ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາກ​ປະ​ຊາ​ສັງ​ຄົມໃນ​ລາວ ປະ​ເຊີນ​ກັບ​ໄພ​ຄຸກ​ຄາມ​ຈາກ​ອາ​ຊະ​ຍາ​ກຳ​ຂ້າມ​ແດນ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ໄວ​ວາ​ ແລະ ຫຼາຍ​ຮູບ​ແບບ


ສິນຄ້ານຳເຂົ້າ ສປປ ລາວ ທີ່ບໍ່ຖືກຕ້ອງຕາມກົດໝາຍ
ສິນຄ້ານຳເຂົ້າ ສປປ ລາວ ທີ່ບໍ່ຖືກຕ້ອງຕາມກົດໝາຍ

ພາກ​ປະ​ຊາ​ສັງ​ຄົມໃນ​ລາວ ປະ​ເຊີນ​ກັບ​ໄພ​ຄຸກ​ຄາມ​ຈາກ​ອາ​ຊະ​ຍາ​ກຳ​ຂ້າມ​ແດນ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ໄວ​ວາ​ແລະຫຼາຍ​ຮູບ​ແບບ ໂດຍ​ສ​ະ​ເພາະ​ແມ່ນ​ການ​ຄ້າ​ຢາ​ເສບ​ຕິດ, ການ​ຄ້າ​ມະ​ນຸດ ແລະ ການ​ຄ້າ​ອາ​ວຸດ​ສົງ​ຄາມ​ນັ້ນ.

ພົນ​ຈັດ​ຕະ​ວາ​ໜູ​ໃບ ອິນ​ທິ​ສານ ຫົວ​ໜ້າ​ກົມ​ຄຸ້ມ​ຄອງ​ສຳ​ມະ​ໂນ​ຄົວ ແລະ ກໍ່​ສ້າງ​ຮາກ​ຖານ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຖະ​ແຫຼງວ່າ​ບັນ​ຫາ​ອາ​ຊະ​ຍາ​ກຳ​ທີ່​ເກີດ​ຂຶ້ນ​ທີ່​ເຂດ​ຊາຍ​ແດນ​ລາວ​ກັບ​ປະ​ເທດ​ເພື່ອນ​ບ້ານ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ 5 ປີ​ຜ່ານ​ມາ​ທັງ​ຍັງ​ເປັນ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ທີ່​ມີ​ເຄືອ​ຂ່າຍ​ຂະ​ໜາດ​ໃຫຍ່​ອີກ​ດ້ວຍ ໂດຍ​ສ​ະ​ເພາະ​ແມ່ນ​ການ​ຄ້າ​ຢາ​ເສບ​ຕິດ, ການ​ຄ້າ​ມະ​ນຸດ, ການ​ຄ້າ​ອາ​ວຸດ​ສົງ​ຄາມ, ບ່ອນ​ກາ​ສິ​ໂນ, ການ​ຄ້າ​ໜີ​ພາ​ສີ ແລະ ການ​ຟອກ​ເງິນ​ຂ້າມ​ຊາດ​ນັ້ນລ້ວນ​ແລ້ວ​ແຕ່​ໄດ້​ກາຍ​ເປັນ​ໄພ​ຄຸກ​ຄາມ​ຕໍ່​ຄວາມ​ສະ​ຫງົບ​ຮຽບ​ຮ້ອຍ​ຂອງ​ພາກ​ປະ​ຊາ​ສັງ​ຄົມ​ໃນລາວຫຼາຍ​ຂຶ້ນ​ນັບ​ມື້​ດັ່ງ​ທີ່​ພົນ​ຈັດ​ຕະ​ວາ ​ໜູ​ໃບ ໃຫ້​ການ​ຢືນ​ຢັນ​ວ່າ

