ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ສາມາດໃຊ້ໂອກາດ ໃນການເປັນປະທານອາຊຽນ ເພື່ອດຸ່ນດ່ຽງສາຍພົວພັນກັບປະເທດເພື່ອນບ້ານ ແລະຮັດແໜ້ນສາຍພົວພັນກັບສະຫະລັດ


ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ສປປ ລາວ.
ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ສປປ ລາວ.

ການເປັນປະທານວຽນຂອງອາຊຽນປີ 2024 ຂອງລາວ ມັນກໍເປັນໂອກາດດີໃຫ້ລາວສາມາດໃຊ້ໂອກາດນີ້ ເພື່ອດຸ່ນດ່ຽງສາຍພົວພັນກັບປະເທດເພື່ອນບ້ານ ແລະຮັດແໜ້ນສາຍພົວພັນກັບສະຫະລັດຫຼາຍຂຶ້ນ ແລະຍາດແຍ່ງເອົາການຊ່ວຍຈາກສາກົນເພີ້ມຂຶ້ນ ຖ້າຫາກລາວປັບປຸງລະບົບບໍລິຫານຂອງລັດຖະບານ ໃຫ້ມີປະສິດພາບສູງຂຶ້ນໄປພ້ອມໆກັນ, ອີງຕາມທັດສະນະຂອງ ນັກຊ່ຽວຊານສາກົນ ຊຶ່ງບົວສະຫວັນຈະນໍາເອົາລາຍງານນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ມື້ອື່ນນີ້ ເປັນມື້ຂຶ້ນປີໃໝ່ສາກົນ 2024 ແລະກໍເປັນມື້ເລີ້ມຕົ້ນຂອງການເປັນປະ ທານວຽນສະມາຄົມປະຊາຊາດໃນ​ເຂດເອເຊຍຕາເວັນອອກສຽງໃຕ້ ຫລືອາຊຽນຂອງລາວ ຊຶ່ງຈະເຮັດປະເທດນີ້ ມີບົດບາດຫຼາຍຂຶ້ນໃນເວທີສາກົນ ແລະພາກພື້ນ ແລະຜ່ານການເປັນປະທານຂອງກຸ່ມອາຊຽນ ລາວກໍອາດຈະໃຊ້ໂອກາດນີ້ເພື່ອເສີມຂະຫຍາຍ ແລະເພີ້ມທະວີການພົວພັນສອງຝ່າຍຫຼາຍຂຶ້ນກັບປະເທດທີ່ມີເສດຖະກິດໃຫຍ່ອັນດັບນຶ່ງຂອງໂລກ ແລະມີຄວາມກ້າວໜ້າທາງດ້ານເທັກໂນໂລຈີເຊັ່ນສະຫະລັດ ເພື່ອດຶງດູດເອົາການຊ່ວຍເຫລືອ, ອີງຕາມ ດຣ. ແອນດຣູ ແວລສ໌-ແດັງ, ຊ່ຽວຊານກ່ຽວກັບລາວ, ຫວຽດນາມ ແລະກໍາປູເຈຍ ຢູ່ສະຖາບັນສັນຕິພາບຂອງສະຫະລັດ ທີ່ໂອ້ລົມກັບພວກເຮົາຜ່ານ Zoom ເມື່ອມໍ່ໆມານີ້ວ່າ:

ຂ້າພະ​ເຈົ້າ​ຄິດ​ວ່າ ຍັງ​ມີ​ໂອກາດ​ສໍາລັບການ​ພົວພັນ​ຂອງລາວ​ກັບ​ສະຫະລັດ​ໃນ​ເລື່ອງ​ນີ້ ​ເພາະວ່າ​ສະຫະລັດ​ເປັນ​ຄູ່​ຮ່ວມ​ມື​ຂອງ​ອາ​ຊຽນ, ດຽວນີ້​ພວກ​ເຮົາ​ມີ​ການ​ພົວພັນແບບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ແລ້ວ ຊຶ່ງເປັນລະດັບ​ສູງ​ສຸດ ​ຂອງ​ການ​ຮ່ວມ​ມື​ກັບ​ອາ​ຊຽນ ທີ່​ໄດ້​ຕົກລົງ​ກັນ​ໃນ​ປີ​ກາຍ​ນີ້. ສະນັ້ນ ໃນປີທີ່ລາວເປັນປະທານນັ້ນ ກໍຈະໄດ້ຮັບຄວາມສົນໃຈຈາກສະຫະລັດຫລາຍຂຶ້ນ. ຂ້າພະເຈົ້າຄາດຫວັງວ່າຈະມີການຢ້ຽມຢາມຂອງເຈົ້າໜ້າທີ່ລະດັບສູງຈາກສະຫະລັດໄປລາວ ແນ່ນອນ ໃນລະຫວ່າງກອງປະຊຸມສຸດຍອດອາຊຽນ ໃນລະດູໃບໄມ້ປົ່ງນີ້, ແຕ່ອາດຈະເປັນເວລາອື່ນໆອີກຂອງປີນັ້ນ. ສະ​ນັ້ນ​ຈຶ່ງ​ເປັນ​ໂອກາດ​ທີ່​ສະຫະລັດ​ຈະ​ຊ່ວຍເຫຼືອ​ລາວ​ ໃຫ້​ເປັນ​ປະທານ​ອາ​ຊຽນຢ່າງ​ມີ​ປະສິດທິ​ຜົນ ​ແລະ ບາງ​ທີ​ຈະ​ປຶກສາ​ຫາລື​ບັນຫາ​ອື່ນໆ​ອີກທີ່​ສາມາດ​ປັບປຸງ​ການ​ພົວພັນສອງຝ່າຍ​ໄດ້​ເຊັ່ນ​ກັນ.

ທ່ານກ່າວເພີ້ມອີກວ່າ ໃນການເຮັດເຊັ່ນນັ້ນລາວສາມາດຮຽນເອົາບົດຮຽນ ສ່ວນໃດສ່ວນນຶ່ງຈາກຫວຽດນາມທີ່ກໍາລັງເຮັດຢູ່ໃນປັດຈຸບັນໃນເລື້ອງການຫັນໃຫ້ມີ ຄວາມຫຼາກຫຼາຍດ້ານນະໂຍບາຍການຕ່າງປະເທດ ເຖິງແມ່ນວ່າລາວຈະມີ ທີ່ຕັ້ງຍຸດທະສາດ ແລະຂະໜາດທີ່ແຕກຕ່າງກັນກັບຫວຽດນາມກໍຕາມ.

ພ້ອມກັນນັ້ນລາວ ດຣ. ແວລສ໌-ແດັງ ຍັງເວົ້າອີກວ່າ ລາວສາມາດໃຊ້ໂອກາດນີ້ເພື່ອປັບປຸງສາຍພົວພັນ ກັບປະເທດເພື່ອນບ້ານທັງໃຫຍ່ ແລະນ້ອຍໃຫ້ດຸ່ນດ່ຽງ ຫລື ມີຄວາມໃກ້ຊິດຢ່າງເທົ່າທຽມກັນ ຊຶ່ງທ່ານໃຫ້ຄໍາເຫັນດັ່ງນີ້:

“ປະເທດລາວຕັ້ງຢູ່ທາງແຍກຂອງປະເທດເພື່ອບ້ານທີ່ສໍາຄັນຄື ຈີນ, ຫວຽດນາມ, ໄທ ແລະ ກັບມຽນມາໜ້ອຍນຶ່ງ, ລາວສາມາດມີທ່າທີທີ່ແຂງແກ່ນໃນການມີສາຍພົວພັນທີ່ດີ ແລະດຸ່ນດ່ຽນຜົນປະໂຍດຂອງປະເທດເພື່ອນບ້ານເຫຼົ່ານີ້ ແລະອັນທີສອງນັ້ນແມ່ນ ລາວບໍ່ຄວນອຽງໄປຫາປະເທດເພື່ອນບ້ານໃດນຶ່ງຫຼາຍຈົນເກີນໄປ ທີ່ເຮັດໃຫ້ເສຍຜົນປະໂຫຍດຂອງປະເທດອື່ນ ບາງທີໃນເມື່ອກ່ອນເຮົາອາດຈະເວົ້າໄດ້ວ່າ ລາວ ໃກ້ຊິດກັບຫວຽດນາມຫຼາຍ ແລະດຽວນີ້ມັນປ່ຽນໄປ ເບິ່ງຄືວ່າລາວມີຄວາມໃກ້ຊິດກັບຈີນຫຼາຍ ເມື່ອທຽບໃສ່ກັບປະເທດອື່ນ ສິ່ງນັ້ນອາດຈະເຮັດໃຫ້ມີຄວາມສົມດຸນກັນຫຼາຍຂຶ້ນ, ໃນຄວາມຄິດຂອງຂ້າພະເຈົ້າ.”

ປະຕູໄຊ, ນະຄອນຫຼວງວຽງຈັນ, ສປປ ລາວ.
ປະຕູໄຊ, ນະຄອນຫຼວງວຽງຈັນ, ສປປ ລາວ.

ການເປັນປະທານຂອງອາຊຽນນີ້ ຍັງຈະນໍາເປັນໂອກາດອັນດີແກ່ລາວ ໃນການ ຊ່ວຍເຫລືອຈາກຕ່າງປະເທດ ທີ່ຈະນໍາຜົນປະໂຫຍດອັນຍາວນານ ມາໃຫ້ລາວ, ອີງຕາມທ່ານດຣູ ທອມສັນ, ນັກຄົ້ນຄວ້າຊາວອາເມຣິກັນຢູ່ໃນມະຫາວິທະຍາໄລແຫ່ງຊາດສິງກະໂປ ທີ່ໃຫ້ຄໍາເຫັນວ່າ:

ລາວຍັງຂາດຄວາມອາດສາມາດຫຼາຍ ທັງທາງດ້ານໂຄງລ່າງພື້ນຖານ ແລະຊັບພະຍາກອນມະນຸດ ແລະ ລາວຈະພົບຄວາມຫຍຸ້ງຍາກໃນການເຮັດໃຫ້ໄດ້ຕາມຕາຕະລາງເວລາຂອງກອງປະຊຸມອາຊຽນ, ໂດຍສະເພາະກອງປະຊຸມໃຫຍ່ຂອງອາຊຽນທີ່ລວມເອົາຄູ່ຮ່ວມມືໃນການສົນທະນາເຂົ້ານໍາ. ສະ​ນັ້ນ, ນີ້​ຈຶ່ງ​ເປັນ​ການ​ເປີດ​ໂອກາດ ​ໃຫ້​ບັນດາ​ຄູ່​ຮ່ວມ​ມື ແລະບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນອື່ນ ​ແລະຍີ່ປຸ່ນ, ຈີນ, ​ເກົາຫຼີໃຕ້, ສະຫະລັດ ​ເພື່ອ​ຊ່ວຍ​ໃຫ້​ລາວ​ພັດທະນາ​ຂີດຄວາມ​ສາມາດ​ຂອງ​ຕົນ ​ແລະສິ່ງນັ້ນອາດ​ຈະ​ລວມ​ເຖິງ​ການ​ລົງທຶນ​ດ້ານ​ໂຄງ​ລ່າງ​ພື້ນ ຖານ ​ບໍ່​ວ່າ​ຈະ​ເປັນ​ການ​ຄົມມະນາຄົມ ​ແລະ ການບໍລິການຄວາມສະດວກ, ການທ່ອງທ່ຽວ, ຫຼືຊັບພະຍາກອນມຸນຸດ, ເຊັ່ນ: ການຝຶກອົບຮົມທາງດ້ານພາສາ ແລະ ການຝຶກອົບຮົມພະນັກງານບໍລິຫານໃນທ້ອງຖິ່ນ ແລະ ເຈົ້າໜ້າທີ່ໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນສູງຂຶ້ນ ໃນວຽກງານຂອງເຂົາເຈົ້າ ເຊິ່ງປະ ເພດການລົງ ທຶນໃນດ້ານຊັບພະຍາກອນມະນຸດຂອງລາວຈະນໍາຜົນປະໂຫຍດໄລຍະຍາວ ຍາວ​ເກີນ​ກວ່າ​ການ​ເປັນ​ປະ​ທານ​ອາ​ຊຽນ​ຂອງ​ເຂົາ​ເຈົ້າອີກ.”

ແຕ່ຢ່າງໃດກໍຕາມ ທ່ານບອກວ່າ ບັນຫາພາຍໃນປະເທດເອງ ຈະເປັນປັດໄຈທີ່ເຮັດໃຫ້ລາວສາມາດຍາດເອົາຜົນປະໂຫຍດ ຈາກການເປັນປະທານຂອງອາຊຽນໄດ້ຢ່າງເຕັມສ່ວນ, ທີ່ໃຫ້ຄໍາເຫັນວ່າ:

ແຕ່, ອີກເທື່ອນຶ່ງ ສິ່ງທ້າທາຍຈາກການທີ່ມີຂີດຄວາມສາມາດຈໍາກັດ ແນ່​ນອນ ມັນ​ເປັນ​ການ​ຍາກ​ຫຼາຍ​ທີ່​ຈະ​ເລີ່ມ​ຕົ້ນ​, ການ​ສໍ້​ລາດ​ບັງ​ຫຼວງ​ແມ່ນເປັນ​ບັນ​ຫາ​, ການຂາດຄວາມໂປ່ງໃສແມ່ນເປັນບັນຫາ, ການຂາດການບໍລິຫານທີ່ດີແມ່ນເປັນບັນຫາ ທີ່ລວມເຂົ້າກັນເຮັດໃຫ້ການລົງທຶນໃນໂຄງລ່າງພື້ນຖານໃນລາວມີຄວາມສ່ຽງ ຢ່າງຕໍ່ເນື່ອງ ແລະນັ້ນກໍ່ແມ່ນເຫດຜົນນຶ່ງທີ່ເຮັດໃຫ້ລາວຕິດຢູ່ໃນວົງຈອນຂອງການພັດທະນາຕໍ່າ.

ທ່ານຍັງໃຫ້ຄໍາເຫັນອີກວ່າ ການເປັນປະທານຂອງອາຊຽນໃນໄລຍະທີ່ມີຄວາມທ້າທາຍ ທາງດ້ານການເມືອງພູມີສາດ ເຊັ່ນການແຂ່ງຂັນກັນ ລະຫວ່າງຈີນກັບສະຫະລັດ ແລະການກໍ່ອາຊະຍາກໍາຂ້າມຊາດ ທີ່ມີຜົນກະທົບຕໍ່ຂົງເຂດເອເຊຍຕາເວັນອອກສຽງໃຕ້ໃນປັດຈຸບັັນນີ້ ອາດຈະເຮັດໃຫ້ລາວປະສົບຄວາມຫຍຸ້ງຍາກໃນການຮັບມືກັບບັນຫາເຫລົ່ານີ້ຫຼາຍກວ່າປະເທດອາຊຽນທີ່ມີເສດຖະກິດ ແລະມີຊັນພະຍາກອນມະນຸດທີ່ຫຼາຍກວ່າ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG