ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ ຄາດວ່າ ຈະເພີ້ມ ການສົ່ງອອກໄຟຟ້າ ຂຶ້ນ 3 ເທົ່າ ພາຍໃນປີ 2015


ພວກອະນຸລັກສະພາບແວດລ້ອມໄທ ຍື່ນໜັງສືຕໍ່ ສະພາແຫ່ງຊາດໄທ ເພື່ອປະທ້ວງຕໍ່ການສ້າງເຂື່ອນ ໄຊຍະບູລີ ໃນປີ 2011.
ພວກອະນຸລັກສະພາບແວດລ້ອມໄທ ຍື່ນໜັງສືຕໍ່ ສະພາແຫ່ງຊາດໄທ ເພື່ອປະທ້ວງຕໍ່ການສ້າງເຂື່ອນ ໄຊຍະບູລີ ໃນປີ 2011.

ທາງ​ການ​ລາວ​ຄາດໝາຍວ່າ​ການ​ສົ່ງ​ອອກ​ພະ​ລັງງານ​ໄຟຟ້າ​ໄປ​ຕ່າງປະ​ເທດ​ຈະ​ເພີ່ມ​ຂຶ້ນ​ເຖິງ 3 ​ເທົ່າ​ໃນ​ປີ 2015 ຊຶ່ງ​ ຈ​ະ​ເຮັດ​ໃຫ້​ລາຍ​ໄດ້​ຈາກ​ການ​ສົ່ງ​ອອກ​ພະລັງ ງານ​ໄຟຟ້າ​ເພີ່ມ​ຂຶ້ນ​ເປັນ​ບໍ່​ໜ້ອຍ​ກວ່າ 2 ພັນ​ລ້ານ​ໂດ​ລາ.

ກະ​ຊວງ​ອຸດ​ສາ​ຫະກໍາ​ແລະ​ການ​ຄ້າ ​ລາຍ​ງານ​ວ່າ ​ໃນ​ໄລຍະ 6 ​
ເດືອນທີ່​ຜ່ານ​ມາ ຂອງ​ປີ 2012 ນີ້ ລາວ​ໄດ້​ສົ່ງ​ອອກ​ພະລັງງານ
​ໄຟຟ້າ​ໄປ​ຕ່າງປະ​ເທດ​ໃນ​ປະລິມານ ລວມ​ເຖິງ 3,790 ລ້ານ​
ກິ​ໂລ​ວັດ/ຊົ່ວ​ໂມງ ຊຶ່ງ​ກໍ​ເຮັດ​ໃຫ້ມີ​ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​
ພະລັງງານ​ໄຟຟ້າ​ດັ່ງກ່າວ ​ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ 340 ລ້ານ​
ໂດ​ລາ ​ແລະ ຖ້າ​ຫາກ​ວ່າການ​ຜະລິດພະລັງງານ​ໄຟຟ້າ​ເປັນ​ໄປ
​ຕາມ​ແຜນການ​ທີ່​ວາງເອົາ​ໄວ້ ກໍຈະ​ເຮັດ​ໃຫ້ມີ​ລາຍຮັບ​ຈາກ​ການ
​ສົ່ງ​ອອກ​ພະລັງງານ​ໄຟຟ້າ​ຄິດ​ເປັນ​ມູນ​ຄ່າ​ລວມບໍ່​ໜ້ອຍ​ກວ່າ
680 ລ້ານ​ໂດ​ລາ​ໃນ​ຕະຫຼອດ​ປີ 2012 ນີ້.

ພ້ອມ​ກັນ​ນີ້ ລາຍ​ງານ​ຂອງ​ກະຊວງ​ອຸດສາຫະກໍາ​ແລະ​ການ​ຄ້າ ກໍ​
ຍັງ​ໄດ້​ໃຫ້ການຄາດໝາຍ​ອີກດ້ວຍ​ວ່າ​ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​
ພະລັງງານ​ໄຟຟ້າ​ຂອງ​ລາວ​ຈະ​ເພີ່ມຂຶ້ນ​ເປັນ 3 ​ເທົ່າ​ ພາຍ​ໃນ​ປີ
2015 ​ເນື່ອງ​ຈາກ​ວ່າ​ມີ​ເຂື່ອນ​ອີກ 4 ​ໂຄງການ​ທີ່​ຈະກໍ່ສ້າງ​ສໍາ​ເລັດພາຍ​ໃນ​ປີ 2013 ຕິດ ຕາມ​ດ້ວຍໂຄງການ​ຫົງ​ສາລິກ​ໄນທ໌ ກໍ​ຈະ​ສ້າງສໍາ​ເລັດ​ແລະ​ສົ່ງ​ກະ​ແສ​ໄຟຟ້າ​ຂາຍ​ໃຫ້​ໄທ​ໄດ້​ພາຍ​ໃນ​ປີ 2015 ຊຶ່ງຈະ​ເຮັດ​ໃຫ້​ລາວ ມີ​ລາຍ​ໄດ້​ຈາກ​ການ​ສົ່ງ​ອອກ​ພະລັງງານ​ໄຟຟ້າ​ດັ່ງກ່າວ​ບໍ່​ໜ້ອຍ​ກວ່າ 2 ພັນ​ລ້ານ ​ໂດ​ລາ​ນັ້ນ​ເອງ.

ການເຊັນສັນຍາໂຄງການຂຸດຄົ້ນຖ່ານຫົງສາລິກໄນ ລະຫວ່າງລາວ ແລະໄທ
ການເຊັນສັນຍາໂຄງການຂຸດຄົ້ນຖ່ານຫົງສາລິກໄນ ລະຫວ່າງລາວ ແລະໄທ

ທັງ​ນີ້ລັດຖະບານ​ລາວ ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ພັດທະນາ​ລາວ
​ໃຫ້​ເປັນ​ໝໍ້​ໄຟ​ຂອງ​ເອ​ເຊຍ (Asia Battery) ດ້ວຍ​ການ​ສົ່ງ
​ເສີມ​ໃຫ້​ຕ່າງ​ຊາດ​ເຂົ້າມາ​ລົງທຶນ​ກໍ່ສ້າງ​ເຂື່ອນໃນ​ລາວ​ໃຫ້
​ຫຼາຍ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ​ເປົ້າໝາຍ​ທີ່​ສໍາຄັນ​ທີ່​ສຸດ​ຂອງ
ການ​ພັດທະນາ​ລາວ​ໃຫ້​ເປັນ​ໝໍ້​ໄຟ​ຂອງ​ເອ​ເຊຍ​ນັ້ນ ກໍ​ເພື່ອ
​ນໍາ​ເອົາ​ລາຍ​ຮັບ​ຈາກ ການ​ສົ່ງ​ອອກ​ພະລັງງາ​ນ​ໄຟຟ້າ​ດັ່ງ
ກ່າວ​ມາ​ໃຊ້​ໃນ​ການ​ແກ້​ໄຂ​ບັນຫາ​ຄວາມທຸກຍາກ​ຂອງ​ປະຊາ
ຊົນ​ລາວ​ບັນດາ​ເຜົ່າ​ເປັນ​ດ້ານ​ຫຼັກ ດ້ວຍ​ເຫດ​ນີ້​ຈຶ່ງ​ເຮັດ​ໃຫ້
​ລັດຖະ ບານ​ລາວ​ໄດ້​ຢືນຢັນ​ຈະເດີນ​ໜ້າການ​ພັດທະນາ​ໄປ
​ສູ່​ເປົ້າໝາຍ​ດັ່ງກ່າວ​ໃຫ້​ໄດ້ຢ່າງ ​ເປັນ​ຮູບ​ປະ​ທໍາ ດັ່ງ​ທີ່​ທ່ານ
​ຈູມ​ມະ​ລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ ​ໄດ້​ໃຫ້ການເນັ້ນ​ຢໍ້າ
​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ:

“ລັດຖະບານ​ລາ​ວ​ໄດ້​ສົມ​ທຸກ​ຄວາມ​ພະຍາຍາມ​ຂອງ​ຕົນ ບວກ​ກັບ​ການ​ສະ​ໜັບສະ​ໜຸນ​ທາງ​ດ້ານ​ວັດຖຸ​ເທ​ກນິກ ​ແລະ​ທຶນຮອນ​ຈາກ​ສາກົນ ​ເພື່ອ​ພັດທະນາ​ແຫຼ່ງພະລັງ ງານ​ທີ່​ສະອາດ​ດັ່ງກ່າວ​ນີ້ ​ໃຫ້​ສາມາດ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ທາງ ດ້ານ​ພະລັງງານ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ​ເພື່ອ​ສົ່ງ​ອອກ​ໃຫ້​ແກ່​ປະ​ເທດ​ເພື່ອນ​ບ້ານ.”

ກະຊວງ​ພະລັງງານ​ແລະ​ບໍ່​ແຮ່ ​ໄດ້​ປະກາດ​ແຜນການ​ສົ່ງ​ເສີມ​ການ​ລົງທຶນ​ຈາກ ຕ່າງປະ​ເທດ​ເພື່ອ​ໃຫ້​ເຂົ້າມາ​ກໍ່ສ້າງ​ເຂື່ອນໃນ​ລາວ​ໃຫ້​ໄດ້​ປີ​ລະ 2 ​ໂຄງການ​ນັບ​ແຕ່ ປັດຈຸບັນ​ໄປ​ຈົນ​ເຖິງ​ປີ 2020. ​ໂດຍ​ຖ້າ​ຫາກ​ວ່າ​ສາມາດ​ປະຕິບັດ​ໄດ້​ຈິງ ກໍ​ຈະ​ເຮັດ ​ໃຫ້​ລາວ​ມີ​ເຂື່ອນ​ເພີ່ມ​ຂຶ້ນ​ເຖິງ 20 ​ໂຄງການ ​ແລະ​ກໍ​ຈະ​ເຮັດ​ໃຫ້​ລາວ​ມີ​ຄວາມ​ສາມາດ​ຜະລິດ​ພະລັງງານ​ໄຟຟ້າ​ເພີ່ມ​ຂຶ້ນຈາກ 2,540 ​ເມ​ກະ​ວັດ ​ໃນ​ປັດ​ຈຸບັນນີ້ ​ເປັນ​ຫຼາຍ​ກວ່າ 9,000 ​ເມ​ກະ​ວັດ ​ໃນ​ປີ 2020 ອິກດ້ວຍ.

ສະຖານທີ່ຂຸດຄົ້ນຖ່ານລິກໄນ ທີ່ເມືອງຫົງສາໃນລາວ
ສະຖານທີ່ຂຸດຄົ້ນຖ່ານລິກໄນ ທີ່ເມືອງຫົງສາໃນລາວ

​ຈົນ​ເຖິງ​ປັດຈຸບັນ​ນີ້ ລັດຖະບານ​ລາວ​ໄດ້​ອະນຸຍາດ​ໃຫ້​ພາກ​
ເອກ​ກະ​ຊົນ​ລາວ ​ແລະ​ຕ່າງ​ຊາດ​ດໍາ​ເນີນ​ການ​ສຶກສາ​ຄວາມ
​ເປັນ​ໄປ​ໄດ້​ແລະ​ອອກແບບ​ກໍ່ສ້າງ​ເຂື່ອນ​ຢູ່​ໃນ​ລາວ​ໄປ​ແລ້ວ
​ເຖິງ 80 ກວ່າ​ໂຄງການ ຊຶ່ງ​ໃນ​ນີ້​ເປັນ​ໂຄງການ​ທີ່ຢູ່​ໃນ​ຂັ້ນ​ຕອນ ຂອງ​ການວາງ​ແຜນ​ກໍ່ສ້າງ 20 ກວ່າໂຄງການ​ແລະ​ອີກ​ກວ່າ 60 ​ໂຄງການ​ກໍ​ກໍາລັງຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ສຶກສາ​ສໍາ​ຫຼວດຄວາມ​ເປັນ​ໄປ​ໄດ້ ​ແລະ​ອອກ​ແບບກໍ່ສ້າງ​ຕໍ່​ໄປ.

ສ່ວນ​ເຂື່ອນ​ທີ່​ໄດ້​ທໍາ​ການ​ຜະລິດ​ພະລັງງານ​ໄຟຟ້າ​ແລ້ວ​ໃນ
​ປັດຈຸບັນ​ນີ້ ກໍ​ມີ​ຢູ່ 14 ​ແຫ່ງ ​ໂດຍ​ທີ່​ຖື​ວ່າ​ເປັນ​ເຂື່ອນ​ຂະໜາດ​ໃຫຍ່​ທີ່​ສຸດ​ກໍ​ຄື​ເຂື່ອນ​ນໍ້າ​ເທີນ 2 ທີ່​ສົ່ງ​ພະລັງ ງານ​ໄຟຟ້າ​ສ່ວນ​ໃຫຍ່​ໄປ​ຂາຍ​ໃຫ້​ໄທ​ພາຍ​ໃຕ້​ສັນຍາ​ທີ່​ລັດຖະບານ​ໄທ​ໄດ້​
ຕົກລົງ​ຈະຮັບ​ຊື້​ພະລັງງານ​ໄຟຟ້າ​ຈາກ​ລາວ 7,000 ​ເມ​ກະ​ວັດ ນັບ​ແຕ່​ປີ 2015 ​ເປັນ​ຕົ້ນໄປ

ຫາກ​ແຕ່​ວ່າ​ບັນຫາ​ໃນ​ເວລາ​ນີ້ ກໍ​ຄື​ບັນດາ​ອົງການ​ອະ​ນຸລັກ​ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​ໃນ​ລະດັບ​ສາກົນ​ໄດ້​ປະກາດ​ທ່າ​ທີ​ຢ່າງຊັດ​ເຈນ​ວ່າ​ຈະ​ຄັດຄ້ານ​ການ​ກໍ່ສ້າງ ​ເຂື່ອນ​ທັງ​ໃນ​ລາວ​ແລະ​ເທິງ​ແມ່ນໍ້າຂອງ​ຢ່າງ​ເຖິງ​ທີ່​ສຸດ.

​ໂດຍ​ລ່າ​ສຸດ​ກໍ​ໄດ້​ພາກັນ​ເຄື່ອນ​ໄຫວ​ເພື່ອ​ຄັດຄ້ານ​ການ​ຮັບ​ຊື້​ພະລັງງານ​ໄຟຟ້າ​ຈາກເຂື່ອນ​
ໄຊ​ຍະ​ບຸລີ​ເທິງ​ແມ່​ນໍ້າຂອງ​ໃນ​ລາວ ​ແລະ​ຈະ​ມີ​ການ​ຍື່ນ​ໜັງສື​ຄັດຄ້ານ​ດັ່ງກ່າວ ​ເຖິງ​ລັດຖະ
ບານ​ໄທ ​ພາຍ​ໃນ​ເດືອນ​ກັນຍາ​ນີ້​ອີກ​ດ້ວຍ.
XS
SM
MD
LG