ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ​​ສະຫຼອງ ບຸນ​ນະມັດສະການ ​ພະທາດຫຼວງ ປີ 2012 (ສະໄລດ໌)


ປະຕູໂຂງເຂົ້າເດີ່ນທາດຫລວງ ຖືກຕົກແຕ່ງໃຫ້ງາມ ໃນໂອກາດບຸນນະມັດສະການ ພະທາດຫລວງ ປະຈໍາປີ 2012
ປະຕູໂຂງເຂົ້າເດີ່ນທາດຫລວງ ຖືກຕົກແຕ່ງໃຫ້ງາມ ໃນໂອກາດບຸນນະມັດສະການ ພະທາດຫລວງ ປະຈໍາປີ 2012
ທາງການລາວ​ແລະ​ປະຊາຊົນ​ບັນດາ​ເຜົ່າ​ຮ່ວມ​ກັນ​ສະ​ເຫຼີມສະ
ຫຼອງບຸນ​ນະມັດສະການ​ພະທາດຫຼວງປີ 2012 ນີ້​ຢ່າງ​ຍິ່ງ​ໃຫຍ່
ທັງ​ຍັງ​ຖື​ເປັນ​ການສະ​ເຫຼີມສະຫຼອງ​ໃນ​ໂອກາດ​ປີ​ການທ່ອງທ່ຽວ
​ລາວ 2012 ອີກ​ດ້ວຍ.

ການສະ​ເຫຼີມສະຫຼອງງານ​ບຸນ​ນະມັດສະການ​ພະທາດຫຼວງປະ​ຈໍາ
ປີ 2012 ນີ້​ ຢູ່​ທີ່ນະຄອນ​ວຽງ​ຈັນໄດ້​ຈັດ​ຂຶ້ນຢ່າງ​ໃຫຍ່ໂຕ ​ໂດຍ​ເລີ້ມ
ດ້ວຍ​ການ​ເປີດ​ງານ​ຕະຫຼາດນັດ​ສະ​ແດງ​ສິນຄ້າ​ ໃນ​ວັນ​ທີ 22 ພະ
​ຈິກ ຊຶ່ງ​ມີ​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ທັງ​ຂອງ​ລັດຖະບານ ​ແລະ​ຂອງ
​ພາກ​ເອກ​ກະ​ຊົນ​ທັງ​ພາຍ​ໃນ​ລາວ ​ແລະ​ຈາກ​ຕ່າງປະ​ເທດ​ຈໍານວນ
ຫຼາຍກວ່າ 800 ຫົວໜ່ວຍ ​ທີ່​ໄດ້​ເຂົ້າຮ່ວມ​ເປີດ​ຮ້ານ​ວາງສະ​ແດງ
​ສິນຄ້າ​ໃນ​ຄັ້ງ​ນີ້​ອີກດ້ວຍ.

ດັ່ງ​ທີ່​ທ່ານ​ສາຍທອງ ​ແກ້ວ​ດວງ​ດີ ຮອງ​ເຈົ້າຄອງ​ເຂດ​ນະຄອນ​ວຽງ​ຈັນ ​ໄດ້​ກ່າວ​ລາຍ​ງານໃນ​ພິທີ​ເປີດ ທີ່​ມີ​ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີລາວ ​ໄດ້ໃຫ້​ກຽດ​ເປັນ​ປະ ທານ​ໃນ​ພິທີ​ດັ່ງກ່າວ​ນີ້​ວ່າ:
ພະທາດຫລວງທີ່ນະຄອນວຽງຈັນ ຖືກຕົກແຕ່ງໃນໂອກາດບຸນນະມັດສະການ
ພະທາດຫລວງທີ່ນະຄອນວຽງຈັນ ຖືກຕົກແຕ່ງໃນໂອກາດບຸນນະມັດສະການ

“​ໄດ້​ມີ​ການ​ເຂົ້າຮ່ວມ​ການວາງສະ​ແດງ​ແລະ​ຂາຍ​ສິນ​ຄ້າ
​ຂອງ​ບັນດາ​ອົງການ​ຈັດຕັ້ງ​ສາກົນ ສະຖານ​ທູດ​ຕ່າງໆປະ​
ຈໍາ​ລາວ ບັນດາ​ປະ​ເທດເພື່ອນ​ມິດ ບັນດາ​ແຂວງຕ່າງໆ​
ພາຍ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ ​ໄດ້​ມີ​ການ​ເຂົ້າຮ່ວມ
​ຂອງ​ບັນດາ​ນັກທຸລະ​ກິດ​ທັງ​ພາຍ​ໃນ ​ແລະ​ຕ່າງປະ​ເທດ​
ຈໍານວນຫຼວງຫຼາຍ.”


​ການຖື​ວ່າການ​ຈັດ​ງານ​ບຸນ​ນະມັດສະການ​ພະທາດຫຼວງ​ໃນ​ປີ​ນີ້ ​ມີ​ຄວາມພິ​ເສດ ​ແລະ​ຍິ່ງໃຫຍ່​ກວ່າ​ທຸກໆ​ປີ ​ທີ່​ຜ່ານ​ມາ​ນັ້ນ ກໍ​ຄື​ການ​ທີ່​ປາກົດ​ວ່າ ​ມີ​ບັນດາ​ໜ່ວຍ​ງານ​ແລະ​ຫົວໜ່ວຍ​ທຸລະ​ກິດ​ຈາກ 16 ​ແຂວງ​ ໃນ​ທົ່ວ​ປະ​ເທດລາວ ​ໄດ້​ປະກອບສ່ວນ​ເຂົ້າໃນ​ການວາງສະ​ແດງ​ສິນຄ້າອີກ​ດ້ວຍ ທັງ​ຍັງ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ການສະ​ແດງ​ສິນລະປະ​ວັດທະນະ​ທໍາ ​ແລະ​ການ​ເຂົ້າຮ່ວມ​ໃນ​ຂະ​ບວນ​ແຫ່​ຜາສາດ​ເຜິ້ງ ທີ່​ໄດ້ຈັດດ​ຂຶ້ນ​ໃນ​ຕອນ​ບ່ານ​ຂອງ​ວັນ​ທີ່ 27 ພະຈິກ​ທີ່​ຜ່ານ​ມາ​ອີກ​ດ້ວຍ.

ຍິ່ງ​ໄປ​ກວ່າ​ນັ້ນ ງານ​ບຸນ​ນະມັດສະການ​ພະທາດຫຼວງທີ່​ໄດ້​ສິ້ນ​ສຸດ​ລົງ​ໃນ​ຄືນ​ວັນ​ທີ 28 ພະຈິກ​ນີ້ ກໍ​ຍັງ​ຖື​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການສະ​ເຫຼີມສະຫຼອງ ​ໃນ​ໂອກາດ​ປີການທ່ອງ ທ່ຽວ​ລາວ 2012 ອີກດ້ວຍ ​ໂດຍ​ໃນ​ໂອກາດ​ດຽວ​ກັນ​ນີ້ ທາງ​ການ​ລາວ​ກໍ​ໄດ້ປ​ະກາດ​ໃຫ້​ເຂດ 5 ​ແຂວງ​ພາກ​ກາງ ຄື​ນະຄອນ​ວຽງ​ຈັນ ​ແຂວງ​ບໍລິ​ຄໍາ​ໄຊ ຄໍາ​ມ່ວນ ສະຫວັນ​ນະ​ເຂດ ​ແລະແຂວງ​ວຽງ​ຈັນ ​ເປັນ​ພື້ນ​ທີ່​ເປົ້າໝາຍ​ດຽວ​ກັນ​ໃນ​ການທ່ອງ​ທ່ຽວ.

ນອກຈາກ​ນີ້ ການ​ທີ່​ມີ​ບັນດາ​ໜ່ວຍງາ​ນ ​ແລະ​ຫົວໜ່ວຍ​ທຸລະ​ກິດ​ຈາກ 16 ​ແຂວງ​ໄດ້​ປະກອບ​ສ່ວນ​ເຂົ້າ​ໃນ​ການສະ​ເຫຼີມສະຫຼອງງານ​ບຸນ​ນະມັດສະການ​ພະທາດຫຼວງຢູ່​ນະຄອນ​ວຽງ​ຈັນ​ໃນ​ປີ​ນີ້​ ເປັນ​ຄັ້ງ​ທໍາ​ອິດ​ນັ້ນ ​ກໍ​ຍັງ​ຖື​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ສົ່ງ​ເສີມ​ປີການທ່ອງ​ທ່ຽວ​ລາວ 2012 ນີ້ອີກ​ດ້ວຍ ທັງ​ນີ້​ກໍ​ເພື່ອເປັນ​ການ​ດຶງ​ດູດ​ໃຫ້ຊາວ​ຕ່າງ​ຊາດ​ເດີນທາງ​ເຂົ້າ​ໄປ​ທ່ອງ​ທ່ຽວ​ໃນ​ລາວ​ໃຫ້ຫຼາຍຂຶ້ນຢ່າງ​ຕໍ່​ເນື່ອງ​ນັ້ນ​ເອງ.

ທັງ​ນີ້​ ​ເຂດ​ທີ່​ຖື​ວ່າ​ພາກ​ບໍລິການ​ ແລະ​ທ່ອງ​ທ່ຽວ​ມີ​ການ​ຂະຫຍາຍຕົວຫຼາຍທີ່ສຸດໃນ​ລາວນັ້ນ
ກໍ​ຄື​ນະຄອນ​ວຽງ​ຈັນ ຊຶ່ງ​ໃນ​ຕະຫຼອດປີ 2011 ທີ່​ຜ່ານ​ມາ​ນັ້ນ ກໍ​ປາກົດ​ວ່າ​ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດຫຼາຍກວ່າ 1,164,000 ຄົນ​ທີ່​ໄດ້​ເດີນທາງເຂົ້າມາ​ທ່ອງ​ທ່ຽວ​ໃນ​ເຂດ​ນະ ຄອນ​ວຽງ​ຈັນ ຫຼື​ເພີ່ມ​ຂຶ້ນຫຼາຍກວ່າ 30% ​ເມື່ອ​ທຽບ​ກັບ​ປີ 2010.
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ເຂົ້າຮ່ວມການສະຫລອງບຸນທາດຫລວງ ປີນີ້
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ເຂົ້າຮ່ວມການສະຫລອງບຸນທາດຫລວງ ປີນີ້

ຍິ່ງ​ໄປ​ກວ່າ​ນັ້ນ ດ້ວຍ​ການ​ຂະຫຍາຍຕົວ​ໃນ​ລະດັບ​ດັ່ງກ່າວ​ນີ້ ກໍ
​ຍັງ​ເຮັດ​ໃຫ້​ເຊື່ອ​ວ່າ​ໃນ​ຕະຫຼອດປີ 2012 ນີ້ ຈະ​ມີ​ນັກ​ທ່ອງ​ທ່ຽວ​
ຊາວ​ຕ່າ​ງຊາດ​ເດີນທາງ​ເຂົ້າມາ​ທ່ອງທ່ຽວ​ໃນ​ເຂດ​ນະຄອນ​ວຽງ​ຈັນ
ຫຼາຍກວ່າ 1.7 ລ້ານ​ຄົນ ຫຼືຄິດ​ເປັນ​ອັດຕາ​ຂະຫຍາຍຕົວ​ທີ່​ເພີ່ມ
​ຂຶ້ນຈາກ​ປີ 2011 ​ເກີນ​ກວ່າ 40% ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ທຸລະ​ກິດ​ພາກ
​ບໍລິການ​ແລະ​ທ່ອງ​ທ່ຽວ​ໃນ​ເຂດ​ນະຄອນ​ວຽງ​ຈັນ ມີ​ເງິນຕາ​ຕ່າງ
ປະ​ເທດ​ໄຫຼ​ເຂົ້າສູ່​ລະບົບ​ເສດຖະກິດ ​ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ
165 ລ້ານ​ໂດ​ລາ ​ໃນ​ຕະຫຼອດປີ​ການ ທ່ອງ​ທ່ຽວ​ລາວ 2012 ນີ້.

ທາງ​ດ້ານ​ກະຊວງຖະ​ແຫຼງຂ່າວ ວັດທະນະ​ທໍາ​ ແລະ​ທ່ອງ​ທ່ຽວ​ຂອງ​ລາວ ກໍ​ໄດ້​ຕັ້ງເປົ້າ ໝາຍ​ທີ່​ຈະ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ ​ໃຫ້​ພາກັນ​ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນ​ລາວ​ ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 2.6 ລ້ານ​ຄົນ​ ໃນ​ປີ​ຕະຫຼອດປີ 2012 ນີ້ ​ໂດຍ​ໄດ້​ມີ​ການ​ດໍາ​ເນີນ​ງານ​ ເພື່ອ​ຕຽມ​ຄວາມ​ພ້ອມ​ທັງ​ໃນ​ດ້ານ​ໂຮງ​ແຮມ ຮ້ານ​ອາຫານ ສະຖານ​ທ່ອງ​ທ່ຽວ​ແລະ​ການ​ບໍລິການ​ຕ່າງໆ ​ສໍາລັບ​ຮອງ​ຮັບ​ປີ​ທ່ອງ​ທ່ຽວ​ລາວ ​ໃຫ້​ໄດ້​ຢ່າງ​ມີ​ປະສິດທິພາບ​ແລະ​
ໃຫ້​ເປັນ​ທີ່​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງຊາດ​ອີກ​ດ້ວຍ.

​ໃນ​ປັດຈຸບັນ​ນີ້ ທົ່ວ​ປະ​ເທດ​ລາວ​ມີ​ໂຮງ​ແຮມ 357 ​ແຫ່ງ ບ້ານ​ພັກ 1,127 ​ແຫ່ງ ຮ້ານ​ອາຫານ 1,246 ​ແຫ່ງ ​ແລະ​ສະຖານ​ທີ່​ທ່ອງ​ທ່ຽວ​ທໍາ​ມະ​ຊາດ ​ແລະ​ວັດທະນະທໍາ 1,493 ​ແຫ່ງ.

ສະໄລດ໌ພາບສະເຫລີມສະຫລອງງານບຸນພະທາດຫລວງ ປະຈໍາປີ 2012:
XS
SM
MD
LG