ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສໍາປະທານທີ່ດິນໃນລາວ ສົ່ງຜົນກະທົບໃນທາງລົບ ຫລາຍຂື້ນ


ທ່ານຄໍາມີ ໄຊຍະວົງ ຮອງປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ
ທ່ານຄໍາມີ ໄຊຍະວົງ ຮອງປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ

ລັດຖະມົນຕີ​ປະຈຳ​ສຳນັກ​ນາຍົກລັດຖະມົນຕີລາວຢືນຢັນ​ວ່າ ການ​ໃຫ້​ສຳ​ປະທານ​ທີ່​ດິນ​ກັບ​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ແລະ​ຕ່າງ​ຊາດ​ໄດ້​ ສົ່ງ​ຜົນ​ກະທົບ​ດ້ານ​ລົບ​ຕໍ່​ລາວ​ຫລາຍ​ຂື້ນ​ນັບ​ມື້. ​ໃນ​ຂະນະ​ດຽວ​ກັນ​ ກໍ​ປາກົດ​ວ່າການ​ໃຫ້​ສໍາປ​ະທານ​ທີ່​ດິນດັ່ງກ່າວ​ກັບ​ສ້າງ​ລາຍ​ຮັບ​ໃຫ້​ກັບ​ລັດຖະບານ​ລາວ​ ໄດ້​ພຽງ​​ເລັກ​ນ້ອຍ​ເທົ່າ​ນັ້ນ.

ທ່ານ​ຄຳ​ອ້ວນ ບຸບຜາ ລັດຖະມົນຕີ​ປະຈຳ​ສຳນັກ​ນາ​ຍົກ​ລັດຖະມົນຕີ​ຜູ້​ຮັບຜິດຊອບ​ໃນ​ດ້ານ​ການ​ຄຸ້ມ​ຄອງ​ທີ່​ດິນ ​ແຫ່ງ​ຊາດ​ຂອງ​ລັດຖະບານ ກ່າວ​ຍອມຮັບ​ວ່າ ການ​ໃຫ້​ສຳ​ປະທານ​ທີ່​ດິນ​ກັບ​ບັນດາ​ບໍລິສັດເອກ​ກະ​ຊົນ​ແລະ ຕ່າງ​ຊາດ​ໃນ​ໄລ​ຍະ 10 ປີ​ມາ​ນີ້ ​ໄດ້​ສົ່ງ​ຜົນ​ກະທົບ​ດ້ານ​ລົບ​ທັງ​ຕໍ່​ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ ​ແລະ​ສັງຄົມ​ໃນ ລາວ​ເພີ່ມ​ຂື້ນ​ຫລາຍ​ນັບ​ມື້. ທັງ​ນີ້​ກໍ​ເນຶ່ອງຈາກ​ວ່າການ​ໃຫ້​ສຳ​ປະທານ​ທີ່​ດິນ​ດັ່ງ ກ່າວ​ໄດ້​ເຮັດ​ໃຫ້​ມີ​ການ​ຕັດໄມ້​ທຳລາຍ​ປ່າເກີດ​ຂື້ນ​ຢ່າງ​ກວ້າງ​ຂວາງ ​ແລະ​ຫລາຍ​ກໍ​ລະ​ນີກໍ​ເປັນ​ ການ​ໃຫ້ສຳ​ປະທານ​ທີ່​ດິນ​ທີ່​ໄປ​ກວມ​ເອົາ​ເຂດ​ປ່າ​ສະຫງວນ ​ຫລື​ວ່າ​ແຫ​ລ່ງທຳ​ມະ​ຊາດ ລວມ​ເຖິງ​ການ​ໄປ​ກວມ​ເອົາ​ທີ່​ດິນ​ຂອງ​ປະຊາຊົນ​ລາວ​ ທີ່​ກໍ່ໃຫ້​ເກີດ​ເປັນຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ຜູ້​ໄດ້​ຮັບ​ສຳ​ປະທານ​ທີ່​ດິນ​ກັບປະ​ຊາ​ຊົນ​ລາວ​ຢ່າງ​ກວ້າງຂວາງ. ຍິ່ງ​ໄປ ​ກວ່າ​ນັ້ນ ທ່ານ​ຄຳ​ອ້ວນ ກໍ​ຍັງ​ໄດ້​ໃຫ້ການ​ຢືນຢັນ​ດ້ວຍ​ວ່າ ການ​ໃຫ້​ສໍາປະທານ​ທີ່​ດິນ​ແກ່​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ລາວ​ແລະ​ຕ່າງ​ຊາດ​ໃນ​ຕະຫລອດ​ໄລຍະ​ທີ່​ຜ່ານ​ມາ​ ກັບ​ໄດ້​ສ້າງ​ລາຍ​ຮັບ​ແລະ​ຜົນ​ປະ​ໂຫຍດໃຫ້ກັບ​ລັດຖະບານ​ລາວ ໄດ້​ພຽງ​ແຕ່​ເລັກ​ນ້ອຍ​ເທົ່າ​ນັ້ນເນຶ່ອງ ຈາກ​ວ່າໄດ້​ມີ​ການ​ກຳໜົດ​ອັດຕາ​ຄ່າ​ເຊົ່າ​ທີ່​ດິນ​ທີ່​ຕ່ຳຫລາຍ​ ດັ່ງ​ທີ່​ທ່ານ​ຄຳ​ອ້ວນ​ໄດ້​ຖະ​ແຫລງ ຊີ້​ແຈງ​ໃນ​ຕອນ​ນຶ່ງ​ວ່າ:

“ຜົນ​ກະທົບ​ທີ່​ເກີດ​ຈາກ​ການ​ເຊົ່າ​ສຳ​ປະ​ທ່ານ​ທີ່​ດິນ​ທີ່​ກະທົບ​ຫລາຍ​ກວ່າ​ໝູ່ແມ່ນ​ໃນ​ຂົງ​ເຂດ​ກະສິກຳ​ທີ່​ໄປ​ກວມ​ເອົາ​ປ່າດົງ​ດິບ ປ່າ​ສະຫງວນ ປ່າ​ປ້ອງ​ກັນ ​ແຫລ່ງນ້ຳ ບ່ອນ​ຢູ່​ອາ​ໃສ​ ​ແລະ​ບ່ອນ​ເຮັດ​ກິນ​ຂອງ​ປະຊາຊົນ ​ໂຕນີ້​ແຫລະ​ທີ່​ມັນ​ມີ​ຜົນ​ກະທົບ ບັດ​ນີ້​ມາ​ ເບິ່ງ​ຜົນ​ປະ​ໂຫຍດແລ້ວ ​ໂດຍ​ສ​ະ​ເພາະ​ຢູ່​ໃນ​ນີ້​ ມັນ​ກໍ​ມີ​ການ​ຍົກ​ເວັ້ນຄ່າ​ເຊົ່າ​ສຳ ປະທານ ​ແລະ​ຄ່າເຊົ່າ​ສຳ​ປະທານ​ທີ່​ດິນ​ໃນ​ທົ່ວ​ປະ​ເທດ​ທີ່​ໄດ້​ຮັບ​ ກໍ​ແມ່ນລະຫວ່າງ 1 ຫາ 3 ​ໂດ​ລາ​ຕໍ່​ນຶ່ງ​ເຮັກ​ຕ້າຣ໌. ສ່ວນ 4 ຫາ 6 ​ໂດ​ລາ ກໍ​ມີ​ ແຕ່​ໜ້ອຍ ສະ​ນັ້ນ ຈະ​ເຫັນ​ໄດ້​ວ່າ​ ຄ່າ​ເຊົ່າ​ສຳ​ປະທານ​ນີ້​ແມ່ນ​ຕ່ຳ​ຫລາຍ.”

ທາງ​ດ້ານ​ທ່ານ​ຄຳ​ມີ ​ໄຊ​ຍະ​ວົງ ປະທານ​ສານ​ປະຊາ​ຊົນ​ສູງ​ສຸດ ​ກໍໄດ້​ຖະ​ແຫລ​ງຕໍ່​ກອງ​ປະ ຊຸມ​ສະ​ໄມ​ສາມັນ​ຄັ້ງ​ທີ່ 9 ຂອງ​ສະພາ​ແຫ່ງ​ຊາດ​ລາວຊຸດ​ທີ່ 6 ​ໃນ​ທ້າຍ​ເດືອນ​ມິຖຸນາ​ຜ່ານ​ມາ​ນີ້​ວ່າ​ ໃນ​ຮອບ 1 ປີ​ທີ່​ຜ່ານ​ມາ​ ມີ​ຄະດີ​ຄວາມ​ທີ່​ເປັນຂໍ້​ຂັດ​ແຍ້​ງກ່ຽວ​ກັບ​ທີ່​ດິນທີ່​ໄດ້​ຟ້ອງ​ຮ້ອງ​ຕໍ່​ສາ​ນຊັ້ນ​ຕົ້ນ​ຈຳນວນ​ຫລາຍ​ກວ່າ 590 ຄະດີແລະ​ໄດ້ມີ​ການ​ຟ້ອງ​ຮ້ອງ​ຕໍ່​ສານອຸທອນ ຈຳນວນ 142 ຄະດີ ສ່ວນ​ທີ່​ມີ​ການ​ຟ້ອງ​ຮ້ອງເຖິງ​ສານ​ປະຊາຊົນ​ສູ​ງສຸດ​ນັ້ນ​ ກໍ​ມີ​ເຖິງ 77 ຄະດີ ຊຶ່ງ​ຍັງ​ບໍ່​ລວມ​ເຖິງ​ອີກ 37 ກໍ​ລະ​ນີ ທີ່​ມີ​ການ​ຮຽກຮ້ອງຜ່ານ​ສະພາ​ແຫ່ງ​ຊາດ​ລາວ​ແຕ່​ຢ່າງ​ໃດ.

ສ່ວນ​ກ່ຽວ​ກັບ​ສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ການ​ຟ້ອງ​ຮ້ອງ​ເປັນ​ຄະດີ​ຄວາມ​ໃນ​ສານ​ນັ້ນ ທ່ານ​ຄຳ​ມີ ກໍ​ໃຫ້ກາ​ນຊີ້​ແຈງ​ວ່າ ຄະດີ​ຄວາມ​ສ່ວນ​ໃຫຍ່​ຈະ​ເປັນ​ການ​ຂັດ​ແຍ້​ງ​ໃນ​ມູນ​ມໍລະດົກ​ລະ​ຫວ່າງ​ຍາດ​ພີ່​ນ້ອງ ນອກຈາກ​ນັ້ນ​ບໍ່​ເປັນ​ບັນຫາ​ທີ່ ກ່ຽວ​ກັບ​ການ​ຂາຍ​ທີ່​ດິນ​ໄປ​ກວມ​ເອົາ​ທີ່​ດິນ​ຂອງ​ຜູ້​ອື່ນ ຫລື​ການ​ຂາຍ​ທີ່​ດິນ​ທີ່​ບໍ່​ກົງ​ກັບ​ເອກ​ກະ​ສິດ ຫລື​ຜູ້​ຂາຍ​ບໍ່​ມີ ສິດ​ໃນ​ທີ່​ດິນ ​ແລະ​ທີ່​ຖື​ວ່າ​ເປັນ​ບັນຫາ​ທີ່​ມີ​ຄວາມ​ຮຸນ​ແຮງ​ຫລາຍ​ຂື້ນ​ນັບ​ມື້​ນັ້ນ ກໍ​ຄື​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໄດ້​ຕົກລົງ​ໃຫ້​ສຳ​ປະທານ​ທີ່​ດິນ​ແກ່​ພາກ​ເອກ​ກະ​ຊົນ​ເກີ​ນກວ່າ​ອຳນາດ​ຂອງ​ຕົນ ​ແລະ​ໄປ​ກວມ​ເອົາ​ທີ່​ດິນ​ຂອງ​ປະຊາ​ຊົນ ​ຫລື​ເຂດ​ປ່າ​ສະຫງວນ ຫລື​ທີ່​ດິນ​ຂອງ​ລັດຖະບານ​ດ້ວຍ.