“ບັນ​ຫາ​ອາ​ຊະ​ຍາ​ກຳ​ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ ມີ​ລາຍ​ລະ​ດັບ​ທີ່​ແຕກ​ຕ່າງ​ກັນ​ມີ​ອາ​ຊະ​ຍາ​ກຳ​ປະ​ເພດ​ຕ່າງໆ​ເກີດ​ຂຶ້ນ​ມີ​ທ່າ​ອຽງ​ຂະ​ຫຍາຍ​ຕົວ​ເພີ່ມ​ຂຶ້ນ​ແມ່ນ​ບັນ​ຫາ​ຜະ​ລິດ, ຂົນ​ສົ່ງ, ການ​ຄ້າ​ຂາຍ​ຢາ​ເສ​ບ​ຕິດ​, ບັນ​ຫາ​ຄ້າ​ມະ​ນຸດ, ລັກ​ພາ​ຕົວ, ຈັບ​ຕົວຮຽກ​ຄ່າ​ໄຖ່, ອາ​ຊະ​ຍາ​ກຳ​ປຸ້ນ, ຈີ້ຊິງ​ຊັບ, ລັກ​ຊັບ, ສໍ້​ໂກງ​ຊັບ ແລະ ບັນ​ຫາ​ອື່ນໆ​ມີ​ລັກ​ສະ​ນະ​ແຜ່​ລາມ​ແນບ​ນຽນ​ກວ່າ​ເກົ່າຫຼາຍ​ວິ​ທີ​ການ, ຮູບ​ການ​ຈັດ​ຕັ້ງ​ເຄື່ອນ​ໄຫວ​ເປັນ​ກຸ່ມ​ເຄືອ​ຂ່າຍ​ຢ່າງ​ແໜ້ນ​ໜາ​ເຊື່ອມ​ໂຍງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.”

ທັງ​ນີ້​ສະ​ພາ​ແຫ່ງ​ຊາດ​ລາວ​ໄດ້​ຮັບ​ຮອງ​ກົດ​ໝາຍ​ວ່າ​ດ້ວຍ​ຊາຍ​ແດນ​ແຫ່ງ​ຊາດ​ເມື່ອບໍ່​ນານ​ມານີ້​ໂດ​ຍ​ແນ​ໃສ່​ການ​ຍົກ​ລະ​ດັບ​ປະ​ສິດ​ທິ​ພາບ​ຂອງ​ການ​ປາບ​ປາມ​ອາ​ຊະ​ຍາ​ກຳ​ທຸກ​ຮູບ​ແບບ​ຢູ່​ຊາຍ​ແດນ​ລາວ​ກັບ​ປະ​ເທດ​ເພື່ອນ​ບ້ານ​ທີ່​ລວມ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຄ້າ, ການ​ລົງ​ທຶນ​ທີ່​ປາ​ສະ​ຈາກ​ອາ​ຊະ​ຍາ​ກຳ​ໃຫ້​ໄດ້​ຢ່າງ​ແທ້​ຈິງ​ໂດຍ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກໍ​ຄື​ພາກ​ສ່ວນ​ຮັບ​ຜິດ​ຊອບ​ໃນ​ການ​ຮັບ​ປະ​ກັນ​ດ້ານ​ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ​ທາງ​ການ​ເມືອງ​ຂອງ​ລາວ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ​ທັງ​ຍັງ​ຕ້ອງ​ສາ​ມາດ​ປົກ​ປັກ​ຮັກ​ສາ ແລະ ເສີ​ມ​ສ້າງ​ການ​ເມືອງ​ການ​ປົກ​ຄອງ​ຂອງ​ລາວ​ໃຫ້​ແຂງ​ແຮງ ແລະ ເປັນ​ທີ່ຍອມ​ຮັບ​ຂອງ​ສາ​ກົນ​ເພີ່ມ​ຂຶ້ນ​ນັບ​ມື້​ໂດຍ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ລາວ​ຍັງ​ຈະ​ຕ້ອງ​ປະ​ສານ​ການ​ຮ່ວມ​ມື​ກັບ​ກຳ​ລັງປ້ອງ​ກັນ​ຄວາມ​ສ​ະ​ຫງົບ​ຂອງ​ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ຢ່າງ​ໃກ້​ຊິດ​ໂດຍ​ສ​ະ​ເພາະ​ແມ່ນ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ ແລະ ການ​ລາດ​ຕະ​ເວນ​ໃນເຂດ​ແມ່​ນ້ຳ​ຂອງ​ເພື່ອ​ປ້ອງ​ກັນ ແລະ ປາບ​ປາມ​ອາ​ຊະ​ຍາ​ກຳ​ທຸກ​ຮູບ​ແບບ​ຮ່ວມ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ພາບ.

