ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວຈະຈຳໜ່າຍພັນທະບັດ ຄັ້ງທີ 2, ມູນຄ່າຫຼາຍກວ່າ 1,900 ຕື້​ກີບ ແລະ 50 ລ້ານ ໂດລາ ເພື່ອໃຊ້ຊໍາລະໜີ້ ໃນປີນີ້ ທັງຈະ​ ໃຫ້ສຳ​ປະ​ທານ​ທີ່​ດິນເພີ້ມ​ຂຶ້​ນ​


​ເສັ້ນ​ທາງ​ໂພ​ນ​ເຄັງ​​ທີ່​ເປັ​ນ​ເຂດ​ນຶ່ງ​ທີ່​ມີ​ການ​ຄ້າ​ຂາຍ​ຫລາຍ ໃນ​ນະ​ຄອນ​ຫລວງວຽງ​ຈັນ.ລັດຖະບານລາວປະ​ກາດ​ຈຳ​ໜ່າຍພັນທະບັດຄັ້ງ​ທີ 2 ມູນຄ່າຫຼາຍກວ່າ 1,900 ຕື້​ກີບ ແລະ 50 ລ້ານ​ໂດ​ລາ ສຳ​ລັບ ນໍາໃຊ້ເພື່ອຊໍາລະໜີ້ໃນປີ 2022 ນີ້.
​ເສັ້ນ​ທາງ​ໂພ​ນ​ເຄັງ​​ທີ່​ເປັ​ນ​ເຂດ​ນຶ່ງ​ທີ່​ມີ​ການ​ຄ້າ​ຂາຍ​ຫລາຍ ໃນ​ນະ​ຄອນ​ຫລວງວຽງ​ຈັນ.ລັດຖະບານລາວປະ​ກາດ​ຈຳ​ໜ່າຍພັນທະບັດຄັ້ງ​ທີ 2 ມູນຄ່າຫຼາຍກວ່າ 1,900 ຕື້​ກີບ ແລະ 50 ລ້ານ​ໂດ​ລາ ສຳ​ລັບ ນໍາໃຊ້ເພື່ອຊໍາລະໜີ້ໃນປີ 2022 ນີ້.

