ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະສົ່ງເສີມ ການລົງທຶນຂອງຕ່າງປະເທດ ເຂົ້າໃນຫລາຍກວ່າ 200 ໂຄງການ


ພິທີເຊັນສັນຍາກູ້ຢືມເງິນເພື່ອກໍ່ສ້າງເຂື່ອນນໍ້າອູ ຈາກທະນາຄານຈີນ ທີ່ຈັດຂຶ້ນໃນ
ນະຄອນວຽງຈັນໃນປີ 2011 ທີ່ຜ່ານມານີ້
ພິທີເຊັນສັນຍາກູ້ຢືມເງິນເພື່ອກໍ່ສ້າງເຂື່ອນນໍ້າອູ ຈາກທະນາຄານຈີນ ທີ່ຈັດຂຶ້ນໃນ ນະຄອນວຽງຈັນໃນປີ 2011 ທີ່ຜ່ານມານີ້

ລັດຖ​ະບານ​ລາວ​ວາງ​ແຜນການສົ່ງເສີມ ໃຫ້ນັກລົງທຶນຈາກຕ່າງປະເທດເຂົ້າມາລົງທຶນ ໃນ​ໂຄງການ​ຂະໜາດ​ໃຫຍ່ ​ຫລາຍ​ກວ່າ 200 ​ໂຄງການ ​ໃຫ້ໄດ້ຢ່າງເປັນຮູບປະທໍາ ຊຶ່ງຄາດ ວ່າ ຈະໃຊ້ເງິນທຶນ​ເຖິງ 4 ໝື່ນ​ລ້ານ​ໂດ​ລາ.

ກະຊວງແຜນການແລະການລົງທຶນຂອງລາວລາຍງານວ່າ ໃນ​ໄລ​ຍະ​ນັບ​ຈາກ​ປີ 2006
ຈົນ​ເຖິງປີ 2011 ທີ່​ຜ່ານ​ມານີ້​ ໄດ້​ມີ​ການ​ລົງທຶນຈາກຕ່າງປະເທດ​ເຂົ້າ​ໄປ​ລາວ​ຈໍານວນ
ທັງ​ໝົດຫລາຍກວ່າ 1,150 ​ໂຄງການ ແລະຄິດ​ເປັນ​ມູນຄ່າ​ການລົງທຶນລວມ​ຫລາຍ
ກວ່າ 11,900 ​ລ້ານ​ໂດ​ລາ ໂດຍສະເພາະແມ່ນໃນປີ 2011 ທີ່ຜ່ານມານີ້ ລັດຖ​ະບານ
ລາວ​ ໄດ້ອະນຸມັດການລົງທຶນຈາກຕ່າງປະເທດເພີ້ມຂຶ້ນເຖິງ 389 ໂຄງການ ແລະຄິດ
ເປັນມູນຄ່າ ທີ່ເພີ້ມຂຶ້ນເກືອບເຖິງ 2,000 ລ້ານໂດລາ ຫລືເພີ້ມຂຶ້ນຫລາຍກວ່າ 18%
ເມື່ອທຽບກັບ ປີ 2010.

ສ່ວນ​ໃຫຍ່​ເປັນການ​ລົງທຶນ​ໃນ​ພາກ​ພະລັງງານ​ໄຟຟ້າ ພາກ​ກະສິກໍາ ອຸດສາຫະກໍາ​ແປ
ຮູບ​ໄມ້ ​ແລະ​ອຸດສາຫະກໍາ​ຂຸດ​ຄົ້ນ​ບໍ່ແຮ່. ສ່ວນ​ສາ​ເຫດ​ສໍາຄັນ​ປະການ​ນຶ່ງ​ທີ່ເຮັດ​ໃຫ້​ບັນ
ດາ​ບໍລິສັດ​ຕ່າງ​ຊາດ​ພາກັນຫລັ່ງ​ໄຫລ ​ເຂົ້າ​ໄປ​ລົງທຶນ​ໃນ​ລາວ ຫລາຍຂຶ້ນນັບ​ມື້​ນັ້ນ ກໍ​
ເປັນ​ຍ້ອນ​ການວ່າ ​ລັດ​ຖະບານ​ລາວ​ໄດ້​ໃຫ້ການ​ສົ່ງ​ເສີມ ແລະອໍານວຍ​ຄວາມ​ສະ​ດວກ​
ໃນ​ທຸກ​ດ້ານ ​ຊຶ່ງ​ຈະ​ເຫັນ​ໄດ້​ຈາກ​ການ​ດັດ​ແກ້​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ເພື່ອ​ໃຫ້​ທັນ
ສະໄໝ ​ແລະ​ສອດຄ່ອງ​ກັບ​ສະພາບ​ການ​ຢູ່​ສະ​ເໝີ​ນັ້ນ​ເອງ.

ແຕ່ຢ່າງໃດກໍຕາມ ສໍາລັບໃນໄລຍະນັບແຕ່ປັດຈຸບັນ ໄປຈົນເຖິງ ປີ 2015 ນັ້ນ ລັດຖ​ະ
ບານ​ລາວ​ກໍໄດ້ວາງແຜນການ ທີ່ຈະດຶງເອົາການລົງທຶນຈາກຕ່າງປະເທດໃຫ້ໄດ້ຫລາຍ
ກວ່າ ໃນໄລຍະ 6 ປີທີ່ຜ່ານມາ ໃນອັດຕາສະເລ່ຍບໍ່ຕໍ່າກວ່າ 300% ເນື່ອງຈາກວ່າ
ທາງການລາວ ໄດ້ວາງເປົ້າໝາຍທີ່ຈະພັດທະນາ ໂຄງການຂະໜາດໃຫຍ່ ໃຫ້ໄໄດ້ຢ່າງ
ເປັນຮູບປະທໍາພາຍໃນປີ 2015 ໄວ້ເຖິງ 200 ໂຄງການ ດັ່ງ​ທີ່​ເຈົ້າໜ້າທີ່ຂັ້ນສູງຂອງ
ລາວ ທ່ານນຶ່ງໄດ້ຊີ້ແຈງໃນກໍລະນີດັ່ງກ່າວວ່າ:

ສະຖານທີ່ຂຸຄົ້ນບໍ່ແຮ່ຂອງບໍລິສັດ ບໍ່ແຮ່ພູເບ້ຍ
ສະຖານທີ່ຂຸຄົ້ນບໍ່ແຮ່ຂອງບໍລິສັດ ບໍ່ແຮ່ພູເບ້ຍ

“​ໂຄງການ​ໃຫຍ່ ຫລື Mega
Projects ສໍາລັບ​ຫ້າ​ປີ​ຕໍ່ໜ້າ​
ມີ​ຫຼາຍ​ກວ່າ 200 ​ໂຄງການ
ຊຶ່ງ​ໃນ​ນີ້​ ອັນທີ 1 ກໍ​ຄື​ໂຄງ
ການ​ສ້າງ​ທາງ​ລົດ​ໄຟ​ຈາ​ກ
ນ​ະຄອນ​ວຽງ​ຈັນ​ໄປ​ປະ​ເທດ
ຈີນ, ໂຄງການຂະຫຍາຍ​
ສາຍ​ສົ່ງ​ກະ​ແສ​ໄຟຟ້າ​ແຮງ​
ສູງ​ທົ່ວ​ປະ​ເທດ,ໂຄງການ​
ສ້າງ​ເຂຶ່ອນ​ໄຟຟ້າ 14 ​ແຫ່ງ
ໂຄງການ​ສ້າງ​ທາງ​ດ່ວນ​ໄປ​
ຫວຽດນາມ, ໂຄງການ​ຂຸດ​ຄົ້ນ​ແຮ່ທາດ ຊຶ່ງ​ຈະ​ຕ້ອງ​ໃຊ້​ທຶນ​ທັງ​ໝົດ​ໃນ​ຫ້າ​ປີ​ຕໍ່ໜ້າ​ນີ້​
ຫລາຍ​ກວ່າ 40 ຕື້​ໂດ​ລາ.”

ຖ້າ​ຫາກ​ວ່າ​ສາມາດ​ປະຕິບັດ​ໄດ້​ຈິງ ​ກໍ​ຈະ​ເປັນ​ຜົນ​ເຮັດ​ໃຫ້​ປະຊາຊົນ​ລາວ​ ຫລຸດ​ພົ້ນ​ຈາກ​
ຄວາມ​ຍາກຈົນ​ໄດ້​ໃນລະ​ດັບ​ພື້ນຖານ ​ແລະ​ສໍາລັບ​ໃນ​ໄລຍະ​ແຜນການ​ພັດທະນາ​ທາງ​ເສດ​
ຖະກິດ​ແລະ​ສັງຄົມ​ແຫ່ງ​ຊາດ​ປະ​ຈໍາປີ 2010-2012 ນີ້ ລັດຖະບານ​ລາວກໍ​ໄດ້​ວາງ​ເປົ້າໝາຍ​
ທີ່​ຈະ​ເຮັດ​ໃຫ້​ຍອດ​ຜະລິດ​ພັນ​ລວມພາຍ​ໃນປະ​ເທດ ຫລື GDP ຂະຫຍາຍຕົວ​ເພີ້ມຂຶ້ນໃຫ້
ໄດ້ບໍ່ຫລຸດ 8% ຊຶ່ງກໍຈະເຮັດໃຫ້ມູນຄ່າ GDP ໄລ່ເປັນລາຍຮັບ​ສະ​ເລ່ຍຂອງ​ຂອງ​ປະຊາ
ກອນ​ລາວ​ ໄດ້ຫລາຍກວ່າ 10.3 ລ້ານ​ກີບ​ ຫລື​ປະມານ 1,250 ​ໂດ​ລາ​ຕໍ່​ຄົນ ຕໍ່​ປີ.

ການສໍາຫລວດຄວາມເປັນໄປໄດ້ໃນການສ້າງເຂື່ອນ ເຊກອງ 3 ທີ່ດໍາເນີນໂດຍນັກລົງທຶນຈາກຫວຽດນາມ ແລະລາວ
ການສໍາຫລວດຄວາມເປັນໄປໄດ້ໃນການສ້າງເຂື່ອນ ເຊກອງ 3 ທີ່ດໍາເນີນໂດຍນັກລົງທຶນຈາກຫວຽດນາມ ແລະລາວ

ສ່ວນ​ການ​ທີ່​ຈະ​ເຮັດ​ໃຫ້​ເປົ້າໝາຍ​ດັ່ງກ່າວ​
ສາມາດ​ເກີດ​ຂຶ້ນ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ ກໍ​ມີ
ຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ຊຸກ​ຍູ້​ໃຫ້ການ​
ຜະລິດ​ໃນ​ພາກ​ກະສິກໍາ-ປ່າ​ໄມ້​ ມີ​ການ
ຂະຫຍາຍຕົວ​ເພີ່ມ​ຂຶ້ນບໍ່​ໜ້ອຍກວ່າ
3.5% ​ແລະ​ພາກ​ບໍລິການ​ ກໍ​ຈະ​ຕ້ອງ​
ຂະຫຍາຍຕົວ​ບໍ່​ຕໍ່າ​ກວ່າ 6.7%. ສ່ວນ​
ພາກ​ອຸດສາຫະກໍາ​ນັ້ນ​ ກໍ​ຈະ​ຕ້ອງ​ຂະ
ຫຍາຍຕົວ​ເຖິງ 17.3%.

ສໍາລັບ​ໃນ​ດ້ານ​ງົບປະມານ​ລາຍ​ຮັບ-ລາຍ​ຈ່າຍ​ນັ້ນ ລັດຖະບານ​ລາວ​ກໍ​ຈະ​ສູ້​ຊົນ​ເພື່ອ​ເຮັດ​ໃຫ້​ສາມາດ​ຈັດ​ເກັບ​ລາຍຮັບ​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 20.8% ຂອງ​ມູນ​ຄ່າ GDP ​ໃນ​ຂະນະ​ດຽວ​ກັນ​ ກໍ​ຈະ​ຄວບ​ຄຸມ​ລາຍ​ຈ່າຍ​ໃຫ້​ບໍ່​ເກີນ​ລະດັບ 24.29%​ ຂອງ​ມູນ​ຄ່າ GDP ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ລັດຖະບານ​ລາວ​ຂາດ​ດຸນ​ທາງ​ດ້ານ​ງົບປະມານ​ໃນ​ລະດັບ​ບໍ່​ ເກີນ 3.49% ຂອງ​ມູນ​ຄ່າ GDP ​ແລະ​ຖ້າ​ຫາກ​ວ່າການ​ດໍາ​ເນີນ​ງານ​ເປັນ​ໄປ​ຕາມ​ແຜນການ​ທີ່​ວາງ​ໄວ້​ດັ່ງກ່າວ ກໍ​ຍັງ​ຈະ​ເຮັດ​ໃຫ້​ປະຊາກອນ​ລາວ​ທີ່​ຍາກຈົນ​ເຫລືອ​ຢູ່​ບໍ່​ເກີນ 16% ຂອງ​ຈໍານວນ​ຄົວ​ເຮືອນ​ທັງ​ໝົດ​ໃນ​ລາວ​ອີກ​ດ້ວຍ.

XS
SM
MD
LG