ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ມີເງິນຕາຕ່າງປະເທດ ສຳຮອງ ຕໍ່າກວ່າ ແຜນການວາງໄວ້ ສໍາລັບປີ 2017


ລົດບັນທຸກກໍາລັງນໍາສິນຄ້າ ເຂົ້າມາໃນລາວ ຜ່ານດ່ານຂົວມິດຕະພາບ ລາວ-ໄທ
ລົດບັນທຸກກໍາລັງນໍາສິນຄ້າ ເຂົ້າມາໃນລາວ ຜ່ານດ່ານຂົວມິດຕະພາບ ລາວ-ໄທ

ທຶນສໍາຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ໄດ້ຕໍ່າກວ່າເປົ້າໝາຍທີ່ວາງ
ເອົາໄວ້ໃນແຜນການປີ 2017 ທີ່ຈະຕ້ອງເທົ່າກັບການນໍາເຂົ້າສິນຄ້າຈາກຕ່າງປະ
ເທດໄດ້ 5 ເດືອນ. ແຕ່ປະຕິບັດໄດ້ໃນຕົວຈິງພຽງແຕ່ 4.14 ເດືອນເທົ່ານັ້ນ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຍອມຮັບວ່າ ການຈັດຕັ້ງປະຕິບັດແຜນ
ການໃນດ້ານການເງິນ ຂອງລັດຖະບານລາວ ໃນໄລຍະ 9 ເດືອນຂອງປີ 2017 ນີ້ ແມ່ນເຮັດໄດ້ຕໍ່າກວ່າເປົ້າໝາຍທີ່ວາງເອົາໄວ້ ທັງໃນດ້ານປະລິມານເງິນທຶນໝູນ
ວຽນພາຍໃນ (M2) ແລະທຶນສໍາຮອງເງິນຕາຕ່າງປະເທດ ຊຶ່ງໄດ້ສົ່ງຜົນກະທົບຕໍ່
ສະພາວະການແລກປ່ຽນເງິນຕາ ແລະອັດຕາເງິນເຟີ້ພາຍໃນລາວ ຢ່າງຫລີກລ້ຽງ
ບໍ່ໄດ້ ດັ່ງທີ່ທ່ານທອງລຸນ ໄດ້ຖະແຫລງລາຍງານຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ
4 ຂອງສະພາແຫ່ງຊາດລາວ ຊຸດທີ 8 ທີ່ດໍາເນີນກອງປະຊຸມໃນວະຫວ່າງ ວັນທີ 16
ຕຸລາ ຫາ 17 ພະຈິກ 2017 ນີ້ວ່າ:

“ອັດຕາເງິນເຟີ້ສະເລ່ຍລະດັບ 1-2 ເປີເຊັນ ອັດຕາແລກປ່ຽນໂດຍລວມ ເໜັງຕີງ
ພຽງເລັກນ້ອຍ ແລະສ່ວນຕ່າງລະຫວ່າງອັດຕາແລກປ່ຽນ ຢູ່ຕະຫລາດທົ່ວໄປ
ແລະທາງການ ມາຮອດປັດຈຸບັນນີ້ ຕ່າງກັນປະມານ 1-2 ເປີເຊັນ. ພ້ອມກັນນີ້ ກໍສາມາດຮັກສາຄັງສໍາຮອງເງິນຕາຕ່າງປະເທດໃຫ້ກຸ້ມການນໍາເຂົ້າໄດ້
4.14 ເດືອນຕາມແຜນການແມ່ນ 5 ເດືອນ ແລະຮັກສາປະລິມານເງິນ (M2) ໃນລະ
ດັບ 16.3 ເປີເຊັນ ເພີ້ມຂຶ້ນ ແຕ່ກໍຢູ່ໃນກອບແຜນກໍາໜົດບໍ່ໃຫ້ເກີນ 20 ເປີເຊັນ.”

ພ້ອມ​ກັນນີ້ ລາວ​ຍັງ​ຈະ​ຕ້ອງ​ປະ​ເຊີນ​ກັບໜີ້ຕ່າງປະເທດທີ່ເພີ່ມສູງຂຶ້ນນັບມື້ເຊັ່ນກັນ ​ໂດຍມີສາເຫດມາຈາກການກູ້ຢືມເງິນທຶນຈາກຕ່າງປະເທດ ເພື່ອມາໃຊ້ດຸ່ນດ່ຽງງົບ
ປະມານລາຍຈ່າຍສຳລັບໂຄງການພັດທະນາຕ່າງໆຂອງລັດຖະບານໃນແຕ່ລະປີ.

​ໂດຍ​ໃນ​ທ້າຍປີ 2016 ລັດຖະບານລາວ ມີໜີ້ຕ່າງປະເທດເກີນກວ່າ 6,900 ລ້ານ
ໂດລາ ຄິດເປັນ 52 ເປີເຊັນຂອງຍອດຜະລິດຕະພັນລວມ (GDP) ໃນຂະນະດຽວກັນ
ກໍມີໜີ້ພາຍໃນ 836 ລ້ານກວ່າໂດລາ ຄິດເປັນ 6.3 ເປີເຊັນ
ຂອງ GDP ສ່ວນປີ 2017 ຄາດວ່າຈະເພີ່ມຂຶ້ນອີກທັງໜີ້ພາຍ​ໃນ​ແລະໜີ້ຕ່າງປະເທດ.

