ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວໄດ້ຮັບ ເງິນສ່ວນແບ່ງ ຫຼາຍກ່ວາ 1 ຕື້ໂດລ່າແລ້ວ ຈາກບໍ່ແຮ່ ເຊໂປນ


ການມອບຄ່າທໍານຽມ ຈາກການຂຸດຄົ້ນບໍ່ແຮ່ ທີ່ເຊໂປນ
ການມອບຄ່າທໍານຽມ ຈາກການຂຸດຄົ້ນບໍ່ແຮ່ ທີ່ເຊໂປນ
ລັດຖະບານລາວໄດ້ຮັບຜົນປະໂຫຍດ ຫຼືສ່ວນແບ່ງຈາກກຸ່ມຜູ້
ລົງທຶນໃນບໍ່ແຮ່ຄໍາ ແລະທອງແດງຢູ່ເຊໂປນໃນແຂວງສະຫວັນ
ນະເຂດ ຄິດເປັນມູນຄ່າລວມກວ່າ 1 ຕື້ໂດລາແລ້ວນັບແຕ່ປີ
2003 ເປັນຕົ້ນມາ.


ກຸ່ມບໍລິສັດ Lane Xang Minerals ຈໍາກັດ ຊຶ່ງເປັນຜູ້ລົງທຶນ
ໃນການຂຸດຄົ້ນແຮ່ທາດຢູ່ທີ່ເຂດເຊໂປນ ໃນແຂວງສະຫວັນ
ນະເຂດນັ້ນ ລາຍງານວ່າ ການຊໍາລະຄ່າສໍາປະທານ ແລະຄ່າທໍານຽມຕ່າງໆ ໃຫ້ລັດຖະ
ບານລາວໃນງວດປະຈໍາເດືອນມິຖຸນາທີ່ຜ່ານມາ ໄດ້ເປັນຜົນເຮັດໃຫ້ກຸ່ມບໍລິສັດ Lane
Xang Mingeral ຈໍາກັດ ໄດ້ຊໍາລະຜົນປະໂຫຍດຕອບແທນຕ່າງໆ ໃຫ້ກັບລັດຖະບານ
ລາວ ຄິດເປັນມູນຄ່າລວມເກີນກວ່າ 1 ຕື້ໂດລາແລ້ວ ຖ້າຫາກຄິດໄລ່ນັບຈາກປີ 2003
ເປັນຕົ້ນມາ.

ຜົນປະໂຫຍດທີ່ກຸ່ມບໍລິສັດ Lane Xang Minerals ໄດ້ຊໍາລະໃຫ້ກັບລັດຖະບານລາວ
ດັ່ງກ່າວ ກໍມີທັງສ່ວນທີ່ເປັນພາສີລາຍໄດ້ ອາກອນກໍາໄລຄ່າທໍານຽມສໍາປະທານຄ່າເຊົ່າ
ທີ່ດິນແລະເງິນປັນຜົນທີ່ເປັນສ່ວນແບ່ງຈາກຜົນກໍາໄລໃນຖານະທີ່ລັດຖະບານລາວເປັນ
ຜູ້ຮ່ວມລົງທຶນໃນສັດສ່ວນ 10% ໃນໂຄງການ ຊຶ່ງຜົນປະໂຫຍດທີ່ລັດຖະບານລາວໄດ້ ຮັບດັ່ງກ່າວນີ້ ຍັງບໍ່ລວມເຖິງເງິນທຶນ ທີ່ກຸ່ມຜູ້ລົງທຶນໄດ້ປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ ແລະສັງຄົມໃນແຂວງສະຫວັນນະເຂດ ແລະແຂວງໃກ້ຄຽງແຕ່ຢ່າງ
ໃດ. ຕົວຢ່າງ ກໍຄືການມອບທຶນ 1.4 ລ້ານໂດລ່າໃຫ້ກັບໂຄງການອາຫານສໍາລັບເດັກ
ນ້ອຍລາວ ທີ່ຢູ່ໃນແຂວງສະຫວັນນະເຂດ ສາລະວັນ ແລະຈໍາປາສັກ ເປັນຕັ້ນ.

ແຕ່ຢ່າງໃດກໍຕາມ ກຸ່ມບໍລິສັດ Lane Xang Minerals ກໍບໍ່ໄດ້ສະແດງລາຍລະອຽດໃຫ້
ຮູ້ວ່າ ບໍລິສັດມີຜົນກໍາໄລຈາກການລົງທຶນໃນຕະຫຼອດໄລຍະ 10 ທີ່ຜ່ານມາ ຄິດເປັນມູນ
ຄ່າລວມເທົ່າໃດ ໂດຍລາຍງານພຽງແຕ່ວ່າ ໄດ້ຂຸດຄົ້ນແຮ່ຄໍາໃນປະລິມານລວມເກີນກວ່າ
1.2 ລ້ານອອນຊ໌ ແລະແຮ່ທອງແດງອີກ 5 ແສນກວ່າໂຕນ ໂດຍທີ່ຖືວ່າເປັນຂ່າວຮ້າຍ
ສໍາລັບລາວກໍຄື ແຮ່ຄໍາຈະຖືກຂຸດຈົນໝົດໄປ ຈາກເຂດສໍາປະທານໃນທ້າຍປີ 2013 ນີ້
ຖ້າຫາກວ່າ ຍັງບໍ່ມີການສໍາຫຼວດພົບແຫຼ່ງແຮ່ຄໍາ ເພີ່ມຕື່ມອີກໃນໄລຍະນີ້.

ສະຖານທີ່ຂຸດຄົ້ນບໍ່ແຮ່ເຊໂປນ
ສະຖານທີ່ຂຸດຄົ້ນບໍ່ແຮ່ເຊໂປນ

ຫາກແຕ່ກະຊວງພະລັງງານແລະບໍ່ແຮ່ກໍລາຍງານວ່າໃນແຜນ
ການປະຈໍາປີ 2012- 2013 ນີ້ ລັດຖະບານລາວໄດ້ວາງແຜນ
ການທີ່ຈະຊຸກຍູ້ການຜະລິດໃນພາກພະລັງງານ ແລະບໍ່ແຮ່ໃຫ້
ຂະຫຍາຍຕົວເພີ່ມຂຶ້ນໃນສັດສ່ວນບໍ່ຕໍ່າກ່ວາ 19.8% ເມື່ອທຽບ
ກັບແຜນການປີ 2011-2012 ທີ່ຜ່ານມາ. ຊຶ່ງຖ້າຫາກວ່າການ
ດໍາເນີນງານເປັນໄປຕາມແຜນການທີ່ວາງໄວ້ດັ່ງກ່າວ ກໍຈະເປັນ
ຜົນເຮັດໃຫ້ຜົນຜະລິດໃນພາກພະລັງງານ ແລະບໍ່ແຮ່ມີມູນຄ່າ
ລວມ ຫຼາຍກວ່າ 21,000 ຕື້ກີບ ຫຼືປະມານ 2,625 ລ້ານໂດລາ.

ສ່ວນໃນດ້ານບໍ່ແຮ່ນັ້ນ ທາງການລັດຖະບານລາວ ກໍໄດ້ວາງເປົ້າໝາຍ ທີ່ຈະຊຸກຍູ້ການສົ່ງ
ອອກຜົນຜະລິດແຮ່ທາດໄປຕ່າງປະເທດໃຫ້ໄດ້ໃນມູນຄ່າລວມບໍ່ໜ້ອຍກວ່າ 1,900 ລ້ານ
ໂດລາ ຊຶ່ງກໍເຊື່ອໝັ້ນວ່າ ຈະສາມາດບັນລຸເປົ້າໝາຍດັ່ງກ່າວນີ້ໄດ້ຢ່າງເປັນຮູບປະທໍາເນື່ອງ
ຈາກວ່າລັດຖະບານລາວໄດ້ວາງແຜນການ ແລະເປົ້າໝາຍໄວ້ ຢ່າງຄັກແນ່ແລ້ວວ່າຈະ
ຊຸກຍູ້ການຂຸດຄົ້ນແຮ່ທາດ ແລະການກໍ່ສ້າງເຂື່ອນຜະລິດໄຟຟ້າຢ່າງສຸດກໍາລັງ ດັ່ງທີ່ເຈົ້າ
ໜ້າທີ່ຂັ້ນສູງໃນກະຊວງພະລັງງານ ແລະບໍ່ແຮ່ໄດ້ໃຫ້ການຢືນຢັນວ່າ:

ທາງດ້ານບໍ່ແຮ່ ພວກເຮົາກໍໄດ້ຂຸດຄົ້ນທີ່ຈຸດສໍາຄັນຕົວຢ່າງແມ່ນເຊໂປນ ບໍ່
ພູເບ້ຍໄມນິ້ງ ບໍ່ອັນນີ້ກໍເຮັດໃຫ້ມີລາຍຮັບເພີ່ມເຂົ້າງົບປະມານ ພວກເຮົາມີ
ຄວາມຈໍາເປັນທີ່ວ່າ ປະເທດພວກເຮົາຍັງທຸກຍາກຈະຕ້ອງໄດ້ຂຸດບາງຈຸດ
ທີ່ເອີ້ນວ່າ ເສດຖະກິດພວກເຮົາຕັ້ງບັນຫາຂຶ້ນວ່າ ກະສິກໍາຕິດພັນກັບອຸດ
ສາຫະກໍາ ກຽມທີ່ວ່າ ຫັນໄປເປັນທາງດ້ານກະສິກໍາອຸດສາຫະກໍາ.”


ຍິ່ງໄປກວ່ານັ້ນ ໃນປີ 2012 ທີ່ຜ່ານມາ ຄະນະລັດຖະບານລາວຍັງໄດ້ອະນຸມັດສໍາປະທານ
ການສໍາຫຼວດ ແລະຂຸດຄົ້ນແຮ່ທາດໃຫ້ກັບບໍລິສັດຕ່າງຊາດເພີ່ມຂຶ້ນອີກ 54 ໂຄງການ
ໂດຍຄິດເປັນມູນຄ່າການລົງທຶນລວມຫຼາຍກວ່າ 1,770 ລ້ານໂດລາ ຊຶ່ງຖືເປັນການລົງ
ທຶນທີ່ມີມູນຄ່າລວມສູງສຸດ ເປັນອັນດັບໜຶ່ງໃນປີ 2012​ ອີກດ້ວຍ.

ສ່ວນໃນພາກພະລັງງານນັ້ນ ຄະນະລັດຖະບານລາວ ກໍໄດ້ອະນຸມັດສໍາປະທານການກໍ່
ສ້າງເຂື່ອນໄຟຟ້າເພີ່ມຂຶ້ນອີກ 10 ໂຄງການ ໂດຍມີມູນຄ່າການລົງທຶນ ລວມເກືອບເຖິງ
400 ລ້ານໂດລາ ແລະຖືເປັນພາກການລົງທຶນທີ່ມີສູນຄ່າລວມ ເປັນອັນດັບ 2 ຮອງຈາກ
ພາກອຸດສາຫະກໍາຂຸດຄົ້ນແຮ່ທາດ.
XS
SM
MD
LG