ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ມີພະນັກງານທີ່ປະຕິບັດໜ້າທີ່ໂດຍທຸດຈະລິດຫຼາຍຂຶ້ນ ຫາກແຕ່ບໍ່ມີການລົງໂທດຂັ້ນເດັດຂາດ


ແຟ້ມພາບ - ກອງປະຊຸມຝຶກອົບຮົມ ວຽກງານກວດກາພັກ-ລັດ
ແຟ້ມພາບ - ກອງປະຊຸມຝຶກອົບຮົມ ວຽກງານກວດກາພັກ-ລັດ

ລັດຖະບານລາວມີພະນັກງານທີ່ປະຕິບັດໜ້າທີ່ໂດຍທຸດຈະລິດຫຼາຍຂຶ້ນ ຫາກແຕ່ບໍ່ມີການລົງໂທດຂັ້ນເດັດຂາດ ຈຶ່ງເຮັດໃຫ້ເກີດຂະບວນການຄ້າຂາຍເຖື່ອນ ແລະ ການດຳເນີນທຸລະກິດທີ່ິກົດໝາຍຢ່າງກວ້າງຂວາງໃນລາວ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ເຈົ້າໜ້າທີ່ກວດກາພັກ-ລັດ ຢືນຢັນວ່າ ສາເຫດຕົ້ນຕໍທີ່ເຮັດໃຫ້ການຈັດເກັບລາຍຮັບຂອງລັດຖະບານລາວ ບໍ່ໄດ້ຕາມແຜນການທີ່ວາງໄວ້ໃນທຸກປີທີ່ຜ່ານມາ ກໍຄືການທຸດຈະລິດຂອງພະນັກງານພັກ-ລັດ ທີ່ເກີດຂຶ້ນໃນທຸກວົງການ ແລະ ທຸກລະດັບຊັ້ນ ໂດຍສະເພາະແມ່ນການຂຸດຄົ້ນຊັບພະຍາກອນ ແລະການຄ້ານັ້ນ ກໍຄືພາກສ່ວນທີ່ມີການທຸດຈະລິດຫຼາຍທີ່ສຸດ ທັງຍັງໄດ້ສ້າງຄວາມເສຍຫາຍໃຫ້ກັບປະເທດ ແລະ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຫຼາຍທີ່ສຸດອີກດ້ວຍ ດັ່ງເຈົ້າໜ້າທີ່ກວດກາພັກ-ລັດ ໃຫ້ການຢືນຢັນວ່າ:

ສະພາບການລະເມີດການທຳລາຍປ່າໄມ້ ການທຳລາຍສັດນໍ້າ-ສັດປ່າ ການຄ້າ-ຂາຍເຖື່ອນ ການລັກລອບພາສີ ຢູ່ປະເທດລາວເຮົາ ໃນປະຈຸບັນຍັງມີຢ່າງແຜ່ຫຼາຍ ແຕ່ອົງການທີ່ກ່ຽວຂ້ອງໃນການດຳເນີນຄະດີ ຫຼືວ່າອົງການສືບສວນສອບສວນບໍ່ໄດ້ແກ້ໄຂ ປັດຈຸບັນສະພາບລົດເຖື່ອນ ສິນຄ້າເຖື່ອນ ມີຢ່າງຫຼວງຫຼາຍ ເປັນການທຳລາຍພື້ນຖານເສດຖະກິດ ເຮັດໃຫ້ເສດຖະກິດຂອງພັກ-ລັດ ພົບບັນຫາຄືທຸກມື້ນີ້.

ນອກຈາກນີ້ ບັນຫາດ້ານບຸກຄະລາກອນທີ່ບໍ່ມີຄວາມຮູ້-ຄວາມສາມາດ ກໍເປັນອີກສາເຫດນຶ່ງ ເພາະການຄັດເລືອກບຸກຄະລາກອນທີ່ບໍ່ໄດ້ມາດຕະຖານຍ້ອນການຫຼິ້ນພັກຫຼິ້ນພວກທີ່ເປັນເຄືອຍາດ ແລະ ມຸ່ງສະແຫວງຫາຜົນປະໂຫຍດສ່ວນຕົວເປັນຫຼັກ ທັງຍັງບໍ່ມີການລົງໂທດຢ່າງເດັດຂາດຕໍ່ຜູ້ປະຕິບັດໜ້າທີ່ໂດຍທຸດຈະລິດ ແລະ ເປັນການຍາກທີ່ຈະປົດອອກຈາກຕໍາແໜ່ງ ເພາະວ່າ ພວກເຂົາເຈົ້າມີເຄືອຍາດທີ່ພ້ອມຈະໃຫ້ການຊ່ວຍເຫຼືອຕະຫຼອດເວລາ ເຊັ່ນການບໍ່ຮ່ວມມືໃນການກວດກາໂຄງການຕ່າງໆ ທີ່ຖືກສົງໄສວ່າ ມີການທຸດຈະລິດນັ້ນ ຊຶ່ງສະພາບການດັ່ງກ່າວນີ້ ກໍຍັງໄດ້ເກີດຂຶ້ນໃນຂະບວນການຕັດສິນຄະດີຕ່າງໆ ໃນສານປະຊາຊົນທຸກຂັ້ນດ້ວຍເຊັ່ນກັນ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ທັດສະນະວ່າ

ການດຳເນີນ-ພິຈາລະນາຄະດີຂອງສານຂອງພວກເຮົານີ້ ບໍ່ຍຸຕິທຳ ຊັກຊ້າແກ່ຍາວ ບາງຄະດີນີ້ກະແມ່ນ 5 ປີ 10 ປີ 15 ປີ ຫຼືຫຼາຍກວ່ານັ້ນ ສາເຫດອັນນຶ່ງນີ້ ແມ່ນເນື່ອງມາຈາກການຄົ້ນຄວ້າ ພິຈາລະນາ ການເກັບກຳຂໍ້ມູນ-ຫຼັກຖານບໍ່ຄົບຖ້ວນ ບໍ່ຮອບດ້ານຕໍ່ພາວະວິໄສ ອັນນີ້ແມ່ນວຽກຄວາມຮັບຜິດຊອບຂອງຜູ້ພິພາກສາ ແລະ ສາເຫດທີ 2 ຕົ້ນຕໍນີ້ ແມ່ນເນື່ອງມາຈາກກົດໝາຍ ຍົກຕົວຢ່າງວ່າ ຄູ່ຄວາມບໍ່ພໍໃຈ ຂໍອຸທອນໄປຫາສານຂັ້ນອຸທອນ ສານຂັ້ນອຸທອນຄົ້ນຄວ້າ ພິຈາລະນາແລ້ວ ເຫັນວ່າ ການຕັດສິນຂອງສານຂັ້ນຕົ້ນນີ້ບໍ່ຖືກຕ້ອງ ລົບລ້າງຄຳຕັດສິນຂອງສານຂັ້ນຕົ້ນ ຕົວຢ່າງແນວນັ້ນ.

ສ່ວນທ່ານຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ຢືນຢັນວ່າ ການກວດກາພັກ ແລະ ລັດ ໃນປັດຈຸບັນໄດ້ແນໃສ່ການກວດກາການຈັດຕັ້ງປະຕິບັດ ໃນບັນດາໂຄງການພັດທະນາທີ່ລົງທຶນໂດຍລັດຖະບານເປັນຫຼັກ ເພາະເປັນພາກສ່ວນທີ່ມີການຮົ່ວໄຫຼ ແລະ ເກີດການສູນເສຍດ້ານງົບປະມານຫຼາຍທີ່ສຸດໂດຍມີສາເຫດສຳຄັນມາຈາກການທຸດຈະລິດຂອງພະນັກງານພັກ-ລັດ ຈຶ່ງຕ້ອງເພີ້ມມາດຕະການເຂັ້ມງວດເຂົ້າໃນການກວດກາການປະຕິບັດໜ້າທີ່ຂອງພະນັກງານລັດ ໃນທຸກໂຄງການ ທັງຍັງໄດ້ມີການຈຳກັດວົງເງິນທີ່ຈະນຳໃຊ້ເພື່ອການຊໍາລະໜີ້ທີ່ຄົງຄ້າງໃຫ້ແກ່ໂຄງການຕ່າງໆອີກດ້ວຍ.

ໂດຍໃນໄລຍະ 2 ປີທີ່ຜ່ານມາ ກໍໄດ້ກວດພົບການທຸດຈະລິດທີ່ເປັນການຮ່ວມມືລະຫວ່າງສະມາຊິກພັກກັບບຸກຄົນພາຍນອກເຖິງ 749 ຄົນ ທີ່ເຮັດໃຫ້ເກີດການເສຍຫາຍຫຼາຍກວ່າ 746 ຕື້ກີບ ກັບ 362 ກວ່າລ້ານບາດ ແລະ 14 ລ້ານໂດລາສະຫະລັດ ແຕ່ສາມາດເກັບຄືນມາໄດ້ 391 ກວ່າຕື້ກີບ ກັບ 25 ກວ່າລ້ານບາດ ແລະ ກວ່າ 10,000 ໂດລາສະຫະລັດ ສ່ວນການກວດກາ 4,185 ເປົ້າໝາຍໃນຊ່ວງປີ 2016-2022 ຍັງພົບດ້ວຍວ່າ ການທຸດຈະລິດໄດ້ເຮັດໃຫ້ລັດຖະບານລາວເສຍຫາຍເກີນກວ່າ 8,370 ຕື້ກີບ ກັບ 50.22 ລ້ານໂດລາສະຫະລັດ ແລະ 36.89 ລ້ານບາດ ຊຶ່ງມີສະມາຊິກພັກເຖິງ 3,690 ຄົນ ທີ່ພົວພັນກັບການທຸດຈະລິດດັ່ງກ່າວ.

ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ປະທານປະເທດ ໄດ້ເນັ້ນຢໍ້າຕໍ່ບັນດາການນຳພັກ-ລັດຖະບານວ່າ ວຽກງານສຳຄັນທີ່ການນຳພັກ-ລັດຈະຕ້ອງຈັດຕັ້ງປະຕິບັດຢ່າງເຂັ້ມງວດຫຼາຍຂຶ້ນ ຄືການກວດກາການປະຕິບັດໜ້າທີ່ຂອງພະນັກງານພັກ-ລັດ ໃຫ້ເປັນໄປຕາມລະບຽບ-ກົດໝາຍຢ່າງແທ້ຈິງ ຖ້າຫາກກວດພົບການທຸດຈະລິດຈະຕ້ອງດຳເນີນມາດຕະການສະກັດກັ້ນ ແລະ ໃຫ້ປົດອອກຈາກຕໍາແໜ່ງໃນທັນທີ.

ປັດຈະບັນ ພັກປະຊາຊົນປະຕິວັດລາວມີສະມາຊິກ 348,686 ຄົນ ຊຶ່ງຈາກການກວດກາໃນ 1​ ປີຜ່ານມາ ພົບການທຸດຈະລິດ ແລະ ໄດ້ລົງໂທດດ້ວຍການປົດອອກຈາກຕໍາແໜ່ງເຖິງ 1,928 ຄົນ ໃນຂະນະທີ່ປະຊາຊົນລາວ ໄດ້ຮ້ອງຮຽນໃຫ້ແກ້ໄຂການທຸດຈະລິດ 4,817 ກໍລະນີ.

XS
SM
MD
LG