ຜູ້ຊ່ຽວຊານດ້ານສິ່ງແວດລ້ອມທຳມະຊາດຢືນຢັນວ່າລາວ ໄດ້ຮັບຜົນປະໂຫຍດພຽງສ່ວນໜ້ອຍເທົ່ານັ້ນ ຈາກການສົ່ງອອກໄຟຟ້າຂອງເຂື່ອນຕ່າງໆ ຂະນະທີ່ປະຊາຊົນລາວຖືກຜົນກະທົບເພີ້ມຂຶ້ນນັບມື້, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ ມາສະເໜີທ່ານຈາກບາງກອກ.
ຜູ້ຊ່ຽວຊານດ້ານສິ່ງແວດລ້ອມທໍາມະຊາດ ໃຫ້ຄວາມເຫັນວ່າ ການພັດທະນາ ສປປ ລາວ ໃຫ້ເປັນປະເທດສົ່ງອອກພະລັງງານໄຟຟ້າລາຍໃຫຍ່ຂອງອາຊຽນ ຫຼື Battery of ASEAN ນັ້ນ ຖືເປັນແຜນການເປົ້າໝາຍທີ່ໄດ້ສົ່ງຜົນກະທົບຕໍ່ສັງຄົມ ແລະ ສະພາບ ແວດລ້ອມທໍາມະຊາດຂອງລາວ ຫຼາຍກວ່າຜົນປະໂຫຍດ ທີ່ໄດ້ຮັບຈາກການສົ່ງອອກ ພະລັງງານໄຟຟ້າໄປຕ່າງປະເທດ ໃນໄລຍະ 10 ປີ ຜ່ານມານີ້ ໂດຍເຫັນໄດ້ຈາກ ປະຊາຊົນລາວສ່ວນໃຫຍ່ຍັງທຸກຍາກຢູ່ ເຖິງແມ່ນວ່າປະເທດລາວ ມີລາຍຮັບຈາກການ ສົ່ງອອກໄຟຟ້າໄປຕ່າງປະເທດເພີ້ມຂຶ້ນທຸກປີ ເຊັ່ນໃນ 2022 ທີ່ລາວມີລາຍຮັບ ຈາກ ການສົ່ງອອກໄຟຟ້າເຖິງ 1,760 ລ້ານໂດລາ ແຕ່ລາຍຮັບສ່ວນໃຫຍ່ ກໍບໍ່ໄດ້ຖືກນໍາໃຊ້ ເຂົ້າໃນໂຄງການພັດທະນາຕ່າງໆ ເພື່ອແກ້ໄຂບັນຫາຄວາມທຸກຍາກ ຂອງປະຊາຊົນ ລາວ ບັນດາເຜົ່າແຕ່ຢ່າງໃດ ເພາະບັນດາຜູ້ລົງທຶນໃນໂຄງການເຂື່ອນໄຟຟ້າຕ່າງໆ ນັ້ນ ຈະຕ້ອງນຳໃຊ້ລາຍຮັບສ່ວນໃຫຍ່ດັ່ງກ່າວ ເພື່ອຊໍາລະໜີ້ຕ່າງປະເທດເປັນດ້ານຫຼັກ. ທັງ ຍັງໄດ້ສ້າງພາລະຫນີ້ສິນຕ່າງປະເທດ ໃຫ້ແກ່ລັດຖະບານລາວເພີ້ມຂຶ້ນນັບມື້ ດັ່ງທີ່ທ່ານ ແກຣີ ລີ (Gary Lee) ຜູ້ປະສານງານໃນພູມີພາກພື້ນເອເຊຍຕາເວັນອອກສຽງໃຕ້ຂອງ ອົງການ International Rivers ຢືນຢັນວ່າ:
“ລາວຄວນພິຈາລະນາຍຸດທະສາດຂອງຕົນຄືນໃໝ່ ແລະການເພິ່ງພາຕໍ່ການພັດທະນາ ເຂື່ອນໄຟຟ້າຂະໜາດໃຫຍ່ເພື່ອສ້າງລາຍຮັບ. ໂຄງການເຂື່ອນໄຟຟ້າຂະໜາດໃຫຍ່ ຕ້ອງ ການກູ້ຢືມເງິນເພື່ອມາກໍ່ສ້າງ, ສະນັ້ນ ການກໍ່ສ້າງໂຄງເຂື່ອນໄຟຟ້າຢ່າງວ່ອງໄວ ຈຶ່ງເປັນ ປັດໄຈສຳຄັນໃນການເຮັດໃຫ້ລະດັບໜີ້ສິນຂອງລາວສູງຂຶ້ນ. ບົດລາຍງານຂອງທະນາຄານໂລກເມື່ອບໍ່ດົນມານີ້ ໄດ້ຊີ້ໃຫ້ເຫັນວ່າ ປັດຈຸບັນໜີ້ຂອງປະເທດນີ້ ມີຢູ່ປະມານ 89 ເປີເຊັນ ຂອງ GDP ຊຶ່ງສູງທີ່ສຸດ ໃນເຂດເອເຊຍຕາເວັນອອກສຽງໃຕ້.”