ລັດຖະບານລາວປະ​ກາດ​ຈຳ​ໜ່າຍພັນທະບັດຄັ້ງ​ທີ 2 ມູນຄ່າຫຼາຍກວ່າ 1,900 ຕື້​ກີບ ແລະ 50 ລ້ານ​ໂດ​ລາ ສຳ​ລັບ ນໍາໃຊ້ເພື່ອຊໍາລະໜີ້ໃນປີ 2022 ນີ້, ທັງ​ຈະ​ຕ້ອງ​ອະ​ນຸ​ມັດ​ສຳ​ປະ​ທານ​ທີ່​ດິນ ແລະ​ຂຸດ​ຄົ້ນ​ແຮ່​ທາດ ເພີ້ມ​ຂຶ້​ນ​ອີກ​ດ້ວຍ. ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນເປີດເຜີຍວ່າ ໃນແຜນການງົບປະມານລາຍຈ່າຍປະຈໍາປີ 2022 ລັດຖະບານລາວຈະຕ້ອງໄດ້ກູ້ຢືມເງິນທັງຈາກສະຖາບັນການເງິນພາຍໃນ ແລະຕ່າງປະເທດ ໃນມູນຄ່າລວມເກີນກວ່າ 15 ພັນຕື້ກີບ ສໍາລັບນໍາໃຊ້ເພື່ອການຊໍາລະຄືນໜີ້ສິນຂອງລັດຖະບານທີ່ຄົບກໍານົດ ແລະບໍ່ສາມາດຂໍເລື່ອນການຊໍາລະໄດ້ອີກແລ້ວ ໂດຍການກູ້ຢືມໃນມູນຄ່າດັ່ງກ່າວນີ້ທຽບໄດ້ກັບ 80 ເປີເຊັນ ຂອງຄາດໝາຍຜະລິດຕະພັນລວມພາຍໃນ (GDP) ປີ 2022 ນີ້, ສະນັ້ນ ຈຶ່ງບໍ່ແມ່ນເລື້ອງງ່າຍ ທີ່ຈະໄດ້ຮັບການຕອບສະໜອງຈາກສະຖາບັນການເງິນຢ່າງຄົບຖ້ວນ ອັນເຮັດໃຫ້ລັດຖະບານລາວ ຈະຕ້ອງຈັດຫາລາຍໄດ້ມາຈາກແຫຼ່ງອື່ນໆອີກດ້ວຍເຊັ່ນ ການເຈລະຈາກັບເຈົ້າໜີ້ ເພື່ອຂໍປັບຫຼຸດ ມູນໜີ້ລົງໃຫ້ໄດ້ຫຼາຍທີ່ສຸດ, ການເກັບລາຍຮັບຈາກສໍາປະທານໂຄງການຕ່າງໆໃຫ້ໄດ້ເພີ້ມຂຶ້ນ ໂດຍສະເພາະແມ່ນການຈັດເກັບລາຍຮັບ ຈາກສໍາປະທານທີ່ດິນ, ເຂື່ອນໄຟຟ້າ, ການຂຸດຄົ້ນແຮ່ທາດ, ການຫັນຊັບສິນຂອງລັດມ​ຫ້ເປັນທຶນ, ການ​ລະ​ດົມ​ທຶນໃນມູນຄ່າລວມ 145 ລ້ານ​ໂດ​ລາ ຈາ​ກ​ການ​ຈຳ​ໜ່າຍ​ພັນ​ທະ​ບັດ ໃນ​ຕະ​ຫລ​າດ​ຫລັກ​ຊັບ​ໃນ​ປະ​ເທດ​ໄທ ລວມເຖິງການອອກພັນທະບັດລັດຖະບານລາວໃນມູນຄ່າລວມ 1,900 ຕື້​ກີບ ແລະ 50 ລ້ານ​ໂດ​ລາທີ່ຈໍາໜ່າຍຜ່ານທະນາຄານທຸລະກິດ 9 ແຫ່ງໃນ​ລາວ​ເພື່ອ​ໃຊ້​ໜີ້ ໃນ​ປີ 2022 ນີ້, ດັ່ງທີ່ເຈົ້າໜ້າທີ່ທ່ານ​ບຸນ​ໂຈມ ອຸ​ບົນ​ປະ​ເສີດ ລັດ​ຖະ​ມົນ​ຕີກະຊວງການເງິນໄດ້ໃຫ້ການຢືນຢັນວ່າ:

“ໜີ້​ສາ​ທາ​ລະ​ນະ​ພ​ວກ​ເຮົາ​ນີ້ສູງ ທຽບ​ໃສ່ GDP ການ​ຈັດ​ຄວາມ​ໜ້າ​ເຊື່ອຖື ຂອງ​ປະ​ເທດ​ພວກ​ເຮົາກໍ​ຢູ່​ໃນ​ ຄວາມຫລໍ່ແຫລມຫລາຍ ດັ່ງ​ນັ້ນ ທາງລັດ​ຖະບານພະຍາຍາມນຳໃຊ້ມາດ​ຕະ​ການຕ່າງໆ ໂດຍ​ສະ​ເພາະແມ່ນມາດ​ຕະ​ການ​ຕ່າງໆ ທີ່ຕິດພັນກັນກັບການສ້າງຖານລາຍຮັບໃໝ່ ເພື່ອສ້າງຄວາມ​ໝັ້ນ​ໃຈໃຫ້​ແກ່ເຈົ້າໜີ້ວ່າ ເຮົາຍັງ​ມີທ່າ ແຮງບົ່ມຊ້ອນ ເພື່ອຊໍາລະໜີ້ສິນໃນຕ່າງປະເທດ. ປີນີ້ ກະ​ເປັນ​ປີ​ທຳ​ອິດ​ນັບ​ຈາກປີ 2019 ທີ່ ສປປ ລາວ ສາມາດຈໍາໜ່າຍພັນ​ທະ​ບັດຢູ່ປະເທດໃກ້​ຄຽງໄດ້. ພວກເຮົາລະ​ດົມທຶນທຶນມາແຕ່ຕົ້ນປີ ປະມານ 145 ລ້ານໂດ​ລາ ກະສະ​ແດງວ່າ ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ປະ​ເທດ​ເຮົາເລີ້ມກັບມາ ເນື່ອງຈາກເຮົາມີ​ຫລາຍ​ມາດ​ຕະ​ການ ໂດຍ​ສະ​ເພາະ​ແມ່ນ​ວາ​ລະ​ແຫ່ງ​ຊາດໃນການສ້າງຖານລາຍຮັບໃໝ່.”

ແຕ່​ຢ່າງ​ໃດ​ກໍ​ຕາມ​ການ​ຈຳ​ໜ່າຍ​ພັນ​ທະ​ບັດ​ຂອງລັດຖະບານລາວຄັ້ງ​ທຳ​ອິດ ມີມູນຄ່າລວມ 5 ພັນຕື້ກີບ ນັບ​ແຕ່​ເດືອນ​ມິ​ຖຸ​ນາ​ເປັນ​ຕົ້ນ​ມາ ຊຶ່ງມີອາຍຸການຖືຄອງ 6 ເດືອນ ທີ່ອັດຕາດອກເບ້ຍ 20 ເປີເຊັນຕໍ່ປີ, ລາຄາການ ລົງທຶນໜ່ວຍລະ 1 ແສນກີບ ໂດຍປະຊາຊົນລາວສາມາດຊື້ພັນທະບັດໄດ້ບໍ່ເກີນ 2 ຕື້ກີບຕໍ່ຄົນ. ສ່ວນນິຕິບຸກຄົນ ທີ່ຈົດທະບຽນຢູ່ໃນລາວນັ້ນ ກໍສາມາດຊື້ພັນທະບັດໄດ້ບໍ່ເກີນ 10 ຕື້ກີບຕໍ່ຄົນ ທັງຍັງຈະຕ້ອງເປັນນິຕິບຸກຄົນ ທີ່ບໍ່ ໄດ້ດໍາເນີນທຸລະກິດດ້ານການເງິນ ການທະນາຄານອີກດ້ວຍນັ້ນ ກໍ​ຍັງ​ຈຳ​ໜ່າຍ​ບໍ່​ທັນ​ໝົດຮອດ​ປັດ​ຈຸ​ບັນ​ນີ້ ໂດຍ​ຍັງ​ເຫລືອ​ພັນ​ທະ​ບັດ ທີ່​ຈະ​ຕ້ອງ​ຈຳ​ໜ່າຍ​ອີກເກືອບ​ຮອດ 1,000 ຕື້​ກີບ ແຕ່​ກໍ​ຄົງ​ຈະ​ເປັນ​ການ​ຍາກ ທີ່​ຈະ​ຈຳ​ໜ່າຍ​ໄດ້​ທັງ​ໝົດ ເນື່ອງ​ຈາກວ່າ ອັດ​ຕາ​ດອກ​ເບ້ຍ 20 ເປີ​ເຊັນ ທີ່​ໄດ້​ຮັບ​ຈາ​ການ​ຂາຍ​ພັນ​ທະ​ບັດ​ນນັ້ນ ຕ່ຳ​ກວ່າ​ອັດ​ຕາ​ເງິນ​ເຟີ້​ໃນ​ລາວ ທີ່​ສູງກວ່າ 25 ເປີ​ເຊັນໃນ​ເວ​ລານີ້. ແຕ່​ສຳ​ລັບ​ໄລ​ຍະ​ຍາວ​ນັ້ນ ​ກໍ​ຖື​ວ່າການ​ລະ​ດົມ​ທຶນ​ຂອງ​ພາກ​ລັດ ແລະ​ພາກ​ເອ​ກະ​ຊົນ​ລາວ ​ຈະ​ມີ​ໂອ​ກາດ​ທີ່​ດີ​ຂຶ້ນ ທັງ​ການ​ລະ​ດົມ​ທຶນ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ ດັ່ງ​ທີ່​ນັກ​ລົງ​ທຶນ​ໄທ​ໃນ​ຕະ​ຫລາດ​ຮຸ້ນ​ຂອງ​ລາວ ໃຫ້​ການ​ຢືນ​ຢັນ​ວ່າ:

“ປັດຈຸບັນ ມີບໍລິສັດທີ່ເຂົ້າໄປຈົດ​ທະ​ບຽນ ​ມີການ Trade ຮຸ້ນ ຢູ່​ໃນຕະຫຼາດຫຼັກຊັບ ສ ປ ປ ລາວ ທັງໝົດ 11 ບໍລິສັດ ຊຶ່ງ​ເປັນກຸ່ມທີ່​ໜ້າ​ສົນ​ໃຈ​ໃນ​ແງ່​ທີ່​ວ່າ ນຶ່ງ ກໍຄືເຂົາ​ມີ​ຄວາມເປັນມືອາ​ຊີບ, ສອງ ໃນ​ເລື້ອງ​ຂອງ​ການລະ​ດົ​ມ ທຶນຜ່ານຕະຫຼາດຫຼັກຊັບ ເຊິ່ງບໍ່ແມ່ນພຽງແຕ່ການເຂົ້າໄປຊື້-ຂາຍຮຸ້ນ ໃນຕະ​ຫລາດ​ຫລັກ​ຊັບເທົ່ານັ້ນ ແຕ່ການ ອອກຮຸ້ນ​ກູ້ ກໍມີ​ການ​ລິເລີ້ມທີ່​ຈະ​ເຮັດ​ແລ້ວ ໃນ​ຕະ​ຫລາດ​ຫລັກ​ຊັບຂອງ ສປປ ລາວ. ນະວັດຕະກຳໃນ​ການ​ທີ່​ຈະ​ລະ​ດົມທຶນສຳລັບບໍລິສັດພາຍໃນ ບໍ່ໄດ້ຈຳກັດພຽງແຕ່ການຂໍກູ້ເງິນ ຈາກທະນາຄານ ຫຼື ສະຖາບັນການເງິນຈາກຕ່າງ​ປະ​ເທດຢ່າງ​ດຽວ ເຂົາສາມາດທີ່​ຈະ​ລະ​ດົມທຶນຈາກຕະຫຼາດໄດ້”

ທັງນີ້ ລັດຖະບານລາວມີຄວາມຕ້ອງການເງິນຕາຕ່າງປະເທດໃນ​ມູນ​ຄ່າ ໂດຍ​ສະ​ເລ່ຍ 4,000 ລ້ານໂດລາຕໍ່ປີ ຫາກແຕ່ກໍສາມາດປະຕິບັດໄດ້ຕົວ​ຈິງພຽງ 50 ເປີເຊັນ ຈຶ່ງເຮັດຕ້ອງ​ປະ​ເຊີນ​ກັບການ​ຂາດດຸນບັນ​ຊີເງິນຕາຕ່າງປະ ເທດເຖິງ 2,000 ລ້ານໂດລາຕໍ່​ປີ ຊຶ່ງເປັນສາເຫດທີ່ເຮັດໃຫ້ສະຖາບັນ Moody’s Investors Service ໄດ້ປັບ ລົດລະດັບໜີ້ສິນຂອງລາວຈາກລະດັບທີ່ມີຄວາມຫວັງວ່າຈະພັດທະນາດີຂຶ້ນໄດ້ ລົງມາເປັນລະດັບທີ່ຕິດລົບ ນັບ​ແຕ່ປີ 2019 ເປັນ​ຕົ້ນ​ມາ.

XS
SM
MD
LG