ຫາກແຕ່ວ່າເພື່ອເປັນການຄວບຄຸມສະພາວະການເປັນໜີ້ຕ່າງປະເທດໃຫ້ຢູ່ໃນອັດຕາ
ທີ່ເໝາະສົມກັບສະພາບຕົວຈິງດ້ານລາຍຮັບ-ລາຍຈ່າຍຂອງລັດຖະບານ ລາວ ສະພາ
ແຫ່ງຊາດກໍໄດ້ຈຳກັດສິດທິ ໂດຍອະນຸຍາດໃຫ້ລັດຖະບານ ລາວ ສາມາດກູ້ຢືມຈາກ
ຕ່າງປະເທດໄດ້ໃນມູນຄ່າລວມບໍ່ເກີນ 400 ລ້ານໂດລາເທົ່ານັ້ນໃນແຕ່ລະປີ.

ທັງນີ້ໂດຍອີງຕາມສະຖິຕິຂອງທະນາຄານແຫ່ງ ສປປ ລາວ ລະບຸວ່າໜີ້ຕ່າງປະເທດ
ຂອງລັດຖະບານ ລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 10 ປີມານີ້ກໍຄືເພີ່ມຂື້ນຈາກ
2,470 ກວ່າລ້ານໂດລາໃນປີ 2006 ເປັນຫຼາຍກວ່າ 5,627 ລ້ານໂດລາໃນປີ 2015
ແລະ 6,900 ກວ່າລ້ານໂດລາໃນປີ 2016 ສ່ວນໃນປີ 2017 ນີ້ກໍຄາດວ່າຈະເພີ່ມຂຶ້ນ
ເປັນ 8,000 ກວ່າລ້ານໂດລາແນ່ນອນ ເພາະລັດຖະບານ ລາວ ໄດ້ວາງຄາດໝາຍ
ການຂະຫຍາຍຕົວທາງເສດຖະກິດໄວ້ໃນອັດຕາສະເລ່ຍບໍ່ຕໍ່າກວ່າ 7 ເປີເຊັນ ຕໍ່ປີໃນ
ຊ່ວງປີ 2016-2020 ຊຶ່ງຈະເຮັດໃຫ້ GDP ຖົວສະເລ່ຍເປັນລາຍຮັບຂອງປະຊາຊົນລາວ
ໄດ້ເຖິງ 24.8 ລ້ານກີບ ຫຼື ປະມານ 3,100 ໂດລາຕໍ່ຄົນໃນປີ 2020.

ຫາກແຕ່ວ່າການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ນັ້ນກໍບໍ່ແມ່ນເລື່ອງງ່າຍເພາະ
ວ່າລັດຖະບານ ລາວ ຈະຕ້ອງຊຸກຍູ້ພາກກະສິກຳ-ປ່າໄມ້ໃຫ້ຂະຫຍາຍຕົວເພີ່ມຂຶ້ນ ໃນ
ອັດຕາສະເລ່ຍບໍ່ຕໍ່າກວ່າ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະ ພາກບໍໍລິການ
ຈະຕ້ອງຂະຫຍາຍຕົວເພີ່ມຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນຕໍ່ປີຕາມລຳດັບ ຊຶ່ງເຮັດ
ໃຫ້ຈະຕ້ອງລະດົມທຶນທີ່ຈະນຳໃຊ້ໃນໂຄງການພັດທະນາຕ່າງໆ ໃນມູນຄ່າລວມເຖິງ
27,000 ລ້ານໂດລາໃນຊ່ວງປີ 2016-2020 ດັ່ງກ່າວ.

ສ່ວນໃນດ້ານງົບປະມານລາຍຮັບນັ້ນ ລັດຖະບານລາວ ກໍໄດ້ວາງເປົ້າໝາຍທີ່ຈະຈັດເກັບ
ໃຫ້ໄດ້ເພີ່ມຂຶ້ນເຖິງ 50 ເປີເຊັນ ໃນຊ່ວງປີ 2016 ຫາ 2020 ທຽບໃສ່ຊ່ວງປີ 2011-2015 ຊຶ່ງກໍຈະເຮັດໃຫ້ລັດຖະບານມີລາຍຮັບລວມເຖິງ 149,600 ຕື້ກີບຄິດເປັນ 19-20 ເປີເຊັນ
ຂອງ GDP ໃນຊ່ວງ 5 ປີດັ່ງກ່າວ.ໂດຍໃນນີ້ຈະເປັນລາຍຮັບພາຍໃນ 131,800 ຕື້ກີບ ຫຼືເພີ່ມຂຶ້ນເຖິງ 72 ເປີເຊັນ ທຽບໃສ່ແຜນການໃນສົກປີ 2011-2015 ແລະ
ພ້ອມກັນນີ້ ລັດຖະບານລາວ ກໍຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມທັງໝົດ
ບໍ່ເກີນ 176,400 ຕື້ກີບ ໂດຍເພີ່ມຂຶ້ນເຖິງ 48.7 ເປີເຊັນ ທຽບໃສ່ແຜນການໃນສົກປີ
2011-2017 ຫາກແຕ່ກໍຄິດເປັນສັດສ່ວນບໍ່ເກີນ 25 ເປີເຊັນ ຂອງ GDP ໃນຕະຫຼອດ
ສົກປີ 2016-2020.

ແຕ່ຢ່າງໃດກໍຕາມ ລັດຖະບານລາວຄາດໝາຍວ່າ ຈະຈັດເກັບລາຍຮັບໃຫ້ໄດ້ ໃນມູນຄ່າ
ລວມບໍ່ໜ້ອຍກວ່າ 23,946 ຕື້ກີບ ຫາກແຕ່ໃນໄລຍະ 6 ເດືອນຕົ້ນປີນີ້ ກໍປາກົດວ່າ ລັດ
ຖະບານລາວ ສາມາດຈັດເກັບລາຍຮັຍໄດ້ພຽງ 10,296.78 ຕື້ກີບ ຄິດເປັນ 43 ເປີເຊັນ
ຂອງແຜນການປີ ເທົ່ານັ້ນ.

XS
SM
MD
LG