ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະໃຫ້ການຮັກສາສຸຂະພາບຟີ ແກ່ເດັກນ້ອຍ ແລະເແມ່ຍິງຖືພາມານ


ນາງໝໍຊັກຍາປ້ອງກັນພະຍາດໃຫ້ເດັກ ຢູ່ລາວ
ນາງໝໍຊັກຍາປ້ອງກັນພະຍາດໃຫ້ເດັກ ຢູ່ລາວ

ລັດຖະບານ​ລາວ​ຈະ​ໃຫ້​ບໍລິການ​ດ້ານ​ສຸຂະພາບ​ອະນາ​ໄມ ​ກັບ​ບັນດາ​ແມ່ຍິງ​ທີ່ຕັ້ງ​ທ້ອງ​ແລະ​ເດັກນ້ອຍ​ໂດຍ​ບໍ່​ຄິດ​ຄ່າ ຫາກ​ແຕ່​ວ່າ​ໃນ​ໄລຍະ​ເບື້ອງ​ຕົ້ນ​ຈະ​ໃຫ້​ບູລິ​ມະ​ສິດ​ກັບ​ແມ່ຍິງ​ຕັ້ງ​ທ້ອງ​ ທີ່​ຍາກຈົນ​ແລ​ະ​ເດັກນ້ອຍ​ທີ່​ມີ​ອາຍຸ​ຕໍ່າ​ກວ່າ 5 ປີ​ເທົ່າ​ນັ້ນ ​ຍ້ອນ​ບັນຫາ​ຂາດ​ແຄນ​ທາງ​ດ້ານ​ງົບປະມານ.

ທ່ານ ບໍ່​ວຽງ​ຄໍາ ວົງ​ດາລາ ​ໂຄສົກ​ລັດຖະບານ​ລາວ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ຄະນະ​ລັດຖະບານ​ລາວ​ໄດ້​ດໍາ​ເນີນການ​ຮ່າງ​ແຜນປະຕິ ບັດ​ການ​ວ່າ​ດ້ວຍ​ການ​ໃຫ້​ບໍລິການ​ດ້ານ​ສຸຂະ​ພາບ​ອະນາ​ໄມ​ ແກ່​ບັນດາ​ແມ່ຍິງ​ທີ່​ກໍາລັງຕັ້ງ​ທ້ອງ​ແລະເດັກ​ນ້ອຍ​ລາວໂດຍ​ບໍ່​ຄິດ​ຄ່າ​ໃຊ້​ຈ່າຍ ​ເກືອບ​ຈະ​ສໍາ​ເລັດ​ແລ້ວ ​ແລະ​ກໍ​ເຊື່ອ​ໝັ້ນ​ວ່າ ການ​ຮ່າງແຜນປະຕິບັດ​ການ​ດັ່ງກ່າວ ​ຈະ​ສໍາ​ເລັດ​ທັນ​ກອງ​ປະຊຸມ​ປະຈໍາ​ເດືອນກໍລະກົດ​ຂອງ​ລັດຖະ ບານ​ລາວ​ຢ່າງ​ແນ່ນອນ.

ສໍາລັບ​ເນື້ອ​ໃນ​ສໍາຄັນ​ຂອງ​ແຜນປະຕິ​ບັດ​ການ​ດັ່ງກ່າວ​ນີ້ ທ່ານ​ບໍ່​ວຽງ​ຄໍາ ກໍ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ ​ໃນ​ໄລຍະ​ເບື້ອງ​ຕົ້ນ ກໍ​ຄື​ພາຍຫລັງ​ຈາກ​ໄດ້​ຜ່ານ​ການ​ຮັບຮອງ​ຈາກ​ຄະ​ນະ​ລັດຖະບານ​ລາວ​ຢ່າງ​ເປັນ​ທາງ​ການ​ແລ້ວນັ້ນ​ ກໍ​ສາມາດ​ເລີ່​ມລົງມື​ປະຕິບັດ​ຕາມ​ແຜນ ການ​ໄດ້​ໃນ​ທັນທີ ຫາກ​ແຕ່​ເນ່ືອງ​ຈາກ​ວ່າ ລັດຖະບານ​ລາວ​ເອງ​ກໍ​ຍັງ​ຄົງມີ​ງົບປະ ມານ​ສໍາລັບ​ໃຫ້ການ​ສະ​ໜັບສະ​ໜຸນ​ແຜນ​ປະຕິບັດ​ກາ​ນຢ່າງ​ຈໍາກັດ ຈຶ່ງ​ເຮັດໃຫ້​ມີ​ຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ຈໍາກັດ​ຈໍານວນ​ແມ່ຍິງ​ທີ່​ຕັ້ງ​ທ້ອງ​ແລະ​ເດັກນ້ອຍ​ລາວ ​ທີ່​ຈະ​ມີ​ສິດ​ຕາມ​ແຜນປະຕິ​ ບັດ​ການ​ອັນ​ນີ້ ຊຶ່ງ​ກໍ​ຄືບັນດາ​ແມ່ຍິງ​ຕັ້ງ​ທ້ອງ​ທີ່ຢູ່​ໃນ​ເຂດ​ຊົນນະບົດ​ຫລື​ມີ​ຖານະ​ຍາກຈົນ​ເທົ່າ​ນັ້ນ. ສ່ວນ​ເດັກນ້ອຍ​ລາວ​ທີ່​ຈະ​ໄດ້​ຮັບ​ສິດທິ​ຕາມ​ແຜນປະຕິບັດ​ການ​ດຽວ​ກັນ​ນີ້ ກໍ​ຄື​ເດັກນ້ອຍ​ລາວທີ່​ມີ​ອາຍຸ​ຕ່ຳ​ກວ່າ 5 ປີ ທຸກ​ຄົນ ​ແລະ​ໃນ​ອະນາ​ຄົດ​ ຖ້າ​ຫາກ​ວ່າ​ສະຖານະ​ການ​ດ້ານ​ງົບປະມານ​ຂອງ​ລັດຖະບານ​ດີ​ຂື້ນ ຈຶ່ງ​ຈະ​ມີ​ການຂະຫຍາຍ​ໄປ​ສູ່​ແມ່​ແລະ​ເດັກ​ທຸກ​ຄົນ​ໃນ​ລາວ​ຕໍ່​ໄປ ດັ່ງ​ທີ່​ທ່ານ​ບໍ່​ວຽງ​ຄໍາ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ:

“ເບື້ອງ​ຕົ້ນ​ນີ້ ຄິດ​ວ່າ​ເອົາ​ສາມເປົ້າໝາຍ​ເສຍ​ກ່ອນ ​ເປົ້າໝາຍ​ອັນ​ທີ່​ນຶ່ງ​ກໍ​ແມ່ນ​ແມ່ຍິງ​ຕັ້ງ​ທ້ອງ ​ເປົ້າໝາຍ​ທີ່​ສອງ​ກໍ ​ແມ່ນ​ແມ່ຍິງ​ທີ່​ເກີດ​ລູກ​ຢູ່​ໂຮງໝໍ ​ແລະ​ເປົ້າໝາຍ​ທີ່​ສາມ ​ແມ່ນ​ເດັກນ້ອຍ​ອາຍຸ​ແຕ່​ຫ້າ​ປີ​ລົງ​ມາ. ບັດ​ນີ້​ຢູ່​ໃນ​ສາມ​ເປົ້າ ໝາຍ​ ກໍ​ຕ້ອງ​ເບິ່ງ​ໃນ​ລາຍ​ລະອຽດ​ອີກ​ວ່າ ​ເປັນ​ແມ່ຍິງ​ຖືພາ​ທີ່​ມາ​ຈາກ​ຊົນ​ນະ​ບົດຫລື​ບໍ່ ຫລື​ວ່າ​ຢູ່​ໃນ​ຕົວ​ເມືອງ ຫລື​ເປັນ​ຄົນ​ງານ​ໃນ​ໂຮງງານ ຫລື​ເປັນ​ພະນັກງານ​ຂອງ​ລັດ ​ແຕ່​ວ່າ​ນະ​ໂຍ ບາຍ​ຂອງ​ລັດຖະບານ​ກໍ​ເປັນ​ແນວ​ນັ້ນ”

