“ນາປີມາຮອດປັດຈຸບັນນີ້ຍ້ອນວ່າດິນຟ້າອາກາດບໍ່ເອື້ອອຳນວຍຈຶ່ງບໍ່ທັນສາມາດຕົກກ້າໄດ້ກວ່າ 90 ເປີເຊັນ ຍ້ອນວ່າເນື້ອທີ່ການຜະລິດຕົວຈິງກໍມີພຽງແຕ່ບ້ານຫິນລາດ ບ້ານສະໝໍໃຕ້ແລະກະບ້ານຄັງ ເທົ່ານັ້ນທີ່ມີເງື່ອນໄຂ ບ່ອນອື່ນບໍ່ມີເງື່ອນໄຂຂອງໄພທຳມະຊາດ ມັນບໍ່ມີນ້ຳ ມັນບໍ່ມີຮອດນ້ຳຫ້ວຍກໍເລີຍເປັນອຸບປະສັກແລະຫຍຸ້ງຍາກຢ່າງທີ່ສຸດຕໍ່ການຜະລິດຂອງປະຊາຊົນ”
ນີ້ກໍແມ່ນການໃຫ້ສຳພາດໂດຍທ່ານສົມໄຊ ແກ້ວໂພສິງ ຮອງເລຂາພັກເມືອງສະໜາມໄຊ ແຂວງ ອັດຕະປືໃນເຂດພາກໃຕ້ຂອງລາວ ຊຶ່ງທ່ານໄດ້ໃຫ້ການຍອມຮັບວ່າການປູກເຂົ້ານາປີຂອງກະເສດ ຕະກອນສ່ວນໃຫຍ່ຍັງຄົງບໍ່ສາມາດປູກເຂົ້ານາປີໄດ້ເລີຍຈົນເຖິງຂະນະນີ້. ຍິ່ງໄປກວ່ານັ້ນເມື່ອປະ ກອບກັບພື້ນທີ່ສ່ວນໃຫຍ່ໃນເຂດແຂວງພາກໃຕ້ຕ່າງກໍໄດ້ຮັບຜົນກະທົບຢ່າງໜັກຈາກພາຍຸໂຊນຮ້ອນເກດສະໜາໃນປີຜ່ານມານີ້ ແລະທຸກພື້ນທີ່ຕ່າງກໍກຳລັງປະເຊີນກັບໄພແຫ້ງແລ້ງຢ່າງໜັກ ໜ່ວງເຊັ່ນດຽວກັນ ກໍຍິ່ງເປັນສະຖານະການທີ່ຈະຊ້ຳຕື່ມໃຫ້ປະຊາຊົນລາວໃນເຂດແຂວງພາກໃຕ້ ຈະຕ້ອງປະເຊີນກັບບັນຫາການຂາດແຄນເຂົ້າກິນຢ່າງໜັກໜ່ວງຫລາຍຂື້ນໃນຕະຫລອດປີນີ້ ໂດຍສະເພາະແມ່ນປະຊາຊົນບາວໃນແຂວງສາລະວັນ ອັດຕະປື ເຊກອງ ແລະບາງພື້ນທີ່ໃນແຂວງຈຳ ປາສັກ.
ສ່ວນລະບົບຄອງຊົນລະປະທານໃນທົ່ວປະເທດລາວກໍສາມາດຕອບສະໜອງນ້ຳໃຫ້ກັບພື້ນທີ່ການ ກະເສດໃນຊ່ວງລະດູແລ້ງ ໂດຍສະເພາະແມ່ນການຕອງສະໜອງນ້ຳໃຫ້ກັບພື້ນທີ່ປູກເຂົ້້ານາແຊງ ໃນຊ່ວງທີ່ຜ່ານມາໄດ້ບໍ່ເຖິງ 1 ແສນເຮັກຕ້າເທົ່ານັ້ນ ຈຶ່ງເຮັດໃຫ້ຜົນຜະລິດເຂົ້ານາແຊງຂອງກະ ເສດຕະກອນລາວໃນປີນີ້ລົດລົງຈາກໄລຍະດຽວກັນຂອງປີຜ່ານມາເກີນກວ່າ 30 ເປີເຊັນອີກດ້ວຍ.
