ການພັດທະນາຊັບພະຍາກອນມະນຸດໃນລາວຍັງບໍ່ສອດຄ່ອງ ກັບຄວາມຕ້ອງການຕົວຈິງ ໃນຂະນະທີ່ແຮງງານລາວຈຳນວນນຶ່ງກໍຍັງເດີນທາງໄປລັກລອບທຳງານ ໂດຍຜິດກົດໝາຍໃນໄທເພີ້ມຂຶ້ນ. ຊົງລິດ ໂພນເງິນມີລາຍງານເລື້ງນີ້ມາສະເໜີທ່ານຈາກບາງກອກ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ຖະແຫລງການໃນໂອກາດວັນຄູແຫ່ງຊາດ ວັນທີ 7 ຕຸລາ 2019 ໂດຍຍອມຮັບວ່າ ການພັດທະນາຊັບພະຍາກອນມະນຸດຂອງລາວຍັງບໍ່ສອດຄ່ອງ ແລະບໍ່ສາມາດຕອບສະໜອງກັບຄວາມຕ້ອງການຕົວຈິງຂອງການພັດທະນາໃນລາວໄດ້ເລີຍ ໂດຍມີສາເຫດສຳຄັນມາຈາກການສຶກສາ ທີ່ມີຄຸນນະພາບຕ່ຳ ແລະບໍ່ເທົ່າທັນກັບສະພາບການທີ່ປ່ຽນແປງທັງພາຍໃນ ແລະ ນອກປະເທດ ຈຶ່ງເຮັດໃຫ້ຊັບພະຍາກອນມະນຸດໃນລາວ ບໍ່ສາມາດຕອບສະໜອງໄດ້ທັງໃນພາກລັດ ແລະ ພາກທຸລະກິດເອກະຊົນ ດັ່ງທີ່ທ່ານທອງລຸນ ໄດ້ຖະແຫລງຢືນຢັນວ່າ:
“ຄຸນນະພາບຂອງການສຶກສາຂອງພວກເຮົາ ຍັງບໍ່ທັນສູງເທົ່າທີ່ຄວນ. ຕ່າງປະເທດເບິ່ງເຮົາແນວນັ້ນ. ພວກເຮົາສ້າງຄົນຜ່ານມານີ້ ນອກຈາກຄຸນນະພາບ, ປະສິດທິພາບຍັງບໍ່ທັນໄດ້ຕາມຄວາມຮຽກຮ້ອງຕ້ອງການແລ້ວ ພວກເຮົາຍັງເຮັດໃຫ້ນັກຮຽນ, ນັກສຶກສາ ທີ່ຈົບອອກມານັ້ນ ບໍ່ທັນສາມາດປະກອບອາຊີບ, ບໍ່ສາມາດຕອບສະໜອງເຂົ້າຢູ່ໃນການເຮັດວຽກ ເຮັດງານທຳ. ຂ້າພະເຈົ້າບໍ່ເວົ້າແຕ່ເລື້ອງໄປເປັນພະນັກງານຂອງລັດເດ່, ການມີອາຊີບດ້ວຍຕົນເອງຂອງເຂົາເຈົ້າຫັ້ນ ເຮັດໄດ້ໜ້ອຍທີ່ສຸດ.”
ທັງນີ້ ໂດຍມີສາເຫດມາຈາກການທີ່ສະຖາບັນການສຶກສາຊັ້ນສູງຂອງລັດແລະ ເອກກະຊົນລາວຍັງບໍ່ສາມາດພັດທະນາຫລັກສູດການຮຽນການສອນໄດ້ທັນກັບສະພາບການພາຍໃນ ແລະນອກປະເທດທີ່ປ່ຽນແປງຢ່າງໄວວາ ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດ ເພື່ອສະໜອງໃຫ້ກັບການບໍລິຫານງານທີ່ທັນສະໄໝໃນພາກລັດ ແລະການຜະລິດສິນຄ້າ ລວມເຖິງບຸກຄະລາກອນ ຫລືນັກວິຊາການໃນດ້ານກະສິກຳທັນສະໄໝ, ແພດ, ພະຍາບານ, ນາຍຊ່າງເຄື່ອງຈັກໃນໂຮງງານອຸດສາຫະກຳ ແລະຄູທີ່ມີຄວາມຮູ້ແລະຄວາມສາມາດໃນດ້ານພາສາຕ່າງປະເທດ, ວິທະຍາສາດ, ການສື່ສານໂທລະຄົມມະນາຄົມ, ຄອມພີວເຕີ, ລະບົບຂໍ້ມູນຂ່າວສານ, Digital ແລະລະບົບ Logistic ທີ່ເຊື່ອມຕໍ່ຕ່າງປະເທດນັ້ນ.
ທ່ານ ທອງລຸນ ຍັງຍອມຮັບອີກດ້ວຍວ່າ ການຫຼິ້ນພັກ-ຫຼິ້ນພວກ ແລະການຊື້ເອົາຕຳແໜ່ງ ໃນວົງການພະນັກງານຂອງລັດຖະບານລາວ ໄດ້ເກີດຂຶ້ນໃນທຸກພາກສ່ວນທົ່ວປະເທດ ຊຶ່ງໄດ້ສົ່ງຜົນກະທົບເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕ່າງໆ ຂອງລັດ ບໍ່ສາມາດບັນລຸ ເປົ້າໝາຍໄດ້ຕາມແຜນການທີ່ວາງໄວ້ ເນື່ອງຈາກວ່າພະນັກງານລັດ ທີ່ຮັບຜິດຊອບນັ້ນ ບໍ່ມີຄວາມຮູ້ ຄວາມສາມາດໃນການປະຕິບັດວຽກງານຕົວຈິງ ຈຶ່ງເຮັດໃຫ້ເກີດສະພາບ ບັນຫາທີ່ມີພະນັກງານຫຼາຍ ແຕ່ເຮັດວຽກບໍ່ເປັນນັ້ນເອງ.
ສ່ວນເຈົ້າໜ້າທີ່ຂັ້ນສູງຂອງສະຫະພາບຢູໂຣບໃນລາວ ຢືນຢັນວ່າ ສປປ ລາວ ຖືກ
ຈັດໃຫ້ຢູ່ອັນດັບທີ 2 ໃນຖານະທີ່ມີຈຳນວນພະນັກງານລັດຕໍ່ຈຳນວນປະຊາກອນລາວ
ຄິດເປັນສັດສ່ວນທີ່ສູງສຸດ ຂອງອາຊຽນ ໂດຍເປັນຮອງພຽງແຕ່ປະເທດບຣູນາຍເທົ່ານັ້ນ
ກໍຄື ລາວມີພະນັກງານລັດທັງໝົດ 184,870 ຄົນ ຄິດເປັນສັດສ່ວນພະນັກງານລັດ 1
ຄົນ ຕໍ່ປະຊາກອນລາວ 37 ຄົນ ໃນຂະນະທີ່ເກນມາດຕະການຂອງອາຊຽນ ຢູ່ທີ່ສັດ
ສ່ວນ 1 ຕໍ່ 50 ຄົນ ແລະຈຳນວນພະນັກງານຂອງລັດຖະບານລາວດັ່ງກ່າວນີ້ ຍັງບໍ່ລວມ
ເຖິງ ທະຫານ ແລະພະນັກງານລັດວິສາຫະກິດ ທີ່ມີຈຳນວນຫຼາຍກວ່າ 1 ແສນຄົນ ໃນທົ່ວປະເທດລາວ ແຕ່ຢ່າງໃດ.
ສ່ວນອົງການແຮງງານສາກົນ ຫລື ILO ຄາດໝາຍວ່າ ພາຍໃນປີ 2020 ບັນດາຫົວໜ່ວຍທຸລະກິດຕ່າງໆ ໃນລາວຈະຕ້ອງການກຳລັງແຮງງານມີຝີມືຫລາຍກວ່າ 658,000 ຄົນ ຈຶ່ງເຮັດໃຫ້ລາວຈະຕ້ອງພັດທະນາລະບົບການທົດສອບ ເພື່ອອກໃບຢັ້ງຢືນມາດຕະຖານຝີມືແຮງງານໃຫ້ໄດ້ໃນ 27 ສາຂາອາຊີບ ທີ່ສາມາດເດີນທາງໄປທຳງານໃນອາຊຽນດ້ວຍກັນໃຫ້ໄດ້ຫລາຍຂຶ້ນ. ແຕ່ໃນປີ 2018 ຜ່ານມາ, ທາງການລາວກໍສາມາດສ້າງວຽກເຮັດງານທຳໄດ້ພຽງ 15,025 ຄົນ ເທົ່ານັ້ນ ໃນຂະນະທີ່ເຄືອຂ່າຍເພື່ອໃຫ້ການຊ່ວຍເຫຼືອແກ່ແຮງງານຕ່າງດ້າວໃນໄທ ກໍໄດ້ປະເມີນວ່າ ມີແຮງງານລາວ ຫຼາຍກວ່າ 6 ແສນຄົນ ຢູ່ໃນໄທ ຊຶ່ງໃນຈຳນວນນີ້ ກໍມີແຮງງານລາວທີ່ລັກລອບເຮັດວຽກໃນໄທ ໂດຍຜິດກົດໝາຍຫຼາຍກວ່າ 330,000 ຄົນໃນປັດຈຸບັນ ແລະເກີນກວ່າ 60 ເປີເຊັນໃນນັ້ນ ກໍຄືແຮງງານລາວເພດຍິງ ຈຶ່ງມີຄວາມສ່ຽງສູງທີ່ຈະຕົກເປັນເຫຍື່ອຂອງການຄ້າມະນຸດຂ້າມຊາດ ໂດຍສະເພາະແມ່ນການຖືກບັງຄັບໃຫ້ຂາຍບໍລິການທາງເພດ ຢູ່ໃນປະເທດໄທນັ້ນ.