ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຟ້ອງຮ້ອງຢ່າຮ້າງ ກວາມເອົາກວ່າ 90 ເປີເຊັນ ຂອງຄະດີ ຄອບຄົວທັງໝົດ ໃນລາວ


ປ້າຍບົ່ງບອກເຖິງ ສານປະຊາຊົນ ສູງສຸດ ແຫ່ງ ສປປ ລາວ ຢູ່ໃນນະຄອນຫຼວງ ວຽງຈັນ.
ປ້າຍບົ່ງບອກເຖິງ ສານປະຊາຊົນ ສູງສຸດ ແຫ່ງ ສປປ ລາວ ຢູ່ໃນນະຄອນຫຼວງ ວຽງຈັນ.

ການຢ່າຮ້າງລະຫວ່າງສາມີ-ພັນລະຍາ ເປັນບັນຫາທີ່ຮຸນແຮງຫຼາຍຂຶ້ນນັບມື້ ໃນສັງຄົມ
ລາວ ໂດຍກວາມເອົາກວ່າ 90 ເປີເຊັນ ຂອງຄະດີຄອບຄົວ ສ່ວນແມ່ຍິງລາວ ກໍຖືກຫຼອກ
ໃຫ້ແຕ່ງດອງກັບຄົນຈີນເພີ້ມຂຶ້ນ.

ສານປະຊາຊົນສູງສຸດ ລາຍງານວ່າ ໃນ 5 ປີຜ່ານມາ ສານປະຊາຊົນລາວທຸກຂັ້ນໃນທົ່ວ
ປະເທດ ໄດ້ຮັບການຟ້ອງຮ້ອງ ທັງຄະດີແພ່ງແລະອາຍາ ຈຳນວນທັງໝົດ 37,840
ກໍລະນີ ເພີ້ມຂຶ້ນເຖິງ 9.81 ເປີເຊັນ ທຽບກັບໃນໄລຍະ 5 ປີກ່ອນໜ້າ ໂດຍຄະດີແພ່ງ
ເພີ້ມຂຶ້ນຫຼາຍກວ່າຄະດີອາຍາ ແລະໃນນັ້ນກໍປາກົດວ່າຄະດີຢ່າຮ້າງ ລະຫວ່າງສາມີ-
ພັນລະຍາ ໄດ້ກວາມເອົາເກີນກວ່າ 90 ເປີເຊັນ ຂອງຄະດີທັງໝົດທີ່ເປັນຄວາມຂັດແຍ້ງ
ໃນຄອບຄົວ.

ທາງດ້ານອົງການສະຫະປະຊາຊາດເພື່ອການລົບລ້າງທຸກການກະທຳທີ່ເປັນການ
ເລືອກປະຕິບັດຕໍ່ເພດຍິງ ຫຼື CEDAW ລາຍງານວ່າ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
ໃນລາວ ກໍມີທ່າອ່ຽງເພີ້ມຂຶ້ນນັບມື້ ຄືສາເຫດສຳຄັນປະການນຶ່ງ ທີ່ເຮັດໃຫ້ມີການຢ່າ
ຮ້າງເພີ້ມຂຶ້ນ ຊຶ່ງຈາກການສຳຫຼວດດ້ວຍການສຳພາດແມ່ຍິງລາວ ຈຳນວນ 3,000
ກວ່າຄົນ ທີ່ອາຍຸ 15 ຫາ 64 ປີ ພົບວ່າ ຫຼາຍກວ່າ 50 ເປີເຊັນ ເຄີຍຖືກກະທຳຮຸນແຮງ
ຕໍ່ຮ່າງກາຍແລະຈິດໃຈ ໂດຍຜູ້ເປັນສາມີ ຫຼືຄົນຮັກ ແລະກວ່າ 75 ເປີເຊັນຂອງແມ່ຍິງ
ລາວ ທີ່ຖືກກະທຳຮຸນແຮງດັ່ງກ່າວ ຍັງຄົງມີອາການບາດເຈັບຢູ່ເລື້ອຍມາຈົນເຖິງ
ປັດຈຸບັນນີ້ອີກດ້ວຍ.

ນອກຈາກນັ້ນ ບັນຫາຄ່າຄອງຊີບແລະຄ່າໃຊ້ຈ່າຍຕ່າງໆ ພາຍໃນຄົວເຮືອນທີ່ປັບຕົວ
ສູງຂຶ້ນນັບມື້ ກໍນັບເປັນອີກສາເຫດນຶ່ງທີ່ເຮັດໃຫ້ເກີດການຢ່າຮ້າງລະຫວ່າງສາມີ-
ພັນລະຍາ ໂດຍສະເພາະແມ່ນຄວາມບໍ່ຮັບຜິດຊອບຕໍ່ຄອບຄົວຢ່າງເຕັມສ່ວນຂອງຜູ້
ເປັນສາມີ ກໍຍັງໄດ້ສົ່ງຜົນກະທົບເຖິງສະຖານະພາບຂອງຜູ້ເປັນພັນລະຍາ ທີ່ຕ້ອງດິ້ນ
ຮົນໃນການລ້ຽງດູລູກໂດຍລຳພັງອີກດ້ວຍ ທັງນີ້ ຈາກການເກັບຂໍ້ມູນພາກສະໜາມ
ເມື່ອບໍ່ນານມານີ້ ເຮັດໃຫ້ທາງການລາວປະເມີນວ່າ ມີແມ່ຍິງລາວຫຼາຍກວ່າ 15,340
ຄົນ ທີ່ຂາຍບໍລິການທາງເພດເປັນອາຊີບ ທີ່ສ່ວນໃຫຍ່ກໍຄືແມ່ຍິງລາວທີ່ຢ່າຮ້າງກັບ
ສາມີ ທັງຍັງປາກົດມີແມ່ຍິງລາວ ທີ່ຖືກຫລອກໃຫ້ແຕ່ງງານກັບຜູ້ຊາຍຊາວຈີນເພີ້ມ
ຂຶ້ນອີກດ້ວຍ.