ສ່ວນທ່ານຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນປະກາດວ່າ ລັດຖະບານລາວ ໄດ້ວາງເປົ້າໝາຍການສົ່ງອອກໄຟຟ້າໃຫ້ໄດ້ເຖິງ 2,453 ລ້ານໂດລາ ໃນປີ 2023 ຊຶ່ງກໍມີຄວາມເປັນໄປໄດ້ສູງ ເພາະລາວມີແຫຼ່ງຜະລິດໄຟຟ້າໄດ້ເຖິງ 51,143 ລ້ານ ກິໂລວັດຕໍ່ຊົ່ວໂມງ ໂດຍໃນນີ້ ຈະສະໜອງການຊົມໃຊ້ພາຍໃນບໍ່ເກີນ 20 ເປີເຊັນ ສ່ວນອີກ 80 ເປີເຊັນທີ່ເຫລືອ ກໍຄືໄຟຟ້າທີ່ຈະສົ່ງອອກໄປຍັງປະເທດໃນກຸ່ມອາຊຽນ ດ້ວຍກັນ.
ແຕ່ຢ່າງໃດກໍຕາມ ປະເດັນທີ່ເປັນບັນຫາໃຫຍ່ໃນລາວໃນໄລຍະທີ່ຜ່ານມາ ຈົນ ເຖິງປັດຈຸ ບັນ ກໍຄືລາຍຮັບເງິນຕາຕ່າງປະເທດທີ່ໄດ້ຈາກການສົ່ງອອກໄຟຟ້ານັ້ນ ສ່ວນໃຫຍ່ກັບບໍ່ໄດ້ໂອນເຂົ້າມາໃນລາວແຕ່ຢ່າງໃດ ຈຶ່ງເຮັດໃຫ້ເກີດການສົງໄສ ໃນວົງກວ້າງວ່າ ເປັນຍ້ອນສາເຫດໃດ ທີ່ເງິນຕາຕ່າງປະເທດດັ່ງກ່າວ ຈຶ່ງບໍ່ໄດ້ໂອນເຂົ້າສູ່ລະບົບທະນາຄານ ໃນລາວ ຊຶ່ງຖືວ່າເປັນສາເຫດສຳຄັນທີ່ເຮັດໃຫ້ລາວຕ້ອງປະເຊີນກັບບັນຫາການຂາດແຄນເງິນຕາຕ່າງປະເທດຢ່່າງຮຸນແຮງ ໃນຂະນະທີ່ລັດວິສາຫະກິດໄຟຟ້າລາວ ກໍຍັງ ເປັນລັດວິສາຫະກິດທີ່ມີໜີ້ສິນຫຼາຍທີ່ສຸດ ກໍຄືຫຼາຍກວ່າ 2,700 ລ້ານໂດລາ ຊຶ່ງຈະຕ້ອງ ເລັ່ງແກ້ໄຂຢ່າງຮີບດ່ວນທີ່ສຸດ ອີກດ້ວຍ ດັ່ງເຈົ້າໜ້າທີ່ອະວຸໂສ ໃນລັດວິສາຫະກິດໄຟຟ້າ ລາວ ຫລື EDL ໄດ້ໃຫ້ການຢືນຢັນວ່າ:
“ພວກເຮົາໄດ້ລົງທຶນຫຼາຍໃນສາຍສົ່ງໄຟຟ້າ ແລະ ສະຖານີຍ່ອຍ ເພາະວ່າພວກເຮົາຢາກໃຫ້ພົນລະເມືອງຂອງພວກເຮົາມີໄຟຟ້າໃຊ້. ດັ່ງນັ້ນ ມັນຮຽກຮ້ອງໃຫ້ມີການລົງທຶນຫຼາຍ. ຢ່າງໃດກໍຕາມ ປັດຈຸບັນລັດຖະບານກໍໄດ້ແກ້ໄຂບັນຫານັ້ນແລ້ວ ແລະຮຽກຮ້ອງໃຫ້ EDL ແກ້ໄຂບັນຫາເຊັ່ນກັນ. ພວກເຮົາຕ້ອງປະຕິຮູບຕົນເອງ. ກັບ EDL ພວກເຮົາຕ້ອງ ມີ ປະສິດທິພາບຫຼາຍຂຶ້ນ ແລະການລົງທຶນເພີ້ມໃນອະນາຄົດຕ້ອງໄດ້ຮັບການທົບທວນຢ່າງຖີ່ຖ້ວນ ເພື່ອຮັບປະກັນວ່າການລົງທຶນໃດໆ ໃນອະນາຄົດຈະຕ້ອງໄດ້ໃຊ້ໜີ້ສິນດ້ວຍຕົວມັນເອງ.”
ສ່ວນ ທ່ານວິກເຕີ ນຽນ (Victor Nian) ປະທານກຳມະການບໍລິຫານສູນ ຍຸດທະ ສາດ ດ້ານພະລັງງານໄຟຟ້າ ແລະຊັບພະຍາກອນໃນເອເຊຍໄດ້ໃຫ້ທັດສະນະວ່າ ລັດຖະ ບານລາວ ຈະສາມາດບັນລຸເປົ້າໝາຍໃນການພັດທະນາລາວໃຫ້ກ້າວໄປສູ່ສະຖານະພາບຂອງການເປັນປະເທດສົ່ງອອກພະລັງງານໄຟຟ້າລາຍໃຫຍ່ ຫຼື ເປັນຫມໍ້ໄຟຂອງອາຊຽນໄດ້ຢ່າງແທ້ຈິງ ດ້ວຍການຊ່ວຍເຫຼືອດ້ານເທັກໂນໂລຈີ ຈາກຈີນເປັນຕົ້ນຕໍ ແລະສາມາດຕອບສະໜອງໃຫ້ແກ່ຂະແໜງການພັດທະນາພະລັງງານຢູ່ໃນລາວໄດ້ຢ່າງຄົບວົງຈອນ ທີ່ລວມເຖິງການລົງທຶນພັດທະນາລະບົບສາຍສົ່ງໄຟຟ້າແຮງສູງ ເພື່ອເຊື່ອມຕໍ່ລາວ ກັບຈີນ ແລະ ປະເທດອາຊຽນດ້ວຍກັນ.
ທັງນີ້ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T), ທີ່ຮ່ວມທຶນລະຫວ່າງລັດ ວິສາຫະ ກິດໄຟຟ້າລາວ ກັບບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ນັບແຕ່ປີ 2020 ເປັນຕົ້ນມາ ກໍໄດ້ລົງທຶຶນ 2,000 ລ້ານໂດລາ ເພື່ອວາງສາຍສົ່ງໄຟຟ້າແຮງສູງ 500 ກໍໂລໂວນ ເຊື່ອມຕໍ່ລາວກັບຈີນເພື່ອສົ່ງໄຟຟ້າ17,200 ເມກາວັດ ໃຫ້ກຳປູເຈຍ, ຫວຽດນາມ ແລະໄທ ໃຫ້ໄດ້ຄົບຖ້ວນຢ່າງຊ້າສຸດພາຍໃນປີ 2030.