​ກັນ ​ແລະ​ກໍ​ເຮັດ​ໃຫ້ທາງ​ການ​ແຂວງ​ຫລວງ​ພະ​ບາງ​ຄາດ​ຫວັງ​ວ່າ​ ຈະ​ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ເດີນທາງ​ໄປ​ທ່ອງ​ທ່ຽວ​ໃນ​ແຂວງຫລວງ​ພະ​ບາງ​ໃນ​ໂອກາດ​ດັ່ງກ່າວ​ນີ້ ​ເພີ່ມ​ຫລາຍ​ຂຶ້ນດ້ວຍ.

ຂະບວນແຫ່ນາງສັງຂານ ໃນງານສະຫລອງປີໃໝ່ ລາວ ທີ່ຫລວງພະບາງ.
ຂະບວນແຫ່ນາງສັງຂານ ໃນງານສະຫລອງປີໃໝ່ ລາວ ທີ່ຫລວງພະບາງ.

ສໍາລັບໃນ​ປີ 2009 ທີ່​ຜ່ານ​ມາ​ ກໍ​ປາກົດ​ວ່າ​ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ ຫລາຍ​ກວ່າ 245,000 ຄົນ​ ທີ່​ເດີນທາງ​ໄປ​ທ່ອງ​ທ່ຽວ​ໃນ​ແຂວງ​ຫລວງ​ພະ​ບາງ ​ແລະ​ໃນ​ຕະຫລອດ​ປີ 2010 ນີ້​ ກໍ​ຄາດ​ໝາ​ຍວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ຫລາຍ​ກວ່າ 3 ​ແສນ​ຄົນ​ ​ເດີນທາງ​ໄປ​ທ່ອງ​ທ່ຽວ​ໃນ​ແຂວງ​ຫລວງ​ພະ​ບາງ ຊຶ່ງ​ຈະ​ເຮັດ​ໃຫ້​ພາກ​ບໍລິການ​ແລະ​ທ່ອງ​ທ່ຽວ​ ມີ​ມູນ​ຄ່າ​ທາງ​ເສດຖະກິດ​ເພີ່ມ​ຂຶ້ນ ຈາກ​ອັດຕາ​ສະ​ເລ່ຍ 37% ​ເປັນ 40% ຂອງ​ຍອດ​ຜະລິດຕະພັນ​ລວມພາຍ​ໃນ ຫລື GDP ຂອງ​ແຂວງ​ຫລວງ​ພະ​ບາງ​ ອີກ​ດ້ວຍ.

ສ່ວນ​ແຜນການ​ພັດທະນາ​ເສ​ດຖະກິດ-ສັງຄົມ​ໃນ​ໄລຍະ 5 ປີ​ຕໍ່ໜ້າ ກໍ​ຄື​ປີ 2011-2015 ນັ້ນ ທາງ​ການ​ແຂວງ​ຫລວງ​ພະ​ບາງ​ກໍ​ໄດ້​ຕັ້ງ​ເປົ້າໝາຍ​ໄວ້​ວ່າ ​ພາກ​ບໍລິການ​ແລະ​ທ່ອງ​ທ່ຽວ​ຈະ​ຂະຫຍາຍຕົວ​ ບໍ່​ລຸດ 20% ​ໃນ​ແຕ່ລະ​ປີ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ພາກ​ບໍລິການ​ແລະ​ທ່ອງ​ທ່ຽວ​ມີ​ມູນ​ຄ່າ​ທາງ​ເສດຖະກິດ​ ຫລາຍ​ກວ່າ​ພາກ​ກະສິກໍາ​ແລະ​ພາກອຸດສາຫະກໍາ​ພາຍ​ໃນ​ປີ 2015. ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ທ່ານ​ຄໍາ​ແພງ ​ໄຊ​ສົມແພງ ​ເລ​ຂາ​ພັກ​ແລະ​ເຈົ້າ​ແຂວງຫລວງ​ພະ​ບາງ​ຄົນ​ໃໝ່ ​ໄດ້​ປະກາດແຜນການ​ເມື່ອ​ບໍ່​ນານ​ມາ​ນີ້​ວ່າ ທ່ານ​ຈະ​ຂະຫຍາຍ ຕົວ​ເມືອງ​ຫລວງ​ພະ​ບາງ ຂ້າມ​ແມ່​ນໍ້າຂອງ​ໄປ​ຍັງ​ເມືອງ​ຈອມ​ເພັດ ດ້ວຍການ​ກໍ່ສ້າງ​ຂົວ​ຂ້າມແມ່​ນໍ້າຂອງ ​ເພື່ອ​ເຊື່ອມ​ຕໍ່​ທັງສອງຝັ່ງ​ເຂົ້າຫາກັນ ​ໃຫ້​ໄດ້​ພາຍ​ໃນ​ປີ 2015 ​ເພື່ອ​ຮອງ​ຮັບ​ໂຄງການ​ກໍ່ສ້າງ​ລົດ​ໄຟ​ເຊື່ອມ​ຕໍ່ ​ລະຫວ່າງ​ເມືອງ​ຄູນ​ໝິງກັບ​ນະຄອນ​ວຽງ​ຈັນ ​ໂດຍ​ທາງ​ລົດ​ໄຟ​ສາຍ​ດັ່ງກ່າວ​ກໍ​ຈະ​ຜ່ານ​ຫລວງ​ພະ​ບາງ​ດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້​ຄາດ​ວ່າ ​ຈະມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ເດີນ ທາງ​ໄປ​ຍັງ​ເມືອງ​ມໍລະດົກ​ໂລກ​ ເພີ່ມ​ຫລາຍ​ຂຶ້ນນັບ​ມື້​ອີກ.

ເພາະສະ​ນັ້ນ ​ເພື່ອ​ເປັນ​ການ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ບັນຫາ​ການແອ​ອັດ ​ພາຍ​ໃນ​ຕົວ​ເມືອງ​ຫລວງ​ພະ​ບາງ ​ກັບ​ທັງ​ຍັງ​ເພື່ອ​ເປັນ​ການ​ຮັກສາ​ພູມີ​ທັດ​ຂອງ​ເມືອງ​ມໍລະດົກ​ໂລກ​ໄວ້​ໃຫ້​ຕະຫລອດ​ໄປ ຈຶ່ງ​ເຮັດ​ໃຫ້​ຕ້ອງ​ມີ​ການ​ຂະຫຍາຍຕົວ​ເມືອງ​ໄປ​ຍັງ​ຝັ່ງ​ເມືອງ​ຈອມ​ເພັດ​ດັ່ງກ່າວ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ ​ບັນດາ​ໂຮງ​ແຮມ ສິ່ງ​ປູກ​ສ້າງ​ຕ່າງໆ ​ລວມ​ເຖິງ​ສະຖາ​ນີລົດ​ໄຟ​ດ້ວຍ​ນັ້ນ ກໍ​ຈະ​ສ້າງ​ແລະ​ຕັ້ງ​ຢູ່​ໃນ​ເຂດ​ເມືອງ​ຈອມ​ເພັດ​ ນັ້ນ​ເອງ.

XS
SM
MD
LG