ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ໄດ້ເພີ້ມມາດຕະການເຂັ້ມງວດເຂົ້າໃນການກວດກາ ການເຜີຍແຜ່ຂໍ້ມູນຂ່າວສານໃນສື່ສັງຄົມຢ່າງໃກ້ຊິດ ໃນຖານະເປັນປະທານອາຊຽນ


ແຟ້ມພາບ - ນາຍົກລັດຖະມົນຕີລາວ ທ່ານ ສອນໄຊ ສີພັນດອນ, ກາງ, ກ່າວຖະແຫລງ ໃນລະຫວ່າງກອງປະຊຸມສຸດຍອດ ບັນດາຜູ້ນຳອາຊຽນ ສະໄໝສາມັນ 2024 ຮອບພິເສດລະຫວ່າງ ອາຊຽນແລະອອສເຕຣເລຍ ໃນນະຄອນແມລເບີນ ຂອງອອສເຕຣເລຍ, ວັນທີ 6 ມີນາ 2024.
ແຟ້ມພາບ - ນາຍົກລັດຖະມົນຕີລາວ ທ່ານ ສອນໄຊ ສີພັນດອນ, ກາງ, ກ່າວຖະແຫລງ ໃນລະຫວ່າງກອງປະຊຸມສຸດຍອດ ບັນດາຜູ້ນຳອາຊຽນ ສະໄໝສາມັນ 2024 ຮອບພິເສດລະຫວ່າງ ອາຊຽນແລະອອສເຕຣເລຍ ໃນນະຄອນແມລເບີນ ຂອງອອສເຕຣເລຍ, ວັນທີ 6 ມີນາ 2024.

ລັດຖະບານລາວ ໄດ້ເພີ້ມມາດຕະການເຂັ້ມງວດເຂົ້າໃນການກວດກາການເຜີຍແຜ່ຂໍ້ມູນຂ່າວສານໃນສື່ສັງຄົມຢ່າງໃກ້ຊິດ ໂດຍສະເພາະສື່ສັງຄົມທີ່ໂຈມຕີລັດຖະບານລາວ ໃນຖານະປະທານອາຊຽນນັ້ນ.

ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຖະແຫລງຢືນຢັນວ່າ ລັດຖະບານລາວ ໄດ້ມອບໝາຍໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນພາກສ່ວນຮັບຜິດຊອບໃນການຮັກສາຄວາມປອດໄພ ແລະກວດກາທຸກການເຄື່ອນໄຫວໃນທົ່ວປະເທດລາວ ໃນໂອກາດທີ່ລັດຖະບານລາວ ເປັນປະທານວຽນຂອງອາຊຽນໃນປີ 2024 ນີ້ ຊຶ່ງໃນນີ້ ລວມເຖິງການກວດກາການເຜີຍແຜ່ຂໍ້ມູນຂ່າວສານໃນສື່ສັງຄົມ ທັງພາຍໃນລາວ ແລະຕ່າງປະເທດຢ່າງໃກ້ຊິດດ້ວຍ ແລະຈະຕ້ອງດຳເນີນມາດຕະການຕອບໂຕ້ທັນທີ ໃນກໍລະນີທີ່ສື່ສັງຄົມໄດ້ນຳສະເໜີຂໍ້ມູນຂ່າວສານທີ່ເປັນການໂຈມຕີບົດບາດ ແລະການຈັດຕັ້ງປະຕິບັດວຽກງານຕ່າງໆຂອງລັດຖະບານລາວ ໃນຖານະທີ່ເປັນປະທານວຽນຂອງອາຊຽນ ທີ່ຈະຕ້ອງຈັດກອງປະຊຸມສຸດຍອດຜູ້ນຳອາຊຽນ 2 ຄັ້ງໃນປີ 2024 ລວມເຖິງການຈັດກອງປະຊຸມລະດັບລັດຖະມົນຕີດ້ານຕ່າງໆດ້ວຍນັ້ນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG