ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານລາວຫລຸດຄ່າໄຟຟ້າລົງ ເພື່ອຊ່ວຍເຮັດໃຫ້ຕົ້ນທຶນການຜະລິດ ສິນຄ້າພາຍໃນຕໍ່າລົງ


ຊ່າງແປງໄຟກໍາລັງຕິດຕັ້ງຕາຂ່າຍສາຍສົ່ງໄຟຟ້າ ຢູ່ສະຖານີໄຟຟ້າແຫ່ງນຶ່ງຂອງລາວ
ຊ່າງແປງໄຟກໍາລັງຕິດຕັ້ງຕາຂ່າຍສາຍສົ່ງໄຟຟ້າ ຢູ່ສະຖານີໄຟຟ້າແຫ່ງນຶ່ງຂອງລາວ

ລັດຖະມົນຕີລາວຢືນຢັນວ່າ ມີການປັບຫລຸດຄ່າໄຟຟ້າມີເປົ້າໝາຍເພື່ອເພີ້ມຜົນຜະລິດສິນຄ້າໃນລາວ ໃຫ້ຫລາຍ ຂຶ້ນ ເພາະວ່າຄ່າໄຟຟ້າທີ່ຫລຸດລົງຈະເຮັດໃຫ້ການຜະລິດສິນຄ້າໃນລາວ ມີຕົ້ນທຶນການຜະລິດຕໍ່າລົງ ເຊັ່ນດຽວກັນ. ຊົງລິດ ໂພນເງິນມີລາຍງານນີ້ມາສະເໜີທ່ານ ຈາກບາງກອກ.

ທ່ານ ຄໍາມະນີ ອິນທິລາດ, ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ຖະແຫລງວ່າ ການປັບໂຄງສ້າງ ລາຄາໄຟຟ້າຄັ້ງຫລ້າສຸດມີຜົນບັງຄັບໃຊ້ໃນວັນທີ 1 ພຶດສະພາ 2020 ແຕ່ດ້ວຍການລະບາດຂອງເຊື້ອໄວຣັສ Covid-19 ຈຶ່ງເຮັດໃຫ້ຕ້ອງມີການປັບຄ່າໄຟຟ້າເປັນກໍລະນີພິເສດ ໃນຊ່ວງເດືອນເມສາ-ມິຖຸນາ ທີ່ຜ່ານມານັ້ນ ຖືເປັນມາດຕະການສໍາຄັນ ທີ່ລັດຖະບານລາວ ຕ້ອງການຈະຊຸກຍູ້ການຜິລິດສິນຄ້າໃນປະເທດໃຫ້ຫລາຍຂຶ້ນ ເພາະວ່າ ການປັບຫລຸດຄ່າໄຟຟ້າຕາມອັດຕາໃໝ່ນີ້ ຈະເຮັດໃຫ້ຕົ້ນທຶນການຜະລິດສິນຄ້າໃນລາວ ຫລຸດລົງ ອັນ ຈະສົ່ງຜົນດີຕໍ່ການຜະລິດສິນຄ້າເພື່ອຕອບສະໜອງການຊົມໃຊ້ພາຍໃນໄດ້ຫລາຍຂຶ້ນ ແລະຫລຸດການ ສົ່ງອອກສິນຄ້າປະເພດວັດຖຸດິບໄປຕ່າງປະເທດໃຫ້ໜ້ອຍລົງ ດັ່ງທີ່ທ່ານ ຄໍາມະນີໃຫ້ການຢືນຢັນວ່າ:

“ຈຸດປະສົງອັນທີ 1 ແມ່ນຢາກໃຫ້ປະຊາຊົນລາວໄດ້ເຮັດການຜະລິດເປັນສິນຄ້າໃຫ້ເພີ້ມຂຶ້ນ ຈະແມ່ນຢູ່ໃນລະດັບຈຸນລະພາກ ຂະໜາດນ້ອຍ, ຂະໜາດກາງ ຫລືວ່າ ອຸດສາຫະກໍາປຸງແຕ່ງປະເພດຕ່າງໆ ກໍຢາກໃຫ້ມີການນໍາໃຊ້ສິນຄ້າພາຍໃນໃຫ້ຫລາຍຂຶ້ນ ໃຫ້ຫລຸດຜ່ອນການສົ່ງອອກວັດຖຸດິບ ທີ່ບໍ່ໄດ້ຮັບ ການປຸງແຕ່ງ ເພື່ອໃຫ້ເກີດມູນຄ່າເພີ້ມໃຫ້ຫລາຍຂຶ້ນ. ອັນທີ 3 ແມ່ນໃຫ້ລັດວິສາຫະກິດໄຟຟ້າລາວ ສາມາດ ສືບຕໍ່ດໍາເນີນທຸລະກິດທີ່ມີຜົນກໍາໄລ ແລະສາມາດແກ້ໄຂເງິນທີ່ພວກເຮົາຢືມມາ, ຕົ້ນທຶນ ແລະດອກເບ້ຍ ໃຫ້ທະນາຄານ.”

ປ້າຍຂອງບໍລິສັດ ລັດວິສາຫະກິດໄຟຟ້າລາວ.
ປ້າຍຂອງບໍລິສັດ ລັດວິສາຫະກິດໄຟຟ້າລາວ.


ທັງນີ້ ໂດຍມີການຫລຸດລາຄາລົງ 50 ເປີເຊັນ ໃຫ້ຜູ້ທີ່ມີລາຍໄດ້ຕ່ຳທີ່ຊົມໃຊ້ໄຟຟ້າບໍ່ເກີນ 150 ກິໂລວັດ/ໂມງຕໍ່ເດືອນ ຊຶ່ງຈະເລີ້ມຈາກເດືອນສິງຫາ 2020 ເປັນຕົ້ນໄປ ແລະຈະມີການປັບລາຄາຂຶ້ນໃນອັດຕາສະເລ່ຍ 1 ເປີເຊັນ ໃນທຸກປີ ນັບຈາກປີ 2021- 2025. ສ່ວນຫລັງຈາກນັ້ນ ຈຶ່ງຈະມີການພິຈາລະນາປັບປຸງລາຄາ ອີກເທື່ອ ໃໝ່ ເພື່ອໃຫ້ສອດຄ້ອງກັບສະພາບຕົວຈິງ ໂດຍຄ່າໄຟຟ້າສໍາລັບທີ່ຢູ່ອາໄສຕາມອັດຕາໃໝ່ຄື 355 ກີບຕໍ່ກິໂລວັດ/ໂມງ ແຕ່ວ່າຄົວເຮືອນທີ່ໃຊ້ໄຟຟ້າເກີນກວ່າ 150 ກິໂລວັດ/ໂມງນັ້ນຈະຄິດຄ່າໄຟຟ້າໃນອັດຕາ 710 ກີບຕໍ່ກິໂລວັດ/ໂມງ. ສ່ວນທຸລະກິດບັນເທີງ ຈະມີອັດຕາຄ່າໄຟຟ້າສູງທີ່ສຸດ ກໍຄື 1,385 ຫາ 1,532 ກີບຕໍ່ກິໂລວັດ/ໂມງ ແລະໂຮງງານອຸດສາຫະກຳ ຈະຄິດຄ່າໄຟຟ້າໃນອັດຕາສະເລ່ຍ 600 ຫາ 761 ກີບຕໍ່ກິໂລວັດ/ໂມງ. ສ່ວນຫົວ ໜ່ວຍການຜະລິດກະສິກຳນັ້ນ ຈະຄິດຄ່າໄຟຟ້າໃນອັດຕາຕ່ຳສຸດຄື 448 ຫາ 600 ກີບຕໍ່ກິໂລວັດ/ໂມງເທົ່ານັ້ນ.

ສ່ວນເຈົ້າໜ້າທີ່ຂັ້ນສູງຂອງລັດວິສາຫະກິດໄຟຟ້າ ລາວ (EDL) ຍອມຮັບວ່າ ຄ່າທຳນຽມການໃຊ້ໄຟຟ້າໃນຄົວເຮືອນໃນລາວ ສູງກວ່າ ຫວຽດນາມ ແລະ ໄທ ຄິດເປັນອັດຕາສະເລ່ຍ 34 ເປີເຊັນກັບ 26 ເປີເຊັນຕາມລຳດັບ ກໍຄືໃນຂະນະທີ່ຄ່າທຳນຽມການໃຊ້ໄຟຟ້າໃນຄົວເຮືອນຂອງປະຊາຊົນ ຫວຽດນາມ ແລະ ໄທ ຢູ່ໃນອັດຕາສະເລ່ຍ 7.24 ເຊັນສະຫະລັດ ແລະ 8.07 ເຊັນສະຫະລັດຕໍ່ກິໂລວັດ/ໂມງນັ້ນ ແຕ່ປະຊາຊົນ ລາວ ຕ້ອງແບກຮັບຄ່າທຳນຽມການໃຊ້ໄຟຟ້າທີ່ສູງເຖິງ 11 ເຊັນຕໍ່ກິໂລວັດ/ໂມງ ເຖິງແມ່ນວ່າລາວ ຈະເປັນປະເທດທີ່ຜະລິດພະລັງ ງານໄຟຟ້າກໍຕາມ ແຕ່ເນື່ອງຈາກວ່າໂຮງໄຟຟ້າ ແລະ ເຂື່ອນໄຟຟ້າສ່ວນໃຫຍ່ເປັນການລົງທຶນຂອງບໍລິສັດຕ່າງຊາດທີ່ໄດ້ຮັບອະນຸຍາດສຳປະທານຈາກລັດຖະບານລາວ ນັ້ນຈຶ່ງເຮັດໃຫ້ໄຟຟ້າທີ່ຜະລິດໄດ້ສ່ວນໃຫຍ່ ຫຼື 85 ເປີເຊັນຂອງໄຟຟ້າທີ່ຜະລິດໄດ້ທັງໝົດໃນລາວ ນັ້ນຈະຕ້ອງສົ່ງອອກໄປຕ່າງປະເທດ ໂດຍປັດຈຸບັນ ລາວມີ ແຫລ່ງ ຜະລິດໄຟຟ້າ 73 ແຫ່ງ ມີກໍາລັງຕິດຕັ້ງລວມ 9,531 ເມກາວັດໃນນີ້ ສົ່ງໄປຂາຍໃຫ້ໄທ 5,620 ເມກາວັດ ແລະຈະເພີ້ມຂຶ້ນເປັນ 7,000 ເມກາວັດໃນປີ 2022.

ນອກຈາກນັ້ນ ກໍຈະຂາຍໃຫ້ກຳປູເຈຍ 3,200 ເມກາວັດ ແລະ ຫວຽດນາມ 5,000 ເມກາວັດເແຕ່ວ່າ ກໍຍັງມີຂໍ້ຈໍາກັດດ້ານສາຍສົ່ງໄຟຟ້າແຮງສູງທີ່ຍັງບໍ່ທັນເຊື່ອມຕໍ່ລາວ. ລັດຖະບານກໍາປູເຈຍ ຈຶ່ງໄດ້ຂໍການຊ່ວຍ ເຫລືອຈາກລັດຖະບານຍີ່ປຸ່ນ ແລະຄາດຫວັງວ່າ ຈະສາມາດເຊື່ອມຕໍ່ສາຍສົ່ງໄຟຟ້າແຮງສູງກັບລາວ ໄດ້ພ້ອມກັບຫວຽດນາມ ກໍຄືໃນປີ 2025 ເປັນຢ່າງຊ້າ.

ໃນປັດຈຸບັນນີ້ ກຳປູເຈຍ ຊື້ກະແສໄຟຟ້າຈາກລາວ ໃນປະລິມານ 200 ເມກະວັດເທົ່ານັ້ນ ສ່ວນມາເລເຊຍ ກໍໄດ້ຕົກລົງຊື້ໄຟຟ້າຈາກ ລາວ 300 ເມກາວັດ ທັງຍັງເຈລະຈາກັບລັດຖະບານສິງກະໂປ ເພື່ອໃຫ້ເລັ່ງການເຊື່ອມຕໍ່ສາຍສົ່ງໄຟຟ້າແຮງສູງເຂົ້າດ້ວຍກັນ ຊຶ່ງຈະເຮັດໃຫ້ລາວ ສາມາດສົ່ງໄຟຟ້າໄປຂາຍໃຫ້ ສິງກະໂປ ໂດຍຜ່ານໄທ ແລະ ມາເລເຊຍ ໄດ້ຕາມການຕົກລົງທີ່ທັງ 4 ປະ ເທດມີຮ່ວມກັນນັບຈາກປີ 2017 ແຕ່ກໍບໍ່ສາມາດ ປະຕິບັດໄດ້ຈິງ ລັດຖະບານມາເລເຊຍ ຕ້ອງການສືກສາຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດໃນປະເທດ ຂອງຕົນເສຍກ່ອນ.

XS
SM
MD
LG