ສວນປູກຕົ້ນຢູຄາລິບຕັສ
ສວນປູກຕົ້ນຢູຄາລິບຕັສ

ທັງ​ນີ້​ໂດຍ​ສະ​ເພາະ​ແມ່ນ​ການ​ໃຫ້​ສໍາ​ປະທານ​ສິດ​ທິ​ໃນ​ການ
ເຊົ່າ​ທີ່​ດິນ​ຂະໜາດ​ໃຫຍ​ແກ່​ພາກ​ເອ​ກະ​ຊົນ​ຕ່າງ​ຊາດ​ທີ່​ຕ້ອງ
ການ​ນຳ​ໃຊ້​ທີ່​ດິນ​ເພື່ອ​ປູກ​ພືດ​ອຸດສາຫະກຳ ​ເຊັ່ນ ຢາງ ພາລາ ອ້ອຍ ສາລີ ມັນ​ຕົ້ນ ​ໄມ້​ເກດສະໜາ ​ໄມ້​ວິກ ຫລື ຢູຄາ​ລິບ​ຕັສ ​ແລະ​ການ​ພັດທະນາ​ທາງ​ດ້ານ​ອະສັງຫາລິມະ​ຊັບ ​ເຊັ່ນ​ເຂດ​ນິຄົມ​ອຸດສາຫະກຳ ​ເຂດ​ເສດຖະກິດ​ພິ​ເສດ ​ແລະ​ເຂດ​ທີ່ຢູ່​ອາ​ໃສ​ນັ້ນ ນັບ​ເປັນ​ກໍ​ລະ​ນີບັນຫາ​ ທີ່​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ປະ​ຊາ​ຊົນ​ແລະ​ກະ​ເສດຕະກອນ​ລາວ​ ຢ່າງ​ກວ້າງ ຂວາງ​ທີ່​ສຸດ​ໃນ​ເວລາ​ນີ້ ​ເນຶ່ອງຈາກ​ວ່າ​ເຂດ​ສໍາ​ປະທານ​ເຫລົ່າ​ນີ້​ໄດ້​ໄປ​ກວມ​ເອົາ​ທີ່​ດິນຂອງ​ ປະຊາຊົນ ​ແລະ​ກໍ​ເຮັດ​ໃຫ້​ຕ້ອງ​ມີ​ການໂຍກ​ຍ້າຍ​ປະຊາຊົນ​ອອກ​ໄປ​ຈາກ​ເຂດສຳ​ປະທານ​ ດ່ັງກ່າວ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ກໍ​ປາກົດ​ວ່າ​ມີ​ປະຊາຊົນ​ລາວ​ໃນ​ຫລາຍ​ພື້ນ​ທີ່​ທີ່​ບໍ່​ຍອມ​ສົ່ງ​ມອບ​ທີ່​ດິນ​ແລະ​ບໍ່​ຍອມ​ພາກັນ​ໂຍກ ຍ້າຍ​ອອກ​ໄປ​ຈາກ​ເຂດ​ສຳ​ປະທານ​ຈົນ​ເທົ່າ​ທຸກ​ມື້​ນີ້ ​ໂດຍ​ກໍ​ລະ​ນີຕົວຢ່າ​ງທີ່​ແຈ່ມ​ແຈ້ງ​ກໍ​ຄື​ປະຊາຊົນ​ບໍ່​ຍອມ​ໂຍກ​ຍ້າຍ​ອອກ​ຈາກ​ເຂດບຶງ​ທາດຫລວງ​ເພື່ອ​ເປີດ​ທາງ​ໃຫ້​ກຸ່ມ​ບໍລິສັດ​ຈາກ​ຈີນ​ດຳ​ເນີນ​ໂຄງການ​ພັດທະນາ​ເຂດ​ເມືອງ​ໃໝ່​ທີ່​ເອີ້ນ​ວ່າ China Town ຢູ່​ບຶງ​ທາດ​ຫລວງ​ດັ່ງກ່າວ ​ເນຶ່ອງຈາກ​ວ່າ​ປະຊາຊົນ​ບໍ່ພໍ​ໃຈ​ລາຄາ​ທີ່​ດິນ​ທີ່​ຈະ​ໄດ້ຮັບ​ການ​ຊົດ​ເຊີຍ​ຈາກ​ລັດຖະບາ​ນລາວ​ໃນ​ອັດຕາ​ທີ່​ຕ່ຳ​ເກີນໄປ. ດ້ວຍ​ເຫ​ດນີ້ ຈຶ່ງ​ເຮັດ​ໃຫ້​ກຸ່ມ​ບໍລິສັດ​ຈີນ​ຍັງ​ຄົງ​ບໍ່ສາ ມາດລົງມື​ດຳ​ເນີນ​ໂຄງການ​ຢູ່​ບຶງ​ທາດຫລວງ​ດ່ັງກ່າວ​ໄດ້​ເລີຍ ທັງໆ​ທີ່​ວ່າ​ໄດ້​ລົງ​ທຶນ​ກໍ່ສ້າງ​ ສະໜາມ​ກີລາ​ແຫ່ງໃໝ່​ ເພື່ອ​ໃຫ້​ລັດຖະບານ​ລາວ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ກີລາ​ຊີ​ເກ​ມສ໌ ຄັ້ງ​ທີ່ 25 ​ເມື່ອ​ທ້າຍ​ປີ​ຜ່ານມາ​ ເພື່ອ​ເປັນ​ການ​ແລກປ່ຽນ​ກັບ​ການ​ສໍາປະທານ​ທີ່​ດິນ 1,000 ​ເຮັກ​ຕ້າຣ໌ ຢູ່​ບຶ່ງທາດຫລວງ​ດັ່ງກ່າວແລ້ວ​ກໍ​ຕາມ ​ແລະ ລ່າ​ສຸດ​ກໍ​ມີ​ລາຍ​ງານ​ວ່າ ກຸ່ມ​ບໍລິສັດ​ຈາກ​ຈີນ​ໄດ້​ປະກາດ​ຍົກເລີກ​ໂຄງການ​ດັ່ງກ່າວ​ແລ້ວ ​ໂດຍ​ຈະ​ຍ້າຍ​ໂຄງການໄປ​ຢູ່​ໃກ້​ສະໜາມ​ກີລາ​ແຫ່ງ​ໃໝ່ແທນ.

XS
SM
MD
LG