ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວຕ້ອງການເງິນຊ່ວຍເຫຼືອ ຈາກຕ່າງປະເທດ ສະເລ່ຍ 800 ລ້ານໂດລາຕໍ່ປີ


ການປະຊຸມໂຕະມົນລະຫວ່າງລັດຖະບານລາວກັບບັນດາປະເທດ ແລະ ອົງການສາກົນຄັ້ງທີ່ 10 ທີ່ໄດ້ຈັດຂຶ້ນຢ່າງເປັນທາງການເມື່ອວັນທີ 22 ພະຈິກນີ້ ຢູ່ນະຄອນຫຼວງວຽງຈັນ
ການປະຊຸມໂຕະມົນລະຫວ່າງລັດຖະບານລາວກັບບັນດາປະເທດ ແລະ ອົງການສາກົນຄັ້ງທີ່ 10 ທີ່ໄດ້ຈັດຂຶ້ນຢ່າງເປັນທາງການເມື່ອວັນທີ 22 ພະຈິກນີ້ ຢູ່ນະຄອນຫຼວງວຽງຈັນ

ລັດຖະບານລາວຕ້ອງການເງິນຊ່ວຍເຫຼືອຈາກຕ່າງປະເທດໂດຍສະເລ່ຍເຖິງ 800 ລ້ານໂດລາ ລ້ານໃນແຕ່ລະປີເພື່ອຮັບປະກັນ ແລະ ເຮັດໃຫ້ເສດຖະກິດຂະຫຍາຍຕົວໃນອັດຕາສະເລ່ຍ 8% ຕໍ່ປີໃນຕະຫຼອດແຜນການ 5 ປີຄັ້ງທີ 7 ນີ້.

ທ່ານ ບຸນທະວີ ສິສຸພັນທອງ ລັດຖະມົນຕີຊ່ວຍວ່າ ການກະຊວງແຜນການ ແລະການລົງທຶນ ໄດ້ໃຫ້ການຢືນຢັນໃນໂອກາດການປະຊຸມໂຕະມົນລະຫວ່າງລັດຖະບານລາວກັບບັນດາປະ
ເທດ ແລະອົງການສາກົນຄັ້ງທີ່ 10 ທີ່ໄດ້ຈັດຂຶ້ນຢ່າງເປັນທາງການເມື່ອວັນທີ 22 ພະຈິກນີ້ ຢູ່ນະຄອນຫຼວງວຽງຈັນວ່າ ທາງການລາວໄດ້ສະແດງຄວາມຕ້ອງການ ທີ່ຈະໄດ້ຮັບການຊ່ວຍ
ເຫຼືອຈາກຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການລົບລ້າງບັນຫາຄວາມທຸກຍາກ ໃນຕະ
ຫຼອດແຜນການພັດທະນາເສດຖະກິດ ແລະສັງຄົມໄລຍະ 5 ປີ ຄັ້ງທີ່ 7 ຄິດເປັນມູນຄ່າລະ
ຫວ່າງ 700-800 ລ້ານໂດລາ ໃນແຕ່ລະປີ.

ຖ້າຫາກວ່າ ລັດຖະບານລາວໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດຕາມລະດັບຂອງຄວາມ
ຕ້ອງການດັ່ງກ່າວ ກໍຍ່ອມຈະສາມາດຮັບປະກັນໄດ້ວ່າການພັດທະນາທາງເສດຖະກິດໃນ
ລາວ ຈະຂະຫຍາຍຕົວເພີ່ມຂຶ້ນໃນ ອັດຕາສະເລ່ຍບໍ່ຕໍ່າກວ່າ 8% ໃນແຕ່ລະປີ ແລະຍັງຈະສົ່ງ
ຜົນຕໍ່ເນື່ອງ ເຮັດໃຫ້ອັດຕາຄວາມທຸກຍາກຂອງປະຊາຊົນລາວລົດລົງຈາກເກືອບ 20% ໃນ
ປັດຈຸບັນເປັນບໍ່ເກິນ 10% ຂອງຈໍານວນປະຊາກອນທັງໝົດຕາມເປົ້າໝາຍທີ່ວາງໄວ້ໃນປີ
2015 ອິກດ້ວຍ.

