ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະນາຄານ ແຫ່ງ​ຊາດ ຂອງລາວ ໂຈະການໃຫ້ສິນເຊື່ອ ແກ່ບັນດາ ບໍລິສັດເອກະຊົນ


ທ່ານສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງຊາດ ຖະແຫລງຢືນຢັນວ່າ ທະນາຄານຂອງລັດຖະບານລາວ ໄດ້ໂຈະການໃຫ້ສິນເຊື່ອ ແກ່ບັນດາບໍລິສັດເອກະຊົນ.
ທ່ານສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງຊາດ ຖະແຫລງຢືນຢັນວ່າ ທະນາຄານຂອງລັດຖະບານລາວ ໄດ້ໂຈະການໃຫ້ສິນເຊື່ອ ແກ່ບັນດາບໍລິສັດເອກະຊົນ.
ທະນາຄານ ຂອງລັດຖະບານລາວ ໂຈະການໃຫ້ສິນເຊື່ອ ແກ່
ບັນດາ ບໍລິສັດເອກະຊົນ ທີ່ລົງທຶນໃນໂຄງການ ທີ່ລັດຖະບານ
ລາວ ຂໍໃຫ້ເປັນຝ່າຍລົງທຶນໄປກ່ອນເພາະຢ້ານວ່າຈະມີໜີ້ເສຍ
ໃນລະບົບຫລາຍເກີນໄປ.


ທ່ານສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງຊາດ ຖະແຫລງຢືນຢັນວ່າ ທະນາຄານ
ຂອງລັດຖະບານລາວ ໄດ້ໂຈະການໃຫ້ສິນເຊື່ອແກ່ ບັນດາບໍລິສັດເອກະຊົນ ທີ່ໄດ້ຮັບ
ສຳປະທານ ໂຄງການພັດທະນາຕ່າງໆ ທີ່ລັດຖະບານລາວ ຂໍໃຫ້ບັນດາບໍລິສັດເອກະຊົນ
ເປັນຝ່າຍອອກທຶນໄປກ່ອນ ໂດຍທີ່ລັດຖະບານລາວ ຈະຊຳລະຄືນໃຫ້ໃນພາຍຫຼັງ ແລ້ວ
ໃນຂະນະນີ້ ແລະການໂຈະດັ່ງກ່າວນີ້ ຈະດຳເນີນໄປຈົນກວ່າ ຈະໄດ້ດຳເນີນການກວດກາ
ເພື່ອປະເມີນບັນດາໂຄງການຕ່າງໆ ໄດ້ຢ່າງຄົບຖ້ວນໃນທົ່ວປະເທດແລ້ວ.

ໂດຍສາເຫດທີ່ທະນາຄານ ຂອງລັດຖະບານລາວຕ້ອງ ໂຈະການໃຫ້ສິນເຊື່ອແກ່ບັນດາ
ບໍລິສັດເອກະຊົນ ທີ່ໄດ້ລົງທຶນໃນໂຄງການ ພັດທະນາຕ່າງໆ ຂອງລັດຖະບານລາວນັ້ນ
ກໍເພາະຢ້ານວ່າ ຈະມີໜີ້ທີ່ບໍ່ສາມາດເກັບຄືນໄດ້ (NPL) ໃນລະບົບທະນາຄານເພີ້ມຂຶ້ນ
ຊຶ່ງກໍມີສາເຫດມາຈາກ ການທີ່ລັດຖະບານລາວ ມີໜີ້ສິນ ທີ່ເກີດຈາກໂຄງການເຫຼົ່ານີ້ ຫຼາຍຂຶ້ນນັບມື້ ແລະຍັງປະກົດວ່າ ມີຫຼາຍໆໂຄງການ ທັງໃນຂັ້ນສູນກາງ ແລະທ້ອງຖິ່ນ ທີ່ຂາດການຄວບຄຸມ ທີ່ມີປະສິດທິພາບ ແລະບໍ່ໂປ່ງໃສ ໃນການອະນຸມັດໂຄງການ.
ໂຄງການພັດທະນາ ຖະໜົນ 13 ເໜືອ ຢູ່ນະຄອນຫຼວງ ວຽງຈັນ.
ໂຄງການພັດທະນາ ຖະໜົນ 13 ເໜືອ ຢູ່ນະຄອນຫຼວງ ວຽງຈັນ.

ເພາະສະນັ້ນ ເພື່ອເປັນການປ້ອງກັນ ບໍ່ໃຫ້ເກີດບັນຫາໜີ້ເສຍ
ໃນລະບົບທະນາຄານຂອງລາວ ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງ
ໂຈະການໃຫ້ສິນເຊື່ອ ແກ່ບັນດາບໍລິສັດເອກະຊົນດັ່ງກ່າວ ດັ່ງ
ທີ່ ທ່ານສົມພາວໄດ້ໃຫ້ການຊີ້ແຈງວ່າ:

“ຖືວ່າມາຮອດປັດຈຸບັນນີ້ ໂຄງການໃໝ່ໆ ຫຼືວ່າໂຄງການ
ທີ່ວ່າຫາກໍເລີ້ມກໍ່ສ້າງນີ້ນະ ຖືວ່າທະນາຄານທຸລະກິດ ຫຼືວ່າ
ທະນາຄານກາງ ແມ່ນຂາດຕົວເລຍ ຄືບໍ່ປ່ອຍ ໃນເມື່ອ
ພວກເຮົາຢຸດພາກສ່ວນດັ່ງກ່າວນີ້ ພວກເຮົາກະເອົາເງິນ
ດັ່ງກ່າວນັ້ນ ໄປໃຫ້ພາກສ່ວນ ທີ່ທຳການຜະລິດ ແລະການ
ບໍລິການ ຍ້ອນວ່າທະນາຄານນີ້ ຕ້ອງໄດ້ນຳໃຊ້ທຶນເດ້
ເພື່ອໄປປ່ອຍກູ້ ເພື່ອການກຸ້ມຕົວຂອງຕົນເອງ ແລະປ່ອຍກູ້ຢ່າງມີປະສິດທິຜົນ.”


ໂດຍທະນາຄານແຫ່ງຊາດລາວ ລາຍງານວ່າ ສິນເຊື່ອທົ່ວລະບົບ ທະນາຄານໃນລາວ ມີມູນຄ່າລວມທັງໝົດເຖິງ 43,139 ຕື້ກີບ ຫຼືຫຼາຍກວ່າ 5,390 ລ້ານດອນລາ ແລະຈາກ
ການກວດສອບ ໃນທ້າຍປີ 2013 ທີ່ຜ່ານມາ ກໍພົບວ່າມີໜີ້ເສຍເກືອບ 140 ລ້ານດອນລາ
ຫຼືເກີນກວ່າ 2.5 ເປີເຊັນ ຂອງສິນເຊື່ອທັງໝົດ ໃນລະບົບທະນາຄານ.

ທາງດ້ານກະຊວງແຜນການ ແລະການລົງທຶນ ລາຍງານວ່າໜ່ວຍງານຂອງລັດຖະບານ
ລາວ ໃນລະດັບສູນກາງ ແລະທ້ອງຖິ່ນໃນທົ່ວປະເທດ ມີພັນທະທີ່ຈະຕ້ອງຊຳລະຄືນ ໜີ້
ພາຍໃນປະເທດ ທີ່ເກີດຈາກໂຄງການພັດທະນາ ທີ່ບັນດາບໍລິສັດເອກະຊົນ ໄດ້ລົງທຶນ
ໃຫ້ກ່ອນ ຄິດເປັນມູນຄ່າລວມຫຼາຍກວ່າ 18,000 ຕື້ກີບ ຫຼືເກີນກວ່າ 2,250 ລ້ານດອນລາ.

ໂດຍໜີ້ສິນດັ່ງກ່າວນີ້ ເກີດຈາກການທີ່ໜ່ວຍງານ ຂອງລັດຖະບານລາວ ໄດ້ອະນຸມັດໃຫ້
ບໍລິສັດເອກະຊົນລົງທຶນໃຫ້ກ່ອນໃນ 6,600 ກວ່າໂຄງການແລະໃນນີ້ກໍມີຢູ່ເຖິງ 2,600
ໂຄງການທີ່ເປັນການອະນຸມັດຫຼັງຈາກທີ່ ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວ
ໄດ້ມີຄຳສັ່ງໃຫ້ໂຈະການອະນຸມັດ ໂຄງການໃໝ່ນັບແຕ່ ທ້າຍປີ 2013 ເປັນຕົ້ນມາແລ້ວ
ຊຶ່ງກໍໝາຍຄວາມວ່າ ຄຳສັ່ງຂອງນາຍົກລັດຖະມົນຕີລາວດັ່ງກ່າວ ບໍ່ໄດ້ຖືກນຳໄປໃຊ້ບັງຄັບ
ໃຫ້ໜ່ວຍງານຂອງລັດຖະບານ ປະຕິບັດຕາມຢ່າງເຄັ່ງຄັດນັ້ນເອງ.

ຍິ່ງໄປກວ່ານັ້ນ ກໍຍັງປະກົດວ່າ ມີໂຄງການຈຳນວນບໍ່ນ້ອຍ ທີ່ໄດ້ອະນຸມັດໄປແລ້ວນັ້ນ ບໍ່ສາມາດຈະປະຕິບັດໄດ້ຕາມສັນຍາ ເນື່ອງຈາກວ່າ ໜ່ວຍງານຂອງລັດຖະບານ ບໍ່ມີ
ງົບປະມານ ທີ່ຈະສຳລະໃຫ້ບັນດາບໍລິສັດເອກະຊົນ ໂດຍຈະເຫັນໄດ້ຈາກການທີ່ ນາຍົກ
ລັດຖະມົນຕີລາວ ໄດ້ມີຄຳສັ່ງໃຫ້ໂຈະ ໂຄງການພັດທະນາຕ່າງໆ ໃນແຜນການປະຈຳປີ
2013-2014 ນີ້ຈຳນວນເຖິງ 254 ໂຄງການໃນທົ່ວປະເທດ ເພື່ອຈະໄດ້ນຳເອົາງົບປະມານ
ໄປໃຊ້ໃນໂຄງການພັດທະນາ ທີ່ຈຳເປັນ ແລະ ຮີບດ່ວນເທົ່ານັ້ນ.
XS
SM
MD
LG