ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວນັບມື້ນັບກາຍເປັນຈຸດສູນກາງ ການຂົນສົ່ງຢາເສບຕິດຜ່ານແດນ ໄປປະເທດທີ 3 ນັບແຕ່ມີການລະບາດຂອງໂຄວິດ-19


ປ້າຍໂຄສະນາ ລົນນະລົງ ໃຫ້ປະຊາຊົນ ສະກັດກັ້ນ ແລະຕ້ານຢາເສບຕິດ ທີ່ຕິດຕັ້ງຢູ່ໃນເຂດໂຮງຮຽນມັດທະຍົມສົມບູນວຽງຈັນ ຫຼື ລີເຊ້ວຽງຈັນ, ໂດຍພະແນກກວດກາແລະຄວບຄຸມຢາເສບຕິດ ປ້ອງກັນຄວາມສະຫງົບ ນະຄອນວຽງຈັນ.
ປ້າຍໂຄສະນາ ລົນນະລົງ ໃຫ້ປະຊາຊົນ ສະກັດກັ້ນ ແລະຕ້ານຢາເສບຕິດ ທີ່ຕິດຕັ້ງຢູ່ໃນເຂດໂຮງຮຽນມັດທະຍົມສົມບູນວຽງຈັນ ຫຼື ລີເຊ້ວຽງຈັນ, ໂດຍພະແນກກວດກາແລະຄວບຄຸມຢາເສບຕິດ ປ້ອງກັນຄວາມສະຫງົບ ນະຄອນວຽງຈັນ.

ລາວກາຍ​ເປັນຈຸດສໍາຄັນທີ່ພວກກຸ່ມກໍ່ອາດຊະຍາກໍາຂ້າມຊາດໃຊ້ເປັນທາງຜ່ານ ໃນການລັກລອບຂົນສົ່ງເສບຕິດໄປປະເທດທີ 3 ເພື່ອປ້ອນໃຫ້ຂົງເຂດເອ ເຊຍຕາ ເວັນອອກ ແລະຂົງເຂດມະຫາສະໝຸດປາຊີຟິກທີ່ເປັນຕະຫລາດຢາບ້າ ທີ່ໃຫຍ່ທີ່ ສຸດຂອງໂລກນັ້ນ, ໂດຍສະເພາະນັບແຕ່ມີການບະບາດຂອງພະຍາດ-19 ເປັນຕົ້ນມາ, ໄຊຈະເລີນສຸກມີລາຍງານຈາກນັກຂ່າວຂອງພວກເຮົາ ມາສະເໜີ ທ່ານໃນອັນດັບຕໍ່ໄປ.

ຂະນະທີ່ເຂດສາມຫລ່ຽມຄໍາບ່ອນທີ່ຊາຍແດນຂອງສາມປະເທດມາຈອດກັນນັ້ນ ຍັງສືບຕໍ່ເປັນແຫລ່ງການຜະລິດຢາບ້າ ຫລື methamphetamine ຕົ້ນຕໍ ໃນຂົງເຂດເອເຊຍ ແລະລາວ ກໍໄດ້ກາຍເປັນທາງຜ່ານທີ່ສໍາຄັນຂອງເສັ້ນທາງການ ລໍາລຽງຂົນສົ່ງຢາເສບຕິດ ທີ່ຜິດກົດໝາຍຈາກມຽນມາໄປຫາໄທ ແລະ ຫວຽດ ນາມ ເພື່ອຊົມໃຊ້ພາຍໃນປະເທດ ແລະຂົນສົ່ງໄປຂາຍຕໍ່ໃນຕະຫລາດອື່ນຢູ່ໃນ ຂົງເຂດເອເຊຍປາຊີຟິກ ໂດຍສະເພາະນັບແຕ່ມີການລະບາດຂອງ ໂຄວິດ-19 ໃນປີ 2020 ມານີ້, ອີງຕາມເວັບໄຊທ໌ຂອງຫ້ອງການວ່າດ້ວຍ ຢາເສບຕິດ ແລະອາດຊະຍາກໍາ ຂອງອົງການສະຫະປະຊາຊາດ ຫລື UNODC. ອົງການ UNODC ກ່າວວ່າ ເຖິງແມ່ນຈະມີການປິດຊາຍແດນ ແລະການຈໍາກັດໃນດ້ານການເດີນທາງ ແລະການຂົນສົ່ງກໍຕາມ ມີຢາບ້າຫລາຍເຖິງ 170 ລ້ານໂຕນຖືກຢຶດໃນປີ 2020 ຊຶ່ງເພີ້ມຂຶ້ນ 19 ເປີເຊັນຈາກ 142 ໂຕນທີ່ຢຶດໄດ້ໃນປີ 2019 ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້. ກຸ່ມກໍ່ອາດຊະຍາກໍາຂ້າມຊາດຢູ່ໃນຂົງເຂດນີ້ ລັກລອບຜະລິດ ແລະຂົນສົ່ງຢາເສບຕິດ ທັງຢາໄອຊ໌ ແລະຢາບ້າ ຫລື methamphetamine ເພື່ອປ້ອນໃຫ້ຂົງເຂດເອເຊຍຕາເວັນອອກ ແລະຂົງເຂດມະຫາສະໝຸດປາຊີຟິກຫລາຍຂຶ້ນ ຊຶ່ງເຮັດໃຫ້ຂົງເຂດດັ່ງກ່າວກາຍເປັນຕະຫລາດຢາບ້າທີ່ໃຫຍ່ທີ່ສຸດຂອງໂລກ.

ໃນນັ້ນລາວ ກໍກາຍເປັນຈຸດສູນກາງສໍາຄັນໃນການລໍາລຽງຂົນສົ່ງຢາເສບຕິດຜິດກົດໝາຍທີ່ວ່ານີ້. ທ່ານເຈີເຣມີ ດັກກລາສ (Jeremy Douglas) ຜູ້ຕາງໜ້າຂອງອົງການ UNODC ປະຈໍາຂົງເຂດເອເຊຍຕາເວັນອອກສຽງໃຕ້ ກ່າວຢູ່ໃນກອງປະຊຸມທາງອອນລາຍ ໃນທ້າຍເດືອນແລ້ວນີ້ວ່າ “ປະລິມານຂອງຢາ methamphetamine ແລະຢາເສບຕິດປະເພດອື່ນທີ່ຖືກລັກລອບຂົນສົ່ງຈາກເຂດສາມຫລ່ຽມຄໍາ ໂດຍກົງຫລືຜ່ານລາວ ແລ້ວສົ່ງຂ້າມແມ່ນໍາຂອງໄປຫາໄທແມ່ນເພີ້ມຂຶ້ນຫລາຍຮ້ອຍເປີເຊັນ ໃນໄລຍະ 2 ປີຜ່ານມານີ້ ແລະການລັກລອບຂົນສົ່ງຢາເສບຕິດ ແມ່ນເພີ້ມຂຶ້ນຢ່າງຫລວງຫລາຍຢູ່ລຽບຕາມຊາຍແດນລາວໃນປີ 2021.”

ກ່ອນໜ້ານີ້ ທ່ານດັກກລາສ ກໍໃຫ້ຄໍາເຫັນອີກວ່າ “ຊາຍແດນ ລາວໄດ້ຖືກພວກ ລັກລອບຂົນສົ່ງຢາເສບຕິດໃຊ້ຢ່າງຫລວງຫລາຍເພື່ອເອົາຢາເສບຕິດຈາກເຂດສາມຫລ່ຽມຄໍາໄປຫາໄທ ແລະຈາກນັ້ນກໍໄປຫາວົງຈອນການຄ້າຢາເສບຕິດ ໃນຂົງເຂດເອເຊຍ ແລະຕໍ່ໄປຂົງເຂດອື່ນໆ ໂດຍສະເພາະ ແມ່ນຢາບ້າທີ່ເປັນ ເມັດໃສໆ ຫລື ໄອຊ໌, ເຄຕາມິນ ແລະເຮໂຣອິນ.”

ເມື່ອວັນທີ 27 ຕຸລາຜ່ານມາທາງເຈົ້າໜ້າທີ່ຂອງລາວໃນບ້ານໂພນທອງ, ເມືອງ ຫ້ວຍຊາຍ, ແຂວງບໍ່ແກ້ວທີ່ເປັນເຂດນຶ່ງຂອງສາມຫລ່ຽມຄໍານັ້ນ ກໍຢຶດໄດ້ຢາບ້າ 262 ເປົາ ຊຶ່ງລວມມີ 55 ລ້ານ 664,000 ເມັດ ແລະໜັກປະມານ 5.56ໂຕນ. ຢາດັ່ງກ່າວໄດ້ຖືກເຊື່ອງຊ້ອນຢູ່ໃນລົດຂົນສົ່ງລັງເບຍເປົ່າແບບປອມແປງ, ອີງຕາມການບອກເລົ່າຂອງເຈົ້າໜ້າທີ່ຂັ້ນສູງໃນພະແນກໂຍທາ ແລະຂົນສົ່ງ ຂອງແຂວງດັ່ງກ່າວ. ພ້ອມກັນນັ້ນພະນັກງານຂອງບໍລິສັດທີ່ເປັນຕົວແທນຈໍາໜ່າຍເບຍລາວທົ່ວປະເທດກໍໃຫ້ການຢັ້ງຢືນວ່າ:

“ອັນນັ້ນມັນກະແອບອ້າງເອົາລັງເບຍໄປສົ່ງຊື່ໆ ກະບໍ່ແມ່ນຕົວແທນອີກ ບໍ່ໄດ້ເປັນຫຍັງ ທັງບໍ່ແມ່ນຕົວແທນ ແລະບໍ່ກ່ຽວຂ້ອງຫຍັງກັບເບຍລາວທັງໝົດເລີຍ ມີແຕ່ເອົາລັງເບຍໄປຕັ້ງໃສ່ຊື່ໆ ເພິ່ນກະຊິຄິດວ່າເປັນລົດເບຍມັນກະໄປສະບາຍແບບຊີ້ຫັ້ນນະ ແອບອ້າງແມ່ນແຫລະ”.