ທ່ານເອກອັກຄະລົດຖະທູດສະຫະລັດ, ທ່ານນາງ Karen B. Stewart ໄປຢ້ຽມຢາມແລະອ່ານໜັງສືໃຫ້ເດັກນ້ກຮຽນຟັງ ແລະໄດ້ ບໍລິຈາກປຶ້ມອ່ານໃຫ້ແກ່ໂຮງຮຽນປະຖົມທົ່ງຂັນຄໍາໃນນະຄອນຫລວງ ວຽງຈັນ ໃນວັນທີ 8 ພະຈິກ, 2011
ທ່ານເອກອັກຄະລົດຖະທູດສະຫະລັດ, ທ່ານນາງ Karen B. Stewart ໄປຢ້ຽມຢາມແລະອ່ານໜັງສືໃຫ້ເດັກນ້ກຮຽນຟັງ ແລະໄດ້ ບໍລິຈາກປຶ້ມອ່ານໃຫ້ແກ່ໂຮງຮຽນປະຖົມທົ່ງຂັນຄໍາໃນນະຄອນຫລວງ ວຽງຈັນ ໃນວັນທີ 8 ພະຈິກ, 2011

ແຕ່ຢ່າງໃດກໍ່ຕາມ ທ່ານ ບຸນທະວີ
ກໍຍອມຮັບວ່າ ການທີ່ຕ່າງປະ
ເທດຈະໃຫ້ການຊ່ວຍເຫຼືອແກ່ລັດ
ຖະບານລາວ ຕາມຄວາມຕ້ອງ
ການດັ່ງກ່າວນີ້ ກໍມີຄວາມຈໍາ
ເປັນຢ່າງຍິ່ງ ທີ່ລັດຖະບານລາວ
ຈະຕ້ອງມີການຕອບສະໜອງ
ຕໍ່ເງື່ອນໄຂຕ່າງໆຂອງຕ່າງປະ
ເທດຢ່າງຄົບຖ້ວນ ຊຶ່ງກໍຄືການ
ບໍລິຫານ ແລະນໍາໃຊ້ຄວາມຊ່ວຍ
ເຫຼືອຢ່າງໂປ່ງໃສ ການຈັດການ
ທີ່ດີນໃນການນໍາໃຊ້ຊັບພະຍາ
ກອນທໍາມະຊາດຢ່າງຍືນຍົງ
ການພັດທະນາຄຸນນະພາບຂອງ
ຊັບພະຍາກອນມະນຸດ ການ
ເສີມສ້າງບົດບາດຂອງພາກເອກະຊົນເຂົ້າໃນການພັດທະນາ ແລະການບໍລິຫານຄຸ້ມຄອງ
ການລົງທຶນຈາກ ປະເທດຢ່າງມີປະສິດທິພາບເປັນຕົ້ນ.

ທາງ​ດ້ານທ່ານ ສົມ​ສະຫວາດ ​ເລັ່ງສະ​ຫວັດ ຮອງ​ນາ​ຍົກ​ລັດຖະມົນຕີຜູ້​ຊີ້ນໍາ​ວຽກງານ
ທາງ​ເສດຖະກິດ ຂອງ​ລັດຖະບານລາວ ກໍ​ໄດ້ຖະ​ແຫຼງ​ເນັ້ນຢໍ້າວ່າ ​ເປົ້າໝາຍທີ່​ສໍາຄັນ​
ທີ່​ສຸດ​ຂອງ​ພັກ​ໃນ​ການ​ນໍາພາ​ປະເທດ​ໃນ​ໄລຍະຕໍ່​ໜ້ານີ້ ກໍ​ຄື​ການ​ເຮັດ​ໃຫ້​ປະ​ຊາ​ຊົນລາວ
ຫຼຸດພົ້ນ​ຈາກ​ຄວາມທຸກ​ຍາກ​ໃຫ້​ໄດ້​ໂດຍ​ພື້ນຖານ​ໃນ​ປີ 2015 ແລະ​ເຮັດ​ໃຫ້​ລາວ​ພົ້ນ​ຈາ​ກ
ສະພາບ​ດ້ອຍ​ພັດທະນາໃຫ້​ໄດ້​ພາຍ​ໃນ​ປີ 2020.

