ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫລວງພະບາງຈະຂະຫຍາຍເມືອງ ໄປຫາຈອມເພັດ


ວິວຈາກເທິງອາກາດຂອງນະຄອນຫລວງພະບາງ ເມືອງມູນມໍລະດົກ ໂລກ ຂອງລາວ.
ວິວຈາກເທິງອາກາດຂອງນະຄອນຫລວງພະບາງ ເມືອງມູນມໍລະດົກ ໂລກ ຂອງລາວ.

ທາງການລາວມີແຜນການທີ່ຈະຂະຫຍາຍ ຕົວເມືອງຫລວງພະບາງ ຂ້າມແມ່ນໍ້າຂອງໄປ ເມືອງຈອມເພັດ ເພື່ອຮອງຮັບນັກທ່ອງທ່ຽວທີ່ຄາດວ່າ ຈະເດີນທາງໄປ ຊົມເມືອງມໍລະດົກ ໂລກຫລາຍຂຶ້ນ ພາຍຫລັງຈາກການກໍ່ສ້າງ ເຊຶ່ອມຕໍ່ກັບຈີນ ດໍາເນີນການສໍາເລັດ.

ທ່ານຄໍາແພງ ໄຊສົມແພງ ເລຂາພັກແຂວງຫລວງພະບາງຄົນໃໝ່ ໄດ້ຖະແຫລງຢືນຢັນ ວ່າ ແຜນການສໍາຄັນປະການນຶ່ງທີ່ທ່ານຈະຊຸກຍູ້ໃຫ້ເກີດຂຶ້ນ ຢ່າງເປັນຮູບປະທໍາໃຫ້ໄດ້ ພາຍ ໃນລະຍະ 5 ປີຕໍ່ໄປນີ້ ກໍຄືການຂະຫຍາຍຕົວເມືອງຫລວງພະບາງຂ້າມແມ່ນໍ້າຂອງ ໄປຍັງ ຝັ່ງເມືອງຈອມເພັດ ດ້ວຍການດໍາເນີນການກໍ່ສ້າງຂົວຂ້າມແມ່ນໍ້າຂອງ ເພື່ອເຊຶ່ອມຕໍ່ທັງສອງ ຝັ່ງ ເຂົ້າຫາກັນໃຫ້ສໍາເລັດ ເປັນອັນທໍາອິດ.

ນາງສັງຂານ ໃນງານສະຫລອງ ບຸນປີໃໝ່ ຢູ່ຫລວງພະບາງ.
ນາງສັງຂານ ໃນງານສະຫລອງ ບຸນປີໃໝ່ ຢູ່ຫລວງພະບາງ.

ໂດຍໃນປັດຈຸບັນນີ້ ກໍປາກົດວ່າມີບໍລິສັດເອກກະຊົນຕ່າງປະ ເທດເຖິງ 3 ລາຍດ້ວຍກັນ ທີ່ໄດ້ສະເໜີຕົວທີ່ຈະເປັນຝ່າຍ ລົງທຶນກໍ່ສ້າງຂົວຂ້າມນໍ້າຂອງດັ່ງກ່າວ ກໍຄືບໍລິສັດເອກກະ ຊົນຈາກຈີນ ບໍລິສັດເອກກະຊົນຈາກເກົາຫລີໃຕ້ ແລະບໍລິສັດ ຮ່ວມລົງທຶນ ຈີນ-ຄານາດາ-ໄທ ຊຶ່ງທາງການແຂວງຫລວງ ພະບາງຈະພິຈາລະນາເງຶ່ອນໄຂຂອງແຕ່ລະບໍລິສັດ ຢ່າງລອບ ຄອບ ເພື່ອຕັດສິນໃຈຄັດເລືອກເອົາ ໃນໝໍ່ໆນີ້.

ທ່ານຄໍາແພງ ບອກວ່າ ສາເຫດສໍາຄັນທີ່ເຮັດໃຫ້ຕ້ອງມີການຂະຫຍາຍຕົວເມືອງຫລວງພະ ບາງນັ້ນ ກໍຍ້ອນວ່າ ທາງການລາວກັບທາງການຈີນໄດ້ຕົກລົງຮ່ວມມືກັນໃນໂຄງການກໍ່ສ້າງ ເພື່ອເຊຶ່ອມຕໍ່ທາງລົດໄຟລະຫວ່າງເມືອງຄູນໝິງກັບນະຄອນວຽງຈັນ ຢ່າງເປັນທາງການແລ້ວ ແລະທາງລົດໄຟສາຍດັ່ງກ່າວນີ້ ກໍຈະຜ່ານຫລວງພະບາງດ້ວຍ ຈຶ່ງເຮັດໃຫ້ຄາດວ່າ ຈະມີນັກ ທ່ອງທ່ຽວເດີນທາງມາຍັງເມືອງມໍລະດົກໂລກແຫ່ງນີ້ເພີ່ມຂຶ້ນນັບມື້ດ້ວຍ ເພາະສະນັ້ນ ເພື່ອ ເປັນການປ້ອງກັນບໍ່ໃຫ້ເກີດບັນຫາການແອອັດພາຍໃນຕົວເມືອງຫລວງພະບາງ ກັບທັງຍັງ ເພື່ອເປັນການຮັກສາພູມິທັດຂອງເມືອງມໍລະດົກໂລກ ໄວ້ໃຫ້ໄດ້ຕະຫລອດໄປດ້ວຍແລ້ວ ຈຶ່ງ ເຮັດໃຫ້ຕ້ອງມີການຂະຫຍາຍຕົວເມືອໄປຍັງຝັ່ງເມືອງຈອມເພັດດັ່ງກ່າວ ຊຶ່ງກໍໝາຍຄວາມ ວ່າ ບັນດາໂຮງແຮມແລະສິ່ງປຸກສ້າງຕ່າງໆ ລວມເຖິງສະຖານີລົດໄຟດ້ວຍນັ້ນ ຈະກໍ່ສ້າງ ຢູ່ທີ່ເມືອງຈອມເພັດນັ້ນເອງ. ສ່ວນຢູ່ໃນເຂດເມືອງມໍລະດົກໂລກ ຫລວງພະບາງນັ້ນ ກໍຈະມີ ການຄວບຄຸມແລະກວດກາ ສິ່ງປຸກສ້າງຕາມກົດລະບຽບ ທີ່ວາງອອກຢ່າງເຂັ້ມງວດຕໍ່ໄປ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນແຂວງຫລວງພະບາງ ໄດ້ໃຫ້ການຊີ້ແຈງວ່າ:

“ລະບຽບຂອງການຄຸ້ມຄອງການປຸກສ້າງຕ່າງໆຈະຕ້ອງໄດ້ຜ່ານຄະນະກໍາມະການ ບັນດາພະແນກການບັນດາ ເມືອງ ແລະເທດສະບານ ທີ່ເປັນເຈົ້າການຮ່ວມກັນ ຈາກນັ້ນ ກໍມີອໍານາດການປົກຄອງຂັ້ນບ້ານທຸກບ້ານ ການຈັດຕັ້ງແນວໂຮມເພື່ອ ມາສຶກສາອົບລົມ ມາຮໍ່າຮຽນ. ຈາກນັ້ນ ພວກເຮົາກໍໄດ້ເອົາໃຈໃສ່ໃນການນໍາ ໃຊ້ສື່ມວນຊົນຂອງພວກເຮົາ ເພື່ອໂຄສະນາເຮັດໃຫ້ປະຊາຊົນ ມີຄວາມຊາບຊືມ ເຂົ້າໃຈບັນຫາຕ່າງໆ”

ຍິ່ງໄປກວ່ານັ້ນ ສໍາລັບໃນເດືອນທັນວາປີນີ້ ທາງການແຂວງຫລວງພະບາງກໍຍັງໄດ້ກໍານົົດ ທີ່ຈະຈັດງານສະເຫລີມສະຫລອງໃນໂອກາດຄົບຮອບ 15 ປີ ຂອງການເປັນເມືອງມໍລະດົກ ໂລກ ລວມທັງຍັງຈະເປັນເຈົ້າພາບຈັດງານເທດສະການພາພະຍົນອາຊ່ຽນ ໃນລະຫວ່າງວັນ ທີ່ 4-11 ເດືອນທັນວາ ອີກດ້ວຍ.

ນັກທ່ອງທ່ຽວຊາວຕ່າງປະເທດ ຕັກບາດ ຢູ່ຫລວງພະບາງ
ນັກທ່ອງທ່ຽວຊາວຕ່າງປະເທດ ຕັກບາດ ຢູ່ຫລວງພະບາງ

ສ່ວນກ່ຽວກັບແຜນການພັດທະນາເສດຖະກິດ-ສັງຄົມ ໃນ ໄລຍະ 5 ປີຕໍ່ໜ້າ ກໍຄືປີ 2011- 1015 ນັ້ນ ທາງການ ແຂວງຫລວງພະບາງ ກໍໄດ້ຕັ້ງເປົ້າໝາຍໄວ້ວ່າ ພາກບໍລິ ການແລະທ່ອງທ່ຽວຈະຂະຫຍາຍຕົວຂຶ້ນ 20% ໃນແຕ່ລະປີ ຊຶ່ງຈະເຮັດໃຫ້ ພາກບໍລິການແລະທ່ອງທ່ຽວ ມີມູນຄ່າທາງ ເສດຖະກິດ ຫລາຍກວ່າພາກກະສິກໍາແລະພາກອຸດສາຫະກໍາ ພາຍໃນ 5 ປີຕໍ່ໜ້າ.

ໂດຍສໍາລັບໃນປີ 2009 ທີ່ຜ່ານມາກໍປາກົດວ່ າມີນັກທ່ອງທ່ຽວຊາວຕ່າງຊາດຫລາຍກວ່າ 245,000 ຄົນ ທີ່ເດີນທາງໄປທ່ອງທ່ຽວໃນແຂວງຫລວງພະບາງ ແລະໃນຕະຫລອດປີ 2010 ນີ້ ກໍຄາດໝາຍວ່າ ຈະມີນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງມາທ່ອງທ່ຽວຫລວງ ພະບາງ ເຖິງ 3 ແສນຄົນ ຊຶ່ງກໍຍັງຈະເຮັດໃຫ້ພາກບໍລິການແລະທ່ອງທ່ຽວ ມີມູນຄ່າທາງ ເສດຖະກິດ ເພີ່ມຂຶ້ນຈາກ 37% ເປັນ 40% ຂອງຍອດຜະລິດຕະພັນລວມພາຍໃນ ຫລື GDP ຂອງແຂວງຫລວງພະບາງ ອີກດ້ວຍ.

XS
SM
MD
LG