ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ລາວບໍ່ໄດ້ໄລ່ເອົາເງິນສົ່ງອອກໄຟຟ້າ ເຂົ້າໃນມູນຄ່າສົ່ງອອກລວມຂອງລາວ ເພາະ ເຂື່ອນສ່ວນໃຫຍ່ເປັນການລົງທຶນຂອງຕ່າງປະເທດ


ບັນດາການສ້າງເຂື່ອນໄຟຟ້າ ຢູ່ໃນ ສປປ ລາວ
ບັນດາການສ້າງເຂື່ອນໄຟຟ້າ ຢູ່ໃນ ສປປ ລາວ

ການສົ່ງອອກຂອງລາວໄປຕ່າງປະເທດບໍ່ໄດ້ຄິດໄລ່ມູນຄ່າການສົ່ງອອກພະລັງງານໄຟຟ້າເຂົ້າໃນມູນຄ່າລວມເພາະເຂື່ອນທີ່ຜະລິດໄຟຟ້າສົ່ງອອກສ່ວນໃຫຍ່ເປັນສຳປະທານຂອງກຸ່ມລົງທຶນຕ່າງປະເທດ. ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາຈາກບາງກອກ.

ທ່ານຄໍາແພງ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຖະແຫລງວ່າ ການສົ່ງອອກສິນຄ້າຂອງລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19 ກໍຕາມ ແຕ່ການສົ່ງອອກຂອງລາວໃນ 6 ເດືອນຕົ້ນປີ 2021 ກໍຍັງເພີ່ມຂຶ້ນ 33 ເປີເຊັນ, ສ່ວນການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ເພີ່ມຂຶ້ນ 20 ເປີເຊັນ ເມື່ອທຽບກັບ 6 ເດືອນຕົ້ນປີ 2020, ຈຶ່ງເຮັດໃຫ້ລາວໝັ້ນໃຈວ່າ ການສົ່ງອອກຂອງລາວຕະຫຼອດປີ 2021 ຈະເພີ່ມຂຶ້ນ 8 ເປີເຊັນ ຫາ10 ເປີເຊັນ, ດັ່ງທີ່ທ່ານຄໍາແພງຢືນຢັນວ່າ:
“ໄລຍະຜ່ານມາ, ສະພາບການສົ່ງອອກຂອງ ສປປ ລາວ ໂດຍລວມຖືວ່າຍັງຢູ່ໃນເກນປົກກະຕິ ແລະມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ. ສະເລ່ຍເພີ່ມຂຶ້ນປະມານ 12 ເປີເຊັນຕໍ່ປີ, ສໍາລັບໃນຫົກເດືອນຕົ້ນປີ 2021, ມູນຄ່າການສົ່ງອອກໄດ້ເພີ່ມຂຶ້ນສູງສົມຄວນ. ສົ່ງອອກເພີ່ມຂຶ້ນ 33 ເປີເຊັນ ແລະການນໍາເຂົ້າເພີ່ມຂຶ້ນ 20 ເປີເຊັນ ກະຊວງອຸດສາຫະກໍາແລະການຄ້າ ໄດ້ວາງຄາດໝາຍສູ້ຊົນເພື່ອເຮັດໃຫ້ມູນຄ່າການສົ່ງອອກຂະຫຍາຍຕົວເຖິງ 8 ເປີເຊັນຫາ 10 ເປີເຊັນ ທຽບໃສ່ປີຜ່ານມາ.”

ໃນໄລຍະ 6 ເດືອນຕົ້ນປີ 2021 ທີ່ການຄ້າຕ່າງປະເທດຂອງລາວ ມີມູນຄ່າລວມ 5,845 ລ້ານໂດລາ ໃນນີ້ແບ່ງເປັນການສົ່ງອອກ 2,880 ລ້ານໂດລາ ແລະນຳເຂົ້າ 2,966 ລ້ານໂດລາ ເຮັດໃຫ້ລາວ ຂາດດຸນການຄ້າຕ່າງປະເທດ 86 ລ້ານໂດລາ ເມື່ອສົມທົບດ້ວຍການຂາດດຸນບັນຊີເງິນຕາຕ່າງປະເທດ 9.4 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນ (GDP) ນັບແຕ່ປີ 2020 ເລື້ອຍມາຍັງໄດ້ເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ຍັງເຫຼືອພຽງ 1,207 ລ້ານໂດລາ ຫຼື ເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ພຽງ 2​ ເດືອນ ຈຶ່ງເຮັດໃຫ້ລັດຖະບານລາວ ຕ້ອງກູ້ຢືມຈາກຕ່າງປະເທດເພື່ອນຳມາໃຊ້ດຸ່ນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບ ອັນໄດ້ເຮັດໃຫ້ລັດຖະບານລາວມີໜີ້ສະສົມເຖິງ 13,491 ລ້ານໂດລາ ຄິດເປັນ 68 ເປີເຊັນຂອງ GDP ປີ 2020 ທັງຍັງຈະເພີ່ມຂຶ້ນເປັນເກີນກວ່າ 70 ເປີເຊັນຂອງ GDP ເພາະຕ້ອງກູ້ຢືມເງິນຈາກຕ່າງປະເທດຫລາຍກວ່າ 2,000 ລ້ານໂດລາໃນປີນີ້.

ແຕ່ຢ່າງ​ໃດກໍຕາມ​ ມູນຄ່າການສົ່ງອອກຂອງລາວດັ່ງກ່າວ ຍັງບໍ່ລວມເອົາມູນຄ່າສົ່ງອອກພະລັງງານໄຟຟ້າແຕ່ຢ່າງ ໃດເນື່ອງຈາກວ່າ ພະະລັງງານໄຟຟ້າທີ່ສົ່ງອອກສ່ວນໃຫຍ່ນັ້ນ ຜະລິດໂດຍເຂື່ອນທີ່ເປັນການສຳປະທານຂອງກຸ່ມລົງທຶນຕ່າງປະເທດ ເມື່ອປະກອບກັບກຸ່ມລົງທຶນເຫຼົ່ານີ້ເປັນໜີ້ເງິນກູ້ໃນຕ່າງປະເທດອີກດ້ວຍແລ້ວຈຶ່ງບໍ່ຈຳເປັນຕ້ອງໂອນລາຍຮັບຈາກການສົ່ງອອກພະລັງງານໄຟຟ້າດັ່ງກ່າວກັບຄືນມາລາວ ແຕ່ຢ່າງໃດ ເພາະວ່າຈະຕ້ອງຊໍາລະໜີ້ໃນຕ່າງປະເທດຢູ່ແລ້ວນັ້ນເອງ.

ໃນປັດຈຸບັນລາວມີແຫຼ່ງຜະລິດພະລັງງານໄຟຟ້າ 81 ແຫ່ງ ຊຶ່ງໃນນີ້ 10 ແຫ່ງ ເປັນຂອງບໍລິສັດ ໄຟຟ້າລາວ (ມະຫາຊົນ) ຈໍາກັດ ຫລື EDL-Gen ຊຶ່ງບໍລິສັດໄຟຟ້າລາວ (EDL) ຖືຮຸ້ນລົງທຶນ 51 ເປີເຊັນຂອງມູນຄ່າລົງທຶນທັງໝົດ ຫາກແຕ່ລັດຖະບານລາວກໍໝັ້ນໃຈວ່າ ຈະສົ່ງຜົນດີຕໍ່ການພັດທະນາໃນໄລຍະຍາວ ດັ່ງທີີ່ທ່ານຈັນທະບຸນສຸກອະລຸນ ຜູ້ອໍານວຍການໃຫຍ່ຂອງ EDL ໄດ້ໃຫ້ການຢືນຢັນວ່າ:
ການເປີດໃຫ້ນັກລົງທຶນເຂົ້າມາເຮັດເຂື່ອນແລະຂາຍໄຟຟ້າ ບໍ່ວ່າຈະຂາຍໄຟຕ່າງປະ
ເທດ ຫຼືຂາຍໄຟໃຫ້ໄຟຟ້າລາວ ມັນເປັນທາງອອກລະກະທາງເລືອກທີ່ ດີທີ່ສຸດສຳລັບ
ປະ
ເທດກຳລັງພັດທະນາລະກະຂາດທຶນຮອນຄຶປະເທດລາວເຮົາ ນີ້ ການໃຫ້ສຳປະ
ທານທັນ
ກະມີອາຍຸແຕ່ 25 ປີ 30 ປີ ຫຼັງຈາກໝົດອາຍຸສຳປະທານແລ້ວເຂື່ອນດັ່ງກ່າວ
ກໍຈະໄດ້
ມອບໂອນຄືນໃຫ້ກັບລັດຖະບານ ເຂື່່ອນກັບ ມາເປັນຂອງລັດຖະບານແລ້ວ
90 ເປີເຊັນຂອງການຂາຍໄຟຟ້າທັງໝົດຈະຖື ວ່າເປັນເງິນສົດໆທີ່ລັດຖະບານໄດ້ຮັບ
ໂດຍທີ່ວ່າ
ດ້ວຍໂຕເອງ ບໍ່ໄດ້ລົງທຶນຈັກ ກີບ ສະນັ້ນອັນນີ້ ແມ່ນການສ້າງຊັບສິນໄວ້
ໃຫ້ເຮົາ ໃນ
ອານາຄົດ.

ໂດຍແຫລ່ງຜະລິດໄຟຟ້າທັງ 81 ແຫ່ງໃນລາວມີກຳລັງຕິດຕັ້ງລວມ 10,328 ເມກາວັດ ທີ່ສາມາດຜະລິດໄຟຟ້າໄດ້ລວມກັນ 53,640 ລ້ານກິໂລວັດ/ໂມງຕໍ່ປີ ສ່ວນທີ່ກຳລັງກໍ່ສ້າງອີກ 19 ໂຄງການທີີ່ມີກຳນົດແລ້ວເສັດໃນທ້າຍ ປີ 2021 ນີ້ ຊຶ່ງຈະເຮັດໃຫ້ລາວມີແຫຼ່ງຜະລິດໄຟຟ້າເພີ້ມຂຶ້ນເປັນ 100 ແຫ່ງທີ່ມີກຳລັງຕິດຕັ້ງລວມເຖິງ 13,000 ເມກາວັດ ຜະລິດໄຟຟ້າໄດ້ເຖິງ 67,000 ລ້ານກິໂລວັດ/ໂມງຕໍ່ປີ ໃນນີ້ 85 ເປີເຊັນ ຈະສົ່ງອອກໄປຕ່າງປະເທດ ຄິດເປັນມູນຄ່າ ລວມເຖິງ 2,000 ລ້ານໂດລາແລະ 2,980 ລ້ານໂດລາ ໃນປີ ໃນປີ 2021-2022 ຕາມລໍາດັບ.

XS
SM
MD
LG