ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຖານເອກອັກຄະລັດຖະທູດ ລາວ ປະຈຳ ສະຫະລັດ ແລະ ການາດາ ຈັດການເລືອກຕັ້ງສະພາ ແຫ່ງຊາດ ຊຸດທີ 9


ທ່ານ ຄຳພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ລາວ ປະຈຳ ສະຫະລັດ ແລະ ການາດາ ປ່ອນບັດເລືອກຕັ້ງຂອງທ່ານ.
ທ່ານ ຄຳພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ລາວ ປະຈຳ ສະຫະລັດ ແລະ ການາດາ ປ່ອນບັດເລືອກຕັ້ງຂອງທ່ານ.

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມຣິກາ ແລະ ການາດາ ໄດ້ຈັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ຂຶ້ນຢ່າງເປັນທາງການໃນວັນທີ​ 14 ກຸມພາທີ່ຜ່ານມາຢູ່ນະຄອນຫຼວງ ວໍຊິງຕັນ.

ການປ່ອນບັດຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 22 ຄົນ, ລວມທັງພະນັກງານການທູດ, ຄອບຄົວ ແລະ ພົນລະເມືອງລາວທີ່ອາໄສຢູ່ນະຄອນຫຼວງ ວໍຊິງຕັນ. ຈຳນວນຜູ້ສະໝັກຮັບເລືອກຕັ້ງ ປັນສະມາຊິກສະພາແຫ່ງຊາດຊຸດທີ 9 ມີຈຳນວນ 224 ທ່ານ ເລືອກເອົາ 164 ທ່ານ.

ການເລືອກຕັ້ງຄັ້ງນີ້ເອກອັກຄະລັດຖະທູດ ລາວ ປະຈຳ ສະຫະລັດ ແລະ ການາດາ ທ່ານ ຄຳພັນ ອັ່ນລາວັນ ກ່າວວ່າ ເປັນການເສີມຂະຫຍາຍສິດທິປະຊາທິປະໄຕປະຊາຊົນ ເຂົ້າໃນການຄຸ້ມຄອງບໍລິຫານລັດ ແລະ ອຳນວຍຄວາມສະດວກໃຫ້ພົນລະເມືອງ ລາວ ໄດ້ນຳໃຊ້ທິປະຊາທິປະໄຕຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທຳມະນູນ ແລະ ກົດໝາຍ, ເຊິ່ງຜູ້ມີສິດປ່ອນບັດແມ່ນຜູ້ທີ່ມີອາຍຸ 18 ປີ ຂຶ້ນໄປ ແລະ ມີສິດຮັບສະໝັກເລືອກຕັ້ງແມ່ນ 21 ປີຂຶ້ນໄປ.

ທ່ານ ຄຳພັນ ອັ່ນລາວັນ ໄດ້ກ່າວໃນຄຳປາໄສຂອງທ່ານ ກ່ຽວກັບ ການເລືອກຕັ້ງຄັ້ງນີ້ວ່າ “ກະຖືວ່າມື້ນີ້ ພົນລະເມືອງທີ່ຢູ່ ສະຫະລັດ ອາເມຣິກາ ແລະ ການາດາ ໄດ້ພ້ອມກັນໃຊ້ສິດເລືອກຕັ້ງຂອງຕົນ. ການເລືອກຕັ້ງສະມາຊິກສະພາ ຊຸດທີ 9. ການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ເປັນສິດ ແລະ ໜ້າທີ່ອັນສຳຄັນຂອງປະຊາຊົນ ລາວ ບັນດາເຜົ່າໃນລະບອບປະຊາທິປະໄຕ ປະຊາຊົນ, ຊຶ່ງພັກ-ລັດ, ອຳນາດການປົກຄອງ ເວລາໃດກໍຖືກເປັນວຽກທີ່ສຳຄັນ.”

ປະຊາຊົນລາວ ນອກຈາກພະນັກງານການທູດທີ່ເຂົ້າຮ່ວມປ່ອນບັດຢູ່ສະຖານທູດໃນວັນດັ່ງກ່າວ ແມ່ນມີ 2​ ທ່ານ, ເຊິ່ງປັດຈຸບັນ ແມ່ນກຳລັງປະຕິບັດໜ້າທີ່ວຽກງານ ຢູ່ໃນນະຄອນຫຼວງ ວໍຊິງຕັນ. ທ່ານ ອັງຄານສະດາ ປະຊາຊົນ ລາວ ທີ່ໄດ້ໄປໃຊ້ສິດປ່ອນບັດໄດ້ກ່າວວ່າ “ໃນນາມຄົນລາວເນາະ ກະຖືວ່າເປັນຄວາມພາກພູມໃຈທີ່ໄດ້ມາໃຊ້ສິດຂອງຕົນຢ່າງເຕັມສ່ວນໃນການເລືອກສະມາຊິກສະພາໄປເປັນຕົວແທນຂອງປະຊາຊົນຢູ່ໃນຫັ້ນ ເປັນກະບອກສຽງໃຫ້ປະຊາຊົນໃນການພິຈາລະ ນາບັນຫາຕ່າງໆຂອງປະເທດຊາດບ້ານເມືອງນິແຫຼະ. ກະຖືວ່າເຮົາກະໄດ້ສິດເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ ລະກະຜູ້ມີປະສົບການເພື່ອໄປນັ່ງຢູ່ສະພາແຫ່ງຊາດ.”

ທ່ານ ຄຳພັນ ອັ່ນລາວັນ ໄດ້ກ່າວວ່າ ຕາມການຄົ້ນຄວ້າ ແລະ ທາບທາມຄົນ ລາວ ທີ່ມີສິດເລືອກຕັ້ງຢູ່ ສະຫະລັດ ກັບ ການາດາ ນັ້ນແມ່ນມີຢູ່ 116 ຄົນ, ເຊິ່ງໃນນັ້ນແມ່ນມີນັກສຶກສາ, ຄົນທີ່ມາຢ້ຽມ ຢາມ, ເຮັດວຽກ ແລະ ຕົກຄ້າງບໍ່ສາມາດກັບບ້ານ. ເຂົາເຈົ້າມີສາມວິທີ ທີ່ຈະໃຊ້ສິດປ່ອນບັດຂອງເຂົາເຈົ້າຄືຢູ່ສະຖານທູດ, ໄປສະນີ ແລະ ອອນໄລນ໌.

ຫຼັງຈາກຮວມຮວມບັດເລືອກຕັ້ງແລ້ວ ສະຖານທູດ ລາວ ຕໍ່ໄປກໍຈະສົ່ງຜົນໄປໃຫ້ກະຊວງການຕ່າງປະເທດຢູ່ ລາວ ເພື່ອສົບທົບການການເລືອກຕັ້ງທົ່ວປະເທດ ໃນວັນທີ 21 ກຸມພາ.

XS
SM
MD
LG