ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ ອິນເດຍ ຢ້ຽມຢາມລາວ


ປະທານາທິບໍດີອິນເດຍ ທ່ານນາງ Pratibha Patil ໄດ້ເດີນທາງ ໄປເຖິງນະຄອນຫຼວງວຽງຈັນ ຂອງລາວ ໃນວັນພະຫັດມື້ນີ້ ເພື່ອເລີ້ມການຢ້ຽມຢາມ ຢ່າງເປັນ ທາງການ ເປັນເວລາ 5 ມື້.

ທ່ານນາງ Patil ຈະໄດ້ພົບປະເຈລະຈາ ກັບນາຍົກລັດ ຖະມົນຕີລາວ ທ່ານບົວສອນ ບຸບຜາວັນ ແລະປະທານ ປະເທດລາວ ທ່ານຈູມມະລີ ໄຊຍະສອນ ແລະລົງນາມ ໃນຂໍ້ຕົກລົງສອງຝ່າຍ ຈຳນວນນຶ່ງ.

ປະທານາທິບໍດີອິນເດຍ ໄດ້ຮັບການເຊື້ອເຊີນ ໃຫ້ເດີນທາງ ໄປຢ້ຽມຢາມປະເທດລາວ ໃນລະຫວ່າງ ທີ່ທ່ານຈູມມະລີ ດີນທາງໄປຢ້ຽມຢາມ ກຸງນິວເດລີ ຢ່າງເປັນທາງການ ໃນປີ 2008. ນີ້ແມ່ນການຢ້ຽມຢາມ ເທື່ອທຳອິດ ຂອງທ່ານນາງ ແລະ ເປັນການຢ້ຽມຢາມລາວ ຄັ້ງທີ 2 ຂອງປະທານາທິບໍດີອິນເດຍ ນັບແຕ່ປະເທດທັງສອງ ໄດ້ ສ້າງຕັ້ງຄວາມສຳພັນເທື່ອທຳອິດ ໃນປີ 1954.

ລາຍການຕ່າງໆ ຂອງທ່ານນາງ Patil ໃນລະຫວ່າງທີ່​ເຄື່ອນ​ໄຫວ ​ຢ້ຽມຢາມນະຄອນຫຼວງ ວຽງຈັນນັ້ນ ແມ່ນຮວມທັງ ການກ່າວຄຳປາໄສ ຕໍ່ກອງປະຊຸມທຸລະກິດຮ່ວມ ອິນເດຍ-ລາວ.

ທ່ານນາງ ຈະເດີນທາງໄປຢ້ຽມຢາມກຳປູເຈຍ ເປັນເວລາ 2 ມື້ ຫຼັງຈາກສິ້ນສຸດ ການຢ້ຽມ ຢາມປະເທດລາວ.

XS
SM
MD
LG