ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ​ວາງ​ແຜນ ​ຈະ​ເພີ້​ມລາຍ​ໄດ້ ຂອງ​ປະຊາຊົນລາວ ​ໃຫ້​ໄດ້​ເຖິງ 1,890 ດອນ​ລາ ຕໍ່​ຄົນ​ຕໍ່​ປີ ​ໃນ​ປີ 2015


ປະຊາຊົນລາວ ບັນດາເຜົ່າ ຢູ່ຫ່າງໄກສອກຫລີກ ຍັງປະສົບກັບ ບັນຫາຄວາມຍາກຈົນຢູ່ ໃນປັດຈຸບັນນີ້.
ປະຊາຊົນລາວ ບັນດາເຜົ່າ ຢູ່ຫ່າງໄກສອກຫລີກ ຍັງປະສົບກັບ ບັນຫາຄວາມຍາກຈົນຢູ່ ໃນປັດຈຸບັນນີ້.

ລັດຖະບານ​ລາວ​ວາງ​ແຜນ​ຈະ​ເພີ້​ມລາຍ​ໄດ້ ສ​ະ​ເລ່ຍຂອງ​ປະຊາ
ຊົນ​ລາວ ​ໃຫ້​ໄດ້​ເຖິງ 1,890 ດອນ​ລາ ຕໍ່​ຄົນ​ຕໍ່​ປີ ​ໃນ​ປີ 2015
ຫາກ​ແຕ່​ວ່າ ຈະ​ຕ້ອງ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອລ້າ ຈາກ​ຕ່າງປະ​ເທດ
​ບໍ່​ນ້ອຍ​ກວ່າ 2,220 ລ້ານ​ດອນ​ລາ.

ທ່ານ​ສົມ​ຈິດ ອິນ​ທະ​ມິດ ລັດຖະມົນຕີ​ຊ່ວຍ​ວ່າການ ​ແລະ​ການ​ລົງທຶນ ຖະ​ແຫລ​ງຢືນຢັນ​ວ່າ
​ເປົ້າໝາຍ​ສຳຄັນ​ ໃນ​ການ​ພັດທະນາ​ທາງ​ເສດຖະກິດຂອງ​ລາວ ​ໃນລະຍະ​ນັ​ບ​ແຕ່​ປັດຈຸບັນ
ຈົນ​ເຖິງ​ທ້າຍ​ປີ 2015 ກໍ​ຄື​ການ​ເພີ້​ມຍອດ​ຜະລິດ​ຕະພັນ​ລວມພາຍ​ໃນ (GDP) ​ໃຫ້​ສາມາດ
​ຖົວ​ສະ​ເລ່ຍ​ເປັນ​ລາຍ​ຮັບ​ຂອງ​ປະຊາຊົນ​ລາວ ​ໃຫ້​ໄດ້​ເຖິງ 15 ລ້ານ​ກີບ ຫຼືປະມານ 1,890
ດອນ​ລາ ຕໍ່​ຄົນ​ຕໍ່​ປີ.

ຫາກ​ແຕ່​ວ່າ ການ​ທີ່​ຈະ​ສາມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ໄດ້ ຢ່າງ​ແທ້​ຈິງ​ນັ້ນ ກໍຈຳ​ເປັນ​ຈະ​
ຕ້ອງ​ໄດ້​ຮັບ​ກາ​ນຊ່ວຍ​ເຫຼືອ ຈາກ​ຕ່າງປະ​ເທດ​ໃນ​ມູນ​ຄ່າ​ລວມ ບໍ່​ນ້ອຍ​ກວ່າ 2,220 ລ້ານ​
ດອນ​ລາ ສຳ​ຫລັບ​ນຳ​ໃຊ້​ໃນ​ການຈັດຕັ້ງ ປະຕິບັດ​ບັນດາ​ເປົ້າໝາຍ​ສະຫັດ​ສະ​ວັດ ດ້ານ​ການ​
ພັດທະນາ ທີ່​ລັດຖະບານ​ລາວ ​ໄດ້​ວາງ​ອອກ​ທັງ 9 ​ເປົ້າໝາຍ ​ໂດ​ຍໃນ​ນີ້​ກໍ​ລວມ​ເຖິງ ການ​ລົບ​
ລ້າງ​ບັນຫາ​ຄວາມ​ຍາກຈົນ ຂອງ​ປະຊາ​ຊົນ​ລາວ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ລັດຖະບານ​ລາວ​ກໍ​ຍັງ​ບໍ່​ໝັ້ນ​ໃຈ​ວ່າ ຈະ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ ຈາກ​ຕ່າງ
ປະ​ເທດ​ພຽງພໍ​ກັບ​ຄວາມ​ຕ້ອງການ​ດັ່ງກ່າວຫຼືບໍ່ ​ເນື່ອງ​ຈາກ​ວ່າ ​ໃນ​ລະຍະ ​3 ປີ​ທີ່​ຜ່ານ​ມາ​ນີ້ ກໍ​ປາກົດ​ວ່າ ຕ່າງ​ຊາດ​ໄດ້​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ລາວ​ຄິດ​ເປັນ​ມູນ​ຄ່າ​ລວມ 2,109 ລ້ານ​ດອນ​ລາ ຫຼືຄິດ​ສະ​ເລ່ຍ​ໄດ້ 700 ກວ່າ​ລ້ານດອນ​ລາ ​ໃນ​ແຕ່ລະ​ປີ ​ໃນ​ຂະນະ​ທີ່​ຄວາມ​ຕ້ອງການ​ໃນ​ປີ​ນີ້ ກັບ​ມີ​ມູນ​ຄ່າ​ລວມ​ເກີນ​ກວ່າ 2,220 ລ້ານ​ດອນ​ລານັ້ນ​ເອງ.

ນຶງໃນ​ບັນດາ​ເປົ້າໝາຍ​ສະຫັດ​ສະ​ວັດ ດ້ານ​ການພັດທະນາ ທີ່​ລັດຖະບານ ລາວໄດ້​ວາງ​ອອກ​ທັງ 9 ​ເປົ້າໝາຍນັ້ນ ​ໂດ​ຍໃນ​ນີ້​ກໍ​ລວມ​ເຖິງ ການ​ລົບ​ ລ້າງ​ບັນຫາ​ຄວາມ​ຍາກຈົນ ຂອງ​ປະຊາ​ຊົນ​ລາວ​ດ້ວຍ.
ນຶງໃນ​ບັນດາ​ເປົ້າໝາຍ​ສະຫັດ​ສະ​ວັດ ດ້ານ​ການພັດທະນາ ທີ່​ລັດຖະບານ ລາວໄດ້​ວາງ​ອອກ​ທັງ 9 ​ເປົ້າໝາຍນັ້ນ ​ໂດ​ຍໃນ​ນີ້​ກໍ​ລວມ​ເຖິງ ການ​ລົບ​ ລ້າງ​ບັນຫາ​ຄວາມ​ຍາກຈົນ ຂອງ​ປະຊາ​ຊົນ​ລາວ​ດ້ວຍ.

ນອກຈາກ​ນັ້ນ ການ​ທີ່​ຈະ​ຮັບປະກັນ​ໃຫ້​ໄດ້​ວ່າ ມູນ​ຄ່າ GDP ​ໃນ
​ລາວ ​ໃນ​ປີ 2015 ຈະ​ສາມາດ​ຖົວ​ສະ​ເລ່ຍ ​ເປັນ​ລາຍ​ຮັບ​ຂອງ​
ປະຊາກອນ​ລາວ​ໄດ້​ເຖິງ 1,890 ດອນ​ລາຕໍ່​ຄົນ​ຕໍ່ປີ ​ໄດ້​ຢ່າງ​ແທ້​ຈິງ
ຫຼືບໍ່​ນັ້ນ ກໍ​ຍັງ​ຈະ​ຕ້ອງ​ມີ​ການ​ຮັກສາ​ລະດັບ ​ຂອງ​ການ​ເຕີບ​ໂຕ​ທາງ​
ເສດຖະກິດ ​ໃຫ້​ຢູ່​ໃນ​ອັດຕາ​ສະ​ເລ່ຍບໍ່​ຕ່ຳ​ກວ່າ 7.5 ​ເປີ​ເຊັນ ​
ອີກ​ດ້ວຍ.

ສຳ​ຫລັບ​ໃນ​ແຜນການ​ປີ 2013-2014 ທີ່​ໄດ້​ສິ້ນ​ສຸດ​ລົງ ​ໃນ​ທ້າຍ​
ເດືອນກັນຍາ 2014 ​ເສດຖະກິດ​ຂອງ​ລາວ ຂະຫຍາຍຕົວ​ເພີ້​ມ
ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍພຽງ 7.4 ​ເປີ​ເຊັນ ຊຶ່ງ​ຕ່ຳ​ກວ່າ ​ເປົ້າໝາຍ​
ທີ່​ວາງ​ໄວ້ ທີ່​ລະດັບ 8.3 ​ເປີ​ເຊັນ ​ແລະ​ເຮັດ​ໃຫ້ GDP ມີ​ມູນ​ຄ່າ
​ລວມ 95,180 ຕື້​ກີບ ທີ່​ສະ​ເລ່ຍ​ເປັນ​ລາຍ​ໄດ້​ຂອງ​ປະຊາ​ກອນລາວ 13 ລ້ານ​ກີບ ຫຼື 1,674
ດອນ​ລາ​ຕໍ່​ຄົນ​ຕໍ່​ປີ ​ໂດຍ​ລາຍ​ໄດ້​ຂອງ​ປະຊາກອນ​ລາວ ເພີ້​ມຂຶ້ນ​ໃນ​ມູນ​ຄ່າສະ​ເ​ລ່ຍ 140
ດອນ​ລາ​ຕໍ່​ຄົນ ​ເມື່ອ​ທຽບ​ລະຫວ່າງ ​ແຜນການ​ປະຈຳ​ປີ 2012-2013 ກັບ​ແຜນການ​ປີ 2013
-2014 ດັ່ງ​ທີ່ ທ່ານ​ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ​ ກະຊວງ​ແຜນການ ​ແລະ​ການ​ລົງທຶນ
​ໄດ້​ຖະ​ແຫລ​ງຊີ້​ແຈງ​ວ່າ:

“ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ໝົດ​ສົກ​ປີ 2012-2013 ຂະຫຍາຍຕົວ​ໃນ​
ລະດັບ 8 ​ເປີ​ເຊັນ ​ແລະ​ສາມາດ​ສ້າງ​ມູນ​ຄ່າ​ເພີ້​ມ​ໃນ​ລາຄາ​ປັດຈຸບັນ​ປະມານ
80,199 ຕື້​ກີບ​ ​ແລະ​ລວມຍອດ​ຜະລິດ​ຕະພັນພາຍ​ໃນ ສະ​ເລ່ຍຕໍ່​ຫົວ​ຄົນ​ບັນລຸ​
ໄດ້ 12 ລ້ານ 1 ​ແສນ​ກີບ ຫຼື ​ເທົ່າ​ກັບ 1,534 ດອນ​ລາ​ສະຫະລັດ.”

ທາງ​ດ້ານ​ຄະນະ​ຜູ້​ຊ່ຽວຊານ ຂອງ​ທະນາຄານ​ພັດທະນາ​ເອເຊຍ (ADB) ປະຈຳ​ ສປປ ລາວ
​ໄດ້​ຖະ​ແຫລ​ງຕໍ່​ສື່​ມວນ​ຊົນ ​ໃນ​ລາວ​ຢູ່​ນະຄອນຫລວງ​ວຽງ​ຈັນ ​ເມື່ອ​ບໍ່​ນານ​ມາ​ນີ້ ​ໂດຍ​ໃຫ້ການ​
ຄາດໝາຍ​ວ່າ ​ເສດຖະກິດ​ໃນ​ລາວ ​ໃນ​ຊ່ວງ​ປີ 2015 ນີ້ ຈະ​ຂະຫຍາຍ​ຕົວ​ເພີ້​ມຂຶ້ນ ​ໃນອັດຕາ ​ສະ​ເລ່ຍພຽງ 7 ​ເປີ​ເຊັນ ຊຶ່ງ​ລົດ​ລົງ​ຈາກ​ປີ 2014 ທີ່​ເສ​ດຖະກິດ​ຂອງ​ລາວ ຂະຫຍາຍຕົວ​ເພີ້​ມຂຶ້ນ ​ໃນ​ອັດຕາ​ສະ​ເລ່ຍ 7.4 ​ເປີ​ເຊັນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ຄະນະ​ຜູ້​ຊ່ຽວຊານ​ຂອງ ADB ກໍ​ໝັ້ນ​ໃຈ​ວ່າ ​ເສດຖະກິດ​ໃນ​ລາວ ຈະ​
ຂະຫຍາຍຕົວ​ເພີ້​ມຂຶ້ນ ​ໃນ​ອັດຕາ​ສະ​ເລ່ຍ 7.3 ​ເປີ​ເຊັນ ​ໃນ​ປີ 2016 ​ໂດຍ​ເປັນ​ຜົນ​ຈາກ​ປັດ​
ໄຈ​ໃນຫຼາຍດ້ານ ​ເປັນຕົ້ນກໍ​ຄື​ການ​ທີ່​ລາວ​ເປັນ ສະມາຊິກ​ໃນ​ປະຊາ​ຄົມ​ເສດຖະກິດ​ອາ​ຊ່ຽນ
ທີ່​ຈະ​ມີ​ຜົນ​ນັບ​ແຕ່​ວັນ​ທີ 31 ທັນວາ​ປີ 2015 ນີ້ ​ເປັນຕົ້ນ​ໄປ ຊຶ່ງຈະ​ມີ​ສ່ວນ​ຢ່າງ​ສຳຄັນ​ໃນ​
ການ​ດຶງ​ດູດ​ການ​ລົງທຶນ ຈາກ​ຕ່າງປະ​ເທດ​ໃຫ້​ເຂົ້າມາ​ໃນ​ລາວຫຼາຍຂຶ້ນ ​ໂດຍ​ໃນ​ນີ້ ກໍ​ລວມ​
ເຖິງ​ພາກ​ບໍລິການ ພາກ​ການທ່ອງທ່ຽວ ​ແລະ​ພາ​ກພະລັງງານ ທີ່​ມີ​ການ​ສ້າງ​ເຂື່ອນ​ຜະລິດ​
ໄຟຟ້າຫຼາຍຂຶ້ນ ນັບ​ມື້​ອີກ​ດ້ວຍ.

ກ່ອນໜ້າ​ນີ້ ກະຊວງ​ແຜນການ ​ແລະ​ການ​ລົງທຶນ ລາຍ​ງານ​ວ່າ ​ໃນ​ແຜນການ​ປະຈຳ​ປີ
2014-2015 ນີ້ ລັດຖະບານ​ລາວ​ໄດ້ວາງ​ເປົ້າໝາຍ​ ການ​ພັດທະນາ​ເສດຖະກິດ ​ໃຫ້​
ຂະຫຍາຍຕົວ​ເພີ້​ມຂຶ້ນ ​ໃນ​ອັດຕາ​ສ​ະ​ເລ່ຍ 7.5 ​ເປີ​ເຊັນ ​ແຕ່​ການ​ທີ່​ຈະ​ຮັບປະກັນ​ໄດ້ ຢ່າງ
​ຄັກ​ແນ່​ວ່າ ​ເສັດ​ຖະກິດ​ຂອງ​ລາວ ຈະ​ຂະຫຍາຍຕົວ ​ໃນ​ອັດຕາ​ດັ່ງກ່າວ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ
ກໍ​ຈຳ​ເປັນ​ຈະ​ຕ້ອງ ລະດົມ​ການ​ລົງທຶນ​ທັງ​ຈາກ​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ໃຫ້​ໄດ້ຫຼາຍ
ກວ່າ 39,690 ຕື້​ກີບ ຫຼື 32 ​ເປີ​ເຊັນ ຂອງ​ຍອດ​ຜະລິດ​ຕະພັນ​ລວມພາຍ​ໃນ (GDP) ​ໃນ​
ຕະຫລອດ​ແຜນການ​ປີ​ນີ້.

XS
SM
MD
LG