ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວຈະຕັ້ງສູນກາງຊໍາລະໜີ້ສິນ ລາຄາຊື້-ຂາຍຫຸ້ນ ໃນຕະຫລາດ ຫລັກຊັບ


Ieng Sary sits next to his wife during his defection ceremony, Pailin, Cambodia, November, 1996. (Youk Chhang/Documentation Center of Cambodia Archive)
Ieng Sary sits next to his wife during his defection ceremony, Pailin, Cambodia, November, 1996. (Youk Chhang/Documentation Center of Cambodia Archive)

ທາງການລາວສ້າງຕັ້ງສູນກາງການຊໍາລະສະສາງໜີ້ສິນລາຄາຊື້-ຂາຍຫຸ້ນໃນ ຕະຫລາດຫລັກ ຊັບຂອງລາວ ໂດຍຈະເລີ່ມເຊື່ອມຕໍ່ກັບລະບົບທະນາຄານສາກົນ ນັບຈາກຕົ້ນປີ 2011 ເປັນ ຕົ້ນໄປ.

ທາງການລາວໂດຍທ່ານພູເພັດ ຄໍາພູນວົງ ຜູ້ວ່າການ
ທະນາຄານແຫ່ງຊາດລາວໄດ້ຕົກລົງມອບໝາຍໃຫ້ກຸ່ມ
ບໍ່ລິສັດຜູ້ຮັບເໝົາໃນການພັດທະນາອອກແບບແລະສ້າງ
ຕັ້ງສູນກາງການຊໍາລະສະສາງແຫ່ງຊາດລາວຂຶ້ນຢ່າງ
ເປັນທາງການເມື່ອບໍ່ນານມານີ້ໂດຍມີເປົ້າໝາຍທີ່ຈະ
ເຊື່ອມຕໍ່ເຂົ້າກັບລະດັບສາກົນ ແລະເລີ່ມດໍາເນີນການ
ຊໍາລະສະສາງລະຫວ່າງກັນໂດຍຜ່ານລະບົບທະນາ ຄານນັບຈາກຕົ້ນປີ 2011 ເປັນຕົ້ນໄປ.

ການມີສູນກາງການຊໍາລະສະສາງດັ່ງກ່າວນີ້ຈະເປັນ
ຜົນດີຕໍ່ການພັດທະນາລະບົບການເງິນການທະນາ
ຄານ ໃນລາວ ລວມທັງ​ຍັງ​ສົ່ງ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ໂດຍ​ລວມຂອງ​ລາວ​ອີກ​
ດ້ວຍ ​ເພາະວ່າ​ການ​ມີ​ສູນ​ກາງ ການ​ຊໍາລະ​ສະ​ສາງ​ຈະ​ເຮັດ​ໃຫ້​ມີ​ເງິນ​ທຶນ​ໝຸນ​ວຽນ​ໃນ​ລະບົບ​ເສດຖະກິດ​ຂອງ​ລາວ​ເພີ່ມ​ຫລາຍ​ຂຶ້ນ ​ເນື່ອງ​ຈາກ​ວ່າ ບໍ່​ຈໍາ​ເປັນ​ທີ່​ຈ​ະຕ້ອງ​ເພິ່ງ​ພາລະ​ບົບການ​ຊໍາລະ​ສະ​ສາງ​ໃນ​ຕ່າງປະ​ເທດ​ອີກ​ຕໍ່​ໄປ. ດັ່ງ​ທີ່​ທ່ານ​ນາງ ຊໍາ​ສີ​ຫວັດ ​ແກ້ວ​ບຸນ​ພັນ ປະທານ​ກຸ່ມ​ບໍລິສັດ CS Computer ​ແລະ​ການ​ສື່ສານ​ຈໍາກັດ ​ໃນ​ຖານະ​ຜູ້​ຮັບຜິ​ດຊອບ​ການ​ສ້າງ ຕັ້ງ​ສູນ​ກາງ​ການ​ຊໍາລະ​ສະ​ສາງ​ດັ່ງກ່າວ​ໄດ້​ຊີ້​ແຈງ​ວ່າ:

ທ່ານ ພູເພັດ ຄໍາພູນວົງ ຜູ້ວ່າການທະນາຄານ ແຫ່ງຊາດລາວ
ທ່ານ ພູເພັດ ຄໍາພູນວົງ ຜູ້ວ່າການທະນາຄານ ແຫ່ງຊາດລາວ

“ສູນ​ກາງ​ຊໍາລະ​ສະ​ສາງ​ນີ້​ແມ່ນ​ມີ​ຄວາມ​ຈໍາ​ເປັນ​ແລະ​ຕ້ອງການ​ຢ່າງ​ສູງ​ໃຫ້​ບັນດາ​ທະນາຄານ​ທຸ​ລະ​ກິດ​ທັງ​ໝົດ​ດໍາເນີນ​ການ​ຊໍາລະ​ສະ​ສາງ ​ເພາະ​ວ່າ​ຖ້າ​ບໍ່​ມີ​ສູນ​ການ​ຊໍາລະ​ສະ​ສາງ​ເຂົາ​ເຈົ້າຈະ​ດໍາ​ເນີນ​ການ​ຊໍາລະ​ສະ​ສາງ​ຕັດ​ຫັກ ບັນຊີ​ຊຶ່ງ​ກັນ​ແລະ​ກັນຜ່ານ​ຕ່າງປະ​ເທດ ​ແລະ​ເງິນ​ກໍ​ຈະ​ໄຫລ​ວຽນ​ໄປ​ຫາ​ຕ່າງປະ​ເທດ​ທັງ​ໝົດ ​ເພາະສະ​ນັ້ນ​ພາຍ ຫລັງ​ຈາກ​ທີ່​ທະນາຄານ​ແຫ່ງ​ ສປປ. ລາວ ຕັ້ງ​ສູນ​ນີ້​ຂຶ້ນ​ແລ້ວ ກໍ​ຈະ​ບໍ່ມີ​ການ​ໃຊ້​ຜ່ານ​ທະນາຄານ​ກາງຂອງ​ປະ​ເທດ​ອີກ​ ​ແຕ່​ຈະ​ຕ້ອງ​ໃຊ້​ຜ່ານ​ທະນາຄານ​ກາງ​ຂອງ​ປະ​ເທດ​ເຮົາ ນັ້ນ​ກໍ​ແມ່ນ​ຖືກ​ຕາມ​ລະບຽບ​ກົດໝາຍ​ສາກົນ”

ນອກຈາກ​ນີ້​ການ​ມີ​ສູນ​ກາງ​ກາ​ນຊໍາລະ​ສະ​ສາງ​ທີ່​ເຊື່ອມ​ຕໍ່​ກັບ​ລະບົບ​ຂອງ​ສາກົນ​ທີ່​ສາມາດ​ຊໍາລະ​ຫລື​ຫັກ​ບັນຊີ​ລະ ຫວ່າງ​ທະນາຄານ​ໃນ​ລາວ​ກັບ​ທະນາຄານ​ໃນ​ຕ່າງປະ​ເທດ​ໄດ້​ຢ່າງ​ສະດວກ​ວ່ອງ​ໄວ​ນັ້ນ​ກໍ​ຈະ​ສົ່ງ​ຜົນ​ດີຕໍ່​ການ​ຊື້- ຂາຍ​ຫຸ້ນ​ໃນ​ຕະຫລາດ​ຫລັກ​ຊັບ​ຂອງ​ລາວ​ທີ່​ຈະ​ເປີດ​ໃຫ້​ມີ​ການ​ຊື້-ຂາຍ​ຫຸ້ນໄດ້​ຢ່າງ​ເປັນ​ທາງ​ການ​ນັບ​ຈາກ​ປີ 2011 ​ເປັນ​ຕົ້ນ​ໄປ​ອີກ​ດ້ວຍ.

ກ່ອນ​ໜ້າ​ນີ້ ທ່ານ ນາມ​ ວີ​ຍະ​ເກດ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກໍາ​ແລະ​ການ​ຄ້າ​ໄດ້​ຖະ​ແຫລ​ງຢືນຢັນ ພາຍຫລັງ​ຈາກ​ສິ້ນ​ສຸດ​ການ​ເຈລະຈາ​ຄັ້ງ​ທີ່ 6 ຮ່ວມ​ກັບ​ຄະນະ​ຜູ້​ຕ່າງ​ໜ້າ​ຖາວອນ​ຂອງ​ນານາ​ຊາດ​ປະ​ຈໍາ​ອົງການ ການ​ຄ້າ​ໂລກ ຢູ່​ທີ່​ນະຄອນ​ເຈ​ນີວາ ປະ​ເທດ​ສະ​ວີສ​ເຊີ​ແລນ​ດ໌ ​ເມື່ອ​ທ້າຍ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ​ນີ້ວ່າ​ ນານາ​ຊາດ ໄດ້​ໃຫ້ການ​ຍອມຮັບ​ຫລາຍ​
ຂຶ້ນຕໍ່ການ​ພັດທະນາ​ລະບົບ​ກົດໝາຍ​ທາງ​ເສດຖະກິດໃນ​ລາວ ທັງ​ນີ້​ໂດຍ​ບໍ່​ວ່າ​ຈະ​ເປັນກົດ
ໝາຍ​ການ​ຄ້າ ກົດໝາຍ​ພາສີ ກົດໝາຍ​ລົງທຶນ​ ກົດໝາຍຊັບ​ສິນ​ທາງ​ປັນ​ຍາ ດໍາລັດ​ວ່າ​ດ້ວຍ​
ລາຍການ ສິນ​ຄ້າ​ທີ່​ຈະ​ຕ້ອງ​ຂໍ ອະນຸຍາດ​ນໍາ​ເຂົ້າ​ແລະ​ສົ່ງ​ອອກ ການ​ແຈ້ງ​ມູນ​ຄ່າ​ພາສີ​ພາຍ​ໃຕ້​ສັນຍາ​ອົງການ​ການ​ຄ້າ​ໂລກ ​ແລະການ​ຮັບຮອງ​ກົດ​ບັດ​ກອງ​ທຶນ​ການ​ເງິນ​ສາ​ກົນ (IMF) ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເງິນຕາ​ຕ່າງປະ​ເທດ​ກໍ​ຕາມ ຕ່າງ​ກໍ​ເປັນ​ເງື່ອນ​ໄຂ​ທີ່​ຈະ​ເຮັດ​ໃຫ້​ລາວ​ໄດ້​ເຂົ້າ​ໄປ​ເປັນ​ສູນ​ກາງ​ທາງ​ການ​ເງິນ​ການ​ທະນາຄາ​ນ​ໃນ​ລຸ່ມ​ແມ່​ນໍ້າຂອງ ​ໄດ້​ໃນ​ໄລຍະ​ຕໍ່​ໄປ​ອີກ​ດ້ວຍ. ​ເພາະສະ​ນັ້ນ ການ​ສ້າງ​ຕັ້ງ​ສູນ​ກາງ​ການ​ຊໍ​າລະສະ​ສາງ​ໜີ້​ສິນ​ແລະ​ການ​ຊໍາລະລາຄາ​ຊື້-ຂາຍ​ຫຸ້ນ​ໃນ​ຕະຫລາດ​ຫລັກ​ຊັບ​ຂອງ​ລາວ​ໂດຍ​ຜ່ານ​ລະບົບ​ທະ​ທາ​ຄານ​ໃນ​ລາວ​ທີ່​ເຊຶ່ອມຕໍ່​ກັບ​ລະບົບສາ​ກົນດັ່ງກ່າວ​ກໍ​ຍັງ​ນັບ​ເປັນ​ອີກ​ປັດ​ໃຈ​ນຶ່ງ​ທີ່​ຈະ​ຊ່ວຍຊຸກຍູ້​ການ​ເປັນ​ສູນ​ກາງ​ທາງ​ການ​ເງິນ​ການ​ທະນາຄານ​ຂອງລາວ ​ໃນ​ລຸ່ມ​ແມ່​ນໍ້າຂອງໄດ້​ດ້ວຍ​ເຊັ່ນ​ກັນ.

XS
SM
MD
LG