ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວ ຕ້ອງປັບປຸງ ຄຸນນະພາບ ສິນຄ້າສົ່ງອອກ ໃຫ້ໄດ້ ມາດຕະຖານ ສາກົນ


ທ່ານ ນາມ ວີຍະເກດ ລັດຖະມົນວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ຂະນະຖະແຫຼງຍອມຮັບ ຄຸນນະພາບສິນຄ້າສົ່ງອອກລາວ ຍັງບໍ່ໄດ້ມາດຕະຖານ
ທ່ານ ນາມ ວີຍະເກດ ລັດຖະມົນວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ຂະນະຖະແຫຼງຍອມຮັບ ຄຸນນະພາບສິນຄ້າສົ່ງອອກລາວ ຍັງບໍ່ໄດ້ມາດຕະຖານ
ລາວ​ຍັງ​ຕ້ອງ​ພັດທະນາ​ ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບ ສິນຄ້າ​ສົ່ງ​
ອອກ​ໃຫ້​ໄດ້​ມາດຕະຖານ​ ​ແລະ​ເປັນ​ທີ່​ຍອມຮັບ​ໃນ​ຕະຫຼາດ​ໂລກ
ຫາກ​ບໍ່​ສະ​ນັ້ນ ລາວ​ກໍ​ຍັງ​ຈະ​ຕ້ອງ​ປະ​ເຊີນ​ກັນ​ການ​ຂາດ​ດຸນ​ການ​
ຄ້າ​ຕໍ່​ໄປ.

please wait

No media source currently available

0:00 0:04:04 0:00
ລິງໂດຍກົງ

ທ່ານ​ນາມ ວີຍະ​ເກດ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກໍາ ​ແລະ​ການຄ້າ ຖະ​ແຫຼງ ຍອມຮັບ​ວ່າ ສິນຄ້າ​ສົ່ງອອກຂອງ​ລາວ​ຍັງ​ມີ​ຄຸນ​ນະພາ​ບຕໍ່າ ຈຶ່ງ​ເຮັດ​ໃຫ້​ບໍ່​ເປັນ​ທີ່​ຍອມຮັບ​ໃນ​ຕະຫຼາດການ​ຄ້າ​ສາກົນ ກັບ​ທັງ​ຍັງ​ບໍ່​ສາມາດ​ທີ່​ຈະ​ແຂ່ງຂັນ​ໃນ​ຕະຫຼາດ​ໂລກ​ໄດ້​ຢ່າງ​ແທ້​ຈິງ​ອີກ​ດ້ວຍ.

​ເພາະສະ​ນັ້ນ ​ເຖິງ​ແມ່ນ​ວ່າ ການ​ໄດ້​ຮັບ​ສະຖານະ​ພາບ​ເປັນ​ປະ​ເທດ​ສະມາຊິກ​ ໃນ​ອົງ ການ ການ​ຄ້າໂລກ​ຂອງ​ລາວ​ນັບ​ຈາກ​ທ້າຍ​ປີ 2012 ​ເປັນ​ຕົ້ນ​ມາ ຈະ​ເຮັດ​ໃຫ້​ລາວ​ມີ​ປະ​ເທດ​ຄູ່​ຄ້າ​ໃນ​ຕະຫຼາດ​ໂລກ​ເພີ່ມ​ຂຶ້ນຈາກ 60 ກວ່າ​ປະ​ເທດ​ເປັນ 158 ປະ​ເທດ​ ໃນ​ທົ່ວ​ໂລກກໍ​ຕາມ ຫາກ​ແຕ່​ດ້ວຍ​ເຫດ​ທີ່​ສິນຄ້າ​ສົ່ງອອກ​ສ່ວນ​ໃຫຍ່​ຂອງ​ລາວ​ ຍັງ​ເປັນ​ສິນຄ້າ​ປະ​ເພດ​ວັດຖຸ​ດິບ ທີ່​ຄຸນ​ນະພາ​ບບໍ່​ໄດ້​ມາດຕະຖານ​ຕາມ​ຕ້ອງການ​ຂອງ​ຕ່າງປະ​ເທດທັງ​ກໍຍັງ​ມີ​ປະລິມານ​ນ້ອຍ​ດ້ວຍ​ນັ້ນ ຈຶ່ງ​ເຮັດ​ໃຫ້​ລາວ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃນ​ການ​ເປັນ​ ສະ ມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​ ບໍ່​ຫຼາຍ​ເທົ່າ​ທີ່​ຄວນ ດັ່ງ​ທີ່​ທ່ານ​ນາມ ​ໄດ້​ຢືນຢັນ​ວ່າ:

ກາເຟ ສິນຄ້າສົ່ງອອກຢ່າງນຶ່ງຂອງລາວ
ກາເຟ ສິນຄ້າສົ່ງອອກຢ່າງນຶ່ງຂອງລາວ


“​ເວົ້າ​ຄວາມ​ຈິງ​ແລ້ວ​ພວກ​ເຮົາມີ​ສິນຄ້າ ​ເຮົາ​ຢາກ​ສົ່ງ​ອອກ​
ແຕ່​ສິນຄ້າ​ຂອງ​ພວກ​ເຮົາ​ຜ່ານ​ມາ​ຫັ້ນ ມັນ​ບໍ່​ທັນ​ໄດ້​ມາດຕະ
ຖານ​ສາກົນ ມັນ​ບໍ່​ທັນ​ໄດ້​ຍົກ​ລະດັບ ມັນ​ບໍ່​ທັນ​ໄດ້​ຈັດ​ຕັ້ງ​
ປະຕິບັດ​ຢ່າງ​ເປັນ​ຮູບ​ປະ​ທໍາ ຍົກ​ຕົວຢ່າງ​ພວກ​ເຮົາ​ມີ​ເຂົ້າ
ສົ່ງ​ອອກ​ກໍ​ດີ ມີ​ສາລີ​ສົ່ງ​ອອກ​ກະດີ ​ແປ້ງມັນ​ຕົ້ນ​ກະດີ ນໍ້າ
ຕານ​ກະດີ ຫຼືອີ​ສັງ​ ຕ່າງ​ໆ ທີ່​ພວກ​ເຣົາສົ່ງ​ອອກ​ກາ​ແຟກະ
ດີ ​ແຕ່ຖ້າວ່າ​ຢູ່​ໃນ​ລະດັບ​ສາກົນ​ເຂົາ​ຕ້ອງ​ຮຽກ ຮ້ອງ​ມາດ
ຕະຖານ​ຂອງ​ສິນຄ້າ ​ເຖິງ​ວ່າ​ບໍ່​ໄດ້​ມາດຕະຖານ​ແລ້ວ ຖ້າ​
ຢາກ​ຂາຍ​ເຂົາ​ກໍ​ຕາມ​ຈໍານວນຫຼາຍວ່າ​ເຮົາມີ​ພໍ​ບໍ່.”


ກະຊວງອຸດສາຫະກໍາ ແລະການຄ້າ ໄດ້ວາງເປົ້າໝາຍທີ່ຈະສົ່ງສິນຄ້າອອກ ໄປຕ່າງປະ ເທດໃຫ້ໄດ້ໃນມູນຄ່າລວມບໍ່ໜ້ອຍກວ່າ 2,060 ລ້ານໂດລ່າ ໃນຕະຫຼອດແຜນການ ປະຈໍາ
ປີ 2012-2013 ນີ້ ຫາກແຕ່ກໍຄົງຈະບໍ່ສາມາດບັນລຸເປົ້າໝາຍດັ່ງກ່າວ ໄດ້ຢ່າງແທ້ຈິງ ເພາະໃນຊ່ວງ 6 ເດືອນທໍາອິດຂອງປີ 2013 ນີ້ ການສົ່ງສິນຄ້າອອກຂອງລາວ ມີມູນຄ່າ ລວມພຽງແຕ່ 1,540 ລ້ານໂດລ່າ ຊຶ່ງເພີ່ມຂຶ້ນໃນອັດຕາສະເລ່ຍ 4.14% ເທົ່ານັ້ນ ເມື່ອ ທຽບໃສ່ລະຍະດຽວກັນໃນປີ 2012.

ໂດຍສາເຫດສໍາຄັນ ທີ່ເຮັດໃຫ້ການສົ່ງອອກຂອງລາວສາມາດປະຕິບັດໄດ້ຕໍ່າ ກວ່າເປົ້າ ໝາຍກໍຄືການຕົກລົງຂອງລາຄາຄໍາ ແລະແຮ່ທາດຕ່າງໆ ໃນຕະຫຼາດໂລກ ໃນຂະນະທີ່ ການສົ່ງອອກແຮ່ຄໍາແລະ ແຮ່ທາດຕ່າງໆຂອງ ລາວໄປຕ່າງປະເທດນັ້ນ ກໍຄິດເປັນອັດ ຕາສ່ວນເຖິງ 65% ຂອງມູນຄ່າການສົ່ງອອກທັງໝົດຂອງລາວໃນແຕ່ລະປີເພາະສະນັ້ນ ໃນເມື່ອວ່າລາຄາຄໍາ ແລະແຮ່ທາດຕ່າງໆຕົກຕໍ່າລົງ ຈຶ່ງເຮັດໃຫ້ລາຍຮັບຈາກການສົ່ງ ອອກຄໍາແລະ ແຮ່ທາດຕ່າງໆ ຂອງລາວລົດລົງດ້ວຍນັ້ນເອງ.

ແຕ່ຢ່າງໃດກໍຕາມ ສໍາລັບການນໍາເຂົ້າສິນຄ້າຈາກຕ່າງປະເທດຂອງລາວໃນລະຍະດຽວ ກັນນີ້ ກໍປາກົດວ່າມີມູນຄ່າລວມເຖິງ 2,998 ລ້ານໂດລ່າ ຊຶ່ງເພີ່ມຂຶ້ນ ເກີນກວ່າ 6% ທຽບກັບຊ່ວງດຽວກັນໃນປີ 2012 ຊຶ່ງກໍໝາຍຄວາມວ່າ ລັດຖະບານລາວບໍ່ສາມາດ ທີ່ຈະຄວບຄຸມການນໍາເຂົ້າໄດ້ຕາມແຜນການທີ່ວາງໄວ້ໃນມູນຄ່າລວມບໍ່ເກີນ 1,666 ລ້ານໂດລ່າ ໃນຕະຫຼອດປີ 2013 ນີ້ຢ່າງແນ່ນອນ ແລະໃນເຄິ່ງປີທໍາອິດ ລາວກໍຍັງຂາດ ດຸນການຄ້າຕ່າງປະເທດແລ້ວ ເຖິງ 1,446 ລ້ານໂດລາອີກດ້ວຍ.

ທັງນີ້ໂດຍສາເຫດສໍາຄັນທີ່ເຮັດໃຫ້ລາວຕ້ອງຂາດດຸນການຄ້າຕ່າງປະເທດ ກໍຄືການລົງ ທຶນຈາກຕ່າງປະເທດໃນລາວທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈຶ່ງເຮັດໃຫ້ຕ້ອງນໍາເຂົ້າເຄຶ່ອງຈັກ ວັດຖຸກໍ່ສ້າງ ຍານພາຫະນະແລະນໍ້າມັນເຊື້ອໄຟຫຼາຍ ຂຶ້ນຢ່າງຕໍ່ເນື່ອງ.

ໂດຍໃນປີ 2012 ລາວກໍໄດ້ນໍາເຂົ້ານໍ້າມັນຫຼາຍກວ່າ 800 ລ້ານລິດ ຄິດເປັນ ມູນຄ່າ 560 ລ້ານໂດລ່າ ຊຶ່ງເພີ່ມຂຶ້ນເຖິງ 42% ເມື່ອທຽບກັບປີ 2010 ແລະໃນປີ 2013 ນີ້ ກໍຄາດວ່າ ລາວຈະນໍາເຂົ້ານໍ້າມັນໃນປະລິມານ ຫຼາຍກວ່າ 900 ລ້ານລິດຢ່າງແນ່ນອນ.

ຍິ່ງໄປກວ່ານັ້ນ ກະຊວງແຜນການແລະການລົງທຶນກໍຍັງຄາດໝາຍດ້ວຍວ່າ ການນໍາ ເຂົ້ານໍ້າມັນຂອງລາວ ຈະເພີ່ມຂຶ້ນເປັນ 1,174 ລ້ານລິດໃນປີ 2015 ແລະກໍອາດຈະ ຫຼາຍກວ່ານັ້ນ ຖ້າຫາກການລົງທຶນຈາກຕ່າງປະເທດໃນລາວ ຍັງຂະຫຍາຍຕົວເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ຊຶ່ງຕາມແຜນການທີ່ລັດຖະບານລາວ ໄດ້ວາງອອກນັ້ນ ກໍຄືການທີ່ຈະສາ ມາດບັນລຸເປົ້າໝາຍສະຫັດສະວັດຂອງການພັດທະນາໃນປີ 2015 ໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງລະດົມການລົງທຶນ ໃຫ້ໄດ້ບໍ່ໜ້ອຍກວ່າ 4 ໝື່ນລ້ານໂດລ່ານັ້ນເອງ.
XS
SM
MD
LG