ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວຈະຜະລິດໄຟຟ້າດ້ວຍພະລັງງານຈາກລົມ ເຊິ່ງເປັນໂຄງການອັນທໍາອິດ ເພື່ອສົ່ງອອກໄປຂາຍໃຫ້ຫວຽດນາມ


ຟາມກັນຫັນລົມຜະລິດໄຟຟ້າ ຢູ່ໃກ້ເມືອງ ເຕີຣັອກມອຣຕັນ (Throckmorton) ລັດເທັກຊັສ ຂອງສະຫະລັດ, ພາບຖ່າຍເມື່ອວັນທີ 24 ສິງຫາ 2018. ໂດຍ: ນິກ ອັອກສຟອດ ຂອງຣອຍເຕີສ໌ (REUTERS/Nick Oxford)
ຟາມກັນຫັນລົມຜະລິດໄຟຟ້າ ຢູ່ໃກ້ເມືອງ ເຕີຣັອກມອຣຕັນ (Throckmorton) ລັດເທັກຊັສ ຂອງສະຫະລັດ, ພາບຖ່າຍເມື່ອວັນທີ 24 ສິງຫາ 2018. ໂດຍ: ນິກ ອັອກສຟອດ ຂອງຣອຍເຕີສ໌ (REUTERS/Nick Oxford)

ລາວຈະຜະລິດໄຟຟ້າດ້ວຍພະລັງງານຈາກລົມ ເປັນໂຄງການອັນທໍາອິດ ເພື່ອສົ່ງອອກໄປຂາຍໃຫ້ຫວຽດນາມ ໃນປີ 2025 ນີ້ ພາຍຫລັງທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງລັດຖະບານລາວ ແລະະບໍລິສັດພະລັງງານເອກະຊົນຂອງໄທເມື່ອມໍ່ໆມານີ້ ຊຶ່ງໄຊ​ຈະ​ເລີນ​ສຸກມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ມີຄວາມເປັນໄປໄດ້ສູງທີ່ວ່າ ລາວຈະສາມາດຜະລິດໄຟຟ້າຈາກການໃຊ້ພະລັງງານລົມໄດ້ ໃນປະມານສາມປີຂ້າງໜ້ານີ້. ໃນທ້າຍເດືອນແລ້ວນີ້ ໄດ້ມີການເຊັນບັນທຶກຄວາມເຂົ້າໃຈ ລະຫວ່າງລັດຖະບານລາວ ຊຶ່ງຕາງໜ້າໂດຍທ່ານນາງ ຄໍາຈັນ ວົງແສນບູນ, ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ກັບ ບໍລິສັດ Impact Energy Asia Limited (IEA) ຊຶ່ງເປັນບໍລິສັດພະລັງງານທາງເລືອກຢູ່ປະເທດໄທ ເພື່ອສຶກສາແລະສໍາຫລວດຄວາມເປັນໄດ້ໃນການພັດທະນາໂຄງການຜະລິດພະລັງງານ ຈາກກັງຫັນລົມ ຢູ່ພາກໃຕ້ຂອງລາວ. ໂຄງການດັ່ງກ່າວ ມີມູນຄ່າຫລາຍກວ່າ 1 ຕື້ໂດລາ ແລະຈະເປັນໂຄງການພະລັງງານລົມ ທີ່ໃຫຍ່ທີ່ສຸດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້, ອີງຕາມເວັບໄຊທ໌ ຂອງສະມາຄົມພະລັງງານລົມ ຫລື Asia Wind Energy Association, ຊຶ່ງເປັນສະມາຄົມສົ່ງເສີມການຜະລິດໄຟຟ້າຈາກພະລັງງານລົມທີ່ຕັ້ງຢູ່ສິກະໂປ ໂຄງການທີ່ວ່ານີ້ ຈະກວມເອົາເນື້ອທີ່ 81,700 ເຮັກຕາ ຢູ່ໃນເມືອງດັກຈຶງ ແລະເມືອງລະມາມ ​ໃນແຂວງເຊກອງທີ່ມີຊາຍແດນຕິດກັບຫວຽດນາມນັ້ນ. ທາງກະຊວງພະລັງງານແລະບໍ່ແຮ່ ພ້ອມກັບຜູ້ລົງທຶນກໍໄດ້ດໍາເນີນຂັ້ນຕອນການປະສານງານ ແລະເຊັນບົດບັນທຶກເພື່ອຈະດໍາເນີນການສໍາຫລວດນີ້ ກັບອໍານາດການປົກຄອງ ແຂວງເຊກອງແລ້ວ ອີງຕາມເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງ ໃນ ແຂວງເຊກອງ ຊຶ່ງ ທ່ານບອກວ່າ:
“ມັນກະຊິໄດ້ຫັ້ນແຫລະ ເຂົາກໍາລັງສຶກສາ ມັນກະລົມເລີຍຫັ້ນແຫລະ ແຖວນັ້ນ ອາກາດເຢັນຫັ້ນໃດ໋ ຫວາເຂົາສຶກສາຫລາຍປີແລ້ວໄດ໋ 4-5 ປີ, 10 ປີແລ້ວວ່າຈັກ ມີໂອກາດເປັນໄປໄດ້ສູງ”.

