ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແຮງງານຕ່າງດ້າວຢູ່ໃນລາວ ເກືອບຮອດ 25 ພັນຄົນ ແມ່ນທໍາງານຢ່າງຜິດກົດໝາຍ


ພິທີເຊັນສັນຍາ ສ້າງສວນກະສິກໍາ ຂອງຈີນ ທີ່ລາວ
ພິທີເຊັນສັນຍາ ສ້າງສວນກະສິກໍາ ຂອງຈີນ ທີ່ລາວ

ທາງ​ການ​ລາວປະມານ​ການ​ວ່າ ມີ​ແຮງງານ​ຕ່າງ​ດ້າວ ຢູ່​ໃນ​ລາວ​ຫລາຍ​ກວ່າ 120 ພັນ​ຄົນ ​ແລະ ​ເກີນ​ກວ່າ 80% ​ໃນ​ຈໍານວນ​ດັ່ງກ່າວ​ນີ້ ​ເປັນ​ແຮງງານ ທີ່​ລັກລອບ​ທໍາ​ງານ​ຢູ່​ໃນ​ລາວ ​ໂດຍ​ຜິດ​ກົດໝາຍ.

ເຈົ້າໜ້າທີ່ກະຊວງແຮງງານ ແລະສະຫວັດດີການສັງຄົມ ​ໄດ້​ໃຫ້ການຢືນຢັນວ່າ ​ໃນ​ປັດຈະ​ບັນນີ້ ມີ​ແຮງງານຕ່າງ​ດ້າວ ຢູ່​ໃນ​ລາວ​ຈໍານວນ​ທັງໝົດ ຫລາຍ​ກວ່າ 120 ພັນ​ຄົນ ຊຶ່ງ​ຈາກ​ການ​ເກັບ​ກໍາ​ຂໍ້​ມູນ​ໃນ​ໄລຍະ 1 ປີ ທີ່​ຜ່ານ​ມາ ກໍ​ພົບ​ວ່າ ​ແຮງງານ​ຕ່າງ​ດ້າວ​ສ່ວນ​ໃຫຍ່​ນັ້ນ ​ເດີນທາງ​ມາ​ຈາກ​ປະ​ເທດ​ຫວຽດນາມ, ຈີນ ​ແລະ​ໄທ ຕາມ​ລໍາດັບ ກັບ​ທັງ​ຍັງ​ສໍາ​ຫລວດ​ພົບ ອີກ​ດ້ວຍ​ວ່າ ​ໃນ​ຈໍານວນແຮງງານ​ຕ່າງ​ດ້າວ​ເຫລົ່ານີ້ ກໍ​ຄິດ​ເປັນ​ຫລາຍ​ກວ່າ 80% ທີ່ເປັນ​ແຮງງານ ທີ່​ລັກລອບ​ທໍາ​ງານ​ຢູ່​ໃນ​ລາວ ​ໂດຍ​ຜິດ​ກົດໝາຍ.

ທັງນີ້ກໍເນື່ອງຈາກວ່າ ແຮງງານລາວສ່ວນໃຫຍ່ໃນປັດຈຸບັນນີ້ ເປັນແຮງງານທີ່ບໍ່ມີຝີມື ຈຶ່ງ
ບໍ່ສາມາດທີ່ຈະຕອບສະໜອງ ຄວາມຕ້ອງການດ້ານແຮງງານຂອງບັນດາບໍລິສັດຕ່າງຊາດ
ລົງທຶນຢູ່ໃນລາວໄດ້ຢ່າງພຽງພໍ. ເຊິ່ງກໍເປັນຜົນເຮັດໃຫ້ບັນດາບໍລິສັດຕ່າງຊາດຕ້ອງພາກັນ
ແກ້ໄຂບັນຫາ ດ້ວຍການນໍາເຂົ້າແຮງງານທີ່ມີຝີມື ຈາກຕ່າງປະເທດເປັນດ້ານຫຼັກ.

ນັກຮຽນການຊ່າງທີ່ຝຶກອົບຮົມຢູ່ສູນຝຶກອົບ ຮົມແຮງງານແຫ່ງນຶ່ງໃນນະຄອນວຽງຈັນ
ນັກຮຽນການຊ່າງທີ່ຝຶກອົບຮົມຢູ່ສູນຝຶກອົບ ຮົມແຮງງານແຫ່ງນຶ່ງໃນນະຄອນວຽງຈັນ

