ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວບໍ່ບັນລຸເປົ້າໝາຍ ພັດທະນາແຮງງານ ເພື່ອຕອບສະໜອງ ຄວາມຕ້ອງການແຮງງານມີຝີມື ຂອງນັກລົງທຶນຕ່າງປະເທດໄດ້


ການຝຶກອົບຮົມໃນການຄຸ້ມຄອງບໍລິຫານລົດໄຟຄວາມໄວສູງລະຫວ່າງລາວ-ກັບຈີນ
ການຝຶກອົບຮົມໃນການຄຸ້ມຄອງບໍລິຫານລົດໄຟຄວາມໄວສູງລະຫວ່າງລາວ-ກັບຈີນ

ທາງການລາວໄດ້ພັດທະນາແຮງງານທີ່ມີຝີມືຕໍ່າກວ່າແຜນການທີ່ວາງໄວ້ ອັນໄດ້ກະທົບຕໍ່ການສະໜອງແຮງງານໃຫ້ບໍລິສັດຕ່າງປະເທດທີ່ລົງທຶນໃນລາວ ທັງເຮັດໃຫ້ອັດຕາການຫວ່າງງານເພີ່ມຂຶ້ນ 20 ເປີເຊັນອີກດ້ວຍ, ຊົງລິດ ໂພນເງິນມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດລາວຖະແຫລງວ່າ ການພັດທະນາຊັບພະຍາກອນມະນຸດທີ່ແນໃສ່ຍົກສູງຄຸນະພາບຝີມືແຮງງານຂອງລາວ ເພື່ອຕອບສະໜອງແກ່ບັນດາບໍລິສັດຂອງຕ່າງປະເທດທີ່ມາລົງທຶນຢູ່ລາວໃຫ້ໄດ້ຢ່າງພຽງພໍນັ້ນ ແມ່ນຍັງບໍ່ສາມາດປະຕິບັດໄດ້ຈິງ ໂດຍສະເພາະກໍແມ່ນນັກວິຊາການ, ນັກວິທະຍາສາດ, ນັກຄົ້ນຄວ້າ. ແລະນັກຊ່ຽວຊານໃນດ້ານເຕັກໂນໂລຈີສະໄໝໃໝ່ອີກດ້ວຍ. ພາຍໃຕ້ສະພາບການດັ່ງກ່າວ ກໍຍັງສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ບັນດາຜູ້ທີ່ຈົບການສຶກສາໃໝ່ໃນລາວ ຕ້ອງປະເຊີນກັບການຫວ່າງງານເພີ່ມຂຶ້ນ 20 ເປີເຊັນອີກດ້ວຍ ໃນປັດຈຸບັນນີ້ ດັ່ງທີ່ທ່ານສົມມາດໄດ້ຢືນຢັນວ່າ:

“ການພັດທະນາຝືມືແຮງງານທີ່ມີຄຸນນະພາບ ຍັງບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດແຮງງານພາຍໃນໄລຍະໃໝ່ ເປັນຕົ້ນນັກວິຊາການທາງລົດໄຟ, ຊ່ຽວຊານ, ນັກຄົ້ນຄວ້າ, ນັກວິທະຍາສາດ ດ້ານຕ່າງໆ ເຊິ່ງຍັງມີຄວາມຈໍາເປັນນໍາໃຊ້ແຮງງານ ແລະຊ່ຽວຊານຈາກຕ່າງປະເທດ, ການສ້າງວຽກເຮັດງານທໍາຍັງຂະຫຍາຍຕົວຊ້າ ບໍ່ສາມາດຕອບສະໜອງກັບການເພີ່ມຂຶ້ນຂອງແຮງງານໃໝ່ ເປັນຕົ້ນ ນັກສຶກສາທີ່ຮຽນຈົບໃໝ່ ຍັງມີອັດຕາການຫວ່າງງານສູງຢູ່ໃນລະດັບ 20 ເປີເຊັນ "

ທັງນີ້ ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະ ສະຫວັດດີການສັງຄົມຢືນຢັນວ່າ ໃນຊ່ວງປີ 2016-2020 ຜ່ານມາ ລັດຖະບານ ລາວ ສາມາດສ້າງວຽກເຮັດງານທຳໃຫ້ກັບແຮງງານ ລາວ ໄດ້ທັງໝົດ 523,559 ຄົນຄິດເປັນ 73 ເປີເຊັນ ຂອງແຜນການ 5 ປີ ໃນນີ້ແບ່ງເປັນການສ້າງວຽກເຮັດງານທຳພາຍໃນປະເທດໄດ້ທັງໝົດ 244,055 ຄົນ ກັບ 279,504 ຄົນເປັນແຮງງານລາວ ທີ່ສົ່ງອອກໄປປະເທດໄທ, ເກົາຫຼີໃຕ້ ແລະ ຍີ່ປຸ່ນ ພາຍໃຕ້ສັນຍາການຈ້າງແຮງງານທີ່ລັດຖະບານ ລາວ ໄດ້ຕົກລົງຮ່ວມກັບລັດຖະບານຂອງທັງ 3 ປະເທດດັ່ງກ່າວ ທີ່ຕ້ອງ ການຈ້າງແຮງງານລາວ ລວມກັນເຖິງ 473,150 ຄົນ ແຕ່ດ້ວຍການລະບາດຂອງໄວຣັສ COVID-19 ຈຶ່ງເຮັດໃຫ້ແຮງງານລາວ 193,646 ຄົນ ຍັງບໍ່ສາມາດເດີນທາງໄປ 3 ປະເທດໄດ້ ຈົນເຖິງປັດຈຸບັນ.

ໃນໄລຍະຜ່ານມາ ລັດຖະບານ ລາວ ກໍໄດ້ແກ້ໄຂບັນຫາດັ່ງກ່າວນີ້ດ້ວຍການເຈລະຈາກັບໜ່ວຍທຸລະກິດເອກະຊົນໃນທົ່ວປະເທດ ເພື່ອຂໍໃຫ້ມີການຈ້າງງານໃນ ລາວ ເພີ່ມຂຶ້ນທີ່ລວມເຖິງແຮງງານ ລາວ ທີ່ເດີນທາງກັບຈາກ ໄທ ຍ້ອນການລະບາດຂອງໄວຣັສ COVID-19 ດ້ວຍ ເພາະວ່າເປັນກຸ່ມແຮງງານທີ່ເດີນທາງກັບມາ ລາວ ຫຼາຍທີ່ສຸດ ແລະ ສ່ວນໃຫຍ່ຍັງເປັນແຮງງານລັກລອບທຳງານໂດຍຜິດກົດໝາຍໃນ ໄທ ອີກດ້ວຍ ຈຶ່ງຕ້ອງແກ້ໄຂບັນຫາດ້ວຍການສ້າງວຽກເຮັດງານທຳໃນລາວ ເປັນດ້ານຫຼັກນັ້ນເອງ.

ທ່ານອະດີສອນ ເກີດມົງຄົນ ຜູ້ປະສານງານເຄືອຄ່າຍອົງກອນດ້ານປະຊາກອນຂ້າມ
ຊາດ (MWG) ໃຫ້ການຢືນຢັນວ່າ ການລະບາດຂອງພະຍາດໄວຣັສ COVID-19 ໄດ້
ເຮັດໃຫ່້ບັນດານາຍຈ້າງໃນປະເທດໄທ ຕ້ອງເລີກຈ້າງແຮງງານຈາກມຽນມາ, ກຳປູເຈຍ
ແລະລາວ ໄປແລ້ວຄິດເປັນຈຳນວນຮວມກັນເກີນ ກວ່າ 1 ລ້ານຄົນ ໃນນີ້ລວມທັງແຮງງານລາວ 2 ແສນກວ່າ ຄົນທີ່ພາກັນເດີນທາງກັບຄືນໄປລາວໃນປີ 2020 ແລະບໍ່ສາມາດທີ່ຈະເດີນທາງເຂົ້າມາໃນໄທ ໄດ້ອີກ ຈຶ່ງໄດ້ພາກັນ ລັກລອບເດີນທາງເຂົ້າໄປໃນໄທໂດຍຜິດກົດໝາຍໃນເວລານີ້ດັ່ງທີ່ທ່ານ ອະດີສອນ ໄດ້ໃຫ້ການອະທິບາຍວ່າ:

ໂຄວິດຊ່ວງທຳອິດນີ້ ກິດຈະການສ່ວນໃຫຍ່ມັນປິດເຮັດໃຫ່້ມັນເກີດມີແຮງງານຫາຍ
ຈາກລະບົບໃນຊ່ວງນັ້ນ 5 ແສນກວ່າຄົນ ຫຼືເກືອບ 6 ແສນຄົນທີ່ເຮັດວຽກຜິດກົດໝາຍ.
ອີກອັນນຶ່ງຄືຄົນທີ່ເດີນທາງກັບໄປກ່ອນຈະປິດຊາຍແດນ ກຸ່ມນຶ່ງກໍຄືກຸ່ມຄົນເດີມ ທີ່ເຮັດ
ວຽກຢູ່ແລ້ວໆ ກໍກັບບ້ານໄປກ່ອນ ບັນຫາຄືພໍປິດຊາຍແດນປັບ ມັນກັບເຂົ້າມາບໍ່ໄດ້. ຄົນ
ອີກກຸ່ມນຶ່ງກໍຄືຄົນທີ່ຂໍນຳເຂົ້າ ຖືກຕ້ອງໝົດ ແລ້ວຫລະ ພຽງແຕ່ວ່າຊວງກ່ອນນຳເຂົ້າ
ມານີ້ ມັນເປີດຊາຍແດນ ແລະຄາວນີ້ພໍມັນເຂົ້າມາບໍ່ໄດ້ ກໍເຮັດໃຫ້ຄົນກຸ່ມນີ້ ແອບລັກລອບ ເຂົ້າມາເຖິງ 4 ແສນກວ່າຄົນ.

ສ່ວນສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ກໍປະເມີນວ່າພາກທຸລະກິດບໍລິການ ແລະທ່ອງທ່ຽວໃນລາວໄດ້ມີການເລີກຈ້າງພະນັກງານຫຼາຍກວ່າ 1 ແສນຄົນໃນປີ 2020 ສອດຄ້ອງກັບສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ທີ່ຄາດການວ່າພາກບໍລິການແລະທ່ອງທ່ຽວໃນລາວຕ້ອງສູນເສຍລາຍໄດ້ເກີນກວ່າ 700 ລ້ານໂດລາສະຫະລັດ ເພາະບໍ່ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາລາວ ນັບແຕ່ເດືອນເມສາ 2020 ເປັນຕົ້ນມາ. ສ່ວນກະຊວງແຜນການ ແລະການລົງທຶນ ໄດ້ປະເມີນວ່າຜົນກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ເຮັດໃຫ້ເສດຖະກິດລາວເກີດການສູນເສຍຫຼາຍກວ່າ 7,000 ຕື້ກີບ ແລະຍັງໄດ້ກະທົບຕໍ່ວິສາຫະກິດເຖິງ 128,690 ລາຍໃນທົ່ວປະເທດ ອັນຖືເປັນຜົນກະທົບຕໍ່ເສດຖະກິດລາວ ຮຸນແຮງທີ່ສຸດ ທັງຈະຕ້ອງໃຊ້ເວລາຫຼາຍປີ ເພື່ອການຟື້ນຟູໃຫ້ຄືນສູ່ປົກກະຕິ ແລະຄາດວ່າ ລັດຖະບານລາວຕ້ອງການຈະໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດກວ່າ 4,000 ລ້ານໂດລາ ໃນຊ່ວງປີ 2021 ຫາ 2025 ນີ້.

XS
SM
MD
LG