ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດລາວ-ຈີນ ເປັນວິສາຫະກິດ ດຽວທີ່ມີ​ສິດເກັບ​ເອົາຜົນປະໂຫຍດຈາກການລົງ​ທຶນ ໃນເຂດທີ່ຕໍ່ເນື່ອງ​ກັບ ສະຖານີລົດໄຟ 4 ແຫ່ງໃນ​ລາວ


​ສະ​ຖາ​ນີ​ລົດ​ໄຟ​ທີ່​ເມືອງວັງ​ວຽງ, ແຂວງວຽງ​ຈັນ​ຊຶ່ງ​ເປັນ​ 1 ໃນ​ 4 ສະ​ຖາ​ນີ​ທີ່​ບໍ​ລິ​ສັດ​ລົດ​ໄຟ-ລາວ​ຈີນ​ມີ​ສິດ​ລົງ​ທຶນ​ພຽງ​ຜູ້​ດຽວໃນ​ລາວ
​ສະ​ຖາ​ນີ​ລົດ​ໄຟ​ທີ່​ເມືອງວັງ​ວຽງ, ແຂວງວຽງ​ຈັນ​ຊຶ່ງ​ເປັນ​ 1 ໃນ​ 4 ສະ​ຖາ​ນີ​ທີ່​ບໍ​ລິ​ສັດ​ລົດ​ໄຟ-ລາວ​ຈີນ​ມີ​ສິດ​ລົງ​ທຶນ​ພຽງ​ຜູ້​ດຽວໃນ​ລາວ

ບໍລິສັດຮ່ວມທຶນລາວ-ຈີນ ເປັນວິສາຫະກິດດຽວທີ່ມີ​ສິດຈະ​ເກັບ​ເອົາຜົນປະໂຫຍດຈາກການພັດທະນາທຸລະກິດໃນເຂດທີ່ຕໍ່ເນື່ອງ​ກັບສະຖານີລົດໄຟ 4 ແຫ່ງ ຊຶ່ງ​ກໍຄື ວຽງຈັນ-ວັງວຽງ-ຫຼວງພະບາງ-ເມືອງໄຊ, ຊົງ​ຣິດ​ໂພນ​ເງິນມີ​ລາຍ​ງານ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານອູ່ຕາແກ້ວ ແກ້ວດວງສິນ, ຫົວໜ້າກົມສົ່ງເສີມ-ຄຸ້ມ​ຄອງການລົງທຶນ, ກະຊວງແຜນການ ແລະ ການລົງທຶນຖະ​ແຫລງວ່າ ບໍລິສັດທາງລົດໄຟລາວ-ຈີນຈຳກັດຄື​ພາກ​ສ່ວນທີ່ໄດ້ຮັບສິດ ໃນ​ການ​ເປັນ​ຜູ້ລົງທຶນພັດທະນາສະຖານີລົດໄຟ ແລະເຂດທີ່ຕໍ່​ເນື່ອງກັບສະຖານີລົດໄຟລາວ-ຈີນ 4 ແຫ່ງຄື: ສະຖານີ ນະຄອນຫຼວງວຽງຈັນ, ສະຖານີວັງວຽງ, ສະຖານີຫຼວງພະບາງ ແລະສະຖານີເມືອງໄຊ, ແຂວງອຸດົມໄຊ ເຊິ່ງເປັນສະຖານີຂະໜາດໃຫຍ່ທີ່ມີຄວາມສຳຄັນທັງ​ໃນດ້ານການຂົນສົ່ງ-ຜູ້ໂດຍສານ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການບໍລິການຢ່າງ​ຄົບ​ວົງ​ຈອນ. ໂດຍພື້ນທີ່ໃນເຂດສະຖານີລົດໄຟທັງ 4 ແຫ່ງນັ້ນ ບໍ່ໄດ້ລວມຢູ່ໃນມູນຄ່າການລົງທຶນຂອງການກໍ່ສ້າງທາງລົດໄຟລາວ-ຈີນ. ແຕ່ກໍ​ໃຫ້ຖືວ່າເປັນສິດຂອງບໍລິສັດ ທາງລົດໄຟລາວ-ຈີນຈຳກັດພຽງຜູ້​ດຽວ ທີ່​ຈະ​ເກັບ​ເອົາ​ປະ​ໂຫຍດ​ຈາກ​ການ​ພັດ​ທະ​ນາ​ຂອງ​ສະ​ຖາ​ນີ​ລົດ​ໄຟ​ແລະ ເຂດທີ່ຕໍ່ເນື່ອງ​ກັບສະຖານີລົດໄຟ 4 ແຫ່ງນັ້ນ ແຕ່ຕ້ອງຈ່າຍຄ່າຊົດເຊີຍໃຫ້ເຈົ້າຂອງທີ່ດິນ ທີ່ຖືກເວນຄືນ ຢ່າງຄົບຖ້ວນຕາມກົດໝາຍຂອງລາວດັ່ງທີ່ທ່ານອູ່ຕາແກ້ວ ໄດ້ຢືນຢັນວ່າ:

“ເຂດພັດທະນາປິ່ນ​ອ້ອມ​ກະ​ແມ່ນບໍ່ລວມຢູ່ໃນມູນຄ່າການກໍ່ສ້າງໂຄງການທາງລົດໄຟ ສະ​ນັ້ນ ໃນ​ສ່ວນ​ຂອງ​ສະ​ຖາ​ນີ ຫລື​ການ​ພັດ​ທະ​ນາ​ປິ່ນ​ອ້ອມ​ສະ​ຖາ​ນີນີ້​ຫລະແມ່ນເປັນຄວາມຮັບຜິດຊອບຂອງຜູ້ລົງທຶນ ບໍ່ໄດ້ລວມຢູ່ໃນສັນຍາສໍາປະທານທາງລົດໄຟ ແລ້ວກະບໍ່ລວມໃນມູນຄ່າຂອງໂຄງການທາງລົດໄຟ ຫມາຍຄວາມວ່າເຂົາ​ເຈົ້າສາມາດລົງທຶນໄດ້ ແຕ່ຈະຕ້ອງໄດ້ສໍາຫຼວດເນື້ອທີ່ດິນ ແລະ ກະຊົດເຊີຍເວນ​ຄືນ ເນື້ອທີ່ດິນຕາມກົນໄກ ຕາມລະບຽບການປົກກະຕິ.”

​ບ່ອນ​ຕັ້ງ​ຫ້ອງ​ການ​ໃໝ່​ຂອງ​ບໍ​ລິ​ສັດ​ລົດ​ໄຟ​ລາວ-ຈີນ
​ບ່ອນ​ຕັ້ງ​ຫ້ອງ​ການ​ໃໝ່​ຂອງ​ບໍ​ລິ​ສັດ​ລົດ​ໄຟ​ລາວ-ຈີນ

ທາງລົດໄຟລາວ-ຈີນ ໃນລາວ ເປັນໂຄງການຮ່ວມມືລະຫວ່າງລັດຖະບານລາວ-ຈີນ ທີ່ເປັນ ສ່ວນປະກອບນຶ່ງໃນແຜນການນຶ່ງແລວ-ນຶ່ງເສັ້່ນທາງ ຫຼື BRI ທີ່ລິເລີ່ມໂດຍທ່ານສີ ຈິ້ນຜິງ ປະທານປະເທດຈີນ ໂດຍສະເພາະໂຄງການທາງລົດໄຟລາວ-ຈີນໃນລາວ ທີ່ໄດ້ເລີ່ມເປີດໃຫ້ ບໍລິການຢ່າງເປັນທາງການເມື່ອວັນທີ 4 ທັນວາ 2021 ລັດຖະບານລາວ-ຈີນ ໄດ້ມອບໝາຍ ໃຫ້ລັດວິສະຫະກິດລົດໄຟທັງ 2​ ຝ່າຍຮ່ວມກັນສ້າງຕັ້ງບໍລິສັດຮ່ວມທຶນລົດໄຟລາວ-ຈີນ ຂຶ້ນມາ ເພື່ອຮັບຜິດຊອບການບໍລິຫານໂຄງການທັງໝົດໃນລາວ ໂດຍທີ່ຝ່າຍລາວກັບຈີນ ຮ່ວມລົງທຶນໃນສັດສ່ວນ 30 ເປີເຊັນ ຕໍ່ 70​ ເປີເຊັນ ຂອງມູນຄ່າລົງທຶນລວມ 37,450 ລ້ານຢວນ ຊຶ່ງແບ່ງເປັນທຶນເລີ່ມຕົ້ນ 40 ເປີເຊັນ ທີ່ລັດວິສາຫະກິດລົດໄຟລາວ-ຈີນ ຮັບຜິດ ຊອບຮ່ວມກັນ ແລະ 60 ເປີເຊັນທີ່ບໍລິສັດຮ່ວມທຶນທາງລົດໄຟລາວ-ຈີນ ໄດ້ກູ້ຢືມຈາກ ທະນາຄານຂອງລັດຖະບານຈີນ.

ທັງນີ້ ບັນດາບໍລິສັດຈີນ ກໍຄືກຸ່ມລົງທຶນທີ່ຄຸມສຳປະທານໂຄງການຕ່າງໆ ໃນຕະຫຼອດ ເສັ້ນທາງລົດໄຟລາວ-ຈີນ ນັບແຕ່ດ່ານບໍ່ເຕັນເຖິງນະຄອນຫຼວງວຽງຈັນ ເຊັ່ນໂຄງການ ພັດທະນາເມືອງໃໝ່ວັງວຽງ, ແຂວງວຽງຈັນ ທີ່ຈະລົງທຶນລວມເຖິງ 5,000 ລ້ານໂດລາ ເພື່ອພັດທະນາພື້ນທີ່ສຳປະທານກວ້າງ 7,000 ເຮັກຕາ ດ້ານຝັ່ງຕາເວັນຕົກຂອງນໍ້າຊອງ ໃຫ້ເປັນເຂດບໍລິການ ແລະທ່ອງທ່ຽວຄົບວົງຈອນ. ສ່ວນ​ຢູ່​ແຂວງ​ອຸ​ດົມ​ໄຊ​ກໍ​ໄດ້​ລົງ​ທຶນ​ໃນ​ພາກ ກະ​ສິ​ກຳ, ພາກ​ບໍ​ລິ​ການ-ການ​ທ່ອງ​ທ່ຽວ ແລະ Logistics ເພື່ອ​ເຊື່ອມ​ໂຍງກັບ​ຈີນ​ຢ່າງ​ຄົບ​ວົງ​ຈອນ.