ໂຄງການທີ່ວ່ານີ້ ແມ່ນຈະພັດທະນາຢູ່ເທິງພູພຽງທີ່ສູງ 1,100 ຫາ 1,500 ແມັດ ໃນເຂດນັ້ນນັ້ນ ແລະຈະສາມາດຜະລິດພະລັງງານໄຟຟ້າໄດ້ທັງໝົດ 1,600 ເມກາວັດ ເພື່ອສົ່ງຂາຍໃຫ້ຫວຽດນາມ.

ເມື່ອຖາມວ່າໂຄງການຜະລິດໄຟຟ້າໂດຍກັງຫັນລົມນີ້ ມີຄວາມເປັນໄປໄດ້ຫລາຍ ປານໃດ ເຈົ້າໜ້າທີ່ຂັ້ນສູງຜູ້ທີ່ອາໄສຢູ່ໃນທ້ອງຖິ່ນນັ້ນ ກໍບອກວ່າ ມັນມີຄວາມ ເປັນໄປໄດ້ສູງ ເພາະຢູ່ເຂດທີ່ວ່ານັ້ນ ມີລົມພັດຫລາຍຕະຫລອດ ຊຶ່ງທ່ານໃຫ້ຄໍາ ເຫັນດັ່ງນີ້:

“ມັນກະຊິໄດ້ຫັ້ນແຫລະ ເຂົາກໍາລັງສຶກສາ ມັນກະລົມເລີຍຫັ້ນແຫລະ ແຖວນັ້ນ ອາກາດເຢັນຫັ້ນໃດ໋ ຫວາເຂົາສຶກສາຫລາຍປີແລ້ວໄດ໋ 4-5 ປີ, 10 ປີແລ້ວວ່າຈັກ ມີໂອກາດເປັນໄປໄດ້ສູງ”.

ການພັດທະນາໂຄງການຜະລິດພະລັງງານຈາກລົມນີ້ ແບ່ງອອກເປັນ 2 ໂຄງ ການ ຄືໂຄງການຟາມລົມເຊກອງ ຫລື Xekong Wind Farm ຊຶ່ງມີກໍາລັງ ການຜະລິດ 1,000 ເມກາວັດ ແລະໂຄງການພະລັງງານ​ລົມ​ມໍ​ລະ​ສຸມ ​ ຫລື Monsoon Wind Farm ຊຶ່ງມີກໍາລັງການຜະະລິດ 600 ເມກາວັດ. ມັນຈະຖືກພັດທະນາ ໂດຍບໍລິສັດ Impact Electrons Siam (IES) ຊຶ່ງເປັນບໍລິ ສັດເຄືອຂ່າຍຂອງ IEA ແລະໄດ້ເຊັນສັນຍາຊື້-ຂາຍໄຟຟ້າ ກັບບໍລິສັດການໄຟ ຟ້າແຫ່ງຫວຽດນາມຫລື EVN ເປັນທີ່ຮຽບຮ້ອຍແລ້ວ ເມື່ອມໍ່ໆມານີ້. ໃນສັນຍານັ້ນ ຈະເລີ້ມມີການສະໜອງກະແສໄຟຟ້າ ຜ່ານສາຍສົ່ງ 500 ກິໂລໂວນ ຈາກພາກໃຕ້ຂອງລາວ ໄປແຂວງກວາງນາມ ໃນພາກກາງຫວຽດນາມ ໃນທ້າຍປີ 2025, ອີງຕາມອົງການຂ່າວຣອຍເຕີ້ສ໌.

