ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ສັ່ງປິດໂຮງງານເຟີນິເຈີ 2,364 ແຫ່ງ ມີສ່ວນກ່ຽວຂ້ອງໃຫ້ການສົ່ງເສີມແລະຮັບຊື້ໄມ້ເຖື່ອນ


ລົດຂົນສົ່ງບັນທຸກໄມ້ທ່ອນຈາກລາວ ກຳລັງມຸ້ງໜ້າໄປຊາຍແດນຫວຽດນາມ.
ລົດຂົນສົ່ງບັນທຸກໄມ້ທ່ອນຈາກລາວ ກຳລັງມຸ້ງໜ້າໄປຊາຍແດນຫວຽດນາມ.

ທາງການລາວ ສັ່ງປິດໂຮງງານເຟີນິເຈີ 2,364 ແຫ່ງ ເນື່ອງຈາກກວດພົບວ່າ ມີສ່ວນກ່ຽວຂ້ອງໃຫ້ການສົ່ງເສີມແລະຮັບຊື້ໄມ້ເຖື່ອນຈາກຂະບວນການລັກລອບຕັດໄມ້ ແລະຄ້າໄມ້ໂດຍຜິດກົດໝາຍ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳແລະປ່າໄມ້ ຢືນຢັນວ່າ ການລັກລອບຕັດແລະຄ້າໄມ້ເຖື່ອນ ຍັງຄົງເກີດຂຶ້ນຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ນາຍົກລັດຖະມົນຕີຈະໄດ້ອອກຄຳສັ່ງເລກທີ 15/ນຍ ວ່າດ້ວຍການຫ້າມ ສົ່ງໄມ້ທ່ອນໄປຕ່າງປະ ເທດຢ່າງເດັດຂາດ ນັບຕັ້ງແຕ່ເດືອນພຶດສະພາ 2016 ເປັນຕົ້ນມາກໍຕາມ ແຕ່ດ້ວຍການຈັດຕັ້ງປະຕິບັດຢ່າງເປັນຂະບວນການຂອງເຄືອຂ່າຍການລັກລອບຄ້າໄມ້ເຖື່ອນໃນລາວ ທັງຍັງມີລັກຊະນະຂ້າມຊາດທີ່ມີພະນັກງານຂອງລັດຖະບານລາວເຂົ້າໄປພົວພັນແລະມີຜົນປະໂຫຍດຮ່ວມດ້ວຍ ຈຶ່ງເຮັດໃຫ້ຍາກຕໍ່ການປາບປາມ ໂດຍເຫັນໄດ້ຈາກການກວດກາໂຮງງານເຟີນີເຈີ 3,454 ແຫ່ງໃນຊ່ວງປີ 2016-2020 ຜ່ານມາພົບວ່າ ມີເຖິງ 2,364 ແຫ່ງທີ່ມີສ່ວນກ່ຽວຂ້ອງໃຫ້ການສົ່ງເສີມແລະຮັບຊື້ໄມ້ຈາກຂະບວນການລັກລອບຕັດໄມ້ ແລະຄ້າໄມ້ໂດຍຜິດກົດໝາຍໃນທົ່ວປະເທດລາວ ຈຶ່ງໄດ້ອອກຄຳສັ່ງໃຫ້ຢຸດກິດຈະການທັງ 2,364 ໂຮງງານດັ່ງກ່າວແລ້ວ ໂດຍຍັງຄົງເຫຼືອ 1,090 ໂຮງງານທີ່ຈະຕ້ອງຕິດຕາມ ແລະກວດກາດຳເນີນກິດຈະການຕໍ່ໄປຢ່າງໃກ້ຊິດ.

ພ້ອມກັນນັ້ນ ທາງການລາວຍັງສາມາດຈັບສະມາຊິກໃນຂະບວນການຄ້າໄມ້ເຖື່ອນໄດ້ເຖິງ 1,119 ຄົນ ໃນນີ້ເປັນພະນັກງານລັດ 127 ຄົນ ຜູ້ປະກອບການຄ້າໄມ້ 246 ຄົນ ປະຊາຊົນຜູ້ທີ່ຮັບຈ້າງຕັດໄມ້ 746 ຄົນ ແລະຍຶດໄມ້ທີ່ຖືກລັກລອບຕັດ ໄດ້ຫຼາຍກວ່າ 2 ແສນແມັດກ້ອນ ຈຶ່ງນັບເປັນສະພາບທີ່ສ່ວນທາງກັບເປົ້າໝາຍການພັດທະນາຢ່າງຍືນຍົງຂອງລັດຖະບານລາວ ຢ່າງສິ້ນເຊີງ ດັ່ງເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳແລະປ່າໄມ້ ໄດ້ໃຫ້ການອະທິບາຍວ່າ:

“ໄມ້ພວກເຮົານີ້ ຂຸດຄົ້ນອອກເປັນຈຳນວນມະຫາສານທີ່ສຸດ ແຕ່ວ່າລາຍຮັບຈາກການຂາຍໄມ້ນີ້ ກໍບໍ່ໄດ້ພໍເທົ່າໃດ ໄມ້ແມັດກ້ອນນຶ່ງ ພວກເຮົາຂາຍນີ້ ຈະຢູ່ໃນລະດັບ 50-60 ຫຼຽນໂດລາຕໍ່ແມັດກ້ອນ 50-60 ຫຼຽນນີ້ ແລ້ວໄປເບິ່ງປ່າໄມ້ພວກເຮົາ ທີ່ຖືກບຸກລຸກ ທຳລາຍຫັ້ນ ເປັນຈຳນວນມະຫາສານ ອັນນີ້ໜິ ແມ່ນມັນສວນທາງກັນກັບການພັດທະນາແບບຍືນຍົງ.”