ແຕ່ຢ່າງໃດກໍຕາມ ສຳຫລັບໃນໄລຍະຍາວແລ້ວ ທາງການລາວກໍຄາດຫວັງວ່າບັນຫາດັ່ງກ່າວນີ້ຈະ ໄດ້ຮັບການແກ້ໄຂໃຫ້ດີຂື້ນດ້ວຍການກໍ່ສ້າງແລະຂະຫຍາຍລະບົບຄອງຊົນລະປະທານໃຫ້ສາມາດ ຕອບສະໜອງນ້ຳໃຫ້ກັບພື້ນທີ່ການກະເສດໃຫ້ໄດ້ຢ່າງກວ້າງຂວາງຫລາຍຂື້ນ ໂດຍກະຊວງກະສິ ກຳແລະປ່າໄມ້ລາວໄດ້ວາງແຜນການພັດທະນາລະບົບຄອງຊົນລະປະທານອອກເປັນ 2 ໄລຍະຄື ຈາກປີ 2010-2015 ແລະຈາກປີ 2016-2020 ໂດຍສຳຫລັບເປົ້າໝາຍເຖິງປີ 2015 ກໍຄືການຂະຫຍາຍລະບົບຄອງຊົນລະປະທານທີ່າມາດຕອບສະໜອງນ້ຳໃຫ້ກັບພື້ນທີ່ການກະເສດໃຫ້ໄດ້ 350,000 ເຮັກຕ້າໃນລະດູແລ້ງແລະ 500,000 ເຮັກຕ້າໃນລະດູຝົນ ສ່ວນເປົ້າໝາຍໃນປີ 2020 ນ້ນກໍຈະເພີ່ມຂື້ນເປັນ 500,000 ເຮັກຕ້າໃນລະດູແລ້ງ ແລະ 1 ລ້ານເຮັກຕ້າໃນລະດູຝົນ ໂດຍ ຖ້າຫາກວ່າການດຳເນີນງານເປັນໄປຕາມແຜນການທີ່ວາງໄວ້ຈິງກໍຍັງຈະເຮັດໃຫ້ລາວກາຍເປັນປະ ເທດຜູ້ສົ່ງອອກເຂົ້າສານລາຍສຳຄັນຂອງໂລກອີກດ້ວຍ.
ແຕ່ຢ່າງໃດກໍຕາມ ການດຳເນີນຕາມແຜນການດັ່ງກ່າວນີ້ ລັດຖະບານລາວກໍມີຄວາມຈຳເປັນຕ້ອງ ໃຊ້ຈ່າຍງົບປະມານຫລາຍກວ່າ 3,400 ລ້ານໂດລາ ໃນຂະນະທີ່ລັດຖະບານລາວກໍຍັງມີບັນຫາ ຂາດແຄນງົບປະມານຢ່າງໜັກດ້ວຍແລ້ວ ຈຶ່ືງມີພຽງແຕ່ການກູ້ຢືມແລະຂໍຄວາມຊ່ວຍເຫລືອຈາກ ຕ່າງປະເທດເທົ່ານັ້ນ ຈຶ່ງຈະເຮັດໃຫ້ແຜນການດັ່ງກ່າວນີ້ຂອງລັດຖະບານລາວສາມາດເກີດຂື້ນໄດ້ ຈິງ. ໂດຍສຳຫລັບໃນລະດູການເກັບກ່ຽວປີຜ່ານມານີ້ ກະເສດຕະກອນລາວໃນທົ່ວປະເທດມີຜົນ ຜະລິດເຂົ້ານາແຊງແລະເຂົ້ານາປີຄິດເປັນປະລິມານລວມກັນ 3.1 ລ້ານຕັນ ແລະໃນປີນີ້ທາງການ ລາວກໍໄດ້ວາງເປົ້າໝາຍໄວ້ເຖິງ 3.3 ລ້ານຕັນ ຫາກແຕ່ວ່າເມື່ອຕ້ອງມາປະສົບກັບບັນຫາໄພແຫ້ງ ແລ້ງຢ່າງໜັກແລະຍາວນານຜິດປົກກະຕິໃນປີນີ້ ຈຶ່ງເຮັດໃຫ້ເປັນການຍາກທີ່ຈະສາມາດບັນລຸເປົ້າ ໝາຍດັ່ງກ່າວໄດ້ຈິງ. ຍິ່ງໄປກວ່ານັ້ນ ການທີ່ມີຜົນຜະລິດເຂົ້ານາແຊງຕ່ຳກວ່າເປົ້າໝາຍໃນປີນີ້ກໍຍັງເຮັດໃຫ້ລາຄາເຂົ້າໃນ ຕະຫລາດພາຍໃນລາວໄດ້ປັບຕົວສູງຂື້ນອີກດ້ວຍ ເຊັ່ນໃນເຂດນະຄອນວຽງຈັນນັ້ນ ລາຄາເຂົ້າຈ້າວຊະນິດພິເສດໄດ້ປັບ ລາຄາສູງຂື້ນ ເປັນ 10,000 ກີບຕໍ່ນຶ່ງກິໂລ ສ່ວນເຂົ້າໜຽວຊະນິດພິເສດກໍ ລາຄາສູງເຖິງ 8,300 ກີບຕໍ່ນຶ່ງກະໂລ ໂດຍເພີ່ມຂື້ນຈາກລາຄາຂອງ ອາທິດຜ່ານມາ ເກີນກວ່າ 25 ເປີເຊັນ ແລະຍັງມີທ່າອຽງທີ່ຈະເພີ່ມຂື້ນອີກເລື້ອຍໆຈົນເຮັດໃຫ້ທາງການລາວຕ້ອງສະກັດກັ້ນບັນຫາດັ່ງກ່າວນີ້ ດ້ວຍການລະບາຍເຂົ້າ ຈາກສາງຂອງລັດຖະບານອອກສູ່ຕະຫລາດຢ່າງຮີບດ່ວນໃນຂະນະນີ້.