ໂຄງການນີ້ຍັງ​ຖືວ່າເປັນ "ໂຄງການ​ແລກປ່ຽນ​ໄຟຟ້າ​ຂ້າມ​ຊາຍ​ແດນ​ອັນທຳ​ອິດ ​ຈາກ​ການ​ຜະລິດ​ພະລັງງານ ທີ່ມາຈາກ​ລົມ" ໃນ​ຂົງເຂດນີ້ອີງຕາມສະມາຄົມ Asia Wind Energy Association. ເມື່ອສ້າງສໍາເລັດແລ້ວ ນອກຈາກຈະຊ່ວຍຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ທີ່ເປັນມົນລະພິດໃນອາກາດແລ້ວ ມັນຍັງຈະ​ສ້າງ​ໂອກາດ​ເສດຖະກິດຫຼາຍ​ຢ່າງ​ ໃຫ້​ແກ່​ປະຊາ​ຊົນໃນທ້ອງ​ຖິ່ນ​ນັ້ນ ພ້ອມທັງສົ່ງເສີມນະໂຍບາຍຂອງລັດຖະບານລາວ ທີ່ຈະເຮັດໃຫ້ປະເທດ ກາຍເປັນໝໍ້ໄຟຂອງອາຊຽນອີກດ້ວຍ.

“ພວກເຮົາຮູ້ຢູ່ແລ້ວວ່າ ລາວມີຊັບພະຍາກອນທໍາມະຊາດ ແລະໂຄງການນີ້ ກໍສະແດງໃຫ້ຮູ້ວ່າ ສປປ ລາວ ມີຄວາມໜ້າເຊື່ອຖືໄດ້ ໃນການປະກອບສ່ວນຫລຸດອາຍຄາບອນລົງ,” ນັ້ນຄືຄໍາເເວົ້າຂອງທ່ານນາງ ພາຣໄດ ສືບມາ, ປະທານບໍລິສັດ IEA ອີງຕາມການກ່າວຕໍ່ Energy News Center ຫລືສູນຂ່າວພະລັງງານທີ່ຕັ້ງຢູ່ໄທ ຊຶ່ງເປັນສູນກາງສະໜອງຂ່າວ ແລະຂໍ້ມູນກ່ຽວກັບພະລັງງານຢູ່ໃນໄທ.

ສະຫລຸບແລ້ວ, ລາວມີຄວາມເປັນໄປໄດ້ສູງທີ່ຈະສາມາດຜະລິດພະລັງງານໄຟ ຟ້າສະອາດຈາກລົມໄດ້. ເມື່ອສົມທົບກັບພະລັງງານໄຟຟ້ານໍ້າຕົກ, ໂຄງການພະລັງງານໄຟຟ້າຈາກລົມທີ່ວ່ານີ້ ຈະຊ່ວຍໃຫ້ລາວສາມາດຜະລິດພະລັງງານທົດແທນເພື່ອສະໜອງໃຫ້ແກ່ບັນດາປະເທດເພື່ອບ້ານໃນອາຊຽນ ໄດ້ຕະຫຼອດປີໃນບໍ່ເທົ່າໃດປີຂ້າງໜ້ານີ້, ຊຶ່ງຈະຊ່ວຍໃຫ້ລາວ ບັນລຸເປົ້າໝາຍ ໃນການເປັນ “ໝໍ້ໄຟແຫ່ງອາ​ຊຽນ” ແລະແນ​ໃສ່ສະກັດກັ້ນ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດອີກດ້ວຍ.

XS
SM
MD
LG