ທັງນີ້ ໂດຍທ່ານນາງສຸພາລັກ ພູມສະຫວັນ ຮອງຫົວໜ້າສູນໃຫ້ຄຳປຶກສາປົກປ້ອງຜູ້ຍິງ
ແລະເດັກໃນສັງກັດຂອງສະຫະພັນແມ່ຍິງລາວ ຖະແຫລງວ່າ ໃນປີ 2019 ສູນດັ່ງກ່າວ
ໄດ້ໃຫ້ຄຳປຶກສາແກ່ປະຊາຊົນໃນທົ່ວປະເທດຈຳນວນ 315 ກໍລະນີ ທີ່ສ່ວນໃຫຍ່ເປັນ
ບັນຫາຂັດແຍ້ງໃນຄອບຄົວ ບັນຫາຄວາມຮັກຂອງຊາວໜຸ່ມ ບັນຫາການຄ້າມະນຸດ
ແລະບັນຫາການຫລອກລວງໃຫ້ແມ່ຍິງລາວແຕ່ງດອງກັບຜູ້ຊາຍຈີນ ແລ້ວກໍຖືກນຳພາ
ໄປຂາຍບໍລິການທາງເພດໃນປະເທດຈີນນັ້ນ ດັ່ງທີ່ ທ່ານນາງສຸພາລັກ ໄດ້ຢືນຢັນວ່າ:

“ປີ 2019 ນີ້ ບັນຫາທີ່ເຂົາເຈົ້າມາປຶກສາຫຼາຍກວ່າໝູ່ ກະແມ່ນນຶ່ງແມ່ນບັນຫາຜົວ-
ເມຍຜິດຖຽງກັນ ການຢ່າຮ້າງ ຫຼືວ່າ ບັນຫາຄວາມຮັກລະຫວ່າງໜຸ່ມ-ສາວນີ້ ກະມີ
ເຊັ່ນດຽວກັນ ໂດຍສະເພາະ ຖ້າວ່າ ນຄູ່ຜົວ-ເມຍ ກະເກີດມີການຂັດແຍ້ງໃນຄອບ
ຄົວເນາະຜົວ-ເມຍ ອາດຈະບໍ່ເຂົ້າໃຈກັນໃນບາງບັນຫາ ແລ້ວກະການຄ້າມະນຸດ
ໂດຍສະເພາະແມ່ນການຖືກຕົວະຍົວະຫລອກລວງໃຫ້ແຕ່ງດອງກັບຄົນຕ່າງປະເທດ.”

ທັງນີ້ ເປົ້າໝາຍສຳຄັນຂອງການພັດທະນາຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນປີ
2020 ກໍຄືການສົ່ງເສີມໃຫ້ແມ່ຍິງ ມີສ່ວນຮ່ວມໃນບົດບດ ແລະຕຳແໜ່ງຕ່າງໆ ໃນຄະນະ
ລັດຖະບານ ແລະສະພາແຫ່ງຊາດ ໃຫ້ເຖິງ 20 ເປີເຊັນ ແລະ 30 ເປີເຊັນ ຕາມລຳດັບ.

ຫາກແຕ່ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວ ກໍບໍ່ແມ່ນເລື້ອງງ່າຍ ທັງນີ້ ຄະນະ
ກຳມາທິການສົ່ງເສີມແລະຄຸ້ມຄອງສິດທິສະຕີແລະເດັກໃນອາຊຽນ ໄດ້ລາຍງານວ່າ
ການຈັດຕັ້ງປະຕິບັດແຜນການພັດທະນາ ເພື່ອຄວາມສະເໝີພາບ ລະຫວ່າງຍິງ-ຊາຍ
ໃນລາວ ມີຄວາມຄືບໜ້າຊ້າຫຼາຍ ເພາະການຈັດຕັ້ງປະຕິບັດສ່ວນໃຫຍ່ ເປັນງານເອ
ກະສານ ດັ່ງຈະເຫັນໄດ້ຈາກການບັງຄັບໃຊ້ກົດໝາຍພັດທະນາ ແລະຄຸ້ມຄອງແມ່ຍິງ
ເມື່ອປີ 2004 ການປະກາດເປົ້າໝາຍໃນການເພີ້ມບົດບາດຂອງແມ່ຍິງໃຫ້ໄດ້ເຖິງ 30
ເປີເຊັນ ຂອງຕຳແໜ່ງທາງການເມືອງທັງໝົດໃນປີ 2015 ແຕ່ວ່າ ກໍບໍ່ສາມາດປະຕິບັດ
ໄດ້ຈິງ ຕົວຢ່າງຄືມີແມ່ຍິງບໍ່ເຖິງ 3 ເປີເຊັນ ທີ່ເປັນຜູ້ບໍລິຫານຂັ້ນສູງຢູ່ແຂວງເຊກອງ,
ອັດຕະປື, ຜົ້ງສາລີ ແລະໄຊສົມບູນ ໃນປັດຈຸບັນນີ້ ເປັນຕົ້ນ.

XS
SM
MD
LG