ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການກໍານົດລາຄາຄ່າໂດຍສານລົດໄຟ ລາວ-ຈີນ ໃນລາວ ໃຫ້ນຳໃຊ້ເງິນຢວນເປັນພື້ນຖານ ສົ່ງຜົນກະທົບຕໍ່ກຸ່ມນັກລົງທຶນຂອງຈີນ


ຮູບນີ້​ໄດ້​ມາ​ຈາກວິ​ດີ​ໂອ​ຂອງ​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ ຖືກ​ຖ່າຍ​ໃນ​ວັນ​ທີ 16 ຕຸ​ລາ 2021 ສະ​ແດງ​ໃຫ້​ເຫັນ​ລົດ​ໄຟ​ຄວາມ​ໄວ​ສູງ ລ້ານ​ຊ້​າງ ຢູ່​ສະ​ຖາ​ນີ​ລົດ​ໄຟ​ວຽງ​ຈັນ, 3 ທັນ​ວາ, 2021.
ຮູບນີ້​ໄດ້​ມາ​ຈາກວິ​ດີ​ໂອ​ຂອງ​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ ຖືກ​ຖ່າຍ​ໃນ​ວັນ​ທີ 16 ຕຸ​ລາ 2021 ສະ​ແດງ​ໃຫ້​ເຫັນ​ລົດ​ໄຟ​ຄວາມ​ໄວ​ສູງ ລ້ານ​ຊ້​າງ ຢູ່​ສະ​ຖາ​ນີ​ລົດ​ໄຟ​ວຽງ​ຈັນ, 3 ທັນ​ວາ, 2021.

ການກໍານົດລາຄາຄ່າໂດຍສານລົດໄຟລາວ-ຈີນໃນລາວ ໃຫ້ນຳໃຊ້ເງິນຢວນເປັນພື້ນຖານ ເພາະການຕົກຕ່ຳລົງຂອງຄ່າເງິນກີບ ໄດ້ສົ່ງຜົນກະທົບຕໍ່ກຸ່ມນັກລົງທຶນຂອງຈີນທີ່ຈະຕ້ອງຊໍາລະຫນີ້ດ້ວຍເງິນຢວນ. ຊົງລິດ ໂພນເງິນມີລາຍງານເລື້ອງນີ້ ມາສະເໜີທ່ານຈາກບາງກອກ.

ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ ຖະແຫລງວ່າ ການປັບຂຶ້ນລາຄາຄ່າໂດຍສານ ລົດໄຟລາວ-ຈີນໃນລາວ ໃນໄລຍະນີ້ ມີສາເຫດມາຈາກການຕົກຕ່ຳຂອງຄ່າເງິນກີບ ຊຶ່ງ ໄດ້ສົ່ງຜົນກະທົບຕໍ່ກຸ່ມລົງທຶນກໍ່ສ້າງທາງລົດໄຟລາວ-ຈີນ ໃນລາວ ທີ່ຈະຕ້ອງຊໍາລະໜີ້ເງິນກູ້ພ້ອມກັບດອກ ເບ້ຍຄືນໃຫ້ທະນາຄານຈີນດ້ວຍເງິນຢວນ. ຫາກແຕ່ວ່າ ຄ່າໂດຍສານລົດໄຟລາວ-ຈີນ ໃນລາວ ໄດ້ເກັບ ເປັນເງິນກີບ ຈຶ່ງເຮັດໃຫ້ກຸ່ມລົງທຶນຈະຕ້ອງແລກປ່ຽນເງິນກີບເປັນເງິນຢວນ ເພື່ອນຳໄປຊໍາລະໜີ້ເງິນກູ້ ດັ່ງກ່າວ. ດ້​ວຍ​ເຫດນີ້ ການກໍານົດລາຄາຄ່າໂດຍສານລົດໄຟລາວ-ຈີນໃນລາວນັ້ນ ຈຶ່ງຕ້ອງໃຊ້ເງິນຢວນເປັນພື້ນຖານ ໃນການກຳນົດລາຄາຕະຫຼອດມາ, ດັ່ງທີ່ທ່ານ ວຽງສະຫວັດ ຢືນຢັນວ່າ:

"ການຄຸ້ມຄອງລາຄາປີ້ລົດໄຟ ກົມທາງລົດໄຟໄດ້ອະນຸມັດອັດຕາປີ້ລົດໄຟແຕ່ລະປະເພດ ໂດຍໄດ້ອະນຸມັດ ອັດຕາແລກປ່ຽນໃນ 1.910 ກີບ ຕໍ່ຢວນ ຫຼື ຕ່ຳກວ່າ 1.690 ກີບຕໍ່ 1 ຢວນ ແມ່ນສາມາດປັບຂຶ້ນ-ປັບລົງໄດ້ໃນອັດຕາບໍ່ເກີນ 20 ເປີເຊັນ ແຕ່ວ່າໃນພາກປະຕິບັດຕົວຈິງຫັ້ນ ຍ້ອນວ່າ ຄ່າເງິນກີບມັກຕົກ ໝາຍຄວາມວ່າ ຜູ້ລົງທຶນນີ້ ມີພັນທະຈະຕ້ອງໄດ້ເອົາປີ້ນີ້ ແລກປ່ຽນເອົາເງິນຢວນຫັ້ນໄປໃຊ້ໜີ້, ໝາຍຄວາມວ່າ ເລື້ອງລາຄາລົດໄຟນີ້ ແມ່ນເອົາເງິນຢວນເປັນບ່ອນອີງ ແຕ່ວ່າຂາຍເປັນເງິນກີບ.”

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການ ແລະການລົງທຶນເປີດເຜີຍວ່າ ການດຳເນີນງານໃນໂຄງການທາງລົດໄຟລາວ-ຈີນ ໃນລາວ ພາຍໃຕ້ການບໍລິຫານງານໂດຍບໍລິສັດຮ່ວມທຶນ ທາງລົດໄຟລາວ-ຈີນ ທີ່​ເລີ່ມ​ແຕ່ວັນທີ 3 ທັນວາ ປີ 2021 ເປັນຕົ້ນມາ ຊຶ່ງເປັນການເຊື່ອມຕໍ່ທັງໃນດ້ານຂົນສົ່ງສິນຄ້າ ແລະໂດຍສານລະຫວ່າງລາວກັບຈີນເປັນຫລັກນັ້ນ ເຮັດໃຫ້ຄາດໝາຍໄດ້ວ່າການດຳເນີນງານດັ່ງກ່າວຈະສ້າງລາຍຮັບທີ່ສາມາດຄືນທຶນການກໍ່ສ້າງໄດ້ໄວທີ່ສຸດໃນ 23 ປິຂ້າງໜ້າ ກໍ​ຄືໃນປີ 2045 ແຕ່ຖ້າຫາກວ່າທາງ​ລົດ​ໄຟ​ລາວ-ຈີນ ໄດ້ມີການເຊື່ອມຕໍ່ກັບທາງລົດໄຟຄວາມໄວສູງໃນໄທດ້ວຍນັ້ນ ກໍຈະເຮັດໃຫ້ສາມາດຄືນທຶນໄດ້ໄວຂຶ້ນ ຫລືພາຍໃນ 15 ປິ ຫລັງຈາກທີ່ໄດ້ມີການເຊື່ອມຕໍ່ທາງລົດໄຟ​ລະ​ຫວ່າງ ລາວ-ຈີນ ແລະ ໄທ ກໍ​ຄື​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ລະ​ຫວ່າງ​ເມືອງ ຄຸນ​ໝິງ ໃນ​ມົນ​ທົນ​ຢຸ່ນ​ໜານ​ກັບ​ນະ​ຄອນຫຼວງ ວຽງ​ຈັນ ແລະ ບາງກອກ​ໄດ້​ຢ່າ​ງ​ສົມ​ບູນ​ແບບ​ແລ້ວ​ນັ້ນ.

ໂດຍການກໍ່ສ້າງທາງລົດໄຟຄວາມໄວສູງໃນໄທ ເພື່ອເຊື່ອມຕໍ່ກັບລາວ ແລະຈີນ ຈະສຳເລັດ ແລະເລີ້ມການເດີນລົດໄຟໄດ້ໃນປີ 2029 ​ທັງ​ນີ້​ການ​ກໍ່​ສ້າງ​ທາ​ລົດ​ໄຟ​ໃນ ໄທ ໄດ້ແບ່ງເປັນ 2 ໄລຍະຄືໄລຍະທີ 1 ທີ່ກຳລັງກໍ່ສ້າງໃນປັດຈຸບັນນີ້ ເປັນການເຊື່ອມຕໍ່ຈາກບາງກອກຫານະຄອນຣາດສະສີມາ ຫລືໂຄລາດ ສ່ວນໄລຍະທີສອງຈາກໂຄລາດ ຫາໜອງຄາຍ ແລະກໍ່ສ້າງຂົວຂ້າມນ້ຳຂອງໄປເຊື່ອມຕໍ່ກັບນະຄອນຫລວງວຽງຈັນ ຊຶ່ງຖືເປັນສ່ວນນຶ່ງຂອງແຜນນການພັດທະນາປະເທດໄທເປັນສູນກາງການເຊື່ອມຕໍ່ດ້ານຄົມມະນາຄົມຂົນສົ່ງຂອງອາຊຽນ ກັບລະບົບໂຄງຂ່າຍໃນແຜນການນນຶ່ງແລວ-ນຶ່ງເສັ້ນທາງ (BRI) ຂອງຈີນໃຫ້ໄດ້ຢ່າງເປັນຮູບປະທຳ.