ການ​ທີ່​ຈະ​ເຮັດ​ໃຫ້​ສາ​ມາດບັນລຸເປົ້າໝາຍທີ່​ວາງ​ໄວ້​ດັ່ງກ່າວ​ໄດ້ນັ້ນ​ກໍເຮັດ​ໃຫ້ຈໍາເປັນທີ່ຈະ
ຕ້ອງຊອກຫາແຫຼ່ງລາຍຮັບທັງຈາກພາຍໃນ ແລະຈາກຕ່າງປະເທດຄວບຄູ່ກັນໄປ ດັ່ງທີ່
ທ່ານສົມສະຫວາດ ໄດ້​ໃຫ້ການຢືນຢັນວ່າ:

ພິທີມອບຮັບການຊ່ວຍເຫລືອໃນການສົ່ງເສີມການສຶກສາຂັ້ນພື້ນຖານຂອງ ສະຫະພາບຢູໂຣບແກ່ລາວ ທີ່ຈັດຂຶ້ນໃນປີ 2009
ພິທີມອບຮັບການຊ່ວຍເຫລືອໃນການສົ່ງເສີມການສຶກສາຂັ້ນພື້ນຖານຂອງ ສະຫະພາບຢູໂຣບແກ່ລາວ ທີ່ຈັດຂຶ້ນໃນປີ 2009

ສ້າງແລະອອກເສາະສະແຫວງ
ຫາແຫຼ່ງ
ລາຍຮັບໃຫມ່ເພີ່ມ
ເຕີມ ປະຕິບັດແຜນ
ລາຍຈ່າຍ
ງົບປະມານ ໃຫ້ຖືກຕາມປົ້າ

ໝາຍຈຸດສຸມ, ເຂັ້ມງວດໃນ
ການປະຕິບັດວິໄນແຜນການ
ແລະວິໄນການເງິນ, ເພີ່ມ
ແຫຼ່ງທຶນຂອງລະບົບທະນາ
ຄານ ເພື່ອປ່ອຍສິນເຊື່ອເຂົ້າ
ໃນເປົ້າໝາຍບຸລີມະ
ສິດທີ່ມີ
ປະສິດທິຜົນໃນສະເພາະໜ້າ
ແລະຍາວນານ, ຄົ້ນຄວ້າຍາດ
ແຍ່ງເອົາ
ການຊ່ວຍເຫຼືອທາງການ ODA ແລະການກູ້ຢືມຈາກສະຖາບັນການເງິນ
ສາກົນ ແລະບັນດາປະເທດ ທີ່ມີຄວາມອາດສາມາດ.”

ອີ​ງຕາມ​ມະຕິ ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກທີ່​ດຳ​ເນີນ​ການ​ປະຊຸມ​ໃນເດືອນມີນາທີ່​ຜ່ານ
ມາ​ໃນ​ປີນີ້ ພັກ​ໄດ້​ວາງ​ເປົ້າໝາຍທີ່ຈະພັດທະນາເສດຖະກິດໃນ​ໄລຍະ​ແຕ່ 2011-2015 ​ໃຫ້
ຂະຫຍາຍຕົວ​ໃນ​ອັດຕາ​ສະ​ເລ່ຍບໍ່ຫລຸດ 8% ຕໍ່ປີ ຊຶ່ງຈະເປັນຜົນເຮັດໃຫ້ຍອດຜະລິດຕະພັນ
ລວມພາຍໃນປະ​ເທດ ຫລື GDP ຂອງ​ລາວ​ມີມູນຄ່າລວມ ທີ່​ສາມາດສະເລ່ຍເປັນລາຍຮັບ
ຂອງປະຊາຊົນລາວໄດ້​ເຖິງ 1,700 ໂດລາ ຕໍ່ຄົນຕໍ່ປີ ​ໃນ​ປີ 2015 ທັງ​ຍັງ​ຈະ​ເຮັດ​ໃຫ້​ອັດຕາ​ຄວາມຍາກຈົນຂອງປະຊາຊົນລາວ​ຫລຸດລົງເຫລືອຢູ່ບໍ່​ເກີນ 10% ຂອງ​ຈຳນວນ​ປະຊາກອນ
ທັງໝົດໃນ​ປີ 2015 ອີກ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ສໍາລັບໃນໄລຍະແຜນການປີ 2006-2010 ທີ່​ຜ່ານມາ ກໍ​ປາກົດ​ວ່າ
ລັດຖະບານລາວໄດ້ຮັບການຊ່ວຍເຫລືອຈາກຕ່າງປະ​ເທດ ​ໃນມູນຄ່າຫລາຍກວ່າ 2 ພັນ
442 ລ້ານໂດລາ ຫລື​ສະ​ເລ່ຍ​ໄດ້​ພຽງ 48 ລ້ານໂດລາຕໍ່ປີ​ເທົ່າ​ນັ້ນ.

XS
SM
MD
LG