ລັດຖະບານລາວຈະກູ້ຢືມເງິນທຶນໃນມູນຄ່າ 258 ລ້ານໂດລາ
ຈາກຈີນ ສໍາລັບນໍາໃຊ້ໃນການວ່າຈ້າງບໍລິສັດຈີນເພື່ອດໍາເນີນ
ການສ້າງດາວທຽມແລະສົ່ງຂຶ້ນສູ່ວົງໂຄຈອນພາຍໃນທ້າຍປີ
2015 ເປັນຢ່າງຊ້າ
ທ່ານສົມສະຫວາດ ເລ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້
ນໍາວຽກງານດ້ານເສດຖະກິດຂອງຄະນະລັດຖະບານລາວ ໄດ້
ໃຫ້ການຢືນຢັນກັບວີໂອເອວ່າ ລັດຖະບານລາວຈະກູ້ຢືມເງິນ
ທຶນຈາກລັດຖະບານຈີນ ທັງ 100% ເພື່ອນໍາໃຊ້ໃນໂຄງການ
ສ້າງແລະສົ່ງດາວທຽມດວງທໍາອິດຂອງລາວຂຶ້ນສູ່ວົງໂຄຈອນ
ໃຫ້ໄດ້ ພາຍໃນປີ 2015 ໂດຍການລົງນາມໃນສັນຍາກູ້ຢືມດັ່ງ
ກ່າວຈະມີຂຶ້ນໃນໝໍ່ໆນີ້ ແລະກໍຖືເປັນໂຄງການນຶ່ງທີ່ຢູ່ພາຍໃຕ້
ຂໍ້ຕົກລົງວ່າດ້ວຍການເປັນຮຸ້ນສ່ວນຍຸທະສາດ ເພື່ອການພັດທະນາຢ່າງຮອບດ້ານລະຫວ່າງ
ລາວ -ຈີນ ຊຶ່ງລັດຖະບານຈີນ ໄດ້ສັນຍາທີ່ຈະໃຫ້ການຊ່ວຍເຫຼືອລາວຢ່າງບໍ່ຢຸດຢັ້ງ ດັ່ງທີ່
ທ່ານສົມສະຫວາດ ໄດ້ໃຫ້ ການຊີ້ແຈງວ່າ:
“ໂຄງການໃຫຍ່ໆດຽວນີ້ ແມ່ນພວກເຮົາໄດ້ຂໍການກູ້ກັບຈີນ
ເນື່ອງຈາກວ່າບ່ອນອື່ນກໍບໍ່ໄດ້ໃຫ້ຫຼາຍຄືຈັ່ງຊີ້ເດ ທາງເຮົາ
ຜັດຕ້ອງການຫຼາຍ ຜູ້ອື່ນຜັດໃຫ້ສາມລ້ານ ສອງລ້ານ ສິບ
ລ້ານໄປຈັ່ງຊີ້ມັນຜັດບໍ່ພໍ ແລ້ວຜູ້ໃດໃຫ້ເຮົາກູ້ ເຮົາກະຂອບ
ໃຈເພິ່ນ ເພິ່ນກະເຫັນອົກເຫັນໃຈພວກເຮົາແດ່ຊັ້ນໜາ.”
ທັງນີ້ໂດຍທາງການກະຊວງໄປສະນີ ໂທລະຄົມມະນາຄົມ ແລະ
ການສື່ສານຂອງລາວແລະກຸ່ມບໍລິສັດອະວະກາດແຫ່ງປະເທດ
ຈີນ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການສ້າງແລະສົ່ງດາວທຽມ
ດວງທໍາອິດຂອງລາວຂຶ້ນໄປສູ່ວົງໂຄຈອນ ໃນເດືອນພຶດສະພາ ປີ 2012 ໂດຍຈະໃຊ້ເງິນ
ທຶນຄິດເປັນມູນຄ່າລວມທັງໝົດ 258 ລ້ານ ໂດລ່າ ທີ່ທາງການລາວຈະກູ້ຢືມຈາກທາງການຈີນ ແລະຈ້າງໃຫ້ບໍລິສັດຂອງຈີນດໍາເນີນການທັງໝົດນັ້ນເອງ ຊຶ່ງໝາຍຄວາມວ່າກຸ່ມບໍລິສັດອະວະກາດຂອງຈີນ ບໍ່ພຽງແຕ່ຈະຮັບຜິດຊອບໃນການສ້າງແລະສົ່ງດາວທຽມຂຶ້ນສູ່ວົງໂຄ
ຈອນເທົ່ານັ້ນ ຫາກແຕ່ຍັງລວມເຖິງການກໍ່ສ້າງສະຖານີແລະຕິດຕັ້ງລະບົບຄວບຄຸມສັນຍານ
ດາວທຽມຢູ່ພາກພື້ນດິນ ແລະການເຝິກອົບລົມພະນັກງານວິຊາການທີ່ກ່ຽວຂ້ອງ ໃຫ້ກັບ
ທາງການລາວຢ່າງຄົບຊຸດອີກດ້ວຍ ທັງນີ້ກໍເພື່ອທີ່ວ່າທາງການລາວຈະໄດ້ນໍາໃຊ້ສັນຍານ
ດາວທຽມ ໃຫ້ເປັນປະໂຫຍດຕໍ່ການພັດທະນາວຽກງານຖະແຫຼງຂ່າວໄດ້ຢ່າງມີປະສິດທິ ພາບຫຼາຍຂຶ້ນ ຢ່າງບໍ່ຢຸດຍັ້ງ.
ທາງດ້ານທ່ານບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ວັດທະນະ
ທໍາ ແລະທ່ອງທ່ຽວ ກໍໄດ້ຖະແຫຼງຢືນຢັນກ່ອນໜ້ານີ້ວ່າ ເປົ້າໝາຍສໍາຄັນປະການນຶ່ງຂອງ
ການພັດທະນາວຽກງານຖະແຫຼງຂ່າວຂອງລາວ ກໍແມ່ນການພັດທະນາສະຖານີວິທະຍຸ
ແລະໂທລະພາບແຫ່ງຊາດ ໃຫ້ເປັນລະບົບ Digital ໃຫ້ໄດ້ ໃນທົ່ວປະເທດພາຍໃນປີ 2015
ທ່ານບົວເງິນໄດ້ສະແດງຄວາມໝັ້ນໃຈວ່າ ທາງການລາວຈະສາມາດບັນລຸເປົ້າໝາຍດັ່ງກ່າວ
ໄດ້ຢ່າງແທ້ຈິງ ເນື່ອງຈາກທາງການຈີນໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ທາງການລາວ ນັບ
ແຕ່ຕົ້ນປີ 2012 ເປັນຕົ້ນມາແລ້ວ ແລະໃນຂະນະດຽວກັນ ການພັດທະນາວິທະຍຸແລະໂທ
ລະພາບໃນລາວ ໃຫ້ເປັນລະບົບ Digital ນັ້ນ ກໍໄດ້ເລີ່ມດໍາເນີນການຕັ້ງແຕ່ປີ 2011 ເປັນ ຕົ້ນມາແລ້ວ.
ໂດຍໃນປັດຈຸບັນ ໃນລາວມີສະຖານີໂທລະພາບທັງໝົດ 32 ແຫ່ງ ແລະສະຖານີວິທະຍຸ 43 ແຫ່ງໃນທົ່ວປະເທດ. ສ່ວນໜັງສືພິມແລະວາລະສານຕ່າງໆນັ້ນ ກໍມີຫຼາຍກວ່າ 100 ສະບັບ. ໃນນີ້ ມີ 9 ສະບັບທີ່ເປັນໜັງສືລາຍວັນ ໃນຂະນະທີ່ກະຊວງຖະແຫຼງຂ່າວ ວັດທະນະທໍາ
ແລະທ່ອງທ່ຽວ ກໍໄດ້ວາງເປົ້າໝາຍທີ່ຈະຂະຫຍາຍເຄືອຂ່າຍສື່ມວນຊົນ ທີ່ເປັນກະບອກສຽງ
ຂອງພັກແລະລັດຖະບານລາວເຫຼົ່ານີ້ ໃຫ້ກວມໄປເຖິງປະຊາຊົນລາວ ໄດ້ຢ່າງກວ້າງຂວາງ
ຫຼາຍຂຶ້ນ ກໍຄືເຮັດໃຫ້ສື່ສິ່ງພິມແລະວິທະຍຸ ກວມໃຫ້ໄດ້ 95%.ຂອງປະຊາກອນ ແລະ 85%
ຂອງປະຊາກອນທັງໝົດ ສໍາລັບສື່ໂທລະພາບ ພາຍໃນປີ 2015 ຕາມລໍາດັບ.