ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວ ເປັນປະເທດທຳອິດ ທີ່ນຳໃຊ້ ລະບົບແອັບພລີເຄຊັນຂາຍ​ປີ້​ລົດ​ໄຟຂອງຈີນ ສຳ​ລັບ 140 ກວ່າປະເທດ


ບັນດາຜູ້ໂດຍສານລໍຖ້າທີ່ຈະຂຶ້ນລົດໄຟຄວາມໄວສູງ ລາວ-ຈີນ ຂະບວນລ້ານຊ້າງ ຢູ່ທີ່ສະຖານີແຫ່ງນຶ່ງ.
ບັນດາຜູ້ໂດຍສານລໍຖ້າທີ່ຈະຂຶ້ນລົດໄຟຄວາມໄວສູງ ລາວ-ຈີນ ຂະບວນລ້ານຊ້າງ ຢູ່ທີ່ສະຖານີແຫ່ງນຶ່ງ.

ລາວໄດ້ກາຍເປັນປະເທດທໍາອິດ ທີ່ຂໍໃຊ້ແອັບພລີເຄຊັນຂາຍ​ປີ້​ລົດ​ໄຟຂອງຈີນ​ສຳ​ລັບ 140 ກວ່າປະເທດ ໂດຍບໍ່ໃຊ້ເງິນໂດລາ ແຕ່ວ່າ ລະບົບອັນທັນສະໄໝທີ່ວ່ານີ້ ໃຊ້ໄດ້ສະດວກຫລາຍປານໃດໃຫ້ແກ່ລູກຄ້າຄົນລາວ ແລະຕ່າງປະເທດນີ້. ໄຊ​ຈະ​ເລີນ​ສຸກ ມີລາຍງານເລື້ອງນີ້ ຈາກ​ນັກ​ຂ່າວ​ຂອງ​ພວກ​ເຮົາ ມາ ສະເໜີທ່ານໃນອັນດັບຕໍ່ໄປ.

ພາຍຫລັງທີ່ຈີນ​ໄດ້​ສ້າງ​ລະ​ບົບ​ຂາຍ​ປີ້​ລົດ​ໄຟ​ແບບ​ໃໝ່​ ທີ່​ສາ​ມາດ​ລວມ​ເອົາລະບົບຂາຍ​ປີ້​ຈາກ 140 ກວ່າ​ປະ​ເທດ ເຊື່ອມ​ເຂົ້າ​ໄປ​ໃນ​ແອັບພລີເຄຊັນຂອງໂທລະສັບ ສະຫລາດຫຼື​ສະ​ມາດ​ໂຟນ ອັນ​ດຽວກັນສໍາເລັດແລ້ວ ທາງການລາວໃນກາງເດືອນ ມີນາເປັນຕົ້ນມາ ກໍໄດ້ເປັນປະເທດທໍາອິດ ທີ່ນໍາເອົາລະບົບທັນສະໄໝ ດັ່ງກ່າວມາໃຊ້ ແຕ່ປາກົດວ່າ ມັນບໍ່ໄດ້ນໍາຄວາມສະດວກມາໃຫ້ແກ່ຜູ້ຊົມໃຊ້ໃນລາວເລີຍ ແລະຜູ້ໂດຍສານທີ່ຕ້ອງການຄວາມສະດວກ ກໍຍັງຕ້ອງໄດ້ຊື້ຜ່ານນາຍໜ້າທີ່ເກັບຄ່າບໍລິການນອກລະບົບ ແລະກຽມເອກະສານມາໃຫ້ເຂົາເຈົ້າເໝືອນເດີມ ດັ່ງທີ່ນາຍໜ້າທີ່ຮັບຈອງ ແລະຊື້ປີລົດໄຟທ່ານນຶ່ງ ອະທິບາຍກໍລະນີການຊື້ປີ້ລົດໄຟໃຫ້ແກ່ນັກທ່ອງທ່ຽວໄທ ສູ່ຟັງວ່າ:

“ຄົນໄທຕ້ອງຖ່າຍປາສະປອດສົ່ງໃຫ້ພວກເຮົາກ່ອນ ພວກເຮົາຕ້ອງໄດ້ຊື້ລ່ວງໜ້າຮອດມື້ປັບມັນຍາກດຽວນີ້ ມັນຕີວໝົດເຂົາເຈົ້າອອນໄລນ໌ລະເດ ໄດ້ມັນກະຄືວ່າຫັ້ນແຫລະ ມັນຍາກ ຄັນຊິໄປວັນທີສິບສອງ ເຈົ້າຕ້ອງມາລາຍງານຂ້ອຍ ວັນທີເກົ້າ ວັນທີສິບ ເພາະຂ້ອຍຊິທັນໄດ້ ເພາະຄົນຫລາຍຊ່ວງນີ້ ປີໃໝ່ນະ ຄ່າບໍລິ ການມັນຄືເກົ່າຫັ້ນລະ ສີ່ ຫ້າສິບພັນຄືເກົ່າຫັ້ນແຫລະ ອອນໄລນ໌ເຈົ້າບໍ່ໄດ້ເຂົ້າເວັບເຂົາເຂົ້າບໍ່ໄດ້ດອກ”.

