ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໗ ພຶດສະພາ ໒໐໒໔

ລາວຢືນຢັນອີກວ່າ ຕົນບໍ່ມີ ສ່ວນກ່ຽວຂ້ອງກັບ ການຫາຍຕົວ ຂອງທ່ານສົມບັດ


An Indian boy with his face painted participates in a procession on the occasion of Chandan Yatra festival in Puri, 65 kilometers (40 miles) from the eastern Indian city of Bhubaneswar. Chandan Yatra means Sandalwood Voyage, where devotees smear the deities of the Lord with cooling sandalwood paste.
An Indian boy with his face painted participates in a procession on the occasion of Chandan Yatra festival in Puri, 65 kilometers (40 miles) from the eastern Indian city of Bhubaneswar. Chandan Yatra means Sandalwood Voyage, where devotees smear the deities of the Lord with cooling sandalwood paste.
ຮອງນາຍົກລັດຖະມົນຕີລາວຢືນຢັນວ່າ ລັດຖະບານບໍ່ມີສ່ວນ
ກ່ຽວຂ້ອງຫຍັງເລີຍ ກັບການຫາຍຕົວໄປຂອງທ່ານສົມບັດ
ສົມພອນ ໂດຍໃນຂະນະນີ້ການສືບສວນຫາຄວາມຈິງ ກໍ
ກໍາລັງດໍາເນີນໄປຢ່າງຕັ້ງໜ້າ.

ທ່ານສົມສະຫວາດ ເລັ່ງສະຫວັດ ກໍາມະການກົມການເມືອງ
ສູນກາງພັກປະຊາຊົນ ປະຕິວັດລາວ ແລະຮອງນາຍົກລັດຖະ
ມົນຕີ ຜູ້ຊີ້ນໍາວຽກງານເສດຖະກິດຂອງລັດຖະບານລາວໄດ້
ໃຫ້ການຢືນຢັນກັບ VOA ວ່າ ລັດຖະບານລາວບໍ່ມີສ່ວນກ່ຽວ
ຂ້ອງ ຫຍັງເລີຍກັບການຫາຍຕົວໄປຂອງທ່ານສົມບັດ ສົມພອນ
ນັກພັດທະນາດີເດັ່ນຂອງລາວ ແລະຈົນເຖິງເວລານີ້ ທາງການ ລາວກໍຍັງຄົງດໍາເນີນການສືບສວນຢ່າງຕັ້ງໜ້າເພື່ອຫາຄວາມ
ຈິງ ກ່ຽວກັບກໍລະນີດັ່ງກ່າວນີ້ໃຫ້ໄດ້ໄວທີ່ສຸດ ດັ່ງທີ່ທ່ານໄດ້ໃຫ້
ການຊີ້ແຈງວ່າ:

ລັດຖະບານເຮົາຫັ້ນສິໄປເຮັດການກະທໍາທີ່ແນວບໍ່ສົມຄວນຫັ້ນໜະກະພວກ
ທ່ານ ກໍຄືສະເຫັນແລ້ວ ອັນເຂົາອອກກ້ອງວົງຈອນປິດຫັ້ນໜະ ແມ່ນຜູ້ໃດສິໄປ
ເຮັດ ກະເຮົາເອງເປັນເຈົ້າຂອງແຜ່ນດິນນີ້ ຄັນເຮົາສິຢາກເອົາເລຶ່ອງກັບມັນ ເຮົາ ກະສາມາດເຊີນມັນມາເປັນທາງການຫຼະຫວາສິຢ້ານອີສັງ ເລຶ່ອງນີ້ ນີ້ພວກເຮົາ ກໍຍັງລໍການດໍາເນີນການຂອງເຈົ້າໜ້າທີ່ ເພາະວ່າມັນກະບໍ່ແມ່ນເລຶ່ອງງ່າຍ.”


ເບິ່ງວີດິໂອ ຕອນນຶ່ງເອົາມາຈາກກ້ອງວົງຈອນປິດ:


ກ່ອນໜ້ານີ້ ທ່ານຢົງ ຈັນທະລັງສີ ເອກອັກຄະລັດຖະທູດລາວຜູ້ຕາງໜ້າຖາວອນປະຈໍາ ສະຫະປະຊາຊາດຢູ່ກຸງເຈນີວາ ສະວີດເຊີແລນດ໌ ກໍໄດ້ສົ່ງຈົດໝາຍເຖິງສະພາສິດທິມະ ນຸດແຫ່ງສະຫະປະຊາຊາດຢ່າງເປັນທາງການໃນທ້າຍອາທິດທີ່ຜ່ານມາ ເພື່ອຢືນຢັນວ່າ ກໍລະນີທີ່ເກີດຂຶ້ນນີ້ ບໍ່ມີສ່ວນກ່ຽວຂ້ອງຫຍັງເລີຍກັບທາງການລາວ ເພາະສະນັ້ນຈຶ່ງອາດ ຈະເປັນໄປໄດ້ວ່າ ເປັນກໍລະນີທີ່ເກີດຂຶ້ນຈາກບັນຫາສ່ວນຕົວ ຫຼືຂໍ້ຂັດແຍ້ງທາງທຸລະກິດ ຂອງຜູ້ກ່ຽວເອງ.

ພ້ອມກັນນີ້ ຈົດໝາຍດັ່ງກ່າວຍັງໄດ້ຕັ້ງຂໍ້ສັງເກດກ່ຽວກັບພາບທີ່ບັນທຶກໄວ້ຈາກກ້ອງວົງ ຈອນປິດຂອງທາງການລາວເອງວ່າ ບຸກຄົນທີ່ປາກົດໃນພາບທີ່ບັນທຶກໄວ້ນັ້ນ ບໍ່ສາມາດ ຢືນຢັນໄດ້ຢ່າງຄັກແນ່ວ່າ ແມ່ນທ່ານສົມບັດ ຫຼືບໍ່ ນອກຈາກນັ້ນ ບຸກຄົນທີ່ປາກົດ ໃນພາບ ກໍບໍ່ໄດ້ຖືກບັງຄັບໃຫ້ເຂົ້າໄປໃນປ້ອມຕໍາຫຼວດຂອງທາງການລາວ ທີ່ປະຕິບັດໜ້າທີ່ຂອງ ຕົນຕາມປົກກະຕິ ຊຶ່ງກໍເຊັ່ນດຽວກັນກັບການທີ່ມີບຸກຄົນໄດ້ຂຶ້ນໄປນັ່ງໃນລົດກະບະກ່ອນ
ນີ້ ຈະຫາຍຕົວໄປນັ້ນ ກໍບໍ່ມີອາການຂອງການຖືກບີບບັງຄັບອີກດ້ວຍ.

ຍິ່ງໄປກວ່ານັ້ນ ຈົດໝາຍສະບັບດັ່ງກ່າວນີ້ ກໍຍັງໄດ້ເນັ້ນຢໍ້າວ່າ ລັດຖະບານລາວໄດ້ໃຫ້ ການຮ່ວມມືໃນການສົ່ງເສີມ ແລະປົກປ້ອງສິດທິມະນຸດສາກົນມາໂດຍຕະຫຼອດ ຊຶ່ງຈະ ເຫັນໄດ້ຈາກການເປັນພາຄີຂອງສົນທິສັນຍາຫຼັກ ດ້ານສິດທິມະນຸດຂອງສະຫະປະຊາ ຊາດເຖິງ 7 ສະບັບ ກັບອະນຸສັນຍາເພີ່ມຕື່ມອີກ 2 ສະບັບ ທັງຍັງໄດ້ລົງນາມໃນສົນທິສັນ ຍາ ວ່າດ້ວຍການຕ້ານການຫາຍສາບສູນແບບບັງຄັບເປັນປະເທດອັນດັບທີ 4 ຂອງເອ ເຊຍອີກດ້ວຍ.

ທາງດ້ານທ່ານນາງ Ng Shui Meng ພັນລະຍາຊາວສິງກະໂປຂອງທ່ານສົມບັດ ນັກພັດ ທະນາທາງສັງຄົມ ເພື່ອຄົນທຸກຍາກໃນລາວ ຊຶ່ງໄດ້ຮັບລາງວັນ Mag saysay ໃນຖານະ ນັກພັດທະນາທາງສັງຄົມດີເດັ່ນຂອງທະວີບເອເຊຍເມື່ອປີ 2005 ທີ່ຜ່ານມານັ້ນໄດ້ ໃຫ້ ການຢືນຢັນຕໍ່ບັນດາສື່ມວນຊົນຕ່າງປະເທດວ່າ ນັບຕັ້ງແຕ່ທີ່ ທ່ານສົມບັດ ໄດ້ຖືກລັກພາ ຕົວໄປໃນຕອນແລງຂອງວັນທີ 15 ເດືອນທັນວາ ປີຜ່ານມາ ທ່ານນາງກໍໄດ້ຍື່ນຈົດໝາຍ ຮ້ອງຮຽນເຖິງທາງການລາວ ເພື່ອຂໍໃຫ້ຊ່ວຍສືບຫາຜູ້ເປັນສາມີຂອງທ່ານນາງ ແຕ່ວ່າຈົນ ເຖິງຂະນະນີ້ເວລາກໍໄດ້ຜ່ານໄປເກືອບ 4 ອາທິດແລ້ວ ທ່ານນາງ ກໍຍັງບໍ່ໄດ້ຮັບຂໍ້ມູນ ຫຼື ການຕອບສະໜອງຈາກທາງການລາວແຕ່ຢ່າງໃດ.

ທັງນີ້ໂດຍທ່ານນາງ Ng Shui Meng ໄດ້ຍື່ນໜັງສືຮ້ອງຮຽນເຖິງທາງການຕໍາຫຼວດລາວ ໃນເຂດນະຄອນວຽງຈັນໃນວັນທີ 17 ທັນວາ ແລະຍື່ນໜັງສືຮ້ອງຮຽນເຖິງທ່ານທອງບັນ ແສງອາພອນ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບພາຍໃນຂອງລາວໃນ ວັນທີ 18 ທັນວາ ຕາມລໍາດັບ ສ່ວນກຸ່ມອົງການສິດທິມະນຸດ ທີ່ໃຊ້ຊື່ວ່າຄະນະທໍາງານໃນ ໄທຕໍ່ກໍລະນີການຫາຍຕົວໄປຂອງທ່ານສົມບັດ ກໍໄດ້ຍື່ນໜັງສືຕໍ່ສະຖານທູດລາວປະຈໍາ ບາງກອກໃນວັນທີ 25 ທັນວາ ເພື່ອຮຽກຮ້ອງຂໍໃຫ້ທາງການລາວເລັ່ງດໍາເນີນການສືບ ສວນຫາຄວາມຈິງ ເພື່ອຈະໄດ້ໃຫ້ການຊ່ວຍເຫຼືອທ່ານສົມບັດຢ່າງຮີບດ່ວນ.

ທ່ານສົມບັດ ໄດ້ຖືກກຸ່ມຄົນບໍ່ຊາບວ່າຝ່າຍໃດ ຄວບຄຸມຕົວໄປຈາກປ້ອມຕໍາຫຼວດແຫ່ງນຶ່ງ ຢູ່ທາງໄປທ່າເດື່ອ ໃນເຂດນະຄອນວຽງຈັນ ຕັ້ງແຕ່ຕອນແລງວັນທີ 15 ທັນວາ ເປັນຕົ້ນມາ ຊຶ່ງຈາກການກວດສອບພາບ ທີ່ບັນທຶກໄວ້ໂດຍກ້ອງວົງຈອນປິດຂອງທາງການລາວເອງ ກໍພົບວ່າ ຜູ້ທີ່ສັ່ງໃຫ້ທ່ານສົມບັດຕ້ອງຈອດລົດຍົນສ່ວນຕົວ ແລະລົງຈາກລົດແລ້ວຍ່າງໄປ ທີ່ປ້ອມຕໍາຫຼວດດັ່ງກ່າວ ກໍຄືເຈົ້າໜ້າທີ່ຕໍາຫຼວດລາວ ຊຶ່ງທາງການລາວກໍຢືນຢັນວ່າ ເປັນ ການປະຕິບັດງານຕາມປົກກະຕິຂອງເຈົ້າໜ້າທີ່ຕໍາຫຼວດລາວ.
XS
SM
MD
LG