ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຫວັງວ່າ ຈະຖືເອົາກອງປະຊຸມດ້ານການທ່ອງທ່ຽວອາຊຽນ ໃນເດືອນນີ້ ເປັນໂອກາດທອງ ໃນການດຶງດູດເອົານັກທ່ອງທ່ຽວຕ່າງປະເທດ


ບັນດານັກທ່ອງທ່ຽວພາກັນໄປທ່ຽວຊົມປະຕູໄຊ ຢູ່ນະຄອນຫຼວງວຽງຈັນ, ວັນທີ 14 ມັງກອນ 2024.
ບັນດານັກທ່ອງທ່ຽວພາກັນໄປທ່ຽວຊົມປະຕູໄຊ ຢູ່ນະຄອນຫຼວງວຽງຈັນ, ວັນທີ 14 ມັງກອນ 2024.

ລາວ ມີເປົ້າໝາຍດຶງດູດເອົານັກທ່ອງທ່ຽວຕ່າງປະເທດ ໃຫ້ໄດ້ຢ່າງໜ້ອຍ 2.7 ລ້ານຄົນ ໃນປີນີ້ ຊຶ່ງຈະຖືເອົາການເປັນເຈົ້າພາບວຽນຈັດກອງປະ ຊຸມດ້ານການທ່ອງທ່ຽວອາຊຽນໃນອາທິດໜ້ານີ້ເປັນໂອກາດທີ່ດີເພື່ອໂຄສະນາດຶງດູດນັກທ່ອງທ່ຽວຕ່າງປະເທດຢ່າງຫຼວງຫຼາຍ ເພື່ອໃຫ້ບັນລຸເປົ້າໝາຍນັ້ນ, ​ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້​ຈາກນັກຂ່າວຂອງພວກເຮົາມາສະເໜີທ່ານໃນອັນດັບຕໍ່ໄປ.

ພາຍຫລັງເປີດປີທ່ອງທ່ຽວ 2024 ແລະປະກາດການເປັນປະທານວຽນຂອງອາ ຊຽນ ຢ່າງເປັນທາງການໄດ້ບໍ່ພໍເທົ່າໃດອາທິດຜ່ານມານີ້ ລາວ ກໍຈະເປັນເຈົ້າ ພາບວຽນຈັດກອງປະຊຸມດ້ານການທ່ອງ​ທ່ຽວອາ​ຊຽນ ຫລື ASEAN Tourism Forum ປີ 2024 ​ຂຶ້ນໃນ​ວັນ​ທີ 22-27 ກໍຄືໃນອາທິດໜ້ານີ້ຢູ່ທີ່​ນະຄອນຫຼວງ​ວຽງ​ຈັນ ແລະຈະຖື​ເອົາການຈັດງານນີ້ ເປັນໂອກາດທອງ​ຂອງ​ຕົນ​ໃນ​ການ​ໂຄສະນາ​ແຫຼ່ງທ່ອງ​ທ່ຽວ​ຫຼາຍ​ແຫ່ງ​ຂອງ​ປະ​ເທດ​ ໂດຍແນເປົ້າໝາຍດຶງດູດເອົານັກທ່ອງທ່ຽວໃຫ້ໄດ້​ຢ່າງໜ້ອຍ 2.7 ລ້ານຄົນໃນປີນີ້ ເພື່ອສ້າງລາຍຮັບໃຫ້ໄດ້ປະມານ 401 ລ້ານໂດລາ ແລະຄາດຫວັງວ່າ ຈະດຶງດູດນັກທ່ອງທ່ຽວຕ່າງຊາດໃຫ້ໄດ້ 2.9 ລ້ານຄົນ ແລະສ້າງລາຍຮັບໄດ້ປະມານ 434 ລ້ານໂດລາ ໃນປີ 2025.

ກ່ອນໜ້າການຈັດກອງປະຊຸມການທ່ອງທ່ຽວ ລະດັບຂົງເຂດທີ່ວ່ານີ້, ທ່ານນາງ ສວນສະຫວັນ ວິຍາເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ກ່າວຢູ່ໃນວີດິໂອທີ່ພົບຢູ່ໃນເວັບໄຊຂອງກະຊວງການຕ່າງປະເທດ ລາວວ່າ:

“ໃນນາມກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຫ່ງ ສປປ ລາວ, ຂ້າພະເຈົ້າຍິນດີແຈ້ງໃຫ້ຊາບວ່າ ສປປ ລາວ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມການທ່ອງທ່ຽວອາຊຽນ 2024 ໃນລະຫວ່າງວັນທີ 22-27 ມັງກອນ 2024 ທີ່ນະຄອນຫຼວງວຽງຈັນພາຍໃຕ້ຫົວຂໍ້: “ການທ່ອງທ່ຽວທີ່ມີຄຸນນະພາບ ແລະ ຄວາມຮັບຜິດຊອບ – ເພື່ອອະນາຄົດທີ່ຍືນຍົງຂອງອາຊຽນ.”

ລາວເຄີຍເປັນປະທານວຽນຈັດກອງປະຊຸມການທ່ອງທ່ຽວລະດັບພາກພື້ນທີ່ວ່ານີ້ມາສອງຄັ້ງແລ້ວ ຄືໃນປີ 2004 ແລະ 2013.

ສປປ ລາວ ຈັດໃຫ້ການທ່ອງທ່ຽວເປັນຂະແໜງການທີ່ເປັນບູລິມະສິດເພື່ອນໍາ ເງິນຕາຕ່າງປະເທດເຂົ້າ ແລະຟື້ນຟູເສດຖະກິດທີ່ກໍາລັງຝືດເຄືອງຢູ່ນີ້. ໃນ 9 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາລາວທັງໝົດ 2 ລ້ານ 4 ແສນກວ່າຄົນ ແລະຄາດຄະເນວ່າ ໝົດປີ 2023 ໄດ້ມີນັກທ່ອງທ່ຽວຕ່າງປະ ເທດເຂົ້າມາທ່ຽວປະມານ 2.9 ຊຶ່ງໃນນັ້ນນັກທ່ອງທ່ຽວທີ່ເຂົ້າມາລາວຫຼາຍທີ່ສຸດແມ່ນໄທ, ຮອງລົງມາແມ່ນຟີລິບປິນ, ຕິດຕາມດ້ວຍຫວຽດນາມ ແລະຈີນ. ແຕ່ສໍາລັບປີ 2024 ນີ້ ລາວຈະພະຍາຍາມໝູນໃຊ້ເສັ້ນທາງລົດໄຟລາວ-ຈີນ ແລະ ເສັ້ນທາງອື່ນ ທີ່ໄດ້ຮັບການປັບປຸງ ເພື່ອດຶງດູດເອົານັກທ່ອງທ່ຽວຈີນ ດັ່ງທີ່ ທ່ານຄົມ ດວງຈັນທາ, ຫົວໜ້າກົມການຕະຫລາດໃນກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ກ່າວຢູ່ໃນເວັບໄຊການທ່ອງທ່ຽວລາວວ່າ ດຽວນີ້ ກໍາລັງເນັ້ນໜັກໃສ່ການຫລັ່ງໄຫລຂອງນັກທ່ອງທ່ຽວຈີນ ເຂົ້າມາລາວທີ່ນັບມື້ນັບເພີ້ມຂຶ້ນ ແລະ ທ່ານກໍຊຸກຍູ້ໃຫ້ບັນດານັກທຸລະກິດຈີນສະໜອງລາຍການທ່ອງທ່ຽວລາວທີ່ ເໝາະກັບຄວາມນິຍົມຂອງນັກທ່ອງທ່ຽວຈີນ ເພື່ອເຮັດໃຫ້ປີທ່ອງທ່ຽວລາວ 2024 ປະສົບຜົນສໍາເລັດ.

ແຕ່ປາກົດວ່າ ມັນເປັນການຍາກຫລາຍທີ່ລາຍໄດ້ຈາກການທ່ອງທ່ຽວໄປເຖິງຄົນ ທ້ອງຖິ່ນຢ່າງເຕັມເມັດເຕັມໜ່ວຍ ເພາະນັກທ່ອງທ່ຽວທີ່ເປັນກຸ່ມໃຫຍ່ໆສ່ວນຫຼາຍ ແມ່ນມາຈາກຈີນ ແລະເກົາຫລີ ຊຶ່ງມັກມາທ່ຽວລາວພາຍໃຕ້ການຈັດການທ່ອງ ທ່ຽວຂອງເຄືອຂ່າຍທຸລະກິດບໍລິການແບບຄົບວົງຈອນຂອງເຂົາເຈົ້າ ທັງຂະໜາດ ໃຫຍ່ແລະນ້ອຍທີ່ມີສາຂາ ຫລືມີການປະສານງານ ກັບບໍລິດສັດທ່ອງທ່ຽວຈາກ ປະເທດຂອງເຂົາເຈົ້າເອງທີ່ຕັ້ງຢູ່ລາວ ຊຶ່ງບໍ່ເໝືອນກັນກັບນັກທ່ອງທ່ຽວທີ່ມາ ຈາກຂົງເຂດຢູໂຣບ ດັ່ງທີ່ນັກທຸລະກິດເຮັດບໍລິການຂົນສົ່ງນັກທ່ອງທ່ຽວໃນ ນະຄອນຫຼວງວຽງຈັນເວົ້າວ່າ:

“ມັນກະຢາກຊື້ນໍາຄົນໂລໂກ ຊື້ນໍາຄົນຈະເລີນ ຈີນ, ເກົາຫລີຊື້ຫຍັງ ກະຢາກຊື້ນໍາຄົນເຂົາເອງ, ສົ່ງເສີມຄົນເຂົາເອງ.”