ສ່ວນທ່ານສົມພອນ ແກ້ວຫາວົງ ຫົວໜ້າກົມກວດກາປ່າໄມ້ ຖະແຫລງວ່າ ສະເພາະການຈັດຕັ້ງປະຕິບັດທີ່ເປັນຄວາມຮັບຜິດຊອບຂອງກົມກວດກາປ່າໄມ້ນັ້ນ ໄດ້ກວດພົບການລະເມີດຄຳສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີ 570 ກໍລະນີທີ່ມີຜູ້ກະທຳຜິດທີ່ເປັນພະນັກງານລັດ 462 ຄົນ ຜູ້ປະກອບກິດຈະການຄ້າໄມ້ 136 ຄົນ ປະຊາຊົນທີ່ເປັນແຮງງານຮັບຈ້າງ 527 ຄົນ ຍຶດເລື່ອຍໄຟຟ້າໄດ້ເຖິງ 15,549 ໜ່່ວຍ ເຄື່ອງຊອຍໄມ້ພ້ອມອາໄຫລ່ 1,816 ຊຸດ ລົດໄຖ-ລົດບັນທຸກ-ລົດຍົກ-ລົດຂຸດ-ລົດບັສ-ລົດຕູ້-ລົດກະບະແລະລົດຈັກ ລວມກັນເຖິງ 543 ຄັນ ສ່ວນໄມ້ເຖື່ອນທີ່ຍຶດໄດ້ນັ້ນ ມີປະລິມານລວມເກີນກວ່າ 6 ແສນແມັດກ້ອນທີ່ຄິດເປັນມູນຄ່າເສຍຫຼາຍກວ່າ 260 ລ້ານໂດລາ.

ນອກຈາກນັ້ນ ໃນປີ 2016-2020 ທາງການລາວ ຍັງໄດ້ສັ່ງປິດໂຮງຮຽນປຸງແຕ່ງໄມ້ທີ່ລະເມີດຄຳສັ່ງ ເລກທີ 15/ນຍ ຈຳນວນ 1,545 ແຫ່ງ ແລະໄດ້ສັ່ງປິດໂຮງເລື່ອຍ 1,206 ແຫ່ງທີ່ກ່ຽວຂ້ອງໃນການຄ້າໄມ້ເຖື່ອນທີ່ເຮັດໃຫ້ລັດຖະບານລາວ ສູນເສຍລາຍຮັບຫຼາຍກວ່າ 500 ຕື້ກີບກັບ 20 ກວ່າລ້ານໂດລາ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງກະຊວງອຸດສາຫະກຳແລະການຄ້າຢືນຢັນວ່າ ຄະນະຜູ້ຕາງໜ້າທາງການຄ້າຂອງສະຫະພາບຢູໂຣບ ຫຼື EU ຍັງບໍ່ຕົກລົງອະນຸຍາດໃຫ້ນຳເຂົ້າໄມ້ເຖື່ອນໄດ້ຢ່າງແທ້ຈິງ ຈຶ່ງໄດ້ກຳນົດເງື່ອນໄຂ ໃນ 6 ດ້ານດ້ວຍກັນ ໃນນີ້ທາງການລາວປະຕິບັດໄດ້ແລ້ວ 3 ດ້ານ ກໍຄືການກຳນົດໃຫ້ນຳເອົາໄມ້ຈາກປ່າຜະລິດເທົ່ານັ້ນມາແປຮູບເປັນສິນຄ້າສຳເລັດຮູບ ການກຳນົດພັນທະລະຫວ່າງແຮງງານກັບການຜະລິດ ແລະການຂຶ້ນທະບຽນຫົວ
ໜ່ວຍທຸລະກິດການຄ້າໄມ້.

ສ່ວນ 3 ເງື່ອນໄຂທີ່ຄະນະຜູ້ຕາງໜ້າທາງການຄ້າຂອງສະຫະພາບຢູໂຣບ ຍັງບໍ່ເຊື່ອໝັ້ນວ່າ ທາງການລາວຈະສາມາດຈັດຕັ້ງປະຕິບັດໄດ້ຈິງ ກໍຄື ການພັດທະ ນານິຕິກຳກ່ຽວກັບປ່າໄມ້ ການພັດທະນາລະບົບຄ້ຳປະກັນໄມ້ທີ່ຖືກກົດໝາຍໃຫ້ເປັນເອກະສານທີ່ສົມບູນ ແລະການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ໂດຍສະ ເພາະການຮັບປະກັນວ່າ ໄມ້ທີ່ນຳເອົາມາແປຮູບນັ້ນ ເປັນໄມ້ທີ່ຖືກກົດໝາຍຢ່າງແທ້ຈິງແລ້ວ ຈຶ່ງຈະມີການພິຈາລະນາ ເພື່ອເປີດຕະຫຼາດຮອງຮັບການນຳເຂົາຜະລິດຕະພັນໄມ້ສຳເລັດຮູບຈາກລາວ ຕໍ່ໄປ.

XS
SM
MD
LG