ໂດຍການກໍ່ສ້າງທາງລົດໄຟຄວາມໄວສູງທີ່ເຊື່ອມຕໍ່ຈາກບາງກອກຫາໂຄລາດ ໜອງຄາຍດັ່ງກ່າວນີ້ມີໄລຍະ ທາງລວມ 608 ກິໂລແມັດ ໂດຍລັດຖະບານໄທລົງທຶນ 100 ເປີເຊັນ ກໍຄືຫລາຍກວ່າ 13,000 ລ້ານໂດລາ ແລະ ວ່າຈ້າງກຸ່ມບໍລິສັດລົດໄຟແຫ່ງປະເທດຈີນເປັນທີ່ປຶກສາໃນໂຄງການໂດຍໄລຍະທີ 1 ຈາກບາງກອກ ໄປໂຄລາດນັ້ນ ມີກຳໜົດກໍ່ສ້າງແລ້ວສຳ​ເລັດໃນປີ 2026 ສ່ວນໄລຍະທີ 2 ຈາກໂຄຣາດ ມາຫາໜອງຄາຍ ທີ່ລວມເຖິງການກໍ່ສ້າງຂົວຂ້າມນ້ຳຂອງມາທີນະຄອນວຽງຈັນດ້ວຍນັ້ນມີກຳນົດແລ້ວສຳ​ເລັດໃນປີ 2029.

ສ່ວນທາງລົດໄຟລາວ-ຈີນໃນລາວ ກໍເປັນພາກສ່ວນນຶ່ງໃນແຜນການນຶ່ງແລວ ນຶ່ງເສັ້ນທາງຂອງຈີນດ້ວຍເຊັ່ນກັນ ໂດຍລັດຖະບານລາວຈີນ ໄດ້ສ້າງຕັ້ງບໍລິສັດຮ່ວມທືນລົດໄຟລາວ-ຈີນຂຶ້ນມາຮັບຜິດຊອບບໍລິຫານໂຄງການທັງໝົດ ຊຶ່ງຝ່າຍລາວກັບຈີນຮ່ວມທຶນໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນຂອງມູນຄ່າລົງທຶນລວມ 37,450 ລ້ານຢວນ ໃນນີ້ແບ່ງເປັນທຶນເລີ້ມຕົ້ນ 40 ເປີເຊັນ ທີ່ລັດວິສະຫະກິດລົດໄຟລາວ-ຈີນຮັບຜິດຊອບຮ່ວມກັນສ່ວນອີກ 60 ເປີເຊັນ ນັ້ນ ກໍຮັບຜິດຊອບໂດຍບໍລິສັດຮ່ວມທຶນທາງລົດໄຟລາວ-ຈີນ.

ພາຍໃຕ້ການຕົກລົງດັ່ງກ່າວ ລັດວິສາຫະກິດລົດໄຟລາວກູ້ຢືມຈາກທະນາຄານຈີນ ເພື່ອປະກອບສ່ວນເປັນທຶນເລີິ້ມຕົ້ນ 40 ເປີເຊັນໃນມູນຄ່າ 4,494 ລ້ານຢວນ ກັບຝ່າຍຈີນປະກອບສ່ວນ 10,486 ລ້ານຢວນ. ສ່ວນບໍລິສັດທາງລົດໄຟລາວ-ຈີນທີ່ຮັບຜິດຊອບທຶນ 22,470 ລ້ານຢວນນັ້ນ ກໍກູ້ຢືມຈາກທະນາຄານການຄ້າຂອງຈີນ ເຊັ່ນດຽວກັນ.

XS
SM
MD
LG