ທ່ານຄໍາແພງ ແກ້ວຄູນເມືອງ ຫົວໜ້າຜະແນກແຜນການແລະການລົງທຶນຂອງແຂວງຈໍາປາສັກ ຖະແຫລງວ່າ ພາຍໃຕ້ເປົ້າໝາຍການພັດທະນາເພື່ອເຮັດໃຫ້ປະຊາຊົນໃນແຂວງຈໍາປາສັກ ຫລຸດພົ້ນຈາກຄວາມຍາກຈົນໃຫ້ໄດ້ ຢ່າງແທ້ຈິງພາຍໃນປີ 2015 ນັ້ນ ອໍານາດການປົກຄອງແຂວງໄດ້ໃຫ້ຄວາມສໍາຄັນ ກັບການພັດທະນາພື້ນທີ່ອ້ອມນໍ້າຕົກຄອນພະເພງ ໃຫ້ເປັນເຂດເສດຖະກິດພິເສດໃຫ້ໄດ້ພາຍໃນປີຕໍ່ໜ້າ.
ໂດຍໃນໄລຍະທີ່ຜ່ານມາ ອໍານາດການປົກຄອງແຂວງຈໍາປາສັກກໍໄດ້ສະເໜີແຜນການດັ່ງ ກ່າວໄປເຖິງທ່ານບົວສອນ ບຸບຜາວັນ ນາຍົກລັດຖະມົນຕີລາວຢ່າງເປັນທາງການແລ້ວ ແລະລ່າສຸດກໍມີລາຍງານວ່າ
ກອງປະຊຸມຄະນະລັດຖະບານລາວໃນທ້າຍເດືອນກັນຍາທີ່ຜ່ານມານີ້ ໄດ້ມີມະຕິຕົກລົງອະ
ນຸມັດຕາມແຜນການ ທີ່ທາງການແຂວງຈໍາປາສັກໄດ້ສະເໜີດັ່ງກ່າວແລ້ວ. ດັ່ງທີ່ທ່ານບໍ່
ວຽງຄໍາ ວົງດາລາ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີໄດ້ຖະແຫລງຢືນຢັນວ່າ:
“ກອງປະຊຸມລັດຖະບານໄດ້ພິດຈາລະນາແລະກໍເຫັນດີທາງດ້ານຫລັກການຮອງຮັບເອົາຮ່າງດໍາລັດວ່າດ້ວຍເຂດ ເສດຖະກິດພິເສດແລະເຂດເສດຖະກິດສະເພາະຢູ່ ສປປ.ລາວ ທີ່ສະເໜີໂດຍກະຊວງແຜນການແລະການລົງທຶນ. ດໍາລັດດັ່ງກ່າວນີ້ ໄດ້ກໍານົດນະໂຍບາຍຫລັກການແລະລະບຽບການເຄຶ່ອນໄຫວຄຸ້ມຄອງ ແລະກວດ ກາ ເພື່ອສົ່ງເສີມການລົງທຶນໃນເຂດເສດຖະກິດພິເສດ”
ເຂດເສດຖະກິດພິເສດຄອນພະເພັງ ທີ່ຕັ້ງຢູ່ໃນເຂດເມືອງໂຂງ ແຂວງຈໍາປາສັກນີ້ຈະມີບໍລິເວນກວ້າງເຖິງ 39,000 ເຮັກຕ້າ ໂດຍທາງການແຂວງຈໍາປາສັກໄດ້ຈັດແບ່ງພື້ນທີ່ອອກເປັນ 5 ເຂດດ້ວຍກັນ ຄືພື້ນທີ່ອ້ອມນໍ້າ ຕົກຄອນພະເພງນັ້ນຈະຖືກພັດທະນາໃຫ້ເປັນເຂດຮອງຮັບການທ່ອງ ທ່ຽວແລະທຸລະກິດທີ່ກ່ຽວຂ້ອງກັບການທ່ອງທ່ຽວໂດຍສະເພາະ ແລະໂຮງແຮມ, ຣີສອທ, ບ້ານພັກຕາກອາກາດ ແລະສວນສາທາລະນະທີ່ຢູ່ພາຍໃນເຂດສວນປ່າ ຫລືເຂດອຸດທະຍານແຫ່ງຊາດ.
ສ່ວນນອກນັ້ນ ກໍຈະເປັນເຂດສູນການຄ້າປອດພາສີ ສະໝາມບິນຮອງຮັບທັງເຄຶ່ອງບິນສ່ວນຕົວ ແລະເຄຶ່ອງບິນ ໂດຍສານ ສະໜາມກ໊ອຟລະດັບມາດຕະຖານສາກົນ ແລະສູນບໍລິການທາງທຸລະກິດຢ່າງຄົບວົງຈອນທີ່ຈະມີ ຕະຫລາດການຄ້າເສລີເປັນສ່ວນປະກອບທີ່ສໍາຄັນອີກດ້ວຍ. ເຖິງແມ່ນວ່າການທີ່ຈະເຮັດໃຫ້ໂຄງການຂະໜາດ ໃຫຍ່ດັ່ງກ່າວນີ້ເກີດຂຶ້ນໄດ້ຢ່າງແທ້ຈິງນັ້ນ ກໍຍ່ອມຈະຕ້ອງໃຊ້ເງິນທຶນຢ່າງຫລວງຫລາຍ ຊຶ່ງທາງການແຂວງຈໍາປາສັກແມ່ນບໍ່ສາມາດທີ່ຈະຕອບສະໜອງເງິນທຶນກ້ອນໃຫຍ່ດັ່ງກ່າວໄດ້ຢ່າງແນ່ນອນ ດ້ວຍເຫດນີ້ຈຶ່ງເຮັດໃຫ້ຕ້ອງສົ່ງເສີມການລົງທຶນຈາກຕ່າງປະເທດເປັນດ້ານຫລັກ.
ຊຶ່ງໃນໄລຍະເມື່ອບໍ່ນານມານີ້ ກໍປາກົດວ່າມີທັງກຸ່ມນັກທຸລະກິດຈາກຈີນ ເກົາຫລີໃຕ້ ແລະມາເລເຊຍລວມເຖິງ ນັກທຸລະກິດໃນລາວເອງຕ່າງກໍໄດ້ພາກັນສະແດງຄວາມຕັ້ງໃຈທີ່ຈະເຂົ້າໄປລົງທຶນໃນເຂດເສດຖະກິດພິເສດຄອນພະເພັງດັ່ງກ່າວນີ້ແລ້ວ 4 ບໍລິສັດດ້ວຍກັນ ແລະໃນເມື່ອວ່າລັດຖະບານລາວໄດ້ອະນຸມັດແຜນການພັດທະ ນາເຂດເສດຖະກິດພິເສດຄອນພະເພັງຢ່າງເປັນທາງການແລ້ວນັ້ນ ຈຶ່ງເຊື່ອວ່າບັນດາບໍລິສັດຕ່າງຊາດຈະພາກັນຫລັ່ງໄຫລເຂົ້າໄປລົງທຶນໃນເຂດເສດຖະກິດພິເສດຄອນພະເພງດັ່ງກ່າວນີ້ເພີ່ມຫລາຍຂຶນຢ່າງຕໍ່ເນື່ອງ.