ທັງ​ນີ້​ໂດຍ​ແກັ່ງ​ອາ​ຊະ​ຍາ​ກຳ​ຈີນ​ຖື​ເປັນ​ແກັ່ງ​ອາ​ຊະ​ຍາ​ກອນ​ທີ່​ຖືກ​ຈັບ​ກຸມ​ໃນ​ລາວຫຼາຍ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ປີ 2018 ເປັນ​ຕົ້ນ​ມາ​ຊຶ່ງ​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງບໍ່​ແກ້ວ ແລະ ຫຼວງ​ນ້ຳ​ທາ​ໄດ້​ສົ່ງ​ຊາວ​ຈີນ​ໃຫ້​ກັບ​ຕຳຫຼວດ​ຈີນ​ທີ່​ແຂວງ​ຢຸ່ນ​ໜານ​ເກີນກວ່າ 1,000 ຄົນ​ທີ່​ພົວ​ພັນ​ກັບ​ແກັ່ງ​ຄ້າ​ຢາ​ເສບ​ຕິດ ແກັ່ງ​ຄ້າ​ມະ​ນຸດ​ແກັ່ງ​ການ​ພະ​ນັນ​ອອນ​ໄລ​ນ໌ ແລະ ຟອກ​ເງິນ​ຜິດ​ກົດ​ໝາຍ​ທີ່​ມີ​ລັກ​ສະ​ນະ​ເປັນ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ນັ້ນ.

ສ່ວນ​ທ່ານ​ບົວ​ຄົງ ນາມ​ມະ​ວົງ ເຈົ້າ​ແຂວງບໍ່​ແກ້ວ ຍອມ​ຮັບ​ວ່າ​ບັນ​ຫາ​ອາ​ຊະ​ຍາ​ກຳ​ໄດ້​ເພີ່ມ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ທັງ​ບັນ​ຫາ​ຢາ​ເສບ​ຕິດ, ການ​ຄ້າ​ເຖື່ອນໜີ​ພາ​ສີ, ການ​ຄ້າ​ໂສ​ເພ​ນີ ແລະ ການ​ເຂົ້າ​ເມືອງ​ທີ່​ຜິດ​ກົດ​ໝາຍ ຈຶ່ງ​ຕ້ອງ​ເພີ່ມ​ມາດ​ຕະ​ການກວດ​ກາ​ຢ່າງ​ເຂັ້ມ​ງວດ​ຢູ່​ທີ່​ເຂດ 39 ບ້ານ​ເປົ້າ​ໝາຍທີ່​ຕັ້ງ​ຢູ່​ຕໍ່​ເນື່ອງ​ກັບ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມຫຼ່ຽມ​ຄຳ, ເມືອງ​ຕົ້ນ​ເຜິ້ງ ຊຶ່ງ​ມີ​ຊາວ​ຈີນ​ຈຳ​ນວນຫຼາຍ​ເດີນ​ທາງ​ມາ​ຫຼິ້ນ​ການ​ພະ​ນັນ​ທີ່​ບ່​ອນ​ກາ​ຊີ​ໂນ ຄິງ​ ໂຣ​ມັນ ນັ້ນ​ເປັນ​ກໍ​ລະ​ນີ​ພິ​ເສດ​ໂດຍ​ສ​ະ​ເພາະ​ແມ່ນ​ໃນ​ໄລ​ຍະ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ລາວ ກັບ ຈີນ​ໃນ​ປີ 2018-2020 ແລະ ການ​ເລີ່ມ​ເດີນ​ລົດ​ໄຟ​ລາ​ວ-ຈີນ​ນັ້ນ​ຕຳຫຼວດ​ລາວ​ໄດ້​ຈັບ​ກຸມ​ອາ​ຊະ​ຍາ​ກອນ​ຈີນ ແລະ ສົ່ງ​ຕົວ​ໃຫ້​ກັບ​ຕຳຫຼວດ​ຈີນ​ແລ້ວກວ່າ 1,000 ຄົນ​ທີ່​ຮ່ວມ​ກັນ​ສໍ້​ໂກງ​ເງິນ​ຈາກ​ຊາວ​ຈີນ​ດ້ວຍ​ກັນຫຼາຍກວ່າ 1,200 ກໍ​ລະ​ນີ​ທີ່​ມີ​ມູນ​ຄ່າ​ການ​ສໍ້​ໂກງຫຼາຍກວ່າ 500 ລ້ານ​ຢ້ວນ​ສ່ວນ​ສະ​ຫະ​ພັນ​ແມ່​ຍິງ​ລາວ​ກໍ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແມ່​ຍິງ​ລາວ 226 ຄົນ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸດ​ໃນ​ຈີນ.