ແຕ່​ຢ່າງ​ໃດ​ກໍ​ຕາມໂຄງການທາງລົດໄຟລາວ-ຈີນກໍໄດ້ກະທົບຕໍ່ປະຊາຊົນ 4,411 ຄອບຄົວ ໃນ 13 ເມືອງແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນທັງ​ມີ​ທີ່​ດິນທີ່ຖືກເວນຄືນແລ້ວ 3,832 ເຮັກຕ້າ, ສິ່ງປູກສ້າງ 3,346 ຫຼັງ ແລະຕົ້ນໝາກໄມ້ຕ່າງໆຫຼາຍກວ່າ 1 ລ້ານຕົ້ນ. ຫາກແຕ່ຍັງມີການຊັກຊ້າ ໃນການຊຳ​ລະຄ່າຊົດເຊີຍເລື້ອຍ​ມາ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນແຂວງອຸດົມໄຊ ຢືນຢັນວ່າ:

“ສຳ​ລັບ​ແຂວງ​ພວກ​ເຮົາ​ນີ້ ກະບໍ່​ມີນະປະ​ຊາ​ຊົນບໍ່​ພໍ​ໃຈຫັ້ນ​ເນາະ ​ຜ່ານມາ​ຫັ້ນ​ນະ. ມີແຕ່ວ່າ ເຂົາບໍ່ພໍໃຈເງິນມາຊ້າຫັ້ນ ຖ້າວ່າເງິນມາຮອດແລ້ວ ການໂອນເຂົ້າບັນຊີທະນາຄານຫຍັງຕ່າງໆ ກະ​ເຮັດຕາມປຶ້ມຄູ່ມືຫັ້ນ ກະບໍ່​ມີ​ໃຜ​ຂັດ​ຂ້ອງ​ຫຍັງ​ເນາະ​, ທຸກ​ກີບ​ກະ​ເຖິງ​ມືປະ​ຊາ​ຊົນ, ຮ້ອຍສ່ວນ​ຮ້ອຍ, ກະ​ເປັນ​ການ​ໂປ່ງ​ໃສດີ​ທີ່​ສຸດສໍາລັບໂຄງການທາງລົດໄຟນີ້ ຖືວ່າ ບໍ່ມີ ບັນຫາວ່າ​ຊັ້ນ​ຊະ ສະ​ເພາະ​ແຂວງ​ຂອງ​ພວກ​ເຮົາ​ເນາະ ຂ້ອນ​ຂ້າງ​ຢູ່​ໃນ​ລາຄາທີ່​ວ່າ ເຫມາະສົມຫັ້ນ​ແຫລະ ສໍາລັບແຂວງ​ຂອງ​ພວກ​ເຮົາ ຖືວ່າພໍໃຈຫັ້ນ​ຫລະ​ເນາະ ພຽງແຕ່ວ່າເງິນ ຫັ້ນ ບາງເທື່ອມັນມາຊ້າຫນ້ອຍນຶ່ງ ບໍ່ໄດ້ຕາມຄວາມຕ້ອງການຂອງເຂົາເຈົ້າຫັ້ນໜາ."

ໂດຍຄ່າຊົດເຊີຍຢູ່ແຂວງຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງມີອັດຕາສະເລ່ຍ 11,000-80,000 ກີບ/ຕາແມັດ. ສ່ວນ​ທີ່ຢູ່ແຂວງວຽງຈັນກັບນະຄອນຫຼວງວຽງຈັນ, ຄ່າຊົດເຊີຍ 15,000-137,000 ກີບຕໍ່ຕາແມັດ ເຊິ່ງກຸ່ມແລກປ່ຽນຂໍ້ມູນທີ່ດິນລາຍງານວ່າທີ່ ດິນຢູ່ເຂດ​ເມືອງນາຊາຍທອງລາຄາສະເລ່ຍ 1.3 ລ້ານກີບຕໍ່ຕາແມັດ. ແຕ່ກໍມີ​ການ​ຊົດ​ເຊີຍພຽງແຕ່ 10 ເປີ​ເຊັນ ຫຼື 137,000 ກີບຕໍ່ຕາແມັດເທົ່ານັ້ນ.

XS
SM
MD
LG