ແອັບພລີເຄຊັນທີ່​ພັດ​ທະ​ນາຂຶ້ນໂດຍຈີນ ທີ່ວ່ານີ້ ເປັນລະບົບຂາຍ​ປີ້​ລົດ​ໄຟ​ ທີ່ຫຼີກ​ເວັ້ນການໃຊ້​ເງິນ​ໂດ​ລາ​ ແລະລວມເອົາການຂາຍປີ້ລົດໄຟຢູ່ໃນປະເທດ ທີ່ລວມຢູ່ໃນໂຄງການລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງ ຫລື BRI ຂອງປະທານປະເທດ ສີ ຈິ້ນຜິງ ຂອງຈີນ. ມັນສາມາດຈັດການ “200 ຕື້ນັກທ່ອງທ່ຽວ ໃນແຕ່ລະມື້” ໃນໄລຍະວັນບຸນຂອງປະເທດທ້ອງຖິ່ນ ແລະອອກປີ້ຫຼາຍກວ່າ 1,500 ປີ້ ຕໍ່ວິນາທີ ໂດຍບໍ່ມີຄວາມຕິດຂັດຫຍັງເລີຍ, ອີງຕາມການລາຍງານ ຂອງໜັງສືພິມ South China Morning Post (SCMP) ທີ່ກ່າວ ໃນວັນພະຫັດຜ່ານມາ ແຕ່ສໍາລັບປະສົບການຕົວຈິງຢູ່ໃນລາວ ທີ່ເລີ້ມນໍາເອົາລະບົບຂາຍປີ້ລົດໄຟທີ່ ທັນສະໄໝດັ່ງກ່າວມາໃຊ້ແລ້ວ ປາກົດວ່າ ໃນເວລານີ້ ມັນຍັງບໍ່ໄດ້ອໍານວຍຄວາມສະດວກໃຫ້ແກ່ລູກຄ້າທີ່ເປັນຄົນລາວ ຫລືຄົນຕ່າງປະເທດໃນລາວ ທີ່ບໍ່ແມ່ນຄົນຈີນນັ້ນເລີຍ ເພາະການເຊື່ອມຕໍ່ຂອງແອັບພລີເຄຊັນອັນນີ້ ໃສ່ກັບລະບົບທະນາຄານຂອງລາວ ຍັງບໍ່ມີປະສິດທິພາບເທື່ອ ດັ່ງທີ່ພະນັກງານທ່ານນຶ່ງ ໃນກະຊວງໂຍທາແລະຂົນສົ່ງ ທີ່ມີຮຸ້ນສ່ວນ 5 ເປີເຊັນຂອງລາຍຮັບ ຈາກການຂາຍປີ້ລົດໄຟຄວາມໄວສູງຢູ່ໃນລາວ ເລົ່າຕາມປະສົບການຂອງທ່ານໃຫ້ຟັງວ່າ:

“ຊ່ວງນີ້ບໍ່ໄດ້ເລີຍ ບໍ່ໄດ້ແຫລະບໍ່ໄດ້ເລີຍ ເຊັກໝົດແລ້ວ ນ້ອງໄປຈ່າຍໃຫ້ທະນາ ຄານແລ້ວນ້ອງເສຍຖິ້ມແສນໜຶ່ງ ກະຊວງເຮົາເປັນຜູ້ເສຍໃຫ້ເປີດຕາມເຂົາ ຖືຮຸ້ນມີແຕ່ 5 ເປີເຊັນໄດ໋ ບໍ່ໄດ້ ບໍ່ໄດ້ ຜ່ານມາໄດ້ ແຕ່ປະຈຸບັນນີ້ບໍ່ໄດ້ເລີຍເຕັມໝົດແລ້ວໆ”.

ແຕ່ກົງກັນຂ້າມ ມັນນໍາຄວາມສະດວກມາໃຫ້ແກ່ນັກທ່ອງທ່ຽວ ຫລືຄົນຈີນຢູ່ໃນລາວ ທີ່ມີບັນຊີທະນາຄານຢູ່ໃນຈີນ ທີ່ສາມາດເຊື່ອມຕໍ່ກັບແອັບພລີເຄຊັນນີ້ໄດ້ດີ, ອີງຕາມການບອກເລົ່າຂອງພວກທີ່ເປັນນາຍໜ້າຮັບຊື້ ແລະຂາຍປີ້ລົດໄຟນອກລະບົບ.

ຕາມບົດລາຍງານຂອງໜັງສືພິມ SCMP ທີ່ມີສໍານັກງານຕັ້ງຢູ່ຮົງກົງແລ້ວ ລະ ບົບຂາຍປີ້ລົດໄຟໃຫມ່ນີ້ ສໍາລັບຜູ້ໂດຍສານ ທີ່ຂີ່ລົດໄຟຄວາມໄວສູງ ສໍາລັບປະ ເທດທີ່ເຂົ້າຮ່ວມໂຄງການ BRI ແລະຄ່າປີ້ໂດຍສານຂອງເຂົາເຈົ້າຈະໃຊ້ອີງໃສ່ເງິນຟຣັງຂອງສະວິດ​ເຊ​ແລນ ແທນທີ່ຈະເປັນເງິນໂດລາ ແລະມີການລາຍງານການ ຊໍາລະເງິນເປັນລາຍເດືອນ. “ລະບົບປ້ອນຂໍ້ມູນເພື່ອຊ່ວຍໃຫ້ເຮັດໜ້າທີ່ສໍາຄັນ ເຊັ່ນພິສູດລາຍຮັບ, ການຈ່າຍຜ່ານທາງອິນເຕີແນັດ ແລະສະພາບຄ່ອງຕົວຂອງເງິນ ຂອງຜູ້ຊື້ປີ້.”
ເຖິງແມ່ນວ່າການຂາຍປີ້ລົດໄຟຜ່ານການໃຊ້ແອັບພລີເຄຊັນນີ້ ເປັນການຂາຍປີ້ ແບບບໍ່ມີພົມແດນກໍຕາມ ແຕ່ວ່າ ສາງເກັບຂໍ້ມູນໃຫຍ່ ແມ່ນຕັ້ງຢູ່ພາຍໃນຊາຍແດນຂອງຈີນ, ສາມາດຈັດການຕາມຄໍາຮ້ອງຂໍ ຈາກຜູ້ໂດຍສານທົ່ວໂລກ ໃນຫລາຍພາສາແຕກຕ່າງກັນ, ອີງຕາມເອກະສານທີ່ພິມເຜີຍແຜ່ໂດຍວາລະສານການຂົນສົ່ງ ແລະເສດຖະກິດທາງລົດໄຟໃນເດືອນມີນາ. ສະນັ້ນແນ່ນອນ ມັນສ້າງຄວາມໄດ້ປຽບ ໃນຫລາຍດ້ານໃຫ້ແກ່ຈີນ.

ສໍາລັບທາງລົດໄຟລາວ-ຈີນນັ້ນ ໂດຍເປັນໂຄງການຫລັກຂອງ BRI ມັນເປັນຂົວຕໍ່ທີ່ສໍາຄັນຫລາຍສໍາລັບຈີນ ໃຫ້ເຂົ້າເຖິງຕະຫລາດຂົງເຂດເອເຊຍຕາເວັນອອກສຽງໃຕ້ ໄດ້ສະດວກວ່ອງໄວຂຶ້ນ ແລະການຂາຍປີ້ລົດໄຟໂດຍຜ່ານການໃຊ້ແອັບພລີເຄຊັນທີ່ຫາກໍ່ພັດທະນາຂຶ້ນໂດຍຈີນທີ່ວ່ານີ້ ຄາດກັນວ່າ ຈະນໍາລາຍໄດ້ມາໃຫ້ຈີນຫລາຍຂຶ້ນ ເພາະນອກຈາກມັນເປັນການງ່າຍສໍາລັບຄົນຈີນທີ່ເດີນທາງໄປຕ່າງປະເທດເປັນລ້ານໆຄົນ ໃນແຕ່ລະເດືອນ ໂດຍໃຊ້ເງິນຂອງເຂົາເຈົ້າ ທີ່ຢູ່ໃນທະນາຄານຈີນ ທີ່ມີການເຊື່ອມຕໍ່ໃສ່ກັບລະບົບການຈ່າຍຄ່າໂດຍສານທັງໃໝ່ ແລະເກົ່າຢູ່ແລ້ວນັ້ນ. ນອກຈາກນັ້ນ ລະບົບທີ່ທັນສະໄໝນີ້ ຄາດວ່າ ຈະເຮັດໃຫ້ຄ່າເດີນທາງຜ່ານຫລາຍປະເທດຖືກລົງ ເນື່ອງຈາກວ່າ ມັນຕັດຂັ້ນຕອນໃນການໄປຊື້ປີ້ລົດໄຟຂອງຜູ້ໂດຍສານທີ່ຕ້ອງການເດີນທາງໄປຕ່າງປະເທດ ຫາກເມື່ອໃດມັນຖືກປັບປຸງໃຫ້ດີຂຶ້ນແລ້ວ.

XS
SM
MD
LG