ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວວ່າ ຈະສ້າງວຽກເຮັດງານທໍາ ໃຫ້ປະຊາຊົນ ຫຼາຍກວ່າ 270 ພັນຄົນ ພາຍໃນປີ 2015


ທ່ານ ອ່ອນຈັນ ທໍາມະວົງ, ລັດຖະມົນຕີກະຊວງ
ແຮງງານ ແລະສະຫວັດດີການສັງຄົມ
ທ່ານ ອ່ອນຈັນ ທໍາມະວົງ, ລັດຖະມົນຕີກະຊວງ ແຮງງານ ແລະສະຫວັດດີການສັງຄົມ

ລັດຖະບານລາວວາງຄາດໝາຍ ທີ່ຈະສ້າງວຽກເຮັດງານທໍາ ໃຫ້ກັບປະຊາຊົນຫຼາຍກວ່າ 270,000 ຄົນພາຍໃນປີ 2015 ຂະນະທີ່ແຮງງານລາວຫຼາຍໝື່ນຄົນ ໄດ້ຮັບຜົນກະທົບຈາກ ໄພນໍ້າຖ້ວມຄັ້ງຮ້າຍແຮງ ໃນໄທ.

ທ່ານນາງ ອ່ອນຈັນ ທໍາມະວົງ ລັດຖະມົນຕີວ່າການກະຊວງແຮງງານ ແລະສະຫວັດດີ
ການສັງຄົມ ຖະແຫຼງຢືນຢັນວ່າ ລັດຖະບານລາວໄດ້ວາງຄາດໝາຍທີ່ຈະສ້າງວຽກເຮັດ
ງານທໍາໃຫ້ແກ່ປະຊາຊົນໃຫ້ໄດ້ເຖິງ 276,828 ຄົນນັບຈາກປະຈຸບັນໄປຈົນເຖິງປີ 2015 ໂດຍໃນຕໍາແໜ່ງງານເຫຼົ່ານີ້ ຍັງຈະເປັນວຽກງານທີ່ຈະຕ້ອງໃຊ້ແຮງງານ ທີ່ມີຝີມືເປັນທີ່
ຍອມຮັບຂອງບັນດາບໍລິສັດຕ່າງຊາດທີ່ລົງທຶນຢູ່ໃນລາວດ້ວຍ.

ທັງນີ້ກໍເນື່ອງຈາກວ່າ ແຮງງານລາວສ່ວນໃຫຍ່ໃນປະຈຸບັນນີ້ ເປັນແຮງງານທີ່ບໍ່ມີຝີມື ຈຶ່ງ
ບໍ່ສາມາດທີ່ຈະຕອບສະໜອງ ຄວາມຕ້ອງການດ້ານແຮງງານຂອງບັນດາບໍລິສັດຕ່າງຊາດ
ລົງທຶນຢູ່ໃນລາວໄດ້ຢ່າງພຽງພໍ. ເຊິ່ງກໍເປັນຜົນເຮັດໃຫ້ບັນດາບໍລິສັດຕ່າງຊາດຕ້ອງພາກັນ
ແກ້ໄຂບັນຫາ ດ້ວຍການນໍາເຂົ້າແຮງງານທີ່ມີຝີມື ຈາກຕ່າງປະເທດເປັນດ້ານຫຼັກ.

ກອງປະຊຸມອົງຄະນະພັກກະຊວງແຮງງານ ແລະສະຫວັດດີການ ສັງຄົມທີ່ຈັດຂຶ້ນໃນປີ 2010
ກອງປະຊຸມອົງຄະນະພັກກະຊວງແຮງງານ ແລະສະຫວັດດີການ ສັງຄົມທີ່ຈັດຂຶ້ນໃນປີ 2010

ຍິ່ງໄປກວ່ານັ້ນ, ການທີ່ທາງ
ການລາວເອງກໍມີຂໍ້ຈໍາກັດ
ໃນດ້ານການພັດທະນາຝີມື
ແຮງງານ ແລະການຄຸ້ມຄອງ
ແຮງງານກໍຍັງປະຕິບັດໄດ້
ຢ່າງບໍ່ທົ່ວເຖິງ ແລະຂາດປະ
ສິດທິພາບໃນທຸກໆດ້ານອີກ
ດ້ວຍ ດັ່ງທີ່ທ່ານນາງ ອ່ອນ
ຈັນ ໄດ້ຖະແຫຼງຍອມຮັບວ່າ.

ການພັດທະນາຝີມືແຮງ
ງານຂອງພວກເຮົາຍັງບໍ່ທັນກວ້າງຂວາງ, ການ
ສະໜອງກໍາລັງແຮງໃນບາງຂົງເຂດ
ບໍ່ທັນໄດ້ຕາມການຮຽກຮ້ອງຕ້ອງການຂອງຫົວໜ່ວຍແຮງງານໂຕຈິງ ເປັນຕົ້ນໂຄງ
ການລົງທຶນຂະໜາດໃຫຍ່ ຍ້ອນຂາດຂໍ້ມູນຂ່າວສານດ້ານແຮງງານໃນລະບົບ ແລະ
ນອກລະບົບຍັງບໍ່ທັນຊັດເຈນ, ກົນໄກປະສານງານໃນການຄຸ້ມຄອງແຮງງານຍັງບໍ່
ທັນເປັນລະບົບ ແລະມີຄວາມເຂັ້ມແຂງເທົ່າທີ່ຄວນ.

ນອກຈາກນີ້ ການທີ່ຢູ່ລາວກໍມີຕໍາແໜ່ງານຢ່າງຈໍາກັດອີກດ້ວຍແລ້ວ ຈຶ່ງເຮັດໃຫ້ແຮງງານ
ລາວສ່ວນໃຫຍ່ ໄດ້ພາກັນສະໝັກໃຈເດີນທາງໄປລັກລອບເຮັດວຽກຢູ່ໃນໄທຫຼາຍຂຶ້ນນັບມື້.
ອົງການເຄືອຂ່າຍເພື່ອການຄຸ້ມຄອງແຮງງານຕ່າງດ້າວຈາກລາວ, ພະມ້າ ແລະກໍາປູເຈຍ
ໃນໄທເຊື່ອວ່າ ໃນປະຈຸບັນນີ້ມີແຮງງານລາວທີ່ລັກລອບເຮັດວຽກໂດຍຜິດກົດໝາຍໃນໄທ
ຫຼາຍກວ່າ 4 ແສນຄົນ.

ກໍາມະກອນລາວ ທີ່ອອກແຮງ ງານໜັກ
ກໍາມະກອນລາວ ທີ່ອອກແຮງ ງານໜັກ

ແຕ່ຢ່າງໃດກໍຕາມ, ການທີ່ຫຼາຍໆຈັງຫວັດໃນພາກກາງ
ຂອງໄທ ຕ້ອງປະເຊີນກັບໄພນໍ້າຖ້ວມຢ່າງໜັກໜ່ວງ ນັບ
ເປັນເວລາ 2 ເດືອນມາແລ້ວນັ້ນ ກໍໄດ້ສົ່ງຜົນກະທົບຕໍ່ແຮງ
ງານລາວຫຼາຍໝື່ນຄົນເຊັ່ນດຽວກັນ. ເນື່ອງຈາກວ່າບັນດາ
ບໍລິສັດ ແລະໂຮງງານອຸດສາຫະກໍາຕ່າງໆ ບໍ່ສາມາດທີ່ຈະ
ເປີດອໍານວນການໄດ້ຕາມປົກກະຕິ ຈຶ່ງເຮັດໃຫ້ແຮງງານ
ລາວຕ້ອງຂາດລາຍໄດ້ໄປຢ່າງຫຼີກລ້ຽງບໍ່ໄດ້ ແລະ ກໍມີຈໍາ
ນວນບໍ່ໜ້ອຍ ທີ່ຕ້ອງແກ້ໄຂບັນຫາດ້ວຍການພາກັນເດີນ
ທາງກັບຄືນເມືອງລາວ ໂດຍສະເພາະແມ່ນແຮງງານລາວ ໄດ້ຈົດທະບຽນເຮັດວຽກຖືກຕ້ອງ
ຕາມກົດໝາຍໃນໄທນັ້ນ.

ກະຊວງແຮງງານຂອງໄທໄດ້ລາຍງານວ່າ ຍັງຄົງເຫຼືອແຮງງານລາວອີກ 62,000 ກວ່າຄົນ ທີ່ ຈະຕ້ອງຖືກພິສູດສັນຊາດ ຕາມຂໍ້ຕົກລົງວ່າດ້ວຍການພັດທະນາ ການຈ້າງແຮງງານລະຫວ່າງ
ລາວກັບໄທ ທີ່ໄດ້ລົງນາມຮ່ວມກັນນັບແຕ່ປີ 2002 ເປັນຕົ້ນມາ. ສ່ວນການດໍາເນີນງານໃນ
ໄລຍະທີ່ຜ່ານມານັ້ນ ກໍປາກົດວ່າທາງການລາວ ແລະໄທສາມາດຮ່ວມກັນພິສູດສັນຊາດແຮງ
ງານລາວ ໃນໄທໄດ້ແລ້ວ 5 ໝື່ນກວ່າຄົນ. ຊຶ່ງກໍໝາຍຄວາມວ່າມີແຮງງານລາວ 1 ແສນກວ່າ
ຄົນ ທີ່ໄດ້ຈົດທະບຽນເຮັດວຽກຢ່າງຖືກຕ້ອງ ແລະກໍໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງ
ໃຫຍ່ໃນໄທ ດ້ວຍນັ້ນເອງ.

XS
SM
MD
LG