ໂດຍ​ອິງ​ຕາມ​ລາຍ​ງານ​ຂອງ​ກະຊວງ​ການ​ເງິນ​ຂອງ​ລາວ ກໍ​ໄດ້​ລະບຸ​ວ່າ​ໃນ​ແຜນການ​ປະຈໍາ​ປີ 2009-2010 ທີ່​ຈະ​ສິ້ນ​ສຸດ​ລົງ​ໃນ​ທ້າຍ​ເດືອນ​ກັນ​ຍາ​ປີ​ນີ້ ລັດຖະບານ​ລາວ​ໄດ້​ຈັດ​ສັນ​ງົບ ປະມານ​ເພື່ອ​ການ​ປະຕິບັດ​ວຽກງານ​ໃນ​ດ້ານ​ສາທາລະນະ​ສຸກ ຄິດ​ເປັນ​ສັດສ່ວນ 13% ຂອງງົບປະມານ​ລົງທຶນ​ຂອງ​ລັດຖະບານ​ທັງ​ໝົດ ຊຶ່ງ​ກໍ​ຍັງ​ຄົງ​ຖືວ່າ​ຕໍ່າ​ຫລາຍ ​ຫາກ​ທຽບ​ໃສ່​ງົບປະມານ​ລົງທຶນ​ເພື່ອ​ກໍ່​ສ້າງ​ໂຄງ​ຂ່າຍ​ພື້ນຖານ​ທາງ​ເສດຖະກິດ ທີ່​ໄດ້​ຮັບ​ການຈັດ​ສັນ​ງົບປະມານ​ຫລາຍ​ທີ່​ສຸດ​ ກໍ​ຄື​ລະຫວ່າງ 28% - 30​% ຂອງ​ງົບປະມານ​ທັງ​ໝົດ​ໃນ​ທຸກ​ປີ ຊຶ່ງ​ການ​ທີ່ລັດຖະບານ​ລາວ​ສາມາດ​ຈັດ​ສັນ​ງົບ ປະມານ​ໃຫ້​ກັບ​ການ​ສາທາລະນະ​ສຸກ​ໃນ​ສັດສ່ວນ​ທີ່​ຕໍ່າດັ່ງກ່າວ ​ກໍ​ເລີຍ​ເຮັດ​ໃຫ້ການ​ບໍລິການ​ດ້ານ​ສາທາລະນະ​ສຸກ​ ໄປ​ບໍ່​ທົ່ວ​ເຖິງ​ປະຊາຊົນ​ລາວ​ສ່ວນ​ໃຫຍ່​ທີ່ຢູ່​ໃນ​ເຂດ​ຊົນນະບົດ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ດ້ານ​ທ່ານສົມ​ສະຫວາດ ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີຜູ້​ປະຈໍາການ​ຄະນະລັດຖະບານ​ລາວ ​ໃນ​ຖານະ​ປະ​ທານ​ຄະນະ​ກໍາມາ​ທິການ​ເພື່ອ​ແມ່​ແລະ​ເດັກ​ແຫ່ງ​ຊາດ​ລາວ ກໍ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ຄຸ​ນນະພາ​ບຊີວິດ​ຄວາມ​ເປັນ​ຢູ່​ຂອງ​ແມ່ຍິງ​ຖືພາ ​ແລະ​ເດັກນ້ອຍ​ທີ່​ມີ​ອາຍຸ​ຕໍ່າ​ກວ່າ 5 ປີ​ໃນ​ລາວ ​ໄດ້​ຮັບການ​ຍົກ​ລະດັບ​ໃຫ້​ດີ​ຂື້ນ​ນັບ​ມື້ ​ໂດຍ​ໃນ​ປີ​ທີ່​ຜ່ານ​ມາ​ກໍ​ສາມາດ​ສັກ​ຢາ​ກັນ​ພະຍາດ​ໃຫ້​ເດັກນ້ອຍ​ທີ່​ມີ​ອາຍຸ​ຕໍ່າກວ່າ 5 ປີ​ໄດ້​ຢ່າງ​ຄົບ​ຖ້ວນ​ໃນ​ທົ່ວ​ປະ​ເທດ.

ສ່ວນ​ການ​ຕອບ​ສະໜອງ​ແຫ​ລ່ງ​ນໍ້າດື່ມນໍ້າໃຊ້ທີ່​ສະອາດ​ນັ້ນ ກໍ​ສາມາດ​ຂະຫຍາຍ​ໄດ້​ແລ້ວ​ ເກືອບ 60% ຂອງບ້ານ​ທັງ​ໝົດ ​ໃນ​ຂະນະ​ດຽວ​ກັນ ​ກໍ​ສາມາດ​ຊຸກຍູ້​ໃຫ້​ມີ​ການ​ໃຊ້​ວິດຖ່າຍ​ໄດ້​ແລ້ວ 55% ຂອງ​ຈໍານວນ​ຄົວເຮືອນ​ທັງ​ໝົດ ພ້ອມ​ທັງ​ຍັງ​ໄດ້​ແຈກ​ຢາຍ​ຢາ​ວິຕາ​ມິນ​ເອ ​ແລະ​ຢາຂ້າ​ແມ່​ທ້ອງ​ໃຫ້​ກັບ​ເດັກນ້ອຍ​ລາວໄດ້​ໃນ​ທົ່ວ​ປະ​ເທດ. ຫາກ​ແຕ່​ທາງດ້ານ​ກະຊວງ​ສາທາ ລະນະ​ສຸກ​ຂອງ​ລາວ​ກໍ​ໄດ້​ລາຍ​ງານ​ວ່າ ບັນຫາ​ທີ່​ໜ້າ​ເປັນ​ຫ່ວງຢ່າງຍິ່ງ​ຢູ່​ໃນ​ເວລາ​ນີ້ ກໍ​ຄື​ການ​ຂາດ​ສານ​ອາຫານ​ຂອງ​ເດັກນ້ອຍ​ທີ່​ມີ​ອາຍຸ​ຕໍ່າກວ່າ 5 ປີ ຊຶ່ງ​ຈາ​ກການ​ສໍາ​ຫລວດ​ໃນ​ປີ​ທີ່​ຜ່ານມາ ​ກໍພົບ​ວ່າ​ມີ​ເດັກນ້ອຍ​ລາວ​ໃນ​ໄວ​ທີ່ວ່ານີ້ ຄິດ​ເປັນ​ສັດສ່ວນ​ເຖິງ 37% ທີ່​ຍັງ​ຂາດ​ສານອາຫານ ​ທີ່ຈໍາ​ເປັນ​ຕໍ່​ການຈະ​ເລີນ​ເຕີບ​ໂຕ​ຂອງ​ຮ່າງກາຍ ​ແລະ​ສະຕິ​ປັນຍາ.

ຍິ່ງໄປ​ກວ່າ​ນັ້ນ​ ການ​ສໍາຫລວດ​ໃນ​ໂອກາດ​ດຽວ​ກັນ​ນີ້ ຍັງ​ພົບ​ດ້ວຍ​ວ່າ​ສາ​ເຫດ​ສໍາຄັນ​ທີ່​ສຸດ​ທີ່​ເຮັດ​ໃຫ້ເດັກນ້ອຍ​ລາວ​ຂາດ​ສານ​ອາຫານ​ດັ່ງກ່າວ ກໍ​ຄື​ການ​ທີ່​ຜູ້​ເປັນ​ແມ່​ສ່ວນ​ໃຫຍ່​ບໍ່​ຍອມ​ລ້ຽງ​ລູກ​ດ້ວຍ​ນໍ້ານົມ​ຂອງ​ຕົນ​ເອງ​ໃນ​ໄລຍະ 6 ​ເດືອນ​ທຳ​ອິດ ຫລັງ​ຈາກ​ອອກລູກ. ດ້ວຍ​ເຫດ​ນີ້​ ຈຶ່ງ​ເຮັດ​ໃຫ້​ອັດຕາ​ການ​ເສຍ​ຊີວິດ​ຂອງ​ເດັກນ້ອຍ​ລາວ​ທີ່​ມີອາຍຸ​ຕໍ່າກວ່າ 5 ປີ​ນັ້ນ ຍັງ​ສູງ​ເຖິງ 106 ຄົນ​ຕໍ່​ທຸກໆ​ພັນ​ຄົນ. ​ເພາະສະ​ນັ້ນ ຖ້າ​ຫາກ​ວ່າ​ບໍ່​ມີ​ການ​ແກ້​ໄຂ​ບັນ​ຫາ​ທີ່​ເປັນ​ຢູ່​ນີ້​ໃຫ້​ດີ​ຂື້ນ ກໍ​ຍ່ອມ​ຈະ​ເປັນ​ການ​ຍາກ​ທີ່​ລັດຖະບານ​ຈະ​ສາມາດ​ບັນລຸ​ເປົ້າໝາຍ​ທີ່​ຈະ​ລົດ​ອັດຕາ​ການ​ເສ​ຍ ຊີວິດ​ຂອງ​ເດັກນ້ອຍໃນໄວດັ່ງກ່າວ​ນີ້​ລົງ​ ເປັນ 55​ ຄົນ​ຕໍ່​ທຸກໆ​ພັນ​ຄົນ​ພາຍ​ໃນ​ປີ​ 2015 ນັ້ນ ​ໄດ້​ຢ່າງ​ແທ້​ຈິງ.

XS
SM
MD
LG