ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວເວົ້າວ່າ ຂົວຂ້າມແມ່ນໍ້າຂອງ ຢູ່ດອນໂຂງ ຈະສໍາເລັດ ໃນທ້າຍປີ 2014


ສະພາບການກໍ່ສ້າງ ຂົວຂ້າມແມ່ນໍ້າຂອງ ຢູ່ດອນໂຂງ ເມື່ອເດືອນທັນວາ 2012
ສະພາບການກໍ່ສ້າງ ຂົວຂ້າມແມ່ນໍ້າຂອງ ຢູ່ດອນໂຂງ ເມື່ອເດືອນທັນວາ 2012
ວິດສະວະກອນລາວຢືນຢັນວ່າການກໍ່ສ້າງຂົວຂ້າມແມ່ນໍ້າຂອງ
ຢູ່ດອນໂຂງໃນ ແຂວງຈໍາປາສັກ ຈະສໍາເລັດພາຍໃນທ້າຍປີ
2014 ແລະກໍຖືເປັນສ່ວນນຶ່ງຂອງການພັດທະນາເຂດເສດຖະ
ກິດພິເສດດອນພະເພັງ.

ທ່ານຣັດຕະນະ ໄທວັນ ວິດສະວະກອນໂຄງການກໍ່ສ້າງຂົວ
ຂ້າມແມ່ນໍ້າຂອງ ຢູ່ດອນໂຂງ ໃນແຂວງຈໍາປາສັກ ໃຫ້ການ
ຢືນຢັນວ່າ ການກໍ່ສ້າງຂົວດັ່ງກ່າວທີ່ໄດ້ເລີ່ມ ລົງມືດໍາເນີນ
ການໃນພາກຕົວຈິງ ນັບຕັ້ງແຕ່ປີ 2011 ເປັນຕົ້ນມາຈົນເຖິງ
ປັດຈຸບັນນີ້ ກໍໄດ້ຄືບໜ້າໄປແລ້ວ ປະມານ 42% ຂອງແຜນ
ການທັງໝົດ ໂດຍສະເພາະແມ່ນ ວຽກງານໃນການວາງຮາກ
ຖານກໍຄືການຕອກເສົາເຂັມນັ້ນໄດ້ຄືບໜ້າໄປແລ້ວເຖິງ 90% ຈຶ່ງເຊື່ອໝັ້ນວ່າ ການກໍ່
ສ້າງຂົວຢູ່ດອນໂຂງ ຈະສໍາເລັດສົມບູນ ພາຍໃນທ້າຍປີ 2014 ເປັນຢ່າງຊ້າ.

ແຕ່ຢ່າງໃດກໍຕາມ ການກໍ່ສ້າງຂົວຢູ່ດອນໂຂງໃຫ້ສໍາເລັດ ພາຍໃນທ້າຍປີ 2014 ດັ່ງ
ກ່າວ ກໍນັບວ່າຊັກຊ້າກວ່າກໍານົດການເດີມ ເຖິງ 6 ເດືອນ ໂດຍມີສາເຫດມາຈາກບັນຫາ
ໄພນໍ້າຖ້ວມທີ່ເກີດຂຶ້ນຢ່າງຕໍ່ເນື່ອງໃນຊ່ວງ 2 ປີທີ່ຜ່ານມາ ສະນັ້ນຈຶ່ງໄດ້ສົ່ງຜົນກະທົບຕໍ່ ເນື່ອງເຖິງການກໍ່ສ້າງຂົວ ຈາກບ້ານຫາດໄປຫາບ້ານນາ ແລະຈາກບ້ານດອນສັນໄປຫາ
ບ້ານໂຂງແຫຼມ ຊຶ່ງລວມໄປເຖິງການຊັກຊ້າໃນການພັດທະນາທ່າເຮືອ ຢູ່ບ້ານຫົວໂຂງ ແລະບ້ານຫ້ວຍຍາງອີກດ້ວຍ.

ການກໍ່ສ້າງຂົວຂ້າມແມ່ນໍ້າຂອງດັ່ງກ່າວນີ້ ທາງການລາວໄດ້ຮັບການສະໜັບສະໜຸນ
ເງິນກູ້ຢືມຈາກທະນາຄານການຄ້າຂາອອກ-ຂາເຂົ້າແຫ່ງປະເທດຈີນໃນມູນຄ່າຫຼາຍ
ກວ່າ 32 ລ້ານ ແລະທາງການລາວໄດ້ສົມທົບອີກ 2 ລ້ານໂດລ່າ ຊຶ່ງກໍເຮັດໃຫ້ໂຄງການ
ດັ່ງກ່າວນີ້ມີມູນຄ່າການກໍ່ສ້າງລວມເກີນກວ່າ 34 ລ້ານທີ່ຮັບຜິດຊອບໂດຍສະຖາບັນ
ການສໍາຫຼວດແລະອອກແບບການຂົນສົ່ງຈາກມົນທົນຢຸນນານຂອງຈີນ.
ແຂວງຈໍາປາສັກຕ້ອນຮັບນັກທ່ອງທ່ຽວ ໄປທ່ຽວດອນໂຂງ
ແຂວງຈໍາປາສັກຕ້ອນຮັບນັກທ່ອງທ່ຽວ ໄປທ່ຽວດອນໂຂງ



ທັງນີ້ໂດຍຂົວຂ້າມແມ່ນໍ້າຂອງດັ່ງກ່າວຈະມີຄວາມຍາວ 718.8
ແມັດ ກວ້າງ 11 ແມັດທີ່ແບ່ງເປັນສອງເບື້ອງຈະລາຈອນສໍາລັບ
ຍານພາຫະນະທີ່ກວ້າງເບື້ອງລະ 4 ແມັດ ສ່ວນອີກ 3 ແມັດທີ່
ເຫຼືອນັ້ນກໍຈະເປັນທາງຍ່າງເບື້ອງລະ 1.5​ ແມັດ ແລະ ບໍ່ມີທາງ
ລົດໄຟຢູ່ກາງຂົວແຕ່ຢ່າງໃດ.

ເຈົ້າໜ້າທີ່ລາວ ບອກວ່າການພັດທະນາດັ່ງກ່າວນີ້ຖືເປັນສ່ວນ
ນຶ່ງຂອງເຂດເສດຖະກິດພິເສດຄອນພະເພັງທີ່ຕັ້ງຢູ່ໃນເຂດເມືອງໂຂງ ຊຶ່ງຕາມແຜນການ
ແລ້ວ ເຂດເສດຖະກິດພິເສດດັ່ງກ່າວ ຈະມີອານາບໍລິເວນກວ້າງເຖິງ 39,000 ເຮັກຕ້າ
ໂດຍໄດ້ມີການຈັດແບ່ງພື້ນທີ່ອອກເປັນ 5 ເຂດດ້ວຍກັນ ກໍຄືພື້ນທີ່ໂດຍຮອບນໍ້າຕົກ
ຄອນພະເພັງນັ້ນ ຈະພັດທະນາເປັນເຂດທ່ອງທ່ຽວ ແລະຮອງຮັບທຸລະກິດທີ່ກ່ຽວຂ້ອງ
ກັບການທ່ອງທ່ຽວເປັນການສະເພາະ ເຊັ່ນໂຮງແຮມ ຣີສອດ ບ້ານພັກຕາກອາກາດ ແລະ ສວນສາທາລະນະຢູ່ໃນເຂດອຸດທະຍານແຫ່ງຊາດ ເປັນຕົ້ນ.

ສ່ວນນອກນັ້ນ ກໍຈະເປັນເຂດສູນການຄ້າປອດພາສີ ສະໜາມບິນຮອງຮັບທັງເຮືອບິນ
ສ່ວນຕົວ ແລະເຮືອບິນໂດຍສານ ສະໜາມກອຟ ລະດັບມາດຕະຖານສາກົນ ແລະ
ສູນບໍລິການທາງທຸລະກິດຢ່າງຄົບວົງຈອນ ທີ່ຈະມີຕະຫຼາດການຄ້າເສລີ ເປັນສ່ວນປະ
ກອບທີ່ສໍາຄັນອີກດ້ວຍ.

ທີ່ຜ່ານມາ ກໍມີທັງກຸ່ມນັກທຸລະກິດຈາກຈີນ ເກົາຫຼີໃຕ້ ມາເລເຊຍ ຫວຽດນາມ ແລະໄທ
ລວມເຖິງນັກທຸລະກິດໃນລາວເອງນັ້ນ ຕ່າງກໍໄດ້ພາກັນສະແດງເຈດຈໍານົງ ທີ່ຈະເຂົ້າ
ໄປລົງທຶນໃນເຂດເສດຖະກິດພິເສດຄອນພະເພັງແລ້ວ ຫຼາຍກວ່າ 10 ບໍລິສັດ ແລະກໍ
ຍັງຈະເພີ່ມຂຶ້ນອີກເລື້ອຍໆ ເນື່ອງຈາກລັດຖະບານລາວມີເປົ້າໝາຍ ທີ່ຈະພັດທະນາ
ຄອນພະເພັງ ໃຫ້ເປັນສູນກາງການທ່ອງທ່ຽວທີ່ເຊື່ອມຕໍ່ ກັບໄທ ກໍາປູເຈຍ ແລະຫວຽດ ນາມໃຫ້ໄດ້. ເພາະສະນັ້ນ ຈຶ່ງຕ້ອງສົ່ງເສີມການລົງທຶນ ໃນດ້ານບໍລິການແລະທ່ອງທ່ຽວ ປັນກໍລະນີພິເສດ ແລະໃນຂະນະດຽວກັນ ກໍຈະເສີມຂະຫຍາຍການໂຄສະນາໃຫ້ໄດ້
ຢ່າງກວ້າງຂວາງ ດັ່ງທີ່ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫຼງ ຂ່າວ-ວັດທະນະທໍາແລະທ່ອງທ່ຽວ ໄດ້ຖະແຫຼງຢືນຢັນວ່າ:

ບັນດາສື່ມວນຊົນພາຍໃນປະເທດຂອງພວກເຮົາ ຈົ່ງສືບຕໍ່ປະກອບສ່ວນເຂົ້າ
ໃນການໂຄສະນາກ່ຽວກັບວຽກງານການທ່ອງທ່ຽວ ໂຄສະນາກ່ຽວກັບແຫຼ່ງ
ທ່ອງທ່ຽວຕ່າງໆຂອງພວກເຮົານີ້ໃຫ້ຫຼາຍໃຫ້ກວ້າງຂວາງເພື່ອໃຫ້ນັກທ່ອງ
ທ່ຽວໃຫ້ທົ່ວໂລກນີ້ ໄດ້ຮູ້ນັບມື້ຫຼາຍຂຶ້ນກ່ຽວກັບການທ່ອງທ່ຽວຂອງພວກເຮົາ"


ສໍາລັບໃນປີ 2012 ທີ່ຜ່ານມາ ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າໄປທ່ອງທ່ຽວ
ໃນລາວຈໍານວນຫຼາຍກວ່າ 3 ລ້ານ 3 ແສນຄົນ. ແລະໃນປີ 2013 ນີ້ ກໍຄາດໝາຍວ່າ
ຈະມີນັກທ່ອງທ່ຽວຊາວຕ່າງຊາດ ເຖິງ 3 ລ້ານ 6 ແສນຄົນ ທີ່ຈະເດີນທາງເຂົ້າໄປທ່ອງ
ທ່ຽວໃນລາວ ເນື່ອງຈາກວ່າລາວໄດ້ຖືກຄັດເລືອກຈາກ ສະພາການຄ້າແລະການທ່ອງ ທ່ຽວແຫ່ງຢູໂຣບ ໃຫ້ເປັນຈຸດໝາຍປາຍທາງອັນດັບ 1 ໃນໂລກ ທີ່ນັກທ່ອງທ່ຽວຢາກຈະ ເດີນທາງເຂົ້າໄປທ່ຽວ ຫຼາຍທີ່ສຸດໃນປີ 2013 ນີ້.
XS
SM
MD
LG