ຕໍ່ກໍລະນີ​ດຽວກັນນີ້ ທ່ານນາງ
ອ່ອນຈັນ ທໍາມະວົງ ລັດຖະມົນຕີ
ວ່າການກະຊວງແຮງງານ ແລະ
ສະຫວັດດີການສັງຄົມ ​ກໍໄດ້ຖະ
ແຫຼງຍອມຮັບວ່າ ການທີ່ທາງ
ການລາວເອງກໍມີຂໍ້ຈໍາກັດໃນ
ດ້ານການພັດທະນາຝີມືແຮງງານ
ນັ້ນ ກໍ​ຄືສາ​ເຫດ​ທີ່​ສໍາຄັນ​ປະການ
ນຶ່ງທີ່​ເຮັດ​ໃຫ້ບໍ່ສາມາດ​ຕອບ​ສະ
ໜອງ​ແຮງງານ​ມີ​ຝີ​ມື ​ໃຫ້​ແກ່​ບັນ
ດາ​ບໍລິສັດ​ຕ່າງ​ຊາດ ທີ່​ລົງທຶນ​ຢູ່​
ໃນ​ລາວໃຫ້​ໄດ້​ຢ່າງ​ພຽງພໍ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ບໍລິຫານ ແລະການຄຸ້ມຄອງແຮງງານພາຍ​ໃນ​ລາວ ​ແຮງງານ​ຕ່າງ​ດ້າວ
ໃນ​ລາວ ກໍຍັງປະຕິບັດໄດ້ຢ່າງບໍ່ທົ່ວເຖິງ ແລະຂາດປະສິດທິພາບໃນທຸກໆດ້ານອີກດ້ວຍ ດັ່ງ
ທີ່ທ່ານນາງ ອ່ອນຈັນໄດ້​ຖະ​ແຫລ​ງຍອມຮັບ​ໃນ​ຕອນ​ນຶ່ງ​ວ່າ:

ກົນໄກປະສານງານ ​ແລະການຄຸ້ມຄອງແຮງງານລາວ ​ແລະ​ແຮງງານ​ຕ່າງປະ​ເທດ
ທີ່​ມາ​ເຮັດວຽກ​ໃນ​ລາວ ຍັງບໍ່ທັນເປັນລະບົບແລະມີຄວາມເຂັ້ມແຂງເທົ່າທີ່ຄວນ
ການພັດທະນາຝີມືແຮງງານຂອງພວກເຮົາ ຍັງບໍ່ທັນ ກວ້າງຂວາງ, ການສະໜອງ
ກໍາລັງແຮງງານໃນບາງຂົງເຂດ ບໍ່ທັນໄດ້ຕາມການຮຽກຮ້ອງຕ້ອງການຂອງຫົວ
ໜ່ວຍແຮງງານໂຕຈິງ ເປັນຕົ້ນໂຄງການລົງທຶນຂະໜາດໃຫຍ່ ຍ້ອນຂາດຂໍ້ມູນຂ່າວ
ສານດ້ານແຮງງານໃນລະບົບ ແລະນອກລະບົບຍັງບໍ່ທັນຊັດເຈນ.”

ພິທີເປີດໂຄງການກໍ່ສ້າງສູນການຄ້າທາດຫລວງພລາຊາ ທີ່ເປັນໂຄງການນຶ່ງ ທີ່ໃຊ້ແຮງງານຈາກຫວຽດນາມ
ພິທີເປີດໂຄງການກໍ່ສ້າງສູນການຄ້າທາດຫລວງພລາຊາ ທີ່ເປັນໂຄງການນຶ່ງ ທີ່ໃຊ້ແຮງງານຈາກຫວຽດນາມ

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານນາງ ອ່ອນຈັນ
ກໍໄດ້ຖະແຫຼງຢືນຢັນ​ວ່າ ລັດຖະບານລາວ
ໄດ້ວາງຄາດໝາຍ ທີ່ຈະສ້າງວຽກເຮັດ
ງານທໍາໃຫ້ແກ່ປະຊາຊົນໃຫ້ໄດ້ເຖິງ
276,828 ຄົນ ນັບຈາກປັດຈຸບັນໄປ ຈົນ
ເຖິງປີ 2015 ໂດຍໃນຕໍາແໜ່ງງານເຫຼົ່ານີ້
ຍັງຈະເປັນວຽກງານທີ່ຈະຕ້ອງໃຊ້ແຮງງານ
ທີ່ມີຝີມືເປັນທີ່ຍອມຮັບຂອງບັນດາບໍລິສັດ
ຕ່າງຊາດທີ່ລົງທຶນຢູ່ໃນລາວດ້ວຍ.

ທັງ​ນີ້ ​ໂດຍ​ອີງ​ຕາມ​ລາຍ​ງານ​ສະຖິຕິ​ຂອງ​
ກະຊວງ​ແຮງງານ​ລາວ ກໍ​ໄດ້​ລະບຸ​ວ່າ
ໃນ​ໄລຍະ 1 ປີ​ທີ່​ຜ່ານ​ມາ ທາງ​ການ​ລາວ ສາມາດ​ພັດທະນາ​ແຮງງານ​ມີ​ຝີ​ມື​ໄດ້​ທັງໝົດ 44 ພັນ​ກວ່າຄົນ ຫລື​ຄິດ​ເປັນ 15% ​ເທົ່າ​ນັ້ນ ຂອງ​ຜນການ​ສ້າງ​ວຽກ​ເຮັດງານ​ທໍາ ຈົນ​ເຖິງ​ປີ 2015 ດັ່ງກ່າວ. ຊຶ່ງ​ກໍໝາຍຄວາມ​ວ່າ ການ​ທີ່​ທາງການ​ລາວ ຈະ​ສາມ​າດບັນລຸ​ເປົ້າໝາຍທີ່​ວາງ​ໄວ້​ດັ່ງກ່າວ ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ ກໍ​ຈະ​ຕ້ອງ​ດໍາ​ເນີນ​ການ​ພັດທະນາ​ແຮງງານ​ມີ​ຝີມື ​ໃຫ້​ໄດ້​ເຖິງ 55, 300 ກວ່າ​ຄົນ ​ໃນ​ແຕ່ລະ​ປີ ນັ້ນ​ເອງ.

XS
SM
MD
LG