ສະພາບການນີ້ແມ່ນໜ້າເປັນຫ່ວງຫລາຍ ເພາະມັນໄດ້ເຮັດໃຫ້ຊາວໜຸ່ມລາວ ລວມທັງພວກນັກສຶກສາ ແລະເຈົ້າໜ້າທີ່ເຂົ້າໄປກ່ຽວຂ້ອງກັບເຄືອຂ່າຍຄ້າຢາເສບຕິດເພີ້ມຂຶ້ນ ດັ່ງການບອກເລົ່າຂອງອາຈານສອນໃນມະຫາວິທະຍາໄລແຫ່ງຊາດລາວ ທ່ານນຶ່ງວ່າ:

“ຮ້ວຍຄັນລອດມາໄດ້ມັນກະຕາຍໝົດຫັ້ນແລ້ວຢາເສບຕິດລະດັບນັ້ນເນາະ ທຸກມື້ນີ້ມັນກະມີຫລາຍ ຫາກຈັບເຂົາບໍ່ໄດ້ ເຈົ້າບໍ່ຮູ້ເດ ຕົວຢ່າງພວກຕໍາຫລວດເຮັດນໍາກັນມັນຊິໄປຈັບໄດ້ ເຂົາກະເອົາກັນເລື້ອຍລະຢູ່ດົງໂດກນີ້ ເຂົາສວຍໃຊ້ຢູ່ກັບຫໍພັກ ຫ້ອງແຖວເນາະ ກະພວກຢາເສບຕິດເອົາມາຂາຍກັນ ປີກ່ອນນີ້ ຢູ່ຄະນະເສດຖະສາດ ມັນຮຽນຮອດປີ 4 ລະ ຈັ່ງຈັບມັນໄດ້ ກະໄຄແນ່ຈັບມັນໄດ້ຫັ້ນເກາະ”.

ສ່ວນທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີລາວນັ້ນ ກໍດັ່ງທີ່ຊົງລິດ ໂພນເງິນ, ນັກຂ່າວວີໂອເອໄດ້ສະເໜີໄປໃນເດືອນແລ້ວນີ້ ທ່ານຢືນຢັນວ່າ ການຂົນສົ່ງຢາທີ່ຜິດກົດໝາຍຈາກລາວໄປຕໍ່ປະເທດທີສາມມີເພີ້ມຂຶ້ນນັບມື້ ຊຶ່ງທ່ານຖະແຫລງວ່າ:

“ຄັນຈະເວົ້າໃນກອບໂດຍລວມ ບັນຫາຢາເສບຕິດນີ້ ຜູ້ຄ້າຫລາຍຂຶ້ນໆ ປາກົດວ່າເດືອນທີ່ພວກສະຫາຍຈັບ ຢູ່ເຂດນີ້ໜາ ໃກ້ສະໜາມກິລາຫລັກ 16 ນີ້ ມັນຈັກໂຕນ ຈົນວ່າໄດ້ເອົາຈັກຍົກໄປຍົກລົງ ມັນບໍ່ແມ່ນສີ່ຫ້າເມັດ ມັນເປັນຫລາຍໂຕນ ຫລາຍລ້ານເມັດ ບາດດຽວນັ້ນ ມັນໂຫດຫ້ຽມເຖິງຂະໜາດນັ້ນ ຄັນເຮົາບໍ່ເຮັດອັນນີ້ ແມ່ນບໍ່ໄດ້ແທ້ໆ.”

ສະຫລຸບແລ້ວລາວກາຍເປັນຈຸດສໍາຄັນທີ່ພວກກຸ່ມກໍ່ອາດຊະຍາກໍາຂ້າມຊາດໃຊ້ ເປັນທາງຜ່ານໃນການລັກລອບຂົນສົ່ງຢາເສບຕິດໄປປະເທດທີ 3 ເພື່ອປ້ອນໃຫ້ຂົງເຂດເອເຊຍຕາເວັນອອກ ແລະຂົງເຂດມະຫາສະໝຸດປາຊີຟິກທີ່ເປັນຕະຫລາດຢາບ້າ ທີ່ໃຫຍ່ທີ່ສຸດຂອງໂລກນັ້ນ.

XS
SM
MD
LG