ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ກຽມພ້ອມ ການສຳຫຼວດ ແລະເກັບກຳ ຂໍ້ມູນ ກ່ຽວກັບດັດຊະນີ ການພັດທະນາ ສັງຄົມ ລະດັບຊາດ ຄັ້ງທີ 2


ປ້າຍໂຄສະນາ ລົນນະລົງ ການສຳຫຼວດ ແລະເກັບກຳ ຂໍ້ມູນ ກ່ຽວກັບດັດຊະນີ ການພັດທະນາ ສັງຄົມ ລະດັບຊາດ ຄັ້ງທີ 2
ປ້າຍໂຄສະນາ ລົນນະລົງ ການສຳຫຼວດ ແລະເກັບກຳ ຂໍ້ມູນ ກ່ຽວກັບດັດຊະນີ ການພັດທະນາ ສັງຄົມ ລະດັບຊາດ ຄັ້ງທີ 2

ລັດຖະບານລາວ ກຽມການສຳຫຼວດ ແລະເກັບກຳຂໍ້ມູນກ່ຽວກັບດັດຊະນີ ໝາຍການ ພັດທະນາ ສັງຄົມລາວ ລະດັບຊາດ ຄັ້ງທີ 2 ເພື່ອເຮັດໃຫ້ລາວ ຫລຸດພົ້ນຈາກສະພາບ ດ້ອຍພັດທະນາ ໃຫ້ໄດ້ໃນປີ 2020.

ທ່ານສະໄໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ ຖະແຫລງວ່າ ການກະກຽມ ການສຳຫຼວດ ແລະເກັບກຳຂໍ້ມູນກ່ຽວກັບດັດຊະນີ ໝາຍການພັດທະນາສັງຄົມລາວ ລະດັບຊາດ ຄັ້ງທີ 2 ໄດ້ກຽມພ້ອມໃນທຸກໆດ້ານແລ້ວ ໃນຂະນະນີ້ ສ່ວນການສຳຫຼວດ ແລະເກັບກຳຂໍ້ມູນພາກຕົວຈິງນັ້ນ ຈະເລີ່ມລົງມື ດຳເນີນການໃນທົ່ວປະເທດ ນັບແຕ່ ເດືອນຕຸລາ 2016 ເປັນຕົ້ນໄປ ແລະໃຫ້ແລ້ວເສັດພາຍໃນທ້າຍປີ 2017 ເປັນຢ່າງຊ້າ.

ບັນດາຄອບຄົວ ຢູ່ໃນເຂດຊົນນະບົດ ຫ່າງໄກສອກຫລີກ ຍັງຢູ່ໃນສະພາບຖານະ ທີ່ທຸກຍາກລຳບາກ
ບັນດາຄອບຄົວ ຢູ່ໃນເຂດຊົນນະບົດ ຫ່າງໄກສອກຫລີກ ຍັງຢູ່ໃນສະພາບຖານະ ທີ່ທຸກຍາກລຳບາກ

ການສຳຫຼວດ ແລະເກັບກຳຂໍ້ມູນກ່ຽວກັບດັດຊະນີໝາຍດັ່ງກ່າວນີ້ ເປັນພາກສ່ວນ ສຳຄັນຢ່າງຍິ່ງ ສຳລັບການກຳນົດແນວທາງ ແລະວິທີການຈັດຕັ້ງປະຕິບັດແຜນການ ພັດທະນາ ເສດຖະກິດ ແລະສັງຄົມ ແຫ່ງຊາດລາວ ລະຍະ 5 ປີ ຄັ້ງທີ 8 ທີ່ລັດຖະບານ ລາວ ໄດ້ວາງເປົ້າໝາຍໄວ້ວ່າ ຈະເຮັດໃຫ້ລາວຫລຸດພົ້ນຈາກສະພາບດ້ອຍພັດທະນາ ໃຫ້ໄດ້ຢ່າງແທ້ຈິງ ພາຍໃນປີ 2020 ແລະຕ້ອງສອດຄ້ອງກັບເປົ້າໝາຍ ຂອງການພັດ ທະນາ ຢ່າງຍືນຍົງ ຫຼື Sustainable Development Goal (SDG) ທີ່ລັດຖະບານລາວ ໄດ້ຕົກລົງຮ່ວມກັບ ອົງການສະຫະປະຊາຊາດ ອີກດ້ວຍດັ່ງທີ່ ທ່ານສະໄໝຈັນ ໄດ້ຢືນ ຢັນວ່າ:

“ລັດຖະບານລາວ ກະໃຫ້ຄວາມສຳຄັນຕໍ່ການເກັບກຳຂໍ້ມູນ ເພື່ອເປັນການຢືນ ຢັນວ່າ ສິ່ງທີ່ພວກເຮົາຈັດຕັ້ງປະຕິບັດວຽກງານນີ້ ໂດຍສະເພາະແມ່ນການຈັດຕັ້ງ ປະຕິບັດ SDG ທີ່ລັດຖະບານ ກໍໄດ້ໄປຮອງຮັບຈາກອົງການສະຫະປະຊາຊາດ ໃນປີກາຍນີ້ ແລ້ວ ສະນັ້ນ ອັນນີ້ມັນກະເປັນສິ່ງໜຶ່ງ ທີ່ຢັ້ງຢືນຕໍ່ສາກົນ ຈັ່ງຊັ້ນແລ້ວ ຄວາມໝາຍ ກໍຄືຂໍ້ມູນດັ່ງກ່າວນັ້ນ ກະເປັນຂໍ້ມູນສະຖິຕິທາງການ.”

ການສຳຫຼວດ ແລະເກັບກຳຂໍ້ມູນກ່ຽວກັບດັດຊະນີໝາຍການພັດທະນາສັງຄົມລາວ ຈະດຳເນີນການ ໃນລະຍະ 5 ປີຕໍ່ຄັ້ງ ໂດຍຄັ້ງທຳອິດໄດ້ດຳເນີນການໃນຊ່ວງປີ 2011- 2012 ແລະກໍໄດ້ນຳໃຊ້ຂໍ້ມູນທີ່ເກັບກຳໄດ້ນັ້ນ ໃຫ້ເປັນປະໂຫຍດ ໃນການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດລາວ ລະຍະ 5 ປີ ຄັ້ງທີ 7 ໃນຊ່ວງ ປີ 2011-2015 ທີ່ຜ່ານມາ ຊຶຶ່ງກໍໄດ້ເປັນຜົນເຮັດໃຫ້ການແກ້ໄຂບັນຫາຄວາມຍາກຈົນ ຂອງປະຊາຊົນລາວມີປະສິດທິຜົນເພີ່ມຂຶ້ນເລື້ອຍໆ.

ທັງນີ້ໂດຍຄະນະກຳມະການພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກແຫ່ງ ຊາດລາວ ໄດ້ສະເໜີລາຍງານວ່າ ໃນແຜນການປີ 2015-2016 ທີ່ຈະສິ້ນສຸດລົງ ໃນ ທ້າຍເດືອນກັນຍາ 2016 ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະລົບລ້າງ ບັນຫາ ຄວາມທຸກຍາກ ຂອງປະຊາຊົນໃຫ້ໄດ້ 5,570 ຄອບຄົວ ແລະລົດຈຳນວນບ້ານທຸກຍາກ ໃຫ້ໄດ້ 179 ບ້ານ ຊຶ່ງຈະເຮັດໃຫ້ຍັງຄົງເຫຼືອບ້ານທຸກຍາກ 1,500 ບ້ານ ຄິດເປັນ 18.38 ເປີເຊັນ ຂອງບ້ານທັງໝົດ ແລະເຫຼືອຄອບຄົວທີ່ຍາກຈົນ 71,000 ຄອບຄົວ ຄິດເປັນ 6.11 ເປີເຊັນ ຂອງຈຳນວນຄອບຄົວທັງໝົດ ໃນທົ່ວປະເທດ.

ສຳລັບໃນຊ່ວງ 9 ເດືອນທີ່ຜ່ານມາ ຂອງແຜນການປີ 2015-2016 ນີ້ ກໍປາກົດວ່າ ທາງ ການລາວສາມາດລົບລ້າງຄວາມຍາກຈົນ ຂອງປະຊາຊົນໄດ້ຕາມເປົ້າໝາຍທີ່ວາງໄວ້ ເປັນສ່ວນໃຫຍ່ ໂດຍຈະເຫັນໄດ້ຈາການຈັດຕັ້ງປະຕິບັດ ໃນນະຄອນຫຼວງວຽງຈັນ ທີ່ຍັງເຫຼືອຄອບຄົວຍາກຈົນ ຢູ່ພຽງແຕ່ 2 ຄອບຄົວ ຄິດເປັນ 0.01 ເປີເຊັນ ເທົ່ານັ້ນ ຂອງຄອບຄົວທັງໝົດ ຫາກແຕ່ສຳລັບແຂວງຜົ້ງສາລີ ຍັງຖີເປັນແຂວງທຸກຍາກທີ່ສຸດ ເພາະຍັງເຫຼືອບ້ານທີ່ທຸກຍາກຢູ່ເຖິງ 320 ກວ່າບ້ານ ຄິດເປັນ 61 ເປີເຊັນ ຂອງບ້ານ ທັງໝົດໃນແຂວງດັ່ງກ່າວ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວກໍເຊື່ອໝັ້ນວ່າ ຈະສາມາດເຮັດໃຫ້ລາວ ຫລຸດພົ້ນ ຈາກສະພາບດ້ອຍພັດທະນາໄດ້ຕາມເປົ້າໝາຍພາຍໃນປີ 2020 ທັງຍັງຈະສາມາດ ກ້າວໄປສູ່ການເປັນປະເທດກຳລັງພັດທະນາ ທີ່ປະຊາກອນມີລາຍໄດ້ສະເລ່ຍ ຈາກ ລະດັບກາງ ຂຶ້ນໄປຫາສູງໄດ້ຕາມເປົ້າໝາຍວິໄສທັດ ການພັດທະນາລາວ ຈາກປັດຈຸບັນ ໄປຈົນເຖິງປີ 2030 ໄດ້ອີກດ້ວຍ.

ຫາກແຕ່ວ່າ ຈາກການປະເມີນຮ່ວມກັນ ລະຫວ່າງລັດຖະບານລາວ ກັບ ອົງການ ສະຫະ ປະຊາຊາດ ເພື່ອການພັດທະນາ (UNDP) ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນການ ພັດທະນາເສດຖະກິດ-ສັງຄົມ ໃນລາວຈາກປີ 2011 ເຖິງເດືອນກັນຍາ 2015 ພົບວ່າ ລັດຖະບານລາວ ບໍ່ສາມາດບັນລຸເປົ້າໝາຍສະຫັດສະວັດ ຂອງການພັດທະນາ ໃນ 6 ດ້ານກໍຄື ການທີ່ເດັກຍາຍຸຕ່ຳກວ່າ 5 ປີ ຍັງມີສ່ວນສູງ ແລະນ້ຳໜັກຕ່ຳກວ່າເກນ ອັນຕາ ການຕາຍຂອງເດັກອາຍຸຕ່ຳກວ່າ 1 ປີ ຍັງສູງ ອັດຕາການຕາຍຂອງແມ່ ຂະນະຖືພາ ຍັງສູງ ການເພີ່ມການປົກຫຸ້ມຂອງປ່າໄມ້ປະຕິບັດໄດ້ຕ່ຳ ການເກັບກູ້ລະເບີດບໍ່ທັນແຕກ (UXO) ປະຕິບັດໄດ້ ໃນພື້ນທີ່ຢ່າງຈຳກັດ ການເຂົ້າຮຽນ ແລະຈົບຊັ້ນປະຖົມປີທີ 5 ຍັງບໍ່ ເປັນໄປ ຕາມເປົ້າໝາຍ.

XS
SM
MD
LG