ສ່ວ​ນ​ກົມ​ໃຫຍ່​ຕຳຫຼວດ​ກະ​ຊວງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ກໍ​ໄດ້​ມີ​ການ​ຂຶ້ນ​ບັນ​ຊີ​ລາຍ​ຊື່​ນັກ​ຄ້າ​ຢາ​ເສບ​ຕິດ​ທີ່​ເປັນ​ເປົ້າ​ໝາຍ​ໃນ​ການ​ຕິດ​ຕາມ​ຈັບ​ກຸມ 2,299 ຄົນ​ໃນ​ນີ້​ລວມ​ເຖິງ 1,996 ຄົນ​ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ຂະ​ບວນ​ການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​ກັບ 196 ຄົນ​ທີ່​ພົ້ນ​ໂທດ​ແລ້ວ​ແຕ່​ຍັງ​ສືບ​ຕໍ່​ການ​ຄ້າ​ຢາ​ເສບ​ຕິດ ແລະ 7 ຄົນ​ທີ່ຫຼົບ​ໜີ​ຈາກ​ສະ​ຖາ​ນະ​ການ​ທີ່​ຄຸມ​ຂັງ​ທັງ​ຍັງ​ໄດ້​ອອກ​ໝາຍ​ຈັບ​ຜູ້​ຕ້ອງ​ຫາ​ເພີ່ມ​ຂຶ້ນ​ອີກ​ເຖິງ 100 ຄົນ​ອັນ​ເປັນ​ຜົນ​ຈາກ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າ​ວ​ສານ​ດ້ານ​ອາ​ຊະ​ຍາ​ກຳ​ລະ​ຫວ່າງ​ລາວ​ກັບ​ປະ​ເທ​ດ​ເພື່ອນ​ບ້ານ​ໃນເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ດ້ວຍ​ກັນ​ກໍ​ຄື ຈີນ, ມຽນ​ມາ, ໄທ, ກຳ​ປູ​ເຈຍ ແລະ ຫວຽດ​ນາມ​ນັ້ນ.

ທັງ​ນີ້​ໃນ 2 ປີ​ຜ່ານ​ມາ​ຕຳຫຼວດ​ລາວ​ຈັບ​ນັກ​ຄ້າ​ຢາ​ເສບ​ຕິດ​ໄດ້ 13,900 ກວ່າ​ຄົນ​ຈາກ 9,430 ກວ່າ​ຄະ​ດີ, ຍຶດ​ຢາ​ບ້າ 37 ກວ່າ​ລ້ານ​ເມັດ, ເຮ​ໂຣ​ອິນກວ່າ 735 ກິ​ໂລກ​ຣາມ, ຢາ​ໄອ​ຊ໌ກວ່າ 2 ໂຕນ, ກັນ​ຊາ 6.3 ໂຕນ, ຝິ່ນກວ່າ 500 ກິ​ໂລກ​ຣາມ, ໂຄ​ເຄນ 8 ກິ​ໂລກ​ຣາມ, ສານ​ເຄ​ມີ 10 ໂຕນ, ອາ​ວຸດ​ປືນ ແລະ ອຸ​ປະ​ກອນ​ສື່​ສານກວ່າ 1 ໝື່ນ​ລາຍ​ການ.

XS
SM
MD
LG