ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິນເດຍໃຫ້ເງິນກູ້ຢືມແກ່ ສປປ ລາວ


Indian President Prathiba Patil
Indian President Prathiba Patil

ອິນເດຍໄດ້ອະນຸມັດເງິນກູ້ຢືມຈຳນວນ 72 ລ້ານ 5 ແສນ 5 ໝື່ນໃຫ້ແກ່ ສປປ ລາວ ສຳລັບໂຄງການໄຟຟ້າ 2 ໂຄງການ.

ຂໍ້ຕົກລົງກ່ຽວກັບເງິນກູ້ດັ່ງກ່າວໄດ້ມີການລົງນາມກັນໃນມື້
ວັນຈັນວານນີ້ ໂດຍ ຜູ້ຕາງໜ້າຂອງລັດຖະບານລາວແລະ
ທະນາຄານຂາເຂົ້າ-ຂາອອກຂອງອິນເດຍ ໂດຍມີປະທານາ
ທິບໍດີຂອງ ສປປ ລາວແລະອິນເດຍ ເປັນສັກຂີພະຍານ.

ນອກນັ້ນແລ້ວ ຜູ້ນຳທັງສອງທ່ານຍັງໄດ້ເປັນສັກຂີພະຍານ
ໃນການລົງນາມໃນເອກກະສານສະ​ແດງ​ຄວາມ​ສົນໃຈໃນ
ການລົງທຶນລະຫວ່າງຜູ້ຕາງໜ້າຂອງກຸ່ມ Tata ຈາກອິນເດຍ ກັບກະຊວງພະລັງງານ
ແລະບໍ່ແຮ່ ພ້ອມທັງກະຊວງແຜນການແລະການລົງທຶນຂອງລາວ.

ຂໍ້ຕົກລົງທີ່ວ່ານີ້ ໄດ້ມີການລົງນາມ​ໃນ​ມື້ວານ​ນີ້​ເຊ່ນ​ກັນ ຊຶ່ງ​ເປັນມື້ສຸດທ້າຍຂອງການ
ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການເປັນເວລາ 5 ມື້ ຂອງປະທານາທິບໍດີອິນເດຍ
ທ່ານນາງ Pratibha Patil ຕາມຄຳເຊື້ອເຊີນຂອງປະທານປະເທດລາວ ທ່ານ ຈູມມະລີ
ໄຊຍະສອນ.

ທ່ານນາງ Patil ໄດ້ເດີນທາງອອກຈາກ ສປປ ລາວ ​ໄປໃນມື້ວັນຈັນວານນີ້ ເພື່ອໄປຢ້ຽມ
ຢາມກຳປູເຈຍຢ່າງເປັນທາງການເປັນເວລາ 5 ມື້.

XS
SM
MD
LG