ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ສັ່ງ​ໃຫ້​ປິດ ໂຮງງານ ປຸງແຕ່ງໄມ້ 1,545 ​ແຫ່ງ


ການຕັດໄມ້ ທີ່ຜິດກົດໝາຍຢູ່ປ່າແຫ່ງນຶ່ງໃນລາວ
ການຕັດໄມ້ ທີ່ຜິດກົດໝາຍຢູ່ປ່າແຫ່ງນຶ່ງໃນລາວ

ທາງການລາວສັ່ງ​ໃຫ້​ປິດໂຮງງານປຸງແຕ່ງໄມ້ 1,545 ​ແຫ່ງ ແລະລົງໂທດຜູ້ທີ່ລະ
ເມີດຄໍາສັ່ງເລກທີ 15/ນຍ ຈໍານວນ 700 ຄົນ ໃນນັ້ນລວມເຖິງພະນັກງານລັດ
ທີ່ຮ່ວມກະທໍາຜິດຈໍານວນ 421 ຄົນ.

ທ່ານພູວົງ ບຸນຊູ ຫົວໜ້າຜະແນກກະສິກໍາ-ປ່າໄມ້ ແຂວງວຽງຈັນ ໃຫ້ການຢືນຢັນວ່າ
ການຈັດຕັ້ງ ປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີເລກທີ 15/ນຍ ວ່າດ້ວຍ
ການຫ້າມສົ່ງໄມ້ທ່ອນໄປຂາຍຕ່າງປະເທດ ຢ່າງເດັດຂາດນັບຕັ້ງແຕ່ເດືອນພຶດສະພາ 2016 ເປັນຕົ້ນມາ ຍັງຄົງສືບຕໍ່ການຈັດຕັ້ງປະຕິບັດຢ່າງເຂັ້ມງວດຈົນເຖິງປັດຈະບັນ ແລະການຈັດຕັ້ງປະຕິບັດດັ່ງກ່າວກໍເຮັດໃຫ້ແຂວງວຽງຈັນ ສາມາດຮັກສາສະພາບ
ການປົກຫຸ້ມຂອງປ່າໄມ້ໃນແຂວງໄດ້ ໃນອັດຕາສະເລ່ຍ 50 ເປີເຊັນ ຂອງເພື້ອທີ່ທັງ
ໝົດທັງຍັງສາມາດຈັບກຸມຜູ້ກະທໍາຜິດໃນການລັກລອບເຄື່ອນຍ້າຍໄມ້ໄດ້ຈໍານວນນຶ່ງ
ອີກດ້ວຍ ດັ່ງທີ່ທ່ານຢືນຢັນວ່າ

“ພວກເຮົາກໍໄດ້ມີການຈັດຕັ້ງເຜີຍແຜ່ຢ່າງກວ້າງຂວາງຫັ້ນແລ້ວເນາະ ບໍ່ວ່າຈະຢູ່
ລະດັບແຂວງ, ລະດັບເມືອງ, ກຸ່ມບ້ານ, ບ້ານ ເພື່ອໃຫ້ທຸກພາກສ່ວນໄດ້ຮັບຮູ້ ແລະ
ເຂົ້າໃຈ ແລະພ້ອມກັນນັ້ນ ກະໄດ້ມີການຈັດຕັ້ງໜ່ວຍສະເພາະກິດໃນການເຄື່ອນ
ໄຫວ ເພື່ອວ່າສະກັດກັ້ນການຂຸດຄົ້ນ, ການຕັດໄມ້ທໍາລາຍປ່າແບບບໍ່ສອດຄ່ອງຕໍ່
ຄໍາສັ່ງເລກທີ 15 ນີ້ ກະໄດ້ດີພໍສົມຄວນ ສາມາດຍຶດໄດ້ຂອງກາງຈໍານວນນຶ່ງທີ່ວ່າ
ມີກຸ່ມຄົນບໍ່ດີ ໄດ້ເຄື່ອນໄຫວ ລັກລອບເຄື່ອນຍ້າຍໄມ້ທີ່ບໍ່ຖືກຕ້ອງ.”

ທາງດ້ານກະຊວງກະສິກໍາ ແລະປ່າໄມ້ລາຍງານວ່າ ທ່ານ​ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດ
ຖະມົນຕີ ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ປິດໂຮງງານປຸງແຕ່ງໄມ້ ທີ່ລະເມີດຄໍາສັ່ງເລກທີ 15/ນຍ ຈໍາ
ນວນ 1,545 ​ແຫ່ງຈາກການກວດກາທັງໝົດ 2,857 ແຫ່ງໃນຕະຫລອດປີ 2017 ທີ່​
ຜ່ານ​ມາ​ ໂດຍໃນ​ນີ້​ໄດ້ແບ່ງເປັນ​ໂຮງ​ງານປຸງແຕ່ງໄມ້ຂະໜາດໃຫຍ່ແລະກາງ 355 ແຫ່ງ
ແລະໂຮງງານຂະໜາດນ້ອຍ 1,190 ແຫ່ງ. ພ້ອມກັນນັ້ນ ກໍສາມາດກວດພົບ ການລະ
ເມີດຄໍາສັ່ງເລກທີ 15/ນຍ ຈໍານວນ 630 ກໍລະນີ, ຈັບກຸມຜູ້ກະທໍາຜິດ 700 ຄົນ ຊຶ່ງໃນ
ນີ້ລວມເຖິງ ພະນັກງານລັດທີ່ຮ່ວມກະທໍາຄວາມຜິດ 421 ຄົນອີກດ້ວຍ.

ນອກຈາກນັ້ນ ທ່ານ​ທອງ​ລຸນກໍຍັງໄດ້​ມີ​ຄຳ​ສັ່ງ​ໃຫ້​ປິດ​ໂຮງ​ເລື່ອຍ​ເຖິງ 1,206 ​ແຫ່ງ​ໃນ​ປີ
2017 ຜ່ານ​ມາ​ເນື່ອງ​ຈາກວ່າ​ມີ​ສ່ວນ​ກ່ຽວຂ້ອງ​ໃນ​ການ​ລັກລອບ​ຕັດ​ແລະ​ຄ້າ​ໄມ້ ໂດຍ
​ຜິດ​ກົດໝາຍ ​ໃນ​ນີ້​ກໍ​ເປັນ​ໂຮງ​ເລື່ອຍ​ທີ່​ດຳ​ເນີນ​ກິດຈະການ​ໂດຍ​ບໍ່​ໄດ້​ຂໍອະນຸຍາດ​ຕາມ
​ລະບຽບ​ກົດໝາຍເຖິງ 1,186 ​ແຫ່ງ ສ່ວນ​ອີກ 20 ​ແຫ່ງ ກໍ​ໄດ້​ເຂົ້າ​ໄປ​ລັກລອບ​ຕັດ​ໄມ້ ​
ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ ​ແລະ​ການ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ໂຮງ​ເລື່ອຍ​ສາມາດ
​ດຳ​ເນີນການ ​ໄດ້​ຄື​ແນວ​ນີ້ ກໍ​ເພາະວ່າ​ພະນັກງານພັກ ​ແລະ​ລັດ​ໄດ້​ເຂົ້າ​ໄປ​ມີ​ສ່ວນ​ໄດ້ຮັບ​
ຜົນປະ​ໂຫຍ​ດຮ່ວມ​ຢູ່​ດ້ວຍ​ນັ້ນ​ເອງ.

ທັງນີ້ໂດຍລັດຖະບານ ລາວ ໄດ້ວາງແຜນການທີ່ຈະເພີ່ມການປົກຫຸ້ມຂອງປ່າໄມ້ໃນ
ຕະຫຼອດປີ 2017 ໃຫ້ໄດ້ໃນເນື້ອທີ່ 37,000 ເຮັກຕາ ໂດຍແນໃສ່ການເພີ່ມການປົກ
ຫຸ້ມຂອງປ່າໄມ້ໃຫ້ເຖິງ 70 ເປີເຊັນຂອງພື້ນທີ່ໃນປີ 2020 ຕາມແຜນຍຸດທະສາດປ່າ
ໄມ້ແຫ່ງຊາດ ດ້ວຍການຊຸກຍູ້ໃຫ້ປູກຕົ້ນໄມ້ໃຫ້ໄດ້ໃນພື້ນທີ່ 11,000 ເຮັກຕາ ຢູ່ໃນ
ເຂດອ່າງຕົ່ງຂອງເຂື່ອນໄຟຟ້າ ແລະ ຄອງຊົນລະປະທານຕ່າງໆ ລວມທັງຕ້ອງຍຸຕິ
ການຖາງປ່າເຮັດໄຮ່ ໃຫ້ໄດ້ຢ່າງສິ້ນເຊີງອີກດ້ວຍ.

ແຕ່ຢ່າງໃດກໍຕາມ ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າ
ໄມ້ ກໍໄດ້ໃຫ້ທັດສະນະ ແລະ ປະເມີນວ່າ ສະພາບປ່າໄມ້ຂອງ ລາວ ໃນປັດຈຸບັນຍັງມີ
ຄວາມໜາແໜ້ນເຫຼືອຢູ່ປະມານ 40 ເປີເຊັນຂອງພື້ນທີ່ທັງໝົດ ໝາຍຄວາມວ່າໃນໄລ
ຍະຮັບແຕ່ປີ 2017-2020 ລັດຖະບານລາວ ກໍຈະຕ້ອງເພີ່ມການປົກຫຸ້ມຂອງປ່າໄມ້
ໃຫ້ໄດ້ໃນອັດຕາສະເລ່ຍ 10 ເປີເຊັນຕໍ່ປີໃນທຸກເຂດແຂວງໃນທົ່ວປະເທດ ໂດຍເຂດ
ທີ່ລັດຖະບານລາວ ຖືເປັນພື້ນທີ່ເປົ້າໝາຍສຳຄັນທີ່ຈະຕ້ອງຈັດຕັ້ງປະຕິບັດເພື່ອໃຫ້
ບັນລຸເປົ້າໝາຍໃຫ້ໄດ້ກໍຄືເຂດປ່າສະຫງວນແຫ່ງຊາດທີ່ຍັງມີການລັກລອບເຂົ້າໄປຕັດ
ໄມ້ຢ່າງກວ້າງຂວາງໃນເວລານີ້.

ທັງນີ້ໂດຍອົງການອະນຸລັກສິ່ງແວດລ້ອມ Global Witness ລາຍງານວ່າເຂດທີ່ມີ
ການລັກລອບຕັດໄມ້ຫຼາຍທີ່ສຸດກໍຄືເຂດທີ່ຕິດຕໍ່ຊາຍແດນກັບຫວຽດນາມ ຊຶ່ງລວມເຖິງ
ເຂດປ່າສະຫງວນແຫ່ງຊາດນາກາຍໃນແຂວງຄຳມ່ວນ ຊຶ່ງບັນດານາຍທຶນ ແລະ ພະ
ນັກງານລັດຈຳນວນໜຶ່ງໄດ້ຮ່ວມກັນວ່າຈ້າງປະຊາຊົນ ລາວ ໃນທ້ອງຖິ່ນໃຫ້ພາກັນເຂົ້າ
ໄປລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດນາກາຍ ແລ້ວກໍລັກລອບຂົນໃນເວ
ລາກາງຄືນເພື່ອສົ່ງອອກໄປຊາຍແດນດ້ານຫວຽດນາມອັນເປັນພາກສ່ວນສໍາຄັນ ທີ່ເຮັດ
ໃຫ້ຫວຽດນາມກາຍເປັນຜູ້ສົ່ງອອກຜະລິດຕະພັນໄມ້ແປຮູບລາຍໃຫຍ່ທີ່ສຸດຂອງໂລກໃນ
ເວລານີ້.

ທາງດ້ານ ທ່ານ ສຸຊາດ ໄຊຍະກຸມານ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້
ໃຫ້ການຍອມຮັບວ່າ ເປັນການຍາກ ແລະ ເປັນສິ່ງທີ່ທ້າທາຍຫຼາຍທີ່ເພີ່ມການປົກຫຸ້ມ
ຂອງປ່າໄມ້ໃນ ລາວ ໃຫ້ໄດ້ເຖິງ 70 ເປີເຊັນຂອງພື້ນທີ່ທັງໝົດໃນປີ 2020 ເພາະການ
ຈັດຕັ້ງປະຕິບັດນັບຕັ້ງແຕ່ປີ 2005 ເປັນຕົ້ນມາໄດ້ປະເຊີນບັນຫາຫຼາຍດ້ານ ລວມເຖິງ
ບັນຫາໃນການປະສານງານລະຫວ່າງ ໜ່ວຍງານຂອງລັດຖະບານລາວອີກດ້ວຍ.

XS
SM
MD
LG