ເຊັ່ນດຽວກັນສະມາຊິກສະພາແຫ່ງຊາດທ່ານນຶ່ງກໍໄດ້ຍົກຂຶ້ນມາໃນກອງປະຊຸມ ສະໄໝສາມັນທີ່ຫາກໍ່ສິ້ນສຸດລົງ ໃນເດືອນແລ້ວນີ້ວ່າ:

“ຝຣັ່ງກະມາຢູ່ ບໍ່ແມ່ນຄະນະໃຫຍ່ ມາຢູ່ສອງຜູ້ເຖົ້າສອງຜົວເມຍ ບໍ່ແມ່ນມາໃນນາມທ່ອງທ່ຽວຈີນ ເຂົ້າມາຕະຫລອດຈີນ ແຕ່ວ່າ ມາໃນນາມມາທ່ຽວເອງຫັ້ນນະ ມາແລ້ວມາລົງຊັ່ງຈຽງ ມາເຊີເຮັດຫາເຮັດທຸລະກິດ ບາດນີ້ເວົ້າເລື້ອງກິນອາຫານ ກະກິນຢູ່ອາຫານຈີນຄົນເຂົາເອງ ນອນກະນອນໂຮງແຮມຄົນເຂົາເອງ ກິນອາຫານຂອງເຂົາເອງ ລົດໄຟເຂົາເອງບໍ່ໄດ້ຫຍັງນໍານະ ໄປນວດກະໄປນວດຢູ່ຮ້ານຈີນເຂົາເອງ ເກົາຫລີກະໄປກິນຮ້ານອາຫານເກົາຫລີ ໄປນວດກະນວດຮ້ານເກົາຫລີ ນອນກະໄປນອນໂຮງແຮມເກົາຫລີ”.

ອີກດ້ານນຶ່ງການທີ່ລັດຖະບານລາວ ຍັງບໍ່ທັນໄດ້ມີການຈັດສັນດ້ານງົບປະມານ ຢ່າງພຽງພໍອາດຈະເຮັດໃຫ້ຄວາມກຽມພ້ອມໃນຫຼາຍດ້ານ ແລະການຂາດແຄນ ແຮງງານທີ່ມີສີມື ຫລືມີຄວາມຊໍານານໃນການບໍລິການນັກທ່ອງທ່ຽວອາດຈະເປັນ ບັນຫາທີ່ເຮັດໃຫ້ການດຶງດູນັກທ່ອງທ່ຽວ ບໍໄດ້ຕາມເປົ້າໝາຍທີ່ກ່າວມາຂ້າງເທິງ ນັ້ນ, ອີງຕາມທ່ານຄໍາປະເສີດ ເທບວົງສາ, ສະມາຊິກສະພາແຫ່ງຊາດເຂດ 6 ຍົກຂຶ້ນມາໃນກອງປະຊຸມສະໄໝສາມັນຄັ້ງທີ 6 ຂອງສະພາແຫ່ງຊາດຊຸດທີ 9.

ສ່ວນທາງທະນາຄານໂລກ ໄດ້ກ່າວຢູ່ໃນບົດລາຍງານເມື່ອມໍ່ໆມານີ້ວ່າ ການ ທ່ອງທ່ຽວ ແລະການບໍລິການດ້ານຂົນສົ່ງເປັນນຶ່ງໃນສາມປັດໄຈຕົ້ນຕໍ ທີ່ເຮັດໃຫ້ຍອດລວມຜະລິດຕະພັນພາຍໃນ ຫລື GDP ຂອງ ລາວຂະຫຍາຍຕົວ 3.7 ເປີເຊັນໃນປີ 2023 ຊຶ່ງເພີ້ມຂຶ້ນ ຈາກ 2.7 ເປີເຊັນໃນປີ 2022 ແຕ່ຢ່າງໃດກໍຕາມ ອັດຕາເງິນເຟີ້ເຮັດໃຫ້ຄ່າໃຊ້ຈ່າຍໃນການບໍລິໂພກ ແລະ ທຸລະກິດເພີ່ມຂຶ້ນ ຊຶ່ງອາດຈະມີຜົນກະທົບດ້ານລົບ ໃນການດຶງດູດນັກທ່ອງທ່ຽວກໍເປັນໄດ້.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG