ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວ​ສູນ​​ເສຍ​ ງົບປະມານ​ໄປ ຫຼາຍກວ່າ 6,000 ຕື້​ກີບ ​ໃນ 56 ​ໂຄງການ ​ພັດທະນາ​ ທີ່​ຜິດ​ກົດໝາຍ ໃນປີ 2014


ເຈົ້າໜ້າທີ່ຂັ້ນສູງ ຍັງໄດ້ໃຫ້ການຢືນຢັນວ່າ ການກວດພົບ ການ​ສູນ​​ເສຍ​ ງົບປະມານ​ໄປ ຫຼາຍກວ່າ 6,000 ຕື້​ກີບນີ້ ເປັນຄົນລະສ່ວນກັນກັບ ການລາຍງານຕໍ່ກອງປະຊຸມສະໄໝ ສາມັນຄັ້ງທີ 8 ຂອງສະພາແຫ່ງຊາດລາວ ໂດຍ ທ່ານນາງວຽງທອງ.
ເຈົ້າໜ້າທີ່ຂັ້ນສູງ ຍັງໄດ້ໃຫ້ການຢືນຢັນວ່າ ການກວດພົບ ການ​ສູນ​​ເສຍ​ ງົບປະມານ​ໄປ ຫຼາຍກວ່າ 6,000 ຕື້​ກີບນີ້ ເປັນຄົນລະສ່ວນກັນກັບ ການລາຍງານຕໍ່ກອງປະຊຸມສະໄໝ ສາມັນຄັ້ງທີ 8 ຂອງສະພາແຫ່ງຊາດລາວ ໂດຍ ທ່ານນາງວຽງທອງ.

ລັດຖະບານ​ລາວ​ສູນເສຍ​ງົບປະມານ​ໄປຫຼາຍກວ່າ 6,000 ຕື້​ກີບ ​
ໃນ 56 ​ໂຄງການ​ພັດທະນາ​ທີ່​ຜິດ​ກົດໝາຍ ​ເນື່ອງ​ຈາກ​ເປັນ​ໂຄງ
ການ​ທີ່​ບໍ່​ໄດ້​ຜ່ານ​ການ​ອະນຸມັດ​ ຈາກ​ລັດຖະບານ​ລາວ​ໃນ​ປີ 2014
ທີ່​ຜ່ານ​ມາ.

​ເຈົ້າໜ້າ​ທີ່​ຂັ້ນສູງ ​ໃນ​ກະຊວງ​ການ​ເງິນ ​ເປີດ​ເຜີຍ​ວ່າ​ລັດຖະບານ​ລາວ ມີ​ພັນທະ ທີ່​ຈະ​ຕ້ອງ
​ຊຳລະ​ຄືນ​ໜີ້ ​ໃນ​ປະ​ເທດ​ທີ່​ເກີດ​ຈາກ​ໂຄງການ​ພັດທະນາ​ຕ່າງໆ ທີ່​ບັນດາ​ບໍລິສັດ​ເອກະຊົນ ​
ໄດ້​ລົງທຶນ​ໃຫ້​ກ່ອນ​ຄິດ​ເປັນ​ມູນ​ຄ່າ​ລວມຫຼາຍກວ່າ 18,000 ຕື້​ກີບ ຫຼື ​ເກີນ​ກວ່າ 2,250
ລ້ານ​ດອນ​ລາ.

ໂດຍ​ໜີ້​ສິນ​ດັ່ງກ່າວ ​ເກີດ​ຈາກ​ການ​ທີ່​ໜ່ວຍ​ງານ​ຂອງ​ລັດຖະບານ​ທັງ​ໃນ​ຂັ້ນສູນ​ກາງ ​ແລະ​
ທ້ອງ​ຖິ່ນ ​ໄດ້​ອະນຸມັດ​ໃຫ້​ບັນດາ​ບໍລິສັດ​ເອກະ​ຊົນ​ເປັນ​ຝ່າຍ​ລົງທຶນ​ໃຫ້​ກ່ອນ​ໃນ 6,600 ກວ່າ ໂຄງການ ຊຶ່ງໃນນີ້ກໍມີຢູ່ເຖິງ 2,600 ໂຄງການ ທີ່ເປັນການອະນຸມັດໂຄງການ ຫຼັງຈາກທີ່ ນາຍົກລັດຖະມົນຕີລາວ ໄດ້ມີຄຳສັ່ງໃຫ້ຢຸດການອະນຸມັດໂຄງການໃໝ່ໆ ນັບຕັ້ງແຕ່ທ້າຍປີ 2013 ເປັນຕົ້ນມາແລ້ວ.

ນາຍົກລັດຖະມົນຕີລາວ ທ່ານທອງສິງ ທຳມະວົງ ໄດ້ມີຄຳສັ່ງໃຫ້ຢຸດ ການອະນຸມັດໂຄງການໃໝ່ໆ ນັບຕັ້ງແຕ່ທ້າຍປີ 2013 ເປັນຕົ້ນມາແລ້ວ.
ນາຍົກລັດຖະມົນຕີລາວ ທ່ານທອງສິງ ທຳມະວົງ ໄດ້ມີຄຳສັ່ງໃຫ້ຢຸດ ການອະນຸມັດໂຄງການໃໝ່ໆ ນັບຕັ້ງແຕ່ທ້າຍປີ 2013 ເປັນຕົ້ນມາແລ້ວ.

ເຈົ້າໜ້າທີ່ຂັ້ນສູງ ບອກວ່າການທີ່ຍັງມີການຝ່າຝືນຄຳສັ່ງ ຂອງ
ນາຍົກລັດຖະມົນຕີລາວດັ່ງກ່າວນີ້ ຢູ່ເລື້ອຍມາ ນອກຈາກຈະ
ເຮັດໃຫ້ລັດຖະບານລາວຕ້ອງເປັນໜີ້ ຕໍ່ບັນດາບໍລິສັດ ເອກະຊົນ
ຢ່າງຫລວງຫຼາຍແລ້ວ ກໍຍັງສະແດງໃຫ້ເຫັນເຖິງ ການດຳເນີນງານ
ຢ່າງເປັນ ຂະບວນການ ຂອງບັນດາພະນັກງານລັດ ທີ່ບໍ່ຢ້ານກົວ
ຄວາມຜິດ ທີ່ໄດ້ຝ່າຝືນຄຳສັ່ງ ຂອງນາຍົກລັດຖະມົນຕີລາວ ອີກ
ດ້ວຍ ໝາຍຄວາມວ່າ ບັນດາພະນັກງານລັດເຫຼົ່ານີ້ ຍ່ອມໄດ້ຮັບ
ການສະໜັບສະໜຸນ ຈາກກຸ່ມບຸກຄົນທີ່ມີອຳນາດ ທາງການເມືອງ
ໃນລາວນັ້ນເອງ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໄດ້ໃຫ້ການຢືນຢັນວ່າ:

“ຄົນໆໜຶ່ງ ຫຼືຈຳນວນໜຶ່ງຈະເຮັດໄດ້ຄືແນວນີ້ ເປັນໄປບໍ່ໄດ້
ມັນອາດສິມີອັນໃດບໍ້ ເປັນພື້ນເປັນຖານ ອາດສິມີອັນໃດບໍ້ ທີ່ເປັນໜໍ່ແໜງ ທີ່
ອະນຸຍາດໃຫ້ມີການດຳເນີນໄປໄດ້ ຄືແນວນີ້ ເງິນບໍ່ແມ່ນຈຳນວນນ້ອຍ ມັນບໍ່ແມ່ນ ສິບຕື້ ຊາວຕື້ ມັນຫຼາຍຮ້ອຍຕື້ ທີ່ສາມາດເປັນໄປໄດ້.”

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດ ເປີດເຜີຍວ່າ ທະນາຄານຂອງລັດຖະ
ບານລາວມີສິນເຊື່ອ ທີ່ບໍ່ກໍ່ໃຫ້ເກີດຜົນປະໂຫຍດ (NPL) ຄິດເປັນມູນຄ່າລວມຫຼາຍກວ່າ
1,055 ຕື້ກີບ ຊຶ່ງເກີດຈາກການອະນຸມັດໂຄງການພັດທະນາຕ່າງໆ ທີ່ເປັນການຝ່າຝືນ
ຄຳສັ່ງຂອງນາຍົກລັດຖະມົນຕີລາວດັ່ງກ່າວ.

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການ ແລະການລົງທຶນ ເປີດເຜີຍວ່າ ການດຳເນີນ
ມາດຕະການກວດສອບ ໂດຍໜ່ວຍງານສະເພາະກິດ ຂອງກະຊວງແຜນການ ແລະການ
ລົງທຶນ ທີ່ເປັນເອກະເທດ ຈາກອົງການກວດສອບແຫ່ງລັດ ທີ່ມີທ່ານນາງ ວຽງທອງ
ສີພັນດອນ ເປັນປະທານນັ້ນ ໄດ້ພົບຂໍ້ມູນໃໝ່ ທີ່ເຮັດ ໃຫ້ລັດຖະບານລາວ ຕ້ອງສູນເສຍ
ງົບປະມານລາຍຈ່າຍໄປໃນມູນຄ່າລວມເຖິງ 6,000.92 ຕື້ກີບ ຫຼືເກີນກວ່າ 750 ລ້ານ
ດອນລາ ໃນແຜນການປະຈຳປີ 2013-2014 ທີ່ຜ່ານມາ.

ໂດຍການສູນເສຍດັ່ງກ່າວນີ້ ເກີດຂຶ້ນຈາກການຈັດຕັ້ງປະຕິບັດໂຄງການພັດທະນາ ທີ່ບໍ່
ຖືກຕ້ອງຕາມກົດໝາຍ ກໍຄືເປັນໂຄງການທີ່ບໍ່ຜ່ານການເຫັນຊອບຂອງກະຊວງການເງິນ
ແລະກະຊວງແຜນການ ແລະການລົງທຶນ ຈຳນວນ 56 ໂຄງການ.

ເຈົ້າໜ້າທີ່ຂັ້ນສູງ ຍັງໄດ້ໃຫ້ການຢືນຢັນວ່າ ການກວດພົບດັ່ງກ່າວນີ້ ເປັນຄົນລະສ່ວນກັນ
ກັບ ການລາຍງານຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດລາວ ໂດຍ
ທ່ານນາງວຽງທອງ ເມື່ອກາງເດືອນທັນວາ 2014 ທີ່ໄດ້ລະບຸວ່າ ລັດຖະບານລາວ ໄດ້ສູນ
ເສຍງົບປະມານໄປເກີນກວ່າ 4,300 ຕື້ກີບ ຈາກການທຸຈະລິດໃນ 254 ໂຄງການ ໃນ
ຊ່ວງປີ 2012-2014 ທີ່ຜ່ານມາ.

ສ່ວນອົງການເພື່ອຄວາມໂປ່ງໃສສາກົດ (Transparency International) ກໍຈັດໃຫ້ລາວ ຢູ່ທີ່ອັນດັບ 145 ຈາກ 175 ປະເທດທີ່ມີການຄໍລັບຊັ້ນໃນປີ 2014 ໂດຍໄດ້ຮັບຄະແນນ ໄວ້ວາງໃຈ ຈາກນັກທູລະກິດຊາວຕ່າງຊາດ ທີ່ລົງທຶນໃນລາວ ໃນລະດັບ 25 ຄະແນນ
ເທົ່ານັ້ນ ຈາກ 100 ຄະແນນເຕັມ.